News

ມາດ​ຕະການ​ຊຸກຍູ້, ສົ່ງເສີມ​ການ​ຜະລິດ​ສະບຽງອາຫານ ແລະ ສິນຄ້າ​ຕອບສະໜອງ​ໃຫ້​ແກ່​ພາຍ​ໃນ…

ທ່ານ ປອ. ລຽນ ທີ​ແກ້ວ ລັດຖະມົນຕີ ກະຊວງ​ກະສິກຳ ແລະ ປ່າໄມ້ ໄດ້​ລາຍ​ງານ​ຕໍ່​ກອງປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 9 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ເມື່ອ​ວັນ​ທີ 25 ມິຖຸນາ ຜ່ານ​ມາ ເຖິງມາດ​ຕະການ​ຊຸກຍູ້ສົ່ງ ເສີມ​ການ​ຜະລິດ​ສະບຽງອາຫານ ແລະ ສິນຄ້າ​ຕອບສະໜອງ​ໃຫ້​ແກ່​ພາຍ​ໃນ ມີ 13 ມາດ​ຕະການ​ຄື: 1. ສືບຕໍ່​ສ້ອມແປງ ເພື່ອຟື້ນ​ຟູ​ລະບົບ​ຊົນລະປະທານ​ທີ່​ເປ່​ເພ ຈາກ​ໄພພິບັດ ປີ 2019 ຈໍາ​ນວນ 172 ໂຄງການ ດ້ວຍ​ບ້ວງ​ງົບປະມານ​ສຸກ​ເສີນ 40 ຕື້​ກີບ ທີ່​ນອນ​ຢູ່​ໃນ 8 ແຂວງ​ເປົ້າ​ໝາຍ​ໃຫ້​ສໍາ​ເລັ​ດ ເພື່ອ​ຮັບປະກັນ​ການ​ສະ​ໜອງ​ນໍ້າ​ໃຫ້​ໄດ້ 31.245 ເຮັກຕາ ທີ່​ໄດ້​ເອົາ​ເຂົ້າ​ແຜນການ​ຜະລິດ​ລະດູຝົນ​ປີ 2020 ແລ້ວສົ່ງ​ມອບ​ຈັກ​ສູບ​ນໍ້າ​ຂະໜາດ​ນ້ອຍ 35 ເຄື່ອງ ໃຫ້​ທ້ອງ​ຖິ່ນ ເພື່ອເພີ່ມ​ກໍາ​ລັງ​ຄວາມ​ສາມາດ​ສູບ​ນໍ້າ​ຂອງ​ກຸ່ມ​ຊາວນາ​ທີ່​ມີ​ແລ້ວ 10.307 ເຄື່ອງ ເພື່ອຮັບປະກັນ​ສະ​ໜອງ​ນໍ້າ​ໃຫ້​ໄດ້ 280,300 ເຮັກຕາ. ໃນ​ນັ້ນ​ປູກ​ເຂົ້າ​ໃຫ້​ໄດ້ 235,800 ເຮັກຕາ, ປູກ​ພືດ​ໃຫ້ໄດ້ 26,500 ເຮັກຕາ. ...

Read More »

ໃນທົ່ວປະເທດລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ເຖິງ 58 ກໍລະນີ ໃນເວລາພຽງມື້ດຽວ….

ຕາມການລາຍງານ ຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ກ່ຽວກັບສະພາບຂອງການລະບາດພະຍາດໄຂ້ຍຸງລາຍ ຢູ່ ສປປ. ລາວ ໃນວັນທີ 6 ກໍລະກົດ 2020 ມີຜູ້ຕິດເຊື້ອທັງໝົດ 58 ກໍລະນີ ແລະ ບໍ່ມີຜູ້ເສຍຊີວິດ. ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ວ່າ: ທຸກປີກ້າວເຂົ້າສູ່ລະດູຝົນ ພະຍາດໄຂ້ຍຸງລາຍ ກໍ່ມັກຈະເກີດຂຶ້ນໃນຫລາຍແຂວງ ແລະ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ແລະ ສຸຂະພາບຂອງພໍ່ແມ່ປະຊາຊົນ, ເຊິ່ງນັບແຕ່ວັນທີ 1 ມັງກອນ 2020 ຫາ 6 ກໍລະກົດ 2020 ມີຜູ້ຕິດເຊື້ອກໍລະນີສະສົມ ທັງໝົດ 2,564 ຄົນ, ໂດຍມີລາຍງານກໍລະນີໃນ 17 ແຂວງ, ແຂວງທີ່ມີການລາຍງານຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ, ເຊິ່ງມີເຖິງ 584 ຄົນ, ຮອງລົງມາແມ່ນ ແຂວງວຽງຈັນ 317 ກໍລະນີ, ບໍລິຄຳໄຊ 329 ກໍລະນີ ແລະ ແຂວງອັດຕະປື 238 ...

Read More »

ຜູ້ຊ່ຽວຊານຂອງມະຫາວິທະຍາໄລ Oxford ເຊື່ອວ່າ Covid-19 ອາດຈະບໍ່ມີຕົ້ນກຳເນີດມາຈາກປະເທດຈີນ…

ໃນອາທິດທີ່ຜ່ານມາ, ບັນດານັກວິທະຍາສາດທາງແອັດສະປາຍໄດ້ປະກາດວ່າພວກເຂົາໄດ້ພົບເຫັນເຊື້ອພະຍາດໃນຕົວຢ່າງຂອງນໍ້າເສຍທີ່ເກັບໃນເດືອນມີນາ 2019, ເປັນເວລາ 9 ເດືອນ ກ່ອນທີ່ພະຍາດ Covid-19 ຈະລະບາດໃນທົ່ວໂລກ. ນັກວິທະຍາສາດອີຕາລີຍັງໄດ້ພົບເຫັນຫຼັກຖານກ່ຽວກັບໄວຣັສ coronavirus ໃນຕົວຢ່າງນໍ້າເປື້ອນໃນເມືອງ Milan ແລະ Turin, ໃນກາງເດືອນທັນວາ 2019 ຫລາຍອາທິດກ່ອນທີ່ຈະກວດພົບກໍລະນີທໍາອິດທີ່ເກີດຂຶ້ນຢູ່ປະເທດຈິນ, ໃນຂະນະດຽວກັນທີ່ຜູ້ຊ່ຽວຊານໄດ້ພົບເຫັນຮ່ອງຮອຍໃນປະເທດ Brazil ໃນເດືອນພະຈິກອີກດ້ວຍ. ທ່ານ ດຣ. Jefferson ເຊື່ອວ່າໄວຣັສຫຼາຍໆຊະນິດໃນທົ່ວໂລກ ຈະລະບາດຂື້ນເມື່ອມີເງື່ອນໄຂສະດວກ ແລະ ໝາຍຄວາມວ່າມັນສາມາດສູນຫາຍໄປໄດ້ໄວທີ່ສຸດ. ແຫຼ່ງຂໍ້ມູນ: https://www.yahoo.com/news/covid-19-may-not-originated-143843488.html?soc_src=community&soc_trk=fb

Read More »

ເມືອງ Melbourne ປະເທດອົດສະຕາລີ ໃຊ້ມາດຕະການເຄັ່ງຄັດ ເມື່ອພົບການລະບາດຂອງ Covid-19 ຮອບ 2….

ເຈົ້າໜ້າທີ່ໃນເມືອງ Melbourne ຂອງປະເທດອົດສະຕາລີ ໄດ້ໃຊ້ມາດຕະການຄວບຄຸມປະຊາຊົນ ໂດຍສະເພາະຜູ້ທີ່ທີ່ອາໄສຢູ່ໃນຕຶກ, ຫໍພັກ ຫຼືຫ້ອງເຊົ່າ ຈຳນວນ 9 ແຫ່ງ ຂອງເມືອງ Flemington ແລະ North Melbourne ຍ້ອນວ່າມີການລະບາດຂອງພະຍາດ Covid-19 ຮອບ 2, ໂດຍພົບການຕິດເຊື້ອຢູ່ໃນ 2 ສະຖານທີ່ໃນເມືອງດັ່ງກ່າວເມື່ອບໍ່ດົນມານີ້ ຢ່າງນ້ອຍ 23 ກໍລະນີ.  ລັດ Victoria ໄດ້ບັນທຶກຂໍ້ມູນຜູ້ຕິດເຊື້ອກໍລະນີໃໝ່ ເຊິ່ງເພີ່ມຂຶ້ນ 108 ກໍລະນີ ໃນວັນເສົາທີ່ຜ່ານມາ, ເປັນການເພີ່ມຂື້ນປະຈຳວັນຄັ້ງທີ 2 ທີ່ຮຸນແຮງທີ່ສຸດ. ທົ່ວປະເທດອົດສະຕາລີມີຜູ້ເສຍຊີວິດຈາກ Covid-19 ຈຳນວນ 104 ຄົນ ແລະ ມີຜູ້ຕິດເຊື້ອສະສົມຢ່າງໜ້ອຍ 8,362 ຄົນ. ທ່ານ Daniel Andrews ເຈົ້າແຂວງ Victoria ກ່າວວ່າ: ຕົວເລກຫຼ້າສຸດເຮັດໃຫ້ມີຄວາມເປັນຫ່ວງຕໍ່ປະຊາຊົນທຸກໆຄົນ, ໃນຂະນະດຽວກັນ ທາງເມືອງກຳລັງວາງຂໍ້ຈຳກັດ “ຂັ້ນຕອນສາມ” ໃນ 12 ເຂດຊານເມືອງ. ປະຊາຊົນຢູ່ທີ່ນັ້ນພຽງແຕ່ສາມາດອອກຈາກເຮືອນດ້ວຍເຫດຜົນ 4 ຢ່າງຄື: ...

Read More »

ກຸ່ມບໍລິສັດ ຄໍາໄພ ຊະນະ ໃຊ້ງົບ 95 ລ້ານໂດລາສະຫະລັດ ປູກຜັກປອດສານພິດ ແລະ ລ້ຽງສັດຂາຍ ໃນແຂວງໄຊສົມບູນ…

ກຸ່ມບໍລິສັດ ຄໍາໄພ ຊະນະ ທຸ້ມງົບມະຫາສານ ເພື່ອສົ່ງເສີມການປູກຜັກປອດສານຜິດ ແລະ ລ້ຽງສັດ ຢູ່ແຂວງໄຊສົມບູນ ໂດຍມີສັນຍາສໍາປະທານທີ່ດິນ 1,000 ກວ່າເຮັກຕາ ຍາວນານເຖິງ 50 ປີ ແລະ ສົ່ງເສີມຊາວບ້ານປູກຮ່ວມອີກ 3,000 ກວ່າເຮັກຕາ ພ້ອມປະກອບສ່ວນພັນທະສໍາປະທານທີ່ດິນຂອງລັດໃນລາຄາ 5 ໂດລາສະຫະລັດຕໍ່ເຮັກຕາຕໍ່ປີ. ໂຄງການ KPG ພັດທະນາກະສິກຳ ແລະ ປ່າໄມ້ ຄົບວົງຈອນ ແມ່ນໄດ້ສຳປະທານດິນລັດ ແລະ ສົ່ງເສີມປະຊາຊົນ ປູກພືດຜັກປອດສານພິດ ແລະ ລ້ຽງສັດເປັນສິນຄ້າ ໃນຮູບແບບ 2+3 ຂອບເຂດພື້ນທີ່ ເມືອງອະນຸວົງ ໃນເນື້ອທີ່ 102 ເຮັກຕາ, ເມືອງທ່າໂທມ 990 ເຮັກຕາ, ເມືອງລ້ອງແຈ້ງ 100 ເຮັກຕາ ແລະ ສົ່ງເສີມປະຊາຊົນ 3.260 ເຮັກຕາ, ຊຶ່ງບໍລິສັດຈະລົງທຶນທັງໝົດ 95 ລ້ານໂດລາສະຫະລັດ, ໄລຍະເວລາສຳປະທານ 50 ປີ. ພິທີເຊັນສັນຍາ ສຳປະທານໂຄງການ KPG ພັດທະນາກະສິກຳ ແລະ ...

Read More »

ເມືອງໄຊທານີ ຈັດພິທີໄຂຂະບວນການປູກເຂົ້າຕາມທິດຫັນເປັນທັນສະໄໝ ແລະ ຫຼຸດຜ່ອນແຮງງານຊາວໄຮ່ນາ…

ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໄຊທານີ  ນະຄອນຫຼວງວຽງຈັນ ໄດ້ຮັບການສະໜັບສະໜູນຈາກບໍລິສັດອິນຊີທອງມໍເຕີ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ຈັດພິທີໄຂຂະບວນສາທິດການປູກເຂົ້າຕາມທິດຫັນເປັນທັນສະໄໝ ແລະ ຫຼຸດຜ່ອນແຮງງານຊາວນາ ຂຶ້ນໃນວັນທີ 3 ກໍລະກົດ 2020 ທີ່ຜ່ານມາ ຢູ່ບ້ານລາດຄວາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີທ່ານຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ທ່ານ ວາດສະໜາ ສີຈະເລີນ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ແລະ ກຸ່ມຊາວນາເຂົ້າຮ່ວມ. ທ່ານ ວາດສະໜາ ສີຈະເລີນ ກ່າວວ່າ: ເພື່ອເປັນການກະກຽມໃຫ້ແກ່ການເປີດກອງປະຊຸມໃຫຍ່ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ຕິດພັນກັບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງນະຄອນຫຼວງວຽງຈັນ ໂດຍສະເພາະມະຕິກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກນະຄອນຫຼວງວຽງຈັນ ແລະ ນະໂຍບາຍການຜະລິດສະບຽງອາຫານ ແລະ ເປັນສິນຄ້າຂອງກະຊວງກະສິກຳ-ປ່າໄມ້  ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຈຶ່ງໄດ້ວາງແຜນຄາດໝາຍສູ້ຊົນຮອດປີ 2020 ຈະສະໜອງເຂົ້າກິນໃຫ້ສັງຄົມໃຫ້ໄດ້ສະເລ່ຍ 250 ກິໂລຕໍ່ຄົນຕໍ່ປີ, ...

Read More »

ນັກທຸລະກິດດັງອິນເດຍລົງທຶນ 30 ປາຍລ້ານກີບຜະລິດ “ໜ້າກາກຄໍາ” ພິເສດ ເພື່ອປ້ອງກັນໂຄວິດ-19…

ວັນທີ 5 ກໍລະກົດ 2020, ສໍານັກຂ່າວ AFP ແລະ ສະເຕດທາມ ໄດ້ລາຍງານວ່າ ທີ່ປະເທດອີນເດຍ ຫຼັງຈາກ “ສັນກອນ ກຸນອາເທ” ນັກທຸລະກິດດັງໄວ 49 ປີ ໃນເມືອງປຸເນ ລັດມະຫາຣາຊຣະ ທາງຕາເວັນຕົກ ສວມໃສ່ ໜ້າກາກຄໍາ ທີ່ສັ່ງເຮັດພິເສດ ນໍ້າໜັກ 60 ກຣາມ ມູນຄ່າ 289.000 ຣູປີ ຫຼືປະມານ 37 ລ້ານກວ່າກີບ. ສັນກອນ ກຸນຮາເທ ຖືວ່າເປັນຄົນມັກໃສ່ເຄື່ອງປະດັບຫຼາຍອັນ ແລະ ນໍ້າໜັກຫຼາຍກິໂລ ທັງສາຍສ້ອຍ ສາຍແຂນ ແລະ ແຫວນທັງ 10 ນິ້ວ, ໂດຍໜ້າກາກຄຳດັ່ງກ່າວ ແມ່ນໃຊ້ເວລາ 8 ມື້ ໃນການຕີໜ້າກາກຄຳນີ້, ເປັນໜ້າກາກບາງໆ ແລະ ມີຮູນ້ອຍໆ ກະຈາຍຢູ່ທົ່ວເພື່ອໃຫ້ຂ້ອຍຫາຍໃຈສະດວກ ກຸນຮາເທ ອະທິບາຍພ້ອມທັງລະບຸວ່າ: ບໍ່ໝັ້ນໃນວ່າ ໜ້າກາກທອງຄໍາມີປະສິດຕິພາບໃນການປ້ອງກັນໂຄວິດ-19 ແຕ່ຕົນມີວິທີອື່ນໆ ໃນການປົກປ້ອງ ລະມັດລະວັງບໍ່ໃຫ້ຕົນເອງຕິດເຊື້ອໄດ້. ສຳລັບການລະບາດຂອງພະບາດໂຄວິດ-19 ໃນລັດມະຫາຣາຊຣະ ...

Read More »

ປັດຈຸບັນ Alibaba ພັດທະນາເປັນຜູ້ຖືສິດທິບັດ blockchain ອັນດັບ 1 ຂອງໂລກ…

Alibaba ແລະ Alipay ສາຂາການຊຳລະເງິນຜ່ານມືຖືຮ່ວມກັນຖືຈຳນວນສິດທິບັດ blockchain ຫຼາຍທີ່ສຸດໃນໂລກ, ເຖິງແມ່ນວ່າປະເທດຈີນຈະຕິດອັນດັບຫລັງສະຫະລັດອາເມລິກາຢ່າງຫຼວງຫຼາຍກໍຕາມ. ຜົນຂອງການສຶກສາຂອງສະມາຄົມປົກປ້ອງສິດທິບັດຈີນຊີ້ໃຫ້ເຫັນວ່າຈີນໃຊ້ເວລາດົນນານໃນການສຶກສາກ່ຽວກັບລະດັບນະວັດຕະກຳ ເຕັກໂນໂລຊີບັນຊີ ແຈກຢາຍທີ່ເຫັນຢູ່ໃນສະຫະລັດ. ບໍລິສັດຈີນ ເປັນທີ່ຮູ້ຈັກໃນການຍື່ນສິດທິບັດ blockchain ຫຼາຍ, ແຕ່ບົດລາຍງານສະແດງໃຫ້ເຫັນວ່າໃນການໄດ້ຮັບສິດທິບັດຈີນຍັງບໍ່ເທົ່າກັບສະຫະລັດອາເມລິກາ. ນັບຕັ້ງແຕ່ການກ່າວຄໍາປາໄສຂອງ ປະທານາທິບໍດີ Xi Jinping ໃນເດືອນ ຕຸລາ ທີ່ຜ່ານມາ ກ່ຽວກັບຄວາມສໍາຄັນຂອງເຕັກໂນໂລຊີ, ລັດຖະບານຈີນໄດ້ສະແດງຄວາມຊົມເຊີຍຕໍ່ blockchain ແລະ ໄດ້ພະຍາຍາມກະຕຸ້ນຄວາມຄິດສ້າງສັນຮອບດ້ານກ່ຽວກັບເຕັກໂນໂລຊີ ດ້ວຍໂຄງການທີ່ອຸທິດຕົນໃນທົ່ວປະເທດ, ແຕ່ຈີນຍັງຊ້າກວ່າສະຫະລັດອາເມລິກາ ແລະ ເກົາຫຼີໃຕ້ກ່ຽວກັບນະວັດຕະກຳ blockchain ຈາກເປີເຊັນຂອງສິດທິບັດ blockchain ໃນທົ່ວໂລກ. ສະມາຄົມປົກປ້ອງສິດທິບັດຈີນກ່າວໃນວັນພຸດທີ່ຜ່ານມາວ່າ Alibaba ຖືສິດຖິບັດ 212 ໃນ 399 ສິດທິບັດ ທີ່ກ່ຽວຂ້ອງກັບ blockchain ໃນໂລກ. ບໍລິສັດຈີນທີ່ຢູ່ໃນອັນດັບ 10 ແມ່ນບໍລິສັດ Tencent ທີ່ມີສິດທິບັດທັງໝົດ 42 ໃບ. ບໍລິສັດຍັກໃຫຍ່ດ້ານເຕັກໂນໂລຊີ ຂອງສະຫະລັດອາເມລິກາເປັນອັນດັບທີ 2 ດ້ວຍ 136 ສິດທິບັດ. ການເພີ່ມຂຶ້ນຂອງ Tencent ເປັນອັນດັບທີ 9 ...

Read More »

ຫວຽດນາມເປີດໂຕໂຮງແຮມທີ່ຕົກແຕ່ງດ້ວຍຄຳແທ້ ທີ່ຢູ່ໃຈກາງເມືອງ ຮາໂນ່ຍ…

ເປີດໂຕໂຮງແຮມ ທີ່ເຄືອບດ້ວຍ ຄໍາປິວ ຂອງແທ້ ຢ່າງເປັນທາງການ ແຫ່ງທໍາອິດຂອງໂລກ!!! ໂຮງແຮມນີ້ ມີຊື່ວ່າ The Dolce Hanoi Golden Lake Hotel ເປັນໂຮງແຮມ ທີ່ມີຄວາມສູງ 25 ຊັ້ນ ຕັ້ງຢູ່ໃກ້ກັບ Giang Vo Lake ໃນນະຄອນຫຼວງ ຮາໂນຍ, ມີມູນຄ່າ ການກໍ່ສ້າງທັງໝົດ 200 ລ້ານໂດລ້າສະຫະລັດ, ນໍາໃຊ້ຄໍາແທ້ 24 ກະລັດ ເປັນໂຕເຄືອບ ທົ່ວທຸກບ່ອນ ໃນຫ້ອງຮັບແຂກ, ຫ້ອງນອນ, ຫ້ອງນໍ້າ, ສະລອຍນໍ້າ ແລະ ອີກຫຼາຍໆບ່ອນ. ລາຄາພັກຕໍ່ຄືນ ບໍ່ແພງຫຼາຍ ໃນໄລຍະ ໂຄວິດ-19 ລາຄາພຽງແຕ່ 250 USD ເທົ່ານັ້ນ. ແຫຼ່ງຂໍ້ມູນ: Idsala ອິດສະຫຼະ

Read More »

ການເງິນແຂວງເຊກອງ ຈະສູ້ຊົນລາຍຮັບໃຫ້ບັນລຸຕາມແຜນ 90 ຕື້ກວ່າກີບ ໃນປີ 2020…

ໃນປີ 2020 ພະແນກການເງິນ ແຂວງເຊກອງ ໄດ້ຮັບຕົວເລກແຜນສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ທັງໝົດ 90,78 ຕື້ກວ່າກີບ ຖ້າທຽບໃສ່ແຜນດັດແກ້ປີ 2019 ຜ່ານມາ ເພີ່ມຂຶ້ນ 13%. ໃນນັ້ນ, ພູດສູນກາງປະຕິບັດໄດ້ 8,17 ຕື້ກີບ ແລະ ສ່ວນພູດທ້ອງຖິ່ນ ປະຕິບັດໄດ້ 82,61 ຕື້ກວ່າກີບ. ທ່ານ ຄໍາຮູ້ ອ່ອນມະນີ ຫົວໜ້າພະແນກການເງິນ ແຂວງເຊກອງ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໃນປີ 2020 ພະແນກການເງິນ ແຂວງເຊກອງ ໄດ້ຮັບແຜນສູ້ຊົນເກັບລາຍຮັບເຂົ້າງົບປະມານທີ່ກະຊວງການເງິນ ສັງລວມລາຍຮັບ – ລາຍຈ່າຍມອບໃຫ້ແຂວງເຊກອງ ແລະ ວິຊາການ ຈໍານວນ 90,78 ຕື້ກີບ ຫາກສົມທຽບໃສ່ແຜນດັດແກ້ປີ 2019 ເພີ່ມຂຶ້ນ 13%. ໃນນັ້ນ, ພູດສູນກາງປະຕິບັດໃນທ້ອງຖິ່ນ ຈໍານວນ 8,17 ຕື້ກີບ ສົມທຽບແຜນດັດແກ້ປີ 2019 ຮັກສາໄວ້ຄືເກົ່າ; ສ່ວນພູດທ້ອງຖິ່ນ ຈໍານວນ 82,61 ຕື້ກີບ ສົມທຽບແຜນດັດແກ້ປີ 2019 ເພີ່ມຂຶ້ນ ...

Read More »