ມາຮູ້ຈັກ!! “Voice Commerce” ເຄື່ອງມືການຕະຫຼາດໃນຍຸກ Digital ທີ່ສາມາດເພີ່ມຍອດຂາຍໃຫ້ ທຸລະກິດ E-commerce…

ເຄື່ອງມືທາງເອເລັກໂທຣນິກມີບົດບາດ ແລະ ມີອິດທິພົນຫຼາຍຕໍ່ທຸລະກິດ E-commerce ເຊັ່ນ ‘Sundar Pichai’ CEO ຂອງ Google ເຄີຍກ່າວໄວ້ວ່າ ປະມານ 20% ຂອງການຄົ້ນຫາຂໍ້ມູນທາງໂທລະສັບມືຖື ແມ່ນຄົ້ນຫາຜ່ານ Voice Search ແທນການພິມຂໍ້ຄວາມ ແລະ ປະເມີນວ່າພຶດຕິກໍາເຫຼົ່ານີ້ ຈະເພີ່ມຂຶ້ນໃນອະນາຄົດເກີນ 50%, ຫາກໃຜຍັງຈື່ໄດ້ວ່າ Fuction ‘Voice Search’ ຫຼື ‘Voice Assistants’ ຄືການຄົ້ນຫາດ້ວຍຄໍາສັ່ງສຽງ ເປັນ Fuction ທີ່ສ້າງຂຶ້ນມາດົນແລ້ວ ຕັ້ງແຕ່ປີ 2011, ແຕ່ຊ່ວງຫຼາຍປີມານີ້ Digital ເຂົ້າມາມີບົດບາດໃນຊີວິດປະຈໍາວັນຂອງເຮົາຫຼາຍຂຶ້ນ ເຮັດໃຫ້ຫຼາຍຄົນໄດ້ຮູ້ຈັກຄໍາວ່າ ‘Voice Commerce’ ຫຼື ການສັ່ງຊື້ສິນຄ້າດ້ວຍຄໍາເວົ້າ ດັ່ງນັ້ນ, ໃນມື້ນີ້ເຮົາມາຮູ້ຈັກກັບ Voice Commerce ນໍາກັນ.

Voice Search ແລະ Voice Commerce ແມ່ນຫຍັງ?

Voice Search ຄື: ການໃຊ້ສຽງເພື່ອຄົ້ນຫາສິ່ງທີ່ຕ້ອງການ, ສ່ວນໃຫຍ່ມັກຈະເປັນການຄົ້ນຫາໂດຍໃຊ້ຄໍາທີ່ຍາວຫຼາຍຂຶ້ນ ແລະ ເປັນຮູບປະໂຫຍກ ໂດຍສະເພາະປະໂຫຍກຄໍາຖາມ, ງານວິໄຈ ຫຼາຍຂຶ້ນ ເຊິ່ງການຄົ້ນຫາດ້ວຍສຽງຈະເປັນພາສາເວົ້າ  ຕ່າງຈາກ Text Search ທີ່ຕ້ອງໃຊ້ຄໍາເວົ້າທາງການຫຼາຍກ່ວາ. ຈາກງານວິໄຈຂອງ Google ລະບຸວ່າ ກຸ່ມຄົນທີ່ນິຍົມໃຊ້ວິທີການຄົ້ນຫາດ້ວຍສຽງ ສ່ວນໃຫຍ່ຕ້ອງການຄົ້ນຫາຮ້ານຄ້າທີ່ຢູ່ໃກ້ໆ ຫຼືຄຸນສົມບັດຂອງ Production ຕ່າງໆ ກ່ອນຕັດສິນໃຈຊື້. ພ້ອມກັນນັ້ນ, ມັນຍັງໄດ້ຮັບຄວາມສົນໃຈຈາກຄົນທີ່ເຮັດກິດຈະກຳຢ່າງອື່ນໄປນໍາເຊັ່ນ:​ ຂັບລົດ, ອາບນໍ້າ, ແຕ່ງກິນ ຫຼືອອກກຳລັງກາຍເປັນຕົ້ນ.

Voice Commerce ຄື: ບໍລິການທີ່ເກີດຂຶ້ນຫຼັງຈາກທີ່ມີ Voice Search ເປັນການຕໍ່ຍອດດ້ວຍເຕັກໂນໂລຊີຂັ້ນສູງເຊັ່ນ: ເຕັກໂນໂລຊີການຈື່ຈໍາສຽງ (recognized voice) ແລະ ເຕັກໂນໂລຊີປັນຍາປະດິດ (AI) ໃນການປະມວນຜົນຄໍາສັ່ງສຽງເພື່ອຄົ້ນຫາສິນຄ້າ ແລະ ການບໍລິການຢ່າງຖືກຕ້ອງ ທີ່ສໍາຄັນເຄືອຂ່າຍອິນເຕີເນັດແບບ real-time ມີຄວາມສໍາຄັນຫຼາຍ ເຊິ່ງຜູ້ຊ່ຽວຊານບອກວ່າ ເຕັກໂນໂລຊີ 5G ຈະມີຄວາມສໍາຄັນກັບບໍລິການ Voice Commerce ຫຼາຍຂຶ້ນໃນອະນາຄົດ. ນອກຈາກນີ້, ໃນຊ່ວງ 5 ປີທີ່ຜ່ານມາ ມີອຸປະກອນ voice-activated speaker  ຫຼືລໍາໂພງທີ່ເຮັດວຽກດ້ວຍຄຳສັ່ງສຽງ, ຖືກຜະລິດອອກມາຫຼາຍຂຶ້ນບໍ່ວ່າຈະເປັນ  Amazon Echo ຫຼື Google Home ເຊິ່ງໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ.

ແລ້ວ ‘Voice Commerce’ ໃຊ້ຊື້ສິນຄ້າ ແລະ ການບໍລິການຢ່າງໃດ?

ເຕັກໂນໂລຊີ ແລະ ນະວັດຕະກຳຍິ່ງພັດທະນາຫຼາຍເທົ່າໃດ ຄວາມຊັບຊ້ອນ ແລະ ຄວາມຫຍຸ້ງຍາກຂອງການໃຊ້ຈະຫຼຸດນ້ອຍລົງໄປເທົ່ານັ້ນ, ເພາະລະບົບຈະຖືກອອກແບບມາໃຫ້ໃຊ້ງານງ່າຍຂຶ້ນພຽງ 4 ຂັ້ນຕອນດັ່ງຕໍ່ໄປນີ້:

1. ຕ້ອງມີອຸປະກອນຊ່ວຍທີ່ສາມາດໃຊ້ຄຳສັ່ງສຽງໄດ້ ບໍ່ວ່າຈະເປັນ Smart Phone ຫຼືອຸປະກອນອື່ນໆ ທີ່ໃຊ້ຄຳສັ່ງສຽງໄດ້ເຊັ່ນ: Amazon Echo ແລະ google Home …

2. ເວົ້າຄຳສັ່ງເມື່ອເປີດໃຊ້ງານ ເຊັ່ນ:  Hey Siri ຫຼືHey Google, talk to Walmart  ໃນອຸປະກອນ Google home

3. ຈຳເປັນຕ້ອງຖິ້ມທ້າຍປະໂຫຍກດ້ວຍ Action ຫຼືຄຳສັ່ງ ເຊັ່ນ: ສັ່ງຊື້ ຂະບວນການຊື້/ຂະບວນການໃຫ້ບໍລິການທີ່ສຳເລັດສົມບູນ

4. ສິ່ງທີ່ສຳຄັນ ເຮົາຕ້ອງໃຊ້ໂທນສຽງ ແລະ ຄຳເວົ້າທີ່ເປັນເອກະລັກຂອງເຮົາເອງ ເພື່ອປ້ອງກັນອຸປະກອນບໍ່ໃຫ້ອະນຸຍາດບຸກຄົນອື່ນເຂົ້າສູ່ລະບົບໄດ້

‘Voice Commerce’ ໃຫ້ປະໂຫຍດກັບທຸລະກິດ-ເພີ່ມຍອດຂາຍໄດ້ແນວໃດ?

ການສັ່ງຊື້ສິນຄ້າ ແລະ ການບໍລິການດ້ວຍສຽງມີຂັ້ນຕອນນ້ອຍ ແລະ ບໍ່ຫຍຸ້ງຍາກ ເຊິ່ງສອດຄ່ອງກັບພຶດຕິກຳຜູ້ບໍລິໂພກປັດຈຸບັນເຊັ່ນ ສັ້ນ-ງ່າຍ-ບໍ່ວຸ່ນວາຍ-ໄວ-ປອດໄພ ໂດຍຜົນການສຶກສາແຫ່ງໜຶ່ງຂອງສະຫະລັດອະເມລິກາ ລະບຸວ່າ ໃນປີ 2018 ກວ່າ 58% ຂອງຄົນທົ່ວໂລກ ໃຊ້ວິທີການຄົ້ນຫາດ້ວຍສຽງຜ່ານ Smart Phone ແລະ ອີກ 18% ຜ່ານລຳໂພງອັດສະລິຍະ, ເຊິ່ງນັກວິເຄາະໄດ້ຊີ້ແຈງວ່າ ສ່ວນໜຶ່ງຕໍ່ເນື່ອງມາຈາກ Lazy Culture ດັ່ງນັ້ນ, ຄົນກຸ່ມດັ່ງກ່າວ ສາມາດເປັນລູກຄ້າ ຮ້ານຄ້າທີ່ເຊື່ອມຕໍ່ກັບລະບົບ Voice Commerce ໄດ້ບໍ່ຍາກ.

ງານວິໄຈຂອງ MoffettNathanson ລະບຸວ່າ ຜູ້ບໍລິໂພກເຂົ້າເຖິງ Voice Commerce ຫຼາຍຂຶ້ນເຖິງ 50% ພາຍໃນປີ 2022 ເນື່ອງຈາກເຕັກໂນໂລຊີດັ່ງກ່າວ ຈະມີລາຄາຖືກລົງ ຈາກການແຂ່ງຂັນທີ່ສູງຂຶ້ນ, ໃນຂະນະທີ່ພຶດຕິກຳການຊື້ເຄື່ອງ Online ໄດ້ເພີ່ມຂຶ້ນຕໍ່ເນື່ອງຕັ້ງແຕ່ປີ 2018. ນອກຈາກ Smart Phone ທີ່ໃຊ້ຄຳສັ່ງຊື້ດ້ວຍສຽງໄດ້ແລ້ວ ອຸປະກອນອື່ນໆເຊັ່ນ: ລຳໂພງອັດສະລິຍະ ກໍຈະໄດ້ຮັບຄວາມນິຍົມຫຼາຍຂຶ້ນ. ນອກຈາກນີ້, ຍັງພົບວ່າ 52% ຂອງຜູ້ໃຊ້ອຸປະກອນເຫຼົ່ານີ້ ຜູ້ໃຊ້ມັກຈະວາງອຸປະກອນໄວ້ທີ່ ຫ້ອງນອນ-ຫ້ອງນັ່ງຫຼິ້ນ-ເຮືອນຄົວ-ຫ້ອງນໍ້າ ສິ່ງເຫຼົ່ານີ້ສະແດງໃຫ້ເຫັນວ່າ ສິນຄ້າ ຫຼືການບໍລິການແບບໃດເໝາະສົມກັບລູກຄ້າ ໂດຍໃຊ້ເປັນການວິເຄາະພຶດຕິກຳຂອງລູກຄ້າແຕ່ລະລາຍ ເພື່ອໃຫ້ເກີດ Brand loyalty ຈາກລູກຄ້າ.

ແຫຼ່ງຂໍ້ມູນ: https://m.facebook.com/story.php?story_fbid=10156932653197610&id=39391492609

Comments