ລາວ ເຂົ້າຮ່ວມກອງປະຊຸມທາງໄກ ລັດຖະມົນຕີ ຕ່າງປະເທດ ກັບບັນດາປະເທດອາຊຽນ ແບບບໍ່ເປັນທາງການ

ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນ ແບບບໍ່ເປັນທາງການ, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 21 ແລະ ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 26 (ແບບທາງໄກ)

ในภาพอาจจะมี 1 คน, กำลังนั่ง และชุดสูท

ໃນຕອນເຊົ້າຂອງວັນທີ 24 ມິຖຸນາ 2020 ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມແບບທາງໄກ ລັດຖະມົນຕີຕ່າງ ປະເທດອາຊຽນ ແບບບໍ່ເປັນທາງການ, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 21 ແລະ ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 26, ພາຍໃຕ້ການເປັນປະທານຂອງ ລັດຖະມົນຕີຕ່າງປະເທດ ແຫ່ງ ສສ. ຫວຽດນາມ ໃນຖານະປະທານໝູນວຽນອາຊຽນ ປີ 2020 ໂດຍມີການເຂົ້າຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ ພ້ອມຄະນະ ເຂົ້າຮ່ວມຢ່າງພ້ອມພຽງ.

ในภาพอาจจะมี 4 คน
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບບໍ່ເປັນທາງການ, ໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບສະ ພາບການເດັ່ນໃນພາກພື້ນ ແລະ ສາກົນ ໂດຍສະເພາະຄວາມພະຍາຍາມ ແລະ ມາດຕະການໃນການຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍຜ່ານການຮ່ວມມືທັງໃນຂອບອາຊຽນ ແລະ ລະຫວ່າງ ອາຊຽນ ກັບຄູ່ເຈ ລະຈາ ແລະ ຄູ່ຮ່ວມມືພາຍນອກອື່ນໆ ໂດຍສະເພາະການສະໜັບສະໜູນກອງທຶນສຸກເສີນອາຊຽນ ເພື່ອຮັບມື ແລະ ແກ້ໄຂພະຍາດໂຄວິດ ແລະ ຄັງແຮສຸກເສີນພາກພື້ນອາຊຽນດ້ານຢາປົວພະຍາດ ແລະ ອຸປະກອນການແພດ. ນອກນີ້, ກອງປະຊຸມ ຍັງໄດ້ພິຈາລະນາຂໍ້ສະເໜີຂອງປະເທດຕ່າງໆ ເພື່ອເຂົ້າເປັນພາຄີສົນທິສັນຍາໄມຕິຈິດ ແລະ ການຮ່ວມມືໃນອາຊີ ຕາເວັນອອກສ່ຽງໃຕ້ (ທີເອຊີ) ລວມທັງຂໍ້ສະເໜີເພື່ອເຂົ້າເປັນຄູ່ຮ່ວມມືທາງການຂອງອາຊຽນ, ຊຶ່ງສະແດງອອກເຖິງບົດ ບາດນໍາພາ ແລະ ການປະກອບສ່ວນສຳຄັນຂອງອາຊຽນ ໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ກ ກໍຄືໃນໂລກ.

ในภาพอาจจะมี 2 คน
ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 21, ໄດ້ຕີລາຄາສູງຄວາມຄືບໜ້າການຈັດ ຕັ້ງປະຕິບັດບັນດາກິດຈະກໍາພາຍໃຕ້ແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ໂດຍສະເພາະແມ່ນການສົ່ງເສີມ ແລະ ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນອາຊຽນ. ກອງປະຊຸມໄດ້ຊຸກຍູ້ໃຫ້ບັນດາຂະແໜງການພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມຫມັ້ນຄົງ ສືບຕໍ່ເພີ່ມທະວີຂອດປະສານງານ ແລະ ຮ່ວມເຮັດວຽກນຳກັນຢ່າງໃກ້ຊິດ ເພື່ອຈັດຕັ້ງປະຕິບັດກິດຈະກຳທີ່ຍັງຄົງຄ້າງໃຫ້ສຳເລັດຕາມຄາດໝາຍ. ພິເສດ, ກອງປະຊຸມຄັ້ງນີ້ ໄດ້ຮັບຊາບຮ່າງບົດລາຍງານເບື້ອງຕົ້ນ ເພື່ອດໍາເນີນການທົບທວນກາງສະໄໝການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ແລະ ໄດ້ມອບໝາຍໃຫ້ພາກສ່ວນກ່ຽວຂ້ອງສືບຕໍ່ດຳເນີນການທົບທວນກາງສະໄໝດັ່ງກ່າວໃຫ້ສຳເລັດຕາມແຜນການ.

ในภาพอาจจะมี 8 คน, ผู้คนกำลังนั่ง และสถานที่ในร่ม
ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 26, ໄດ້ຮັບຊາບຄວາມຄືບໜ້າ ແລະ ຕີລາຄາສູງຕໍ່ຄວາມພະຍາ ຍາມຂອງອາຊຽນໃນການສືບຕໍ່ສ້າງປະຊາຄົມອາຊຽນ ພາຍໃຕ້ການເປັນປະທານອາຊຽນຂອງ ສສ. ຫວຽດນາມ ປີ 2020. ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ກະກຽມທັງທາງດ້ານເນື້ອໃນ, ພະລາທິການ ແລະ ພິທີການໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ແບບທາງໄກ, ເຊິ່ງຈະຈັດຂຶ້ນໃນວັນທີ 26 ມິຖຸນາ 2020. ຄຽງຄູ່ກັນນີ້, ກອງປະຊຸມຍັງໄດ້ຮັບ ຮອງເອົາເອກະສານ ແລະ ບົດລາຍງານຕ່າງໆເປັນຕົ້ນ ບົດລາຍງານຂອງເລຂາທິການໃຫຍ່ອາຊຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານອາຊຽນ; ບົດລາຍງານຂອງມູນນິທິອາຊຽນ; ບົດລາຍງານຂອງຄະນະກໍາມະການຜູ້ຕາງໜ້າຖາ ວອນປະຈໍາອາຊຽນ (ຊີພີອາ); ບົດລາຍງານຄະນະສະເພາະກິດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ (ໄອເອໄອ) ແລະ ບົດລາຍງານຂອງຄະນະກໍາມະການປະສານງານການເຊື່ອມຈອດອາຊຽນ (ເອຊີຊີຊີ), ເຊິ່ງບົດລາຍງານທັງໝົດນີ້ຈະນຳສະເໜີຕໍ່ກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 36 ຮັບຊາບ. ພິເສດ, ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມສຸດຍອດທາງໄກ ສະໄໝພິເສດຂອງຜູ້ນໍາອາຊຽນ ແລະ ກອງປະຊຸມສຸດຍອດທາງໄກ ສະໄໝພິເສດຂອງຜູ້ນໍາອາຊຽນບວກສາມ ກ່ຽວກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ຄັ້ງວັນທີ 14 ເມສາ 2020 ຜ່ານມາ ໂດຍສະເພາະຄວາມຄືບໜ້າໃນການສ້າງຕັ້ງກອງທຶນສຸກເສີນ ແລະ ຄັງແຮສຸກເສີນອຸປະກອນການແພດ/ຢາປົວພະຍາດ ເພື່ອຕ້ານ, ຮັບມື ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ແລະ ການຈະຮ່າງແຜນຟື້ນຟູເສດຖະກິດຮອບດ້ານ ຫຼັງໂຄວິດ-19. ສຸດທ້າຍ, ກອງປະຊຸມ ໄດ້ເຫັນດີຮັບຮອງເອົາທ່ານ Robert Matheus Michael Tene ຈາກອິນໂດເນເຊຍ ເປັນຮອງເລຂາທິການໃຫຍ່ອາຊຽນ ຮັບຜິດຊອບວຽກເສົາຄໍ້າປະຊາຄົມການ ເມືອງ-ຄວາມໝັ້ນຄົງອາຊຽນ ໃນສົກປີ 2021-2024 ປ່ຽນແທນຮອງເລຂາທິການໃຫຍ່ອາຊຽນເສົາຄ້ຳດັ່ງກ່າວຄົນປະຈຸບັນຈາກ ສສ. ຫວຽດນາມ ຕາມຮອບວຽນ.

ຂ່າວ;ພາບ: ກົມຂ່າວກະຊວງການຕ່າງປະເທດ

Comments