KFC ເປີດ “ຮ້ານອາຫານແຫ່ງອະນາຄົດ” ບໍລິການດ້ວຍຫຸ່ນຍົນ

ບໍລິສັດ KFC ເປີດຮ້ານພ້ອມກັບພະນັກງານຫຸ່ນຍົນ ໂດຍເອີ້ນວ່າ “ຮ້ານອາຫານແຫ່ງອະນາຄົດ” ເຊິ່ງໄດ້ທຳເລເປີດຮ້ານຢູ່ທີ່ມອສໂກ ປະເທດຣັັດເຊຍ ເຊິ່ງເປັນຮ້ານທີ່ຖືກສ້າງຕັ້ງຂຶ້ນກ່ອນການລະບາດຂອງພະຍາດ COVID-19. ຮ້ານອາຫານແຫ່ງອະນາຄົດ ມີຈຸດມຸ່ງໝາຍເພື່ອຫຼຸດຜ່ອນການຕິດຕໍ່ ຫຼືພົບປະກັນລະຫວ່າງ ພະນັກງານ ແລະ ລູກຄ້າ. ຄວາມຄິດນີ້ເກີດຂຶ້ນກ່ອນທີ່ຣັດເຊຍ ແລະ ຫຼາຍປະເທດຈະເລີ່ມມາດຕະການ Lockdown ໂດຍເຫັນວ່າເປັນທາງເລືອກທີ່ປອດໄພກວ່າໃນການໃຫ້ບໍລິການອາຫານ ຜົນຈາກການໃຊ້ຫຸ່ນຍົນແບບບໍຕ້ອງເພິ່ງພາພະນັກງານ ໃນການນຳອາຫານປຸງສຸກແລ້ວມາເສີບທີ່ຈຸດຮັບອາຫານທີ່ກຳນົດໄວ້. ຈາກນັ້ນ, ລູກຄ້າຈະຕ້ອງປ້ອນລະຫັດທີ່ທາງຮ້ານກຳນົດໃຫ້ເພື່ອຊຳລະເງິນຜ່ານບັດເຄຣດິດ ຫຼືຢືນຢັນຕົວຕົນດ້ວຍຂໍ້ມູນໃບໜ້າທີ່ລົງທະບຽນໄວ້ ໂດຍຄຳສັ່ງຊື້ທັງໝົດຈະຖືກ ນຳເຂົ້າລະບົບແບບບໍ່ຕ້ອງໃຊ້ພະນັກງານ

ແຫຼ່ງຂໍ້ມູນ: <iframe src=”https://www.facebook.com/plugins/post.php?href=https%3A%2F%2Fwww.facebook.com%2FMarketingOopsdotcom%2Fposts%2F10156951454462610&width=500″ width=”500″ height=”612″ style=”border:none;overflow:hidden” scrolling=”no” frameborder=”0″ allowTransparency=”true” allow=”encrypted-media”></iframe>

Comments