ແຂວງບໍ່ແກ້ວຍັງມີຫາງສຽງອັນບໍ່ດີໃນຖັນແຖວພະນັກງານຖະຫານ-ຕຳຫຼວດ ຈາກສັງຄົມ ໂດຍສະເພາະປະກົດການຫຍໍ້ທໍ້ຕ່າງໆ ທີ່ສົ່ງຜົນກະທົບທາງລົບທີ່ວ່າມີພະນັກງານ ທະຫານ-ຕຳຫຼວດ ຈຳນວນໜຶ່ງ ພົວພັນກັບຢາເສບຕິດ.

ເນື່ອງໃນໂອກາດ ທ່ານເລາຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ທັງເປັນຮອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ໄດ້ໃຫ້ກຽດເປັນປະທານໃນພິທີປະກາດມະຕິຕົກລົງແຕ່ງຕັ້ງ ຮອງປະທານຜູ້ປະຈຳການ ແລະ ກຳມະການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການແຂວງບໍ່ແກ້ວ, ທ່ານໄດ້ກ່າວເນັ້ນໃຫ້ຄະນະກຳມະການປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ ໃນຖັນແຖວພະນັກງານຂອງຕົນ ເພາະຍັງມີຫາງສຽງຈາກສັງຄົມວ່າ ຢາເສບຕິດຢູ່ແຂວງບໍ່ແກ້ວຍັງມີຫຼາຍ ແລະ ຍັງແກ້ໄຂບໍ່ຕົກ ຍ້ອນເກີດຈາກພະນັກງານ ທະຫານ-ຕຳຫຼວດ ຈຳນວນໜຶ່ງເຂົ້າຮ່ວມຂະບວນການ. ນອກຈາກນັ້ນ, ເມື່ອກວດພົບຢາເສບຕິດແລ້ວເອົາແຕ່ເງິນມາປັນກັນ ແລະ ປ່ອຍເຂົາໜີໄປ ແທນທີ່ຈະຈັບກຸມມາດຳເນີນຄະດີ.

ສະຫາຍ ພົນໂທ ສິໄລ ໄດ້ກ່າວຕື່ມວ່າ: ຖ້າພົບເຫັນກໍລະນີພະນັກງານທະຫານ-ຕຳຫຼວດທີ່ພົວພັນກັບຢາເສບຕິດ ຈະລະດັບໃດກໍຕາມ ຫຼືຜູ້ທີ່ມີຜົນງານສໍ່າໃດກໍຕາມ ບໍ່ໃຫ້ເກີນ24 ຊົ່ວໂມງ ຕ້ອງເອົາມາປະຕິບັດວິໄນ ໂດຍອີງໃສ່ກົດໝາຍຂອງກະຊວງປ້ອງກັນຄວາມສະຫງົບ ດຳເນີນຄະດີໂລດ ຫຼືໄລ່ອອກໂລດ ທັງນີ້ ກໍເພື່ອລົບລ້າງຫາງສຽງອັນບໍ່ດີ ຈາກສັງຄົມຕໍ່ຖັນແຖງພະນັກງານ ທະຫານ-ຕຳຫຼວດ ຢູ່ແຂວງບໍ່ແກ້ວ.

ແຫຼ່ງຂໍ້ມູນ: ວຽງຈັນທາຍ