ລັດເຊຍ ເປີດເຜີຍຄຣິບວີດີໂອ ທົດລອງລະເບີດນິວເຄຣຍ ທີ່ຮຸນແຮງທີ່ສຸດໃນໂລກ…

ລະເບີດ ຊາຣ໌ ບອມບາ ຫຼືຊື່ທີ່ເປັນທາງການຄື RDS-220 ເປັນລະເບີດນິວເຄຣຍທີ່ໃຫຍ່ທີ່ສຸດໃນໂລກ ແລະ ຖືກພັດທະນາຂຶ້ນ ໃນໄລຍະສົງຄາມເຢັນ ເພື່ອແຂ່ງກັບລະເບີດໄຮໂດຣເຈນ ຂອງສະຫະລັດອາເມລິກາ, ລະເບີດນິວເຄຣຍ ໜ່ວຍນີ້ມີນໍ້າໜັກເຖິງ 50 ລ້ານໂຕນ ໂດຍມີພະລັງທຳລາຍຮຸນແຮງກວ່າລະເບີດນິວເຄຣຍຮີໂຣຊິມະ 3,333 ເທົ່າ.

ຄຣິບວີດີໂອທີ່ລັດເຊຍເກັບເປັນຄວາມລັບມາເກືອບ 6 ທົດສະວັດ ຫາກໍຖືກເປີດເຜີຍໂດຍ Rosatom ໃນວັນທີ 20 ສິງຫາ ຜ່ານມາ ໃນໂອກາດຄົບຮອບ 75 ປີ ຂອງການກໍ່ຕັ້ງໜ່ວຍງານ.

Rosatom ໜ່ວຍງານດ້ານພະລັງງານນິວເຄຣຍຂອງລັດເຊຍ ເຜີຍແຜ່ຄຣິບວີດີໂອລັບສຸດຍອດທີ່ບໍ່ເຄີຍເຜີຍແຜ່ຢູ່ໃສມາກ່ອນ ໃນຂະນະທີ່ເຮັດການທົດລອງລະເບີດໄຮໂດຣເຈນ ຊາຣ໌ ບອມບາ (Tsar Bomba) ລະເບີດນິວເຄຣຍທີ່ມີອະນຸພາບທຳລາຍລ້າງສູງທີ່ນສຸດໃນໂລກ ໃນທະເລແບຣ໌ເຣນຕ໌ສ ໃນປີ 1961 ຫຼື ໃນ 59 ປີ ຜ່ານມາ.

ຊ່າງພາບໂຊວຽດໃນຍຸກນັ້ນ ພະຍາຍາມຈັບພາບຫຼັງການທຳລາຍລ້າງຂອງລະເບີດໄຮໂດຣເຈນ ເຊິ່ງກ້ອງທີ່ຕັ້ງຢູ່ຫ່າງຈາກຈຸດລະເບີດຫຼາຍຮ້ອຍໄມ ຈັບພາບໄຟຂະໜາດໃຫຍ່ຂຶ້ນສູ່ທ້ອງຟ້າຕະຫຼອດເວລາ 40 ວິນາທີ ກ່ອນທີ່ຈະກະຈາຍເປັນກຸ່ມຄວັນຮູບຊົງດອກເຫັດ.

ພາບອີກມຸມໜຶ່ງ ຈາກຍົນທີ່ຢູ່ຫ່າງຈາກຈຸດລະເບີດ 100 ໄມ ຫຼືປະມານ 161 ກິໂລແມັດ ເຜີຍໃຫ້ເຫັນຄວັນຮູບຊົງດອກເຫັດລອຍໃນຊັ້ນບັນຍາກາດ ໂດຍຈຸດທີ່ສູງທີ່ສຸດຂອງຄວັນຈາກລະເບີດລອຍເທິງຟ້າສູງເຖິງ 213,000 ຟຸດ ຫຼືປະມານ 65 ກິໂລແມັດ ຫຼື 6 ເທົ່າ ຂອງລະດັບເພດານບິນຂອງເຄື່ອງບິນໂດຍສານ.

ເບິ່ງຄຣິບລະເບີດທີ່ Link ລຸ່ມນີ້:

ແຫຼ່ງຂໍ້ມູນ:​ https://www.posttoday.com/world/631633

Comments