ລໍຖ້າລັດຖະບານ ອະນຸມັດແຂ່ງ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ກຽມພ້ອມແລ້ວ 100%

ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມ ກຽມພ້ອມແລ້ວ 100% ໂດຍສະເພາະ ສະໜາມກິລາທີ່ຈະນຳໃຊ້ເຂົ້າໃນພິທີເປີດ-ປິດ ແລະ ສະຖານທີ່ພັກເຊົາຂອງຄະນະນຳ, ຄູເຝິກ ແລະ ນັກກິລາ ກໍໄດ້ມີການປັບປຸງແກ້ໄຂຄືນໃໝ່ ສຳເລັດໄປແລ້ວ 100%, ປັດຈຸບັນ ຍັງລໍຖ້າທາງລັດຖະບານ ກໍຄືກະຊວງສຶກສາທິການ ແລະ ກິລາ ອະນຸມັດເປີດການແຂ່ງຂັນຢ່າງເປັນທາງການ ໃນມື້ໃດເທົ່ານັ້ນ.

ໃນໂອກາດດັ່ງກ່າວ,​ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຊຍງຂວາງ ທ່ານ ບົວລີ ພັນນນາວົງ ໄດ້ລາຍງານໃນໂອກາດເຂົ້າຮ່ວມກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວປະເທດ ປະຈຳສົກຮຽນປີ 2019-2020 ໃນລະຫວ່າງວັນທີ 27-28 ສິງຫາ 2020 ທີ່ນະຄອນຫຼວງວຽງຈັນວ່າ:​ ສຳລັບພິທີ ເປີດ-ປິດ ແລະ ປະດັບປະດາສະໜາມກິລາປະເພດຕ່າງໆ,​ ຕິດຕັ້ງລະບົບອິນເຕີເນັດ, ຈັດພິມໃບຍ້ອງຍໍ ແລະ ວິທີການມອບຫຼຽນແຕ່ລະປະເພດ ແມ່ນສຳເລັດໄປແລ້ວຈຳນວນ 2,534 ບັດ ພ້ອມທັງ ກຽມຫຼຽນລາງວັນ, ສັດນຳໂຊກຕະກຸນນົກແອ່ນ ແລະ ອື່ນໆ.

ພ້ອມກັນນັ້ນ,​ ດ້ານກຳມະການເຕັກນິກ-ຈັດການແຂ່ງຂັນ ແມ່ນໄດ້ສຳເລັດການຈັດຊື້ເຄື່ອງນຸ່ງກິລາແຕ່ລະປະເພດ ແລະ ອຸປະກອນຕ່າງໆ ຮັບໃຊ້ໃນການແຂ່ງຂັນກິລາແຕ່ລະປະເພດ,​ຈັດພິມປຶ້ມລະບຽບການແຂ່ງຂັນກິລາແຕ່ລະປະເພດ, ຈັດຊື້ລະບົບໄອທີແບບອອນລາຍ, ການຝຶກແອບນາງສາວມອບຫຼຽນ, ການກະກຽມດ້ານໂຮງແຮມ, ບ້ານພັກ, ຮ້ານອາຫານ ຮັບຕ້ອນແຂກ, ການກຳນົດວິທີແຫ່ທວນໄຟ, ແຫ່ໄຫຫີນ, ວັດຖຸຈູດທວນໄຟ, ການຝຶກແອບນັກສະແດງ, ການສວນສະໜາມ, ການຈັດຊື້ເຄື່ອງໄຟແສງ-ສີ ແລະ ອຸປະກອນຕ່າງໆ ຮັບໃຊ້ການສະແດງ ແລະ ອື່ນໆ.

ແຫຼ່ງຂໍ້ມູນ: ວຽງຈັນທາຍ

Comments