ເຜີຍແຜ່ການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໃຫ້ແກ່ພາກເອກະຊົນ ແລະ ຫົວໜ່ວຍທຸລະກິດ

ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຈັດກອງປະຊຸມເຜີຍແຜ່ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະ ນາແບບຍືນຍົງ (ປພຍ) ໃຫ້ແກ່ພາກເອກະຊົນ ແລະ ຫົວໜ່ວຍທຸລະກິດ ຢູ່ ສປປ ລາວໃນວັນທີ 28 ສິງຫາ 2020 ທີ່ສູນການຝຶກອົບຮົມ ແລະ ການຮ່ວມມືສາກົນ ນະຄອນຫລວງວຽງຈັນ ເພື່ອເປັນການໂຄສະນາ, ປູກຈິດສຳນຶກ ແລະ ການສ້າງຄວາມຮັບຮູ້-ເຂົ້າໃຈ ກ່ຽວກັບວາລະ 2030 ພ້ອມທັງສົ່ງເສີມການມີສ່ວນຮ່ວມ ຂອງພາກເອກະຊົນ ແລະ ຫົວໜ່ວຍທຸລະກິດ ເພື່ອຍົກລະດັບຄວາມເຂົ້າໃຈກ່ຽວກັບວຽກງານ ປພຍ ໃຫ້ແກ່ຂະແໜງການກ່ຽວຂ້ອງໄດ້ຮັບຮູ້ ແລະ ເຂົ້າໃຈໃຫ້ຫລາຍຂຶ້ນ.


ພ້ອມນີ້, ຍັງເປັນເວທີການປຶກສາຫາລື ແລະ ແລກປ່ຽນ ລະຫວ່າງບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ເຮັດໜ້າທີ່ຮ່ວມກັບພາກເອກະຊົນ ແລະ ຫົວໜ່ວຍທຸລະກິດຢູ່ ສປປ ລາວ, ເພື່ອສ້າງເຄືອຂ່າຍການປະສານງານ ແລະ ຮ່ວມມືວຽກງານ ປພຍ ແນໃສ່ການແລກປ່ຽນປະສົບການ, ຂໍ້ມູນ-ຂ່າວສານ, ການສຶກສາ-ບົດຄົ້ນຄວ້າຄວາມຄິດສ້າງສັນ ແລະ ນະວັດຕະກຳໃໝ່ໆ ໃນການຈັດຕັ້ງປະຕິບັດ ປພຍ ຢູ່ຂັ້ນທ້ອງຖິ່ນ ແລະ ເປັນການແນະນຳ, ສະເໜີກ່ຽວກັບການລາຍງານ, ຕິດຕາມ ແລະ ການປະເມີນການຈັດ ຕັ້ງປະຕິບັດ ທີ່ກ່ຽວພັນກັບ ປພຍ.
ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວວ່າ: ການມີສ່ວນຮ່ວມຂອງ ພາກເອກະຊົນ ແລະ ບັນດາຫົວໜ່ວຍທຸລະກິດ ເຊິ່ງເປັນຂະ ແໜງການໜຶ່ງທີ່ມີບົດບາດສໍາຄັນ ພຽງແຕ່ດ້ານການສະໜອງທຶນຮອນເທົ່ານັ້ນ ແຕ່ຍັງເປັນຄູ່ຮ່ວມພັດທະນາທີ່ສໍາຄັນໃນການຈັດຕັ້ງປະຕິບັດ ປພຍ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ຂະແໜງການດັ່ງກ່າວ, ຍັງເປັນຂະແໜງການຫລັກ ທີ່ຂັບເຄື່ອນການເຕີບໃຫຍ່ຂະຫຍາຍຕົວຂອງເສດຖະກິດ ແລະ ການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນລາວບັນດາເຜົ່າພາຍໃນປະເທດ, ເຊິ່ງນັບວ່າເປັນປັດໄຈສໍາຄັນ ໃນການປະກອບສ່ວນສ້າງເງື່ອນໄຂຊ່ວຍປະຊາຊົນ ໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ.


ທ່ານ ທອງຜ່ານ ສະຫວັນເພັດ ໄດ້ກ່າວຕື່ມວ່າ: ກອງປະຊຸມໃນຄັ້ງນີ້ ເປັນເວທີສົນທະນາ ແລະ ປະກອບຄໍາເຫັນ ພາຍໃຕ້ຫົວຂໍ້ “ພວກເຮົາຈະສາມາດຊຸກຍູ້ການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ, ລວມທັງການປະກອບສ່ວນຂອງພາກເອກະຊົນໄດ້ແນວໃດ ເພື່ອສາມາດບັນລຸໄດ້ເປົ້າໝາຍການພັດທະນາແບບຍືນຍົງ?”.

ກອງປະຊຸມໃນຄັ້ງນີ້ ແມ່ນສ່ວນໜຶ່ງຂອງກົນໄກການຈັດຕັ້ງປະຕິບັດ ປພຍ ຢູ່ ສປປ ລາວ ພາຍຫລັງໄດ້ມີການຮັບຮອງເອົງວາລະ 2030 ເພື່ອການພັດທະນາແບບຍືນຍົງຂອງ ອົງການ ສປຊ ໃນປີ 2015, ການຈັດຕັ້ງປະຕິບັດ ປພຍ ແມ່ນໜ້າທີ່ຂອງທຸກໆຄົນໃນສັງຄົມຕ້ອງເຂົ້າຮ່ວມ ແນ ໃສ່ສົ່ງເສີມການມີສ່ວນຮ່ວມຂອງທຸກພາກສ່ວນທົ່ວສັງຄົມ ແລະ ເຫັນໄດ້ເຖິງຄວາມໝາຍຄວາມສໍາຄັນຂອງການບັນລຸໄດ້ເປົ້າໝາຍ ການພັດທະນາແບບຍືນຍົງ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ລັດຖະບານແຫ່ງ ສປປ ລາວ ໄດ້ວາງແນວທາງນະໂຍບາຍເພື່ອຮັບ ປະກັນການມີສ່ວນຮ່ວມ ແລະ ການປະກອບສ່ວນຂອງພາກສ່ວນກ່ຽວຂ້ອງ ເຂົ້າໃນຂະບວນການສ້າງສາພັດທະນາປະເທດຊາດ.

ແຫຼ່ງຂໍ້ມູນ: ຂປລ

Comments