ດ່ວນ!!! ນາຍົກຍີ່ປຸ່ນກຽມລາອອກ ຍ້ອນບັນຫາທາງດ້ານສຸຂະພາບ…

ສຳນັກຂ່າວ NHK ຂອງຍີ່ປຸ່ນລາຍງານວ່າ ນາຍົກລັດຖະມົນຕີ ຊິນໂຊະ ອາເບະ ຂອງປະເທດຍີ່ປຸ່ນ ຕັດສິນໃຈລາອອກຈາກຕຳແໜ່ງ ເນື່ອງຈາກບັນຫາທາງດ້ານສະຂະພາບ ເພາະຢ້ານວ່າອາການເຈັບປ່ວຍຈະຮຸນແຮງຂຶ້ນ ແລະ ຈະເປັນອຸປະສັກໃນການບໍລິຫານປະເທດ.

ທ່ານ ຊິນໂຊະ ອາເບະ ມີສະຖິຕິດຳລົງຕຳແໜ່ງ ນາຍົກລັດຖະມົນຕີ ດົນນານທີ່ສຸດໃນປະຫວັດສາດ ເຊິ່ງເປັນທີ່ຮູ້ກັນວ່າ ຜູ້ນຳຍີ່ປຸ່ນແມ່ນມີອາການລຳໄສ້ອັກເສບຊຳເຮື້ອມາຫຼາຍປີແລ້ວ.

ປັດຈຸບັນ ບັນຫາສຸຂະພາບຂອງລາວ ເປັນທີ່ກັງວົນໃຈຂອງປະຊາຊົນສ່ວນຫຼາຍ ໃນໄລຍະຫຼາຍອາທິດຜ່ານມາ, ຄວາມກັງວົນເລີ່ມເພີ່ມຂຶ້ນເມື່ອບໍ່ດົນມານີ້ ຫຼັງຈາກທີ່ ທ່ານ ອາເບະ ເດີນທາງໄປໂຮງໝໍ ໃນນະຄອນຫຼວງໂຕກຽວ 2 ຄັ້ງ ໃນເວລາໃກ້ຄຽງກັນຄື ວັນທີ 17 ສິງຫາ ແລະ ຖັດມາອີິກ 1 ອາທິດ.

ແຫຼ່ງຂໍ້ມູນ:​ https://www.posttoday.com/world/631695

Comments