ເຂດ Siberian ຂອງປະເທດຣັດເຊຍ ມີອຸນຫະພູມຮ້ອນທີ່ສຸດໃນປະຫວັດສາດ ຕັ້ງແຕ່ເລີ່ມແທກມາ…

ຄື້ນຄວາມຮ້ອນ ໃນເມືອງ Siberian ຂອງຣັດເຊຍ ໄດ້ສ້າງສະຖິຕິໃໝ່ ເຊິ່ງອາດຈະເປັນອຸນຫະພູມທີ່ຮ້ອນທີ່ສຸດໃນພາກເໜືອຂອງອາກຊັງຕິນ ແລະ ຖືໄດ້ວ່າເປັນອຸນຫະພູມຮ້ອນທີ່ສຸດໃນປະຫວັດສາດ ຕັ້ງແຕ່ເລີ່ມແທກມາໃນປີ 1885. ສ່ວນສິ່ງທີ່ຜິດປົກກະຕິແມ່ນສະຖານທີ່ດັ່ງກ່າວ ເປັນໜຶ່ງໃນສະຖານທີ່ທີ່ໜາວທີ່ສຸດໃນໂລກໃນລະດູໜາວ. ອຸນຫະພູມສູງໃນເມືອງ Verkhoyansk ໃນພາກຕາເວັນອອກສ່ຽງເໜືອຂອງປະເທດຣັດເຊຍ ປະມານ 418 ກິໂລແມັດ, ທາງທິດໃຕ້ຂອງຊາຍຝັ່ງມະຫາສະໝຸດ Arctic ປະມານ 9 ກິໂລແມັດ, ທາງທິດເໜືອຂອງ Arctic Circle ສູງສຸດເຖິງ 38 ອົງສາ C ຫຼື 100,4 ອົງສາ ຟາເຣນຮາຍ (Fahrenheit) ໃນວັນເສົາທີ່ຜ່ານມາ, ເຊິ່ງສະຖິຕິການວັດແທກອຸນຫະພູມຂອງເມືອງຜ່ານມາຢູ່ທີ່ 37.3 ອົງສາ C ຫຼື 99,1 ອົງສາຟາເຣນຮາຍ (Fahrenheit) ໃນວັນທີ 25 ກໍລະກົດ ປີ 1988.

ເຂດ Siberia ເປັນໜຶ່ງໃນບັນດາສະຖານທີ່ທີ່ໜາວທີ່ສຸດຂອງໂລກໃນລະດູໜາວ, ເຊິ່ງປີກ່ອນມີອຸນຫະພູມເຖິງ 100 ອົງສາຟາເຣນຮາຍ (Fahrenheit) ທີ່ເມືອງ Dallas ຫຼືເມືອງ Houston. ເພື່ອຫຼຸດຜ່ອນຄວາມຮ້ອນ, ເດັກນ້ອຍໄດ້ພາກັນອາບນໍ້າຢູ່ທະເລສາບໃກ້ເມືອງ Verkhoyansk, ທະເລສາບນີ້ຈະເປັນນໍ້າແຂງໃນລະດູໜາວ, ໃນເວລາອຸນຫະພູມສະເລ່ຍໃນ “Pole of Cold” ຂອງຣັດເຊຍປົກກະຕິແມ່ນ 40s ແລະ 50s Celsius.

ມີຄັ້ງໜຶ່ງອຸນຫະພູມໃນເມືອງ Verkhoyansk ຫຼຸດລົງເຖິງ -67,8 ອົງສາ C ຫາ -90 ອົງສາ Fahrenheit ໃນວັນທີ 5 ແລະ 7 ກຸມພາ ປີ1892. ຄັ້ງນີ້ແມ່ນອຸນຫະພູມ 105,8 ອົງສາ C. ສິ່ງດັ່ງກ່າວ ແມ່ນຄວາມແຕກຕ່າງທີ່ສຸດ ອາດຈະເປັນການແຜ່ກະຈາຍທີ່ໃຫຍ່ທີ່ສຸດລະຫວ່າງການບັນທຶກອຸນຫະພູມສູງ ແລະ ອຸນຫະພູມຕໍ່າຢູ່ທຸກບ່ອນໃນໂລກ, ເຊິ່ງອຸນຫະພູມສູງດັ່ງກ່າວ ບໍ່ໄດ້ເຮັດໃຫ້ອາກາດໜາວເຢັນລົງມາທາງທິດໃຕ້ຈາກຊາຍຝັ່ງທະເລ Arctic ຂອງຣັດເຊຍ ແລະ ນີ້ແມ່ນທ່າອ່ຽງສືບຕໍ່ມາເຖິງປະຈຸບັນໃນປີ 2020.

ນັກວິທະຍາສາດຂອງ Berkeley Earth ທ່ານ Robert Rohde ໃຫ້ຂໍ້ສັງເກດວ່າ ຣັດເຊຍໄດ້ເກັບກຳສະຖິຕິອຸນຫະພູມທີ່ຮ້ອນທີ່ສຸດໃນໄລຍະ ເດືອນ ມັງກອນ ຫາ ເດືອນ ພຶດສະພາ ໃນປີ 2020 ໂດຍພົບວ່າມີອຸນຫະພູມສູງເຖິງ 1,9 ອົງສາ C ທຽບໃສ່ລະດັບສະຖິຕິທີ່ຜ່ານມາທີ່ອົບອຸ່ນທີ່ສຸດໃນຮອບ 5 ເດືອນ ທຳອິດຂອງ ປີ 2016, ຣັດເຊຍພົບວ່າເປັນການຜິດປົກກະຕິທີ່ສຸດ ເພາະຖືວ່າຮ້ອນທີ່ສຸດໃນໂລກໃນປີ 2020. ສະພາບອາກາດທີ່ອົບອຸ່ນ ແລະ ແຫ້ງແລ້ງຢ່າງຕໍ່ເນື່ອງເຮັດໃຫ້ເກີດໄຟໄໝ້ປ່າ ເຊິ່ງໄດ້ເລີ່ມຕົ້ນໄໝ້ ບໍລິເວນພາກເໜືອຂອງຣັດເຊຍໃນເດືອນ ເມສາ ແລະ ກຳລັງສືບຕໍ່ໄໝ້ຕໍ່ໄປໃນບໍລິເວນຕ່າງໆ.

ການປົກຫຸ້ມຂອງນໍ້າກ້ອນຢູ່ແຄມຝັ່ງທະເລຂອງ Siberia ໃນປີນີ້ແມ່ນຍັງຢູ່ໃນລະດັບຕໍ່າສຸດຂອງ 41 ປີ,  ໂດຍນັກວິທະຍາສາດທາງອາກາດ Zach Labe ໄດ້ໃຫ້ຮູ້ວ່າ ສິ່ງທີ່ໜ້າເປັນຫ່ວງຍິ່ງກວ່ານັ້ນກໍຄື ອຸນຫະພູມເຫລົ່ານີ້ເກີດຂື້ນມາຫຼາຍທົດສະວັດ ກ່ອນໜ້າຈາກການຄາດຄະເນການປ່ຽນແປງດິນຟ້າອາກາດ.

ແຫຼ່ງຂໍ້ມູນ: https://weather.com/news/climate/news/2020-06-21-siberia-russia-100-degrees-heat-record-arctic


Comments