ມະຫາວິທະຍາໄລແຫ່ງຊາດ ຈະຮັບນັກສຶກສາ 9 ພັນກວ່າຄົນ

ມະຫາວິທະຍາໄລ ແຫ່ງຊາດ (ມຊ) ຈັດການສອບເສັງຄັດເລືອກ ເອົານັກສຶກສາເຂົ້າຮຽນສົກສຶກສາ 2020-2021 ຢ່າງເປັນທາງການ ໃນວັນທີ 29 ສິງຫາ 2020 ທີ່ຜ່ານມາ, ໂດຍມີນັກສຶກສາມາສອບເສັງທັງໝົດ 14.300 ກວ່າຄົນ ແລະ ຈະຮັບເອົາຕົວຈິງ 9 ພັນກວ່າຄົນ, ໃນນັ້ນລວມທັງນັກສຶກສາໃນແຜນ ແລະ ລະບົບຕໍ່ເນື່ອງ ເຂົ້າໃນລະບົບປະລິນຍາຕີ (ຮຽນປົກກະຕິ) ທັງໝົດ 107 ສາຂາ, ລະບົບອະນຸປະລິນຍາ 4 ສາຂາ ເຊິ່ງນອນໃນ 13 ຄະນະ, ເຊິ່ງຄະນະວິຊາ ທີ່ນັກຮຽນໃຫ້ຄວາມສົນໃຈ ລົງທະບຽນເຂົ້າສອບເສັງຫລາຍກວ່າໝູ່ ແມ່ນຄະນະອັກສອນສາດ (ສາຍພາສາຈີນ, ພາສາອັງກິດ), ຄະນະເສດຖະ ສາດ ແລະ ບໍລິຫານທຸລະກິດ (ສາຍວິຊາບໍລິຫານທຸລະກິດ, ການເງິນການທະນາຄານ ແລະ ການບັນຊີ).

ທ່ານ ຄໍາຜົງ ນາມມະວົງມີໄຊ ຮອງອະທິການບໍດີ ມຊ, ຜູ້ຊີ້ນໍາວຽກງານວິຊາການ ລາຍງານໃຫ້ຮູ້ວ່າ: ການສອບເສັງໃນປີນີ້, ມີ 1 ສູນສອບເສັງໃຫຍ່ ຄື (ວິທະຍາເຂດດົງໂດກ), ໂດຍໄດ້ແບ່ງອອກເປັນ 17 ຈຸດສອບເສັງ, ມີ 600 ກວ່າຫ້ອງ ແລະ ໄດ້ສອບເສັງໃນ 8 ວິຊາຄື: ວິຊາຄະນິດສາດ, ຟີຊິກສາດ, ເຄມີສາດ, ຊີວະສາດ, ພາສາລາວ-ວັນນະຄະດີ, ພູມສາດ ແລະ ວິຊາປະຫວັດສາດ. ນອກນັ້ນ ຍັງມີຈຸດສອບເສັງສຳຮອງ ເພື່ອຮອງຮັບນັກຮຽນ ທີ່ຫລົງຫ້ອງ, ຫລົງຈຸດ ສອບເສັງ, ພາຍຫລັງສອບເສັງສຳເລັດແລ້ວ ຄາດວ່າຈະປະກາດຜົນການສອບເສັງ ພາຍໃນ 30 ວັນ ເຊິ່ງນັກສຶກສາ ສາມາດຕິດຕາມຜົນການສອບເສັງ ຜ່ານທາງເວັບໄຊ ຂອງ ມຊ (https://entrance.nuol.edu.la ແລະ http://www.nuol.edu.la, ເຟດບຸກເພຈ: ຂ່າວສານ ມຊ NUoL News, ວິທະຍຸຄື້ນ 103.7 MHz ອອກອາກາດເວລາ 10:30–11:00 ໂມງ ຂອງທຸກໆວັນອາທິດ), ຕິດປະກາດຢູ່ທີ່ສະໂມສອນໃຫຍ່ ມຊ ແລະ ພະແນກສຶກສາທິການ ແລະ ກິລາແຂວງ ໃນຂອບເຂດທົ່ວປະເທດ. ສ່ວນການລົງທະບຽນເຂົ້າຮຽນຂອງນັກສຶກສາຜູ້ທີ່ເສັງໄດ້ ແມ່ນຈະເລີ່ມ ແຕ່ມື້ປະກາດຜົນສອບເສັງ ເປັນຕົ້ນໄປ ແລະ ຈະເປີດການຮຽນ-ການສອນ ຊັ້ນຮຽນ ປີທີ 1 ໃນວັນທີ 12 ຕຸລາ 2020. ທ່ານ ຄໍາຜົງ ນາມມະວົງມີໄຊ ໃຫ້ຮູ້ອີກວ່າ: ເພື່ອຮັກສາຄວາມໂປ່ງໃສ່ ໃນການສອບເສັງ ມະຫາວິທະຍາໄລແຫ່ງຊາດ ໄດ້ມີນິຕິກຳແຕ່ລະຂັ້ນຕອນ ໃນການກະກຽມ, ຈັດຕັ້ງສອບເສັງ ແລະ ກວດກາຕ່າງໆ, ໄດ້ນຳໃຊ້ລະບົບດີຈິຕອນ ຫລື ລະບົບຄອມພິວເຕີ ເຂົ້າໃນການກວດບົດສອບເສັງ ແລະ ສັບຊ້ອນ ປະກາດຜົນການສອບເສັງ.

ພ້ອມດຽວກັນນັ້ນ, ມຊ ຍັງໄດ້ກຽມຄວາມພ້ອມ ເພື່ອຄວບຄຸມ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ-19 ທີ່ອາດຈະເກີດຂຶ້ນ ໂດຍການປະຕິບັດຕາມມາດຕະການຕ່າງໆທີ່ ທາງຄະນະສະເພາະກິດ ມຊ ວາງອອກ ເຊິ່ງໄດ້ກໍານົດໄລຍະຫ່າງຂອງຜູ້ເຂົ້າສອບເສັງ, ເຮັດບ່ອນລ້າງມືໃນແຕ່ລະຈຸດ, ມີເຈວ, ສະບູ ແລະ ເຫລົ້າ ໄວ້ລ້າງມື, ມີທີມແພດໝໍ, ວັດອຸນຫະພູມ, ແນະນໍາໃຫ້ພະນັກງານຄູ-ອາຈານ ແລະ ນັກສອບເສັງ ຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ ແນໃສ່ສະກັດກັ້ນ ແລະ ຫລີກລ້ຽງ ການຕິດເຊື້ອພະຍາດໂຄວິດ-19.



ຂໍ້ມູນ: ຂປລ.

ຮູບພາບ: Thanunsen Khamvixay

Comments