ພັດທະນາຕະຫລາດເຊົ້າ ໃຫ້ເປັນສູນການຄ້າທີ່ທັນສະໄໝ…

ຕະຫລາດເຊົ້າ ແມ່ນຕະຫລາດທີ່ເປັນໃຈກາງ, ເປັນທີ່ຮູ້ຈັກຂອງປວງຊົນລາວເຮົາໃນທົ່ວປະເທດ, ເຊິ່ງປັດຈຸບັນ, ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ໃນການຊຸກຍູ້ ແລະ ໃຫ້ມີການພັດທະນາໃຫ້ເປັນສະຖານທີ່ອຳນວຍຄວາມສະດວກ ໃນການຄ້າຂາຍ ແລກປ່ຽນສິນຄ້າ. ມາໃນວັນທີ 28 ສິງຫາ 2020 ນີ້, ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ຜູ້ຊີ້ນຳຄະນະສະເພາະກິດ ຍົກຍ້າຍຊາວຄ້າ-ຂາຍ ໂຄງການພັດທະນາຕະຫລາດເຊົ້າ ໄດ້ພົບປະຊາວຄ້າຂາຍ, ຜູ້ພັດທະນາຕະ ຫລາດເຊົ້າ ກໍຄື ບໍລິສັດ ຮົວຊິນ ພັດທະນາ ຈຳກັດ ແລະ ຊີ້ນຳການຈັດຕັ້ງປະຕິບັດແຜນພັດທານາຕະຫລາດເຊົ້າໃຫ້ເປັນສູນການຄ້າທີ່ທັນສະໄໝ, ທັງນີ້ ກໍເພື່ອເປັນການສ້າງຄວາມເຂົ້າໃຈຕໍ່ທິດທາງການພັດທະນາຂອງນະຄອນຫລວງວຽງຈັນ ໂດຍສະເພາະແມ່ນຕະຫລາດເຊົ້າ ກາຍເປັນສູນການຄ້າທີ່ທັນສະ ໄໝ, ເປັນສູນລວມຂອງການຄ້າຂາຍໃນຮູບແບບທີ່ທັນສະໄໝ ສົມເປັນເມືອງຫລວງຂອງປະເທດ.


ທ່ານ ພູຂົງ ບັນນະວົງ ໄດ້ກ່າວກັບຊາວຄ້າຂາຍ ແລະ ຜູ້ເຂົ້າຮ່ວມໃນພິທີຄັ້ງນີ້ວ່າ: ພວກເຮົາຕ້ອງໄດ້ເຊື່ອໝັ້ນໃນການພັດທະນາ ແລະ ຢັ້ງຢືນຕາມສັນຍາທີ່ນະຄອນຫລວງວຽງຈັນ ໄດ້ເຊັນຮັບຮອງແລ້ວ ໂດຍຂັ້ນຕອນການຄົ້ນຄວ້າແມ່ນ ຜ່ານຂະບວນການຖືກຕ້ອງ ແລະ ມີຄວາມເປັນທຳທີ່ສຸດ, ການພັດທະນາຕະຫລາດເຊົ້າ ແມ່ນໃຫ້ໄປຕາມຮູບແບບແຜນຜັງ ທີ່ລັດຖະບານຮັບຮອງ, ການປຸກສ້າງກໍໃຫ້ຖືກຕ້ອງ ແລະ ສອດຄ່ອງກັບແຜນຜັງການກໍສ້າງ, ທຸກຂັ້ນຕອນການກໍ່ສ້າງແມ່ນໃຫ້ປະຕິບັດໄປຕາມລະບຽບການ. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງມາຍັງຊາວຄ້າຂາຍ ແລະ ບໍລິສັດ ຕ້ອງໄດ້ຮ່ວມມືກັນ ເຮັດໃຫ້ການກໍ່ສ້າງສຳເລັດຕາມເວລາທີ່ໄດ້ກຳນົດໄວ້ ບໍ່ໃຫ້ແກ່ຍາວເວລາໃນການພັດທະນາຄືໄລຍະຜ່ານມາ, ສ່ວນການຕົບແຕ່ງພາຍໃນ ແມ່ນໃຫ້ບໍລິສັດ ແລະ ຊາວຄ້າຂາຍ ສົບທົບກັນເພື່ອຄວາມຈົບງາມ ແລະ ທັນສະໄໝ; ກຳນົດແຜນຍົກຍ້າຍຊ່ວຄ້າຂາຍ ອອກຈາກຕຶກຢູ(U) ມາຢູ່ຕຶກ ມໍ1 ແລະ ມໍ2 ເພື່ອໃຫ້ ການກໍ່ສ້າງໄດ້ດຳເນີນໄປຢ່າງສະດວກ ແລະ ສໍາເລັດຕາມແຜນການທີ່ວາງໄວ້.


ໂອກາດນີ້, ທ່ານ ຊາງ ຊຽງໝິງ ຜູ້ອຳນວຍການບໍລິສັດ ຮົວຊິນ ພັດທະນາ ຈຳກັດ ກໍໄດ້ລາຍງານຄວາມພ້ອມຂອງໂຄງການ ໂດຍທ່ານໄດ້ກ່າວວ່າ: ບໍລິສັດ ຮົວຊິນ ພັດທະນາ ຈຳກັດ ໄດ້ເຊັນສັນຍາສຳປະທານ ໂຄງການພັດທະນາຕະຫລາດເຊົ້າຕຶກ ຢູ(ຕະຫລາດເຊົ້າຕຶກເກົ່າ), ຕຶກ ມໍ1 ແລະ ມໍ2 ໃນວັນທີ 27 ພຶດສະພາ 2020 ຜ່ານມາ ໂດຍມີອາຍຸການສຳປະທານ 40 ປີ, ປັດຈຸບັນ, ບໍລິສັດ ມີບ່ອນຮອງຮັບຊາວຄ້າຂາຍທີ່ມາຈາກຕຶກຢູ ທັງໝົດ 302 ຫ້ອງ, ເຊິ່ງຊາວຄ້າຂາຍ ທີ່ຍ້າຍມາຢູ່ຕຶກ ມໍ1 ແລະ ມໍ2 ແມ່ນຈະໄດ້ຍົກເວັ້ນຄ່າເຊົ່າ ແລະ ຄ່າບໍລິມາດຫ້ອງ ເປັນເວລາ 6 ເດືອນ

ລວມທັງໄລຍະການຍົກຍ້າຍ 3 ເດືອນ ລວມທັງໝົດເປັນ 9 ເດືອນ, ສ່ວນຄ່າໄຟຟ້າແມ່ນໃຫ້ຈ່າຍເອງຕາມການຊົມໃຊ້ຕົວຈິງ ແລະ ຫລັງຈາກໝົດກຳນົດການຍົກເວັ້ນແລ້ວ, ບໍລິສັດຈະເກັບຄ່າເຊົ່າ 50% ຈົນກວ່າຈະມີແຈ້ງການໃຫ້ຂຶ້ນຕຶກ ໃໝ່ຕາມລາຄາເຕັມຂອງແຕ່ລະຊັ້ນຄື: ຊັ້ນໃຕ້ດິນແມ່ນລາຄາ 16 ໂດລາສະຫະລັດຕໍ່ຕາແມັດ, ຊັ້ນ 1 ລາຄາ 20 ໂດລາສະຫະລັດຕໍ່ຕາແມັດ, ຊັ້ນ 2 ລາຄາ 18 ໂດລາສະຫະລັດຕໍ່ຕາແມັດ, ຊັ້ນ 3 ລາຄາ 14 ໂດລາສະຫະລັດຕໍ່ຕາແມັດ, ສ່ວນຄ່າໄຟຟ້າ ແລະ ຄ່າບໍລິມາດ ຊາວຄ້າຂາຍຕ້ອງໄດ້ຈ່າຍລາຄາເຕັມ(ຄ່າບໍລິມາດ ລາຄາ 26.000 ກີບຕໍ່ຕາແມັດ). ຖ້າຫາກຊາວຄ້າຂາຍ ທີ່ມາຈາກຕຶກຢູ ຫາກມີຄວາມສົນໃຈຈະຊື້ຫ້ອງຂາຍຈາກບໍລິສັດ ແມ່ນຈະໄດ້ຮັບສ່ວນຫລຸດ 20% ຂອງມູນຄ່າຫ້ອງ, ເຊິ່ງລາຄາຂາຍແມ່ນ 2.800-5.500 ໂດລາຕໍ່ຕາແມັດ.

ແຫຼ່ງຂໍ້ມູນ: ຂປລ

Comments