ມອບ-ຮັບໜ້າທີ່ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ

ສະມາຄົມມິດຕະພາບລາວ-ຫວຽດນາມ ຂັ້ນສູນກາງ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ວິໄລວົງ ບຸດດາຄຳ, ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງແຂວງຈຳປາສັກ, ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ຂັ້ນສູນກາງ ຜູ້ເກົ່າ ແລະ ສະຫາຍ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຜູ້ໃໝ່ ໃນວັນທີ 28 ສິງຫາ 2020 ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ.


ໂອກາດດັ່ງກ່າວ ສະຫາຍ ວິໄລວົງ ບຸດດາຄຳ ໄດ້ສະຫລຸບຕີລາຄາ ໂດຍຫຍໍ້ການປະຕິບັດ ໜ້າທີ່ວຽກງານຂອງສະມາຄົມມິດຕະພາບ ໃນໄລຍະຜ່ານມາ ເຊິ່ງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍ ມູນເຊື້ອ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຂອງສອງຊາດ ລາວ-ຫວຽດນາມ ໃຫ້ນັບໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ. ພ້ອມນັ້ນ, ສະຫາຍ ຄຳໃບ ດຳລັດ ຍັງໄດ້ສະແດງຄວາມຍິນດີ ທີ່ໄດ້ຮັບຕຳແໜ່ງປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ຜູ້ໃໝ່ ແລະ ໃຫ້ຄຳໝັ້ນໝາຍວ່າ ຈະສືບຕໍ່ປະຕິບັດແຜນການເຄື່ອນໄຫວຂອງສະມາຄົມ ມິດຕະພາບ ລາວ-ຫວຽດນາມ ທີ່ໄດ້ວາງອອກນັ້ນໃຫ້ປະກົດຜົນເປັນຈິງ.

ໃນໂອກາດນີ້, ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ຍ້ອງຍໍ, ຊົມເຊີຍ ຕໍ່ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມຜູ້ເກົ່າ ທີ່ໄດ້ຊີ້ນຳນຳພາການເຄື່ອນໄຫວທີ່ຫ້າວຫັນ, ອຸດົມສົມບູນດ້ວຍການສ້າງກິດຈະກຳຕ່າງໆ ເພື່ອເປັນການສຶກສາອົບຮົມສັ່ງສອນໃຫ້ຊາວໜຸ່ມ, ເຍົາວະຊົນ ຕະຫລອດຮອດປະຊາຊົນ ກໍຄື ຄົນຮຸ່ນໃໝ່ ຂອງສອງປະເທດລາວ ແລະ ຫວຽດນາມໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ສາຍພົວພັນອັນພິເສດ ລະຫວ່າງ ປະຊາຊົນສອງຊາດລາວ ແລະ ຫວຽດນາມ, ເຫັນໄດ້ການເສຍສະຫລະອັນໃຫຍ່ຫລວງຂອງການນຳຮຸ່ນກ່ອນ ຕໍ່ການເສີມຂະຫຍາຍສາຍພົວພັນ ແບບພິເສດອັນບໍລິສຸດຜຸດຜ່ອງ ລະຫວ່າງສອງປະເທດ, ພ້ອມນີ້ ຍັງໄດ້ຊີ້ນຳໃຫ້ ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ຜູ້ໃໝ່ ຈົ່ງໄດ້ສືບຕໍ່ຮ່ວມກັບໝູ່ຄະນະ ເຄື່ອນໄຫວຢ່າງຫ້າວຫັນ ເພື່ອຮ່ວມກັບເພື່ອນຫວຽດນາມ ໃນການປົກປັກຮັກສາ ສາຍພົວພັນທີ່ຫາຍາກ ບໍລິສຸດຜຸດຜ່ອງນີ້ ໃຫ້ນັບມື້ແໜ້ນແຟ້ນຈະເລີນງອກງາມ ແລະ ໝັ້ນຄົງຖະໜົງແກ່ນ ເພື່ອພ້ອມກັນສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ ແລະ ນຳເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນສອງຊາດລາວ-ຫວຽດນາມ.

ແຫຼ່ງຂໍ້ມູນ: https://www.facebook.com/plugins/post.php?

Comments