ນາຍົກລັດຖະມົນຕີ ລົງຢ້ຽມຢາມສວນຜັກ ກຸ່ມປູກຜັກອິນຊີ…

ວັນທີ 9 ກໍລະກົດ 2020 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ຊຸກຍູ້ກຸ່ມປູກຜັກອິນຊີ ບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫລວງວຽງຈັນ. ໂດຍທ່ານ ນາຍົກ ໄດ້ສະແດງຄວາມຊົມເຊີຍຕໍ່ກຸ່ມປູກຜັກດັ່ງກ່າວ ທີ່ສາມາດສ້າງວຽກເຮັດງານທຳ, ສ້າງລາຍຮັບໃຫ້ກັບປະຊາຊົນພາຍໃນບ້ານທົ່ງມັ່ງ ຫລາຍກວ່າ 20 ຄອບຄົວ.

Image may contain: 3 people, people standing, outdoor and nature

ທ່ານນາງ ຄຳມອນ ຫລວງລາດ ຫົວໜ້າກຸ່ມປູກພືດຜັກອິນຊີ ບ້ານທົ່ງມັ່ງ ໄດ້ຂຶ້ນລາຍໂດຍຫຍໍ້ໃຫ້ຮູ້ ກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ເຊິ່ງກຸ່ມປູກພືດຜັກອິນຊີ ບ້ານທົ່ງມັ່ງ ຍັງຂາດທຶນໝູນວຽນ, ທຶນສ້າງພື້ນຖານໂຄງລ່າງ, ຂາດພື້້ນທີ່ທຳການຜະລິດ, ຍາມແລ້ງນໍ້າບໍ່ພຽງພໍ, ຄວາມຮູ້ດ້ານວິຊາການຢູ່ໃນຂີດຈຳກັດ. ນອກນັ້ນ ເງິນກູ້ຍັງມີດອກເບ້ຍສູງ ໃນໄລຍະສັ້ນ ນຳອີກ.

Image may contain: 3 people, people standing and outdoor

Image may contain: 3 people, people standing, tree, grass, plant, outdoor and nature

Image may contain: 2 people, people standing, grass, sky, plant, tree, outdoor and nature

 

 

Comments