ອິນເດຍສ້າງສະຖິຕິຜູ້ຕິດເຊື້ອ Covid-19 ເພີ່ມຂຶ້ນສູງສຸດໃນໂລກພຽງມື້ດຽວ. ວັນທີ 30 ສິງຫາ 2020 ທີ່ຜ່ານມາ ອິນເດຍມີຜູ້ຕິດເຊື້ອ Covid-19 ເພີ່ມຂຶ້ນຫຼາຍທີ່ສຸດເປັນອັນດັບ 3 ຂອງໂລກ ທີ່ມີສະຖິຕິເຖິງ 78.761 ກໍລະນີ ພາຍໃນ 24 ຊົ່ວໂມງ. ສາເຫດເນື່ອງມາຈາກ ຄະນະລັດຖະບານໄດ້ສືບຕໍ່ຍົກເລີກມາດຕະການຕ່າງໆ ເພື່ອຊຸກຍູ້ເສດຖະກິດທີ່ສູນເສຍວຽກເຮັດງານທຳຂອງຫຼາຍລ້ານຄົນ ໃນຂະນະທີ່ເຊື້ອໄວຣັດເຂົ່າແຜ່ລະບາດໃນເດືອນມີນາ. ການເພີ່ມຂຶ້ນຂອງໄວຣັດໃນເຂດຊົນນະບົດຫຼາຍແຫ່ງຍັງຄົງເປັນບັນຫາທີ່ສຳຄັນ. ພາບປະກອບ ໃນວັນດຽວກັນນີ້ ການຕິດເຊື້ອທົ່ວໂລກທະລຸ 25 ລ້ານຄົນ ໂດຍມີຜູ້ເສຍຊີວິດ 843.000 ຄົນ ເຊິ່ງສະຫະລັດອາເມລິກາຍັງຄົງເປັນປະເທດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດໂດຍມີຜູ້ຕິດເຊື້ອ 6 ລ້ານຄົນ ຕາມການວິໄຈຂອງມະຫາວິທະຍາໄລ Johns Hopkins. ການນັບວັນດຽວກັນນີ້ມີຜູ້ຕິດເຊື້ອເພີ່ມຂຶ້ນໃນອິນເດຍທະລຸ 77.299 ກໍລະນີ ພາຍໃນ 24 ຊົ່ວໂມງ. ທ່ານໝໍ Manoj Kumar ຊ່ຽວຊານດ້ານໂລກຫົວໃຈໄດ້ກ່າວກັບສຳນັກຂ່າວຣອຍເຕີວ່າ: “ນັບວ່າເປັນການເພີ່ມຂຶ້ນຂອງ 1 ມື້ ທີ່ໃຫຍ່ທີ່ສຸດກໍລະນີໃນທົ່ວໂລກ ແລະ ສາເຫດທີ່ຢູ່ເບື້ອງຫຼັງນັ້ນ ເນື່ອງມາຈາກການແຜ່ລະບາດຂອງໂລກລະບາດໃນເຂດຊົນນະບົດ” ໃນຊ່ວງທຳອິດການປ້ອງກັນພະຍາດ Covid-19 ຢູ່ປະເທດອິນເດຍ ແມ່ນເຮັດໄດ້ດີພໍສົມຄວນໂດຍກຳນົດໃຫ້ມີການປ້ອງກັນຢ່າງເຂັ້ມງວດ ແຕ່ຈາກນັ້ນເຊື້ອໄວຣັດດັ່ງກ່າວ ...
Read More »News
ລັດຖະມົນຕີກະຊວງ ຖວທ ຕ້ອນຮັບຜູ້ຕາງໜ້າອົງການອຸຍນີເຊັບ…
ຕອນບ່າຍວັນທີ 2 ກັນຍາ 2020 ຢູ່ຫ້ອງປະຊຸມກະຊວງຖະແຫລວງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີກະຊວງຖະແຫລງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ດຣ ນາງ ເພຍ ຣີໂບໂລ ບຣີດໂຕ ຜູ້ຕາງຫນ້າອົງ ການສະຫະປະຊາຊາດສໍາລັບເດັກນ້ອຍ ຫລື ຢູນີເຊັຟ ຄົນໃຫມ່ປະຈໍາລາວ ໂດຍມີພາກສ່ວນກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ. ໂອກາດນີ້ ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງມາຍັງຜູ້ຕາງຫນ້າອົງການສະຫະປະຊາຊາດສໍາລັບເດັກນ້ອຍ ຫລື ຢູນີເຊັຟຄົນໃຫມ່ປະຈໍາລາວ ພ້ອມທັງສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຊ່ວຍເຫລືອຂອງອົງການຢຸນີເຊັຟ ຕໍ່ລັດຖະບານລາວໃນໄລຍະຜ່ານມາໃນການຈັດຕັ້ງປະຕິບັດໂຄງການຕ່າງໆຢ່າງໃກ້ຊິດ ຮ່ວມກັບກະຊວງຖະແຫລງຂ່າວວັດທະນະທໍາແລະທ່ອງທ່ຽວ ເພື່ອສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນລາວດ້ານການນໍາໃຊ້ເຕັກໂນໂລຊີທີ່ທັນສະໄຫມ ເຊີ່ງມີບົດບາດສໍາຄັນໃນການ ບັນລຸເປົ້າຫມາຍການພັດທະນາແບບຢືນຍົງ ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ໂດຍການເລີ່ມຜະລິດລາຍການຜ່ານໂທລະພາບສໍາລັບເດັກກ່ອນໄວຮຽນ, ໂຄງການວິທະຍຸໄວຫນຸ່ມ ແລະ ອື່ນໆ ແລະ ເມື່ອບໍ່ດົນມານີ້ອົງການຢູນີເຊັຟ ຮ່ວມກັບລັດຖະບານລາວ ກໍຄືກະຊວງ ຖວທ ...
Read More »ດ່ວນ!!! ປັບຂຶ້ນລາຄານໍ້າມັນ…
ແຈ້ງການດ່ວນ!!! ປັບຂຶ້ນລາຄານໍ້າມັນ ໃນຂອບເຂດທົ່ວປະເທດ ເລີ່ມປະຕິບັດ ວັນທີ 4 ກັນຍາ 2020 ເປັນຕົ້ນໄປ
Read More »ລັດຖະມົນຕີຕ່າງປະເທດ ໂອ້ລົມທາງໂທລະສັບກັບ ລັດຖະມົນຕີອົດສະຕຣາລີ
ວັນທີ 2 ກັນຍາ 2020, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບກັບ ທ່ານ ນາງ ມາຣີສ ເພນ (Marise Payne), ລັດຖະມົນຕີການຕ່າງປະເທດ ແລະ ລັດຖະມົນຕີຮັບຜິດຊອບວຽກງານແມ່ຍິງ ອົດສະຕຣາລີ ທີ່ ກະຊວງການຕ່າງປະເທດ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ ແລະ ອົດສະຕຣາລີ. ໃນໂອກາດດັ່ງກ່າວ ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມຕະຫຼອດໄລຍະເວລາ 68 ປີ ຜ່ານມາ ນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມັງກອນ 1952 ສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆ ຂອງສອງປະເທດຢ່າງເປັນປົກກະຕິ ຊຶ່ງໄດ້ເປັນການປະກອບສ່ວນອັນສຳຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ໃນໂອກາດນີ້, ທ່ານ ສະເຫຼີມໄຊ ...
Read More »ຄົນລາວ ແລະ ຕ່າງປະເທດ ຍັງມີຫັວງ ດ້ວຍຖ້ຽວບິນມະນຸດສຳພັນ…
ຕາມການໃຫ້ສຳພາດຂອງທ່ານ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກຕໍ່ສື່ມວນຊົນ ໃນວັນທີ 31 ສິງຫາ 2020 ທີ່ຜ່ານມາວ່າ: ພະຍາດໂຄວິດ – 19 ຍັງມີການລະບາດຢູ່ຫຼາຍປະເທດໃນທົ່ວໂລກ, ເຊິ່ງເຮັດໃຫ້ຫຼາຍໆປະເທດຕ້ອງສືບຕໍ່ປິດປະເທດຂອງຕົນຢູ່ ເພື່ອເປັນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ບໍ່ໃຫ້ມີການລະບາດອີກຮອບໃໝ່ ເຊິ່ງລາວເຮົາກໍ່ແມ່ປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກພະຍາດດັ່ງກ່າວບໍ່ຮ້າຍແຮງເທົ່າກັບປະເທດອື່ນໆ ແຕ່ກໍ່ຕ້ອງມີມາດຕະການປ້ອງກັນຜ່ອນຜັນໃນການປິດ ຫຼື ສັ່ງໂຈະບາງກໍລະນີທີ່ສອດຄ່ອງກັນສະພາບການ. ເຊິ່ງການປິດປະເທດຂອງພວກເຮົາບໍ່ໄດ້ໝາຍຄວາມວ່າຈະປິດແບບເຂົ້າ-ອອກບໍ່ໄດ້ເລີຍ ແລະ ຫຼາຍໆປະເທດກໍ່ໄດ້ຊອກຫາຊ່ອງທາງໃຫ້ມີການຜ່ອນຜັນໃນການດຳເນີນທຸລະກິດ ແລະ ການໄປມາຫາສູ່ກັນໃຫ້ເປັນປົກກະຕິດີຂຶ້ນ. ສະນັ້ນ, ຈິ່ງມີຄຳແນະນຳຂອງຄະນະສະເພາະກິດວ່າ: ໃນກໍລະນີທີ່ມີຄວາມຈຳເປັນ ແລະຮີບດ່ວນນີ້ ຈຶ່ງຕ້ອງຮັກສາຖ້ຽວບິນມະນຸດສຳພັນໄວ້ ເນື່ອງຈາກວ່າຍັງມີນັກສຶກສາລາວ, ພະນັກງານຄົນລາວທີ່ໄປຝຶກອົບຮົມ, ໄປສຶກສາຢູ່ຕ່າງປະເທດ ເວລາເຂົາຈົບຫຼັກສູກແລ້ວອັດຕາເບ້ຍລ້ຽງຕ່າງໆກໍ່ຖືກຕັດ, ບ່ອນພັກເຊົາກໍ່ບໍ່ມີແລ້ວ, ເຂົາເຈົ້າຈະຢູ່ຈະກິນແນວໃດ. ສະນັ້ນ, ຈຶ່ງມີຄວາມຈຳເປັນທີ່ຈະຕ້ອງໄດ້ກັບຄືນປະເທດ ລວມເຖິງຜູ້ທີ່ໝົດໄລຍະປະຈຳການຢູ່ ສປປ ລາວ ຂອງພວກເຮົາ ໂດຍສະເພາະແມ່ນບັນດານັກການທູດ, ພະນັກງານຜູ້ຊ່ຽວຊານຕ່າງໆໝົດໄລຍະປະຈຳການ ເຂົາເຈົ້າກໍ່ຈະກັບຄືນປະເທດ ຫຼື ໄປປະຈຳການບ່ອນໃໝ່. ສຳລັບຖ້ຽວບິນມະນຸດລຳພັນນີ້ ແມ່ນຂອງອົງການສະຫະປະຊາຊາດ ໄດ້ມີແຈ້ງການ ແລະ ຄຳສະເໜີຈາກສະຫະປະຊາຊາດເຖິງລັດຖະບານລາວ ເຊິ່ງຖ້ຽວບິນດັ່ງກ່າວແມ່ນຍັງສືບຕໍ່ປະຕິບັດໂດຍທີ່ມີມາດຕະການຄວບຄຸມຢ່າງເຂັ້ມງວດທີ່ສຸດໃນການປ້ອງກັນການຕິດເຊື້ອໂຄວິດ-19, ໂດຍໄດ້ເປີດຊ່ອງທາງໃຫ້ບັນດານັກການທູດ, ຄົນລາວ ຫຼື ຄົນຕ່າງປະເທດທີ່ຍັງຕົກຄ້າງຢູ່ຕ່າງປະເທດຢາກເຂົ້າມາ ...
Read More »ສຳເລັດກອງປະຊຸມ ເຈົ້າຫນ້າທີ ອາວຸໂສ ພະລັງງານ ອາຊຽນຄັ້ງທີ 38
ກອງປະຊຸມທາງໄກ ເຈົ້າຫນ້າທີ ອາວຸໂສ ພະລັງງານ ຄັ້ງທີ 38 (ASEAN senior officials meeting) ໂດຍ ສສ ຫວຽດນາມ ເປັນເຈົ້າພາບໄດ້ສຳເລັດລົງດ້ວຍໝາກຜົນອັນຈົບງາມ ເຊິ່ງນໍາພາໂດຍ ປອ. ອາຄົມເດດ ວົງໄຊ ຫົວຫນ້າກົມ ແຜນການ ແລະ ການຮວ່ມມື Senior Official on Energy (SOE Leaders) ສປປ ລາວ ພ້ອມດ້ວຍ Alternate SOE ແລະ ບັນດາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອເປັນການລາຍງານໝາກຜົນບັນດາໜ້າວຽກ ແລະ ກິດຈະກຳຕ່າງໆທີ່ໄດ້ຈັດຕັ້ງສໍາເລັດໃນແຜນວຽກການຮ່ວມມືພະລັງງານອາຊຽນ APAEC ໄລຍະ 1: 2016-2020 ລວມທັງເປັນການທົບທວນຕໍ່ຮ່າງແຜນວຽກ ແລະ ບັນດາແຜນງານຕ່າງໆ (Programme area) ທີ່ນອນໃນຮ່າງ APAEC ໄລຍະ 2: 2021-2025 ກ່ອນຈະເປັນສະບັບສຸດທ້າຍ ເພື່ອເອົາເຂົ້າຮັບຮອງໃນກອງປະຊຸມ AMEM ຄັ້ງທີ 38. ...
Read More »ພົບແຂ້ຍັກ 4.4ແມັດ ຢູ່ທີ່ແຫຼ່ງທ່ອງທ່ຽວດັງແຫ່ງໜຶ່ງຂອງປະເທດອົດສະຕາລີ
ຕາມການລາຍງານຂ່າວຂອງສໍານັກຂ່າວຕ່ງປະເທດລາຍງານວ່າ: ພົບແຂ້ຍັກ 4.4ແມັດ ຢູ່ທີ່ແຫຼ່ງທ່ອງທ່ຽວດັງແຫ່ງໜຶ່ງທີ່ປະເທດອົດສະຕາລີ ເປັນແຂ້ທີ່ຖືກຈັບໄດ້ຫຼາຍທີ່ສຸດໃນຮອບຫຼາຍປີ ຄາດວ່າຈະມີນໍ້າໜັກປະມານ 350 ກິໂລກຣາມ ເມື່ອວັນສຸກທີ່ຜ່ານມາໃນ ປ່າ Flora River Nature Park ເຊິ່ງເປັນສະຖານທີ່ໆນັກທ່ອງທ່ຽວໄປທ່ຽວຫຼາຍທີ່ສຸດທາງພາກຕາເວັນອອກສ່ຽງໃຕ້. ແຕ່ກ່ອນ ໃນເດືອນກໍລະກົດ ປີ 2018 ທີ່ຜ່ານມາ ແຂ້ນໍ້າເຄັມຂະໜາດໃຫຍ່ 4,7 ແມັດ ຖືກຂັງຢູ່ໃນແມ່ນໍ້າແຄເທີຣິນໃກ້ກັບທະເລ. ແຂ້ນໍ້າເຄັມເປັນແຂ້ສາຍພັນທີ່ໃຫຍ່ທີ່ສຸດ ແລະ ເປັນສັດເລືອຄານທີ່ມີຊີວິດທີ່ໃຫຍ່ທີ່ສຸດໃນໂລກ ແຂ້ເພດຜູ້ ໃຫຍ່ທີ່ສຸດປະມານ 7 ແມັດ ແລະ ມີນໍ້າໜັກຫຼາຍກວ່າ 997,9 ກິໂລກຣາມ. ເວົ້າໄດ້ວ່າເປັນສັດທີ່ເປັນຕາຢ້ານທີ່ສຸດທີ່ອາໄສຢູ່ແມ່ນໍ້າທີ່ໃກ້ແຄມຝັ່ງ ແລະ ທະເລສາບ. ລັດຖະບານອົດສະຕາລີກ່າວວ່າ: ມີແຂ້ນໍ້າເຄັມຈໍານວນ 100.000 ອາໃສຢູ່ໃນປ່າເຂດພື້ນທີ່ Northern Territory ເຊິ່ງຢູ່ໃນການຄຸ້ມຄອງພາຍໃຕ້ກົດໝາຍຂອງລັດຖະບານ. ແຕ່ແຂ້ທີ່ມີບັນຫາຈະຖືກຈໍາກັດໂດຍໃຊ້ເປັນອາຫານຂອງສັດປ່າ, ໂດຍທົ່ວໄປແລ້ວເຈົ້າໜ້າທີ່ທະຫານຈະຈັບແຂ້ທີ່ມີບັນຫາຫຼາຍກວ່າ 250 ໂຕໃນແຕ່ລະປີ ເຊິ່ງຈະຖືກຍ້າຍໄປທີ່ສວນແຂ້ ຫຼືຂ້າຖິ້ມ. ໃນປີນີ້ມີການຈັບແຂ້ນໍ້າເຄັມໄດ້ທັງໝົດ 167 ໂຕທີ່ບໍລິເວນ Northern Territory ເຊິ່ງມີການວາງກັບດັກໄວ້ 80 ແຫ່ງໃນຈຸດຍຸດທະສາດຕາມຂໍ້ມູນຂອງລັດຖະບານ. https://fox8.com/news/monster-croc-captured-at-tourist-hot-spot-in-australia/
Read More »ຊຸມນຸມ ສະເຫຼີມສະຫຼອງວັນຊາດ ສສ.ຫວຽດນາມ ຄົບຮອບ 75 ປີ
ຕອນເຊົ້າວັນທີ 02 ກັນຍາ 2020, ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໄດ້ມີພິທີໂຮມຊຸມນຸມສະເຫຼີມສະຫຼອງວັນຊາດ ສສ.ຫວຽດນາມ ຄົບຮອບ 75 ປີ (2.9.1945 – 2.9.2020) ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ມີ ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະ ທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍການນຳພັກ-ລັດ ແລະ ພາກສ່ວນກ່ຽວຂ້ອງລາວ ແລະ ຫວຽດນາມ ເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ກ່າວຄຳປາໄສ ເຊີ່ງສະຫາຍໄດ້ສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ແລະ ເປັນກຽດຢ່າງສູງທີ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດແຫ່ງ ສປປ ລາວ, ແນວລາວສ້າງຊາດ, ອົງການປົກຄອງນະຄອນ ຫຼວງວຽງຈັນ, ສະມາຄົມມິດຕະພາບລາວ-ຫວຽດນາມຂັ້ນສູນກາງ ໄດ້ຈັດຕັ້ງພິທີໂຮມຊຸມນຸມອັນເຄັ່ງຂຶມໃນຄັ້ງນີ້ ເພືື່ອຂໍ່ານັບຮັບຕ້ອນ ແລະ ຊົມເຊີຍ ...
Read More »ການນໍາຂັ້ນສູງແຫ່ງ ສປປ ລາວຮ່ວມ ອວຍພອນການນໍາຂັ້ນສູງ ແຫ່ງ ສສ ຫວຽດນາມ ໂອກາດລະນຶກການປະຕິວັດເດືອນສິງຫາ ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ75ປີ
ເນື່ອງໃນໂອກາດລະນຶກການປະຕິວັດເດືອນສິງຫາ ແລະ ສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ75ປີ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ , ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ຫງວຽນ ຝູ້ ຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ, ສະຫາຍ ນາງ ຫງວຽນ ທິ ກີມ ເງິນ ປະທານສະພາແຫ່ງຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ເຊິ່ງມີເນື້ອໃນວ່າ: ເນື່ອງໃນໂອກາດລະນຶກການປະຕິວັດເດືອນສິງຫາ ...
Read More »ຄະນະນໍາກະຊວງການຕ່າງປະເທດ ເຂົ້າອວຍພອນວັນຊາດ ແລະ ວັນການທູດ ສສ ຫວຽດນາມ ຄົບຮອບ 75 ປີ
ໃນວັນທີ 1 ກັນຍາ 2020 ທີ່ຜ່ານມາ ສະຫາຍ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າອວຍພອນ ສະຫາຍ ຫງວຽນ ບໍາຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ເນື່ອງໃນໂອກາດ ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 75 ປີ (02/09/1945-02/09/2020) ແລະ ວັນການທູດ ສສ ຫວຽດນາມ ຄົບຮອບ 75 ປີ (28/08/1945-28/08/2020). ໃນໂອກາດດັ່ງກ່າວ, ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສະແດງຄວາມຊົມເຊີຍ ວັນສະຖາປະນາ ...
Read More »