News

ລາວກຽມຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ຖ້າຜ່ານການປະເມີນຮອບສອງ ໃນປີ 2024…

ໃນຕອນຄ່ຳຂອງວັນທີ 08 ກັນຍາ 2020, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາງໄກຮ່ວມກັບ ຫ້ອງການຜູ້ຕາງໜ້າຂັ້ນສູງຂອງອົງການ ສປຊ (OHRLLS) ທີ່ຮັບຜິດຊອບກຸ່ມບັນດາປະເທດດ້ອຍພັດທະນາ (LDCs) ທີ່ ນິວຢອກ, ສ. ອາເມລິກາ ເພື່ອກຽມຄວາມພ້ອມໃຫ້ແກ່ການປະເມີນ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ, ໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີຜູ້ຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ; ກະຊວງອຸດສາຫະກໍາ ແລະ ການຄ້າ; ກະຊວງສາທາລະນະສຸກ; ກະຊວງສຶກສາທິການທິການ ແລະ ກິລາ; ກະຊວງກະສິກຳ ແລະ ປ່າໄມ້ ພ້ອມຄະ ນະເຂົ້າຮ່ວມທັງໝົດປະມານ 30 ທ່ານ. ກຸ່ມບັນດາປະເທດດ້ອຍພັດທະນາ ໄດ້ຖືກກໍານົດຂື້ນໂດຍອົງການ ສປຊ ໃນປີ 1971, ຊຶ່ງປັດຈຸບັນມີທັງໝົດ 47 ປະເທດລວມທັງ ສປປ ລາວ. ໃນການປະເມີນຂອງອົງ ການ ສປຊ ໃນ ປີ 2018, ເປັນເທື່ອທໍາອິດທີ່ ສປປ ...

Read More »

ຍ້ອງຍໍບຸກຄົນ ແລະ ໜ່ວຍງານດີເດັ່ນໃນການຕ້ານ ໂຄວິດ-19

ສປ ຈີນ ໄດ້ຈັດພິ​ທີ​ຍ້ອງ​ຍໍ​ບຸກ​ຄົນ​ ແລະ​ ໜ່ວຍ​ງານ​ດີ​ເດັ່ນ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ທົ່ວ​ປະ​ເທດ​ ຢູ່​ນະຄອນຫລວງປັກກິ່ງ ໃນວັນທີ 8 ກັນຍາ 2020. ທ່ານ​ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ ໄດ້ໃຫ້​ກຽດ​ປະ​ດັບຫລຽນ​ໄຊ​ ໃຫ້​ແກ່​ຜູ້​ທີ່​ໄດ້​ຮັບຫລຽນ​ໄຊ​ແຫ່ງ​ຊາດ​ ແລະ​ ຜູ້​ທີ່​ໄດ້​ຮັບ​ນາມ​ມະ​ຍົດ​ແຫ່ງ​ຊາດ​ ໃນນັ້ນ ໄດ້ຍ້ອງຍໍບຸກຄົນກ້າວໜ້າ, ໜ່ວຍງານກ້າວໜ້າ, ສະມາຊິກພັກກອມມູນິດຈີນ ຜູ້ດີເດັ່ນລະດັບຊາດ ແລະ​ ການຈັດຕັ້ງພັກຂັ້ນຮາກຖານທີ່ກ້າວໜ້າລະດັບຊາດ ພ້ອມທັງໄດ້ກ່າວ​ຄຳ​ປາ​ໄສ​ສຳ​ຄັນ ໃນພິທີ. ໂອກາດດຽວກັນ ທ່ານ​ ສີ​ຈິ້ນ​ຜິງ​ ພ້ອມ​ດ້ວຍ​ຜູ້​ນຳພັກລັດ​ທ່ານ ອື່ນໆໄດ້​ພົບ​ປະ​ກັບ​ຜູ້​ໄດ້​ຮັບຫລຽນ​ໄຊ​ແຫ່ງ​ຊາດ​ ແລະ​ ຜູ້​ໄດ້​ຮັບ​ນາມ​ມະ​ຍົດ​ແຫ່ງ​ຊາດ, ບຸກ​ຄົນ​ກ້າວ​ໜ້າ, ຜູ້ຕາງໜ້າໜ່ວຍ​ງານ​ກ້າວ​ໜ້າ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ໃນ​ທົ່ວ​ປະ​ເທດ ແລະ​ ຖ່າຍ​ຮູບ​ຮ່ວມ​ກັນ. ແຫຼ່ງຂໍ້ມູນ: CRI

Read More »

ການຜະລິດກຳສິກຳ ຢູ່ ລາວ ຫຼຸດເປົ້າໝາຍ ຍ້ອນ….?

ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຂອງສປປ ລາວ ລາຍງານວ່າ: ການຜະລິດກະສິກໍາຂອງສປປ ລາວ ໃນປີ 2020 ຈະຂະຫຍາຍຕົວ ໃນອັດຕາພຽງ 0,9-1,7% ຊຶ່ງຫລຸດຈາກເປົ້າໝາຍເດີມທີ່ຕັ້ງໄວ້ທີ່ 2.8-3% ເນື່ອງຈາກຫຼາຍປັດໃຈລວມມີ ການແຜ່ລະບາດຂອງເຊື້ອ ໂຄວິດ-19, ການແຜ່ລະບາດຂອງພະຍາດ ແລະ ໄພທໍາມະຊາດ. ຂໍ້ມູນຈາກ ບົດລາຍງານທະນາຄານໂລກ ຊີ້ໃຫ້ຮູ້ວ່າ ການຂະຫຍາຍຕົວຂອງພາກກະສິກໍາ ຈະກັບມາຂະຫຍາຍຕົວຄືນ ໃນໄລຍະໂຄວິດ ແຕ່ຢູ່ໃນລະດັບປານກາງ ເນື່ອງຈະໄດ້ຮັບຜົນກະທົບ ໃນການສົ່ງອອກ ແລະ ຄວາມສ່ຽງຈາກສະພາບອາກາດ ເຖິງແມ່ນວ່າ ລັດຖະບານແຫ່ງ ສປປ ລາວ ໄດ້ມີຄວາມພະຍາຍາມ ໃນການກະຕຸກຊຸກຍູ້ ການຜະລິດທາງດ້ານກະສິກໍາ ເພື່ອການບໍລິໂພກພາຍໃນ ແລະ ເພື່ອສົ່ງອອກຂາຍຕ່າງປະເທດ, ແຕ່ປະລິມານຜົນຜະລິດກະສິກໍາກໍຍັງບໍທັນໄດ້ ຕາມຄາດໜາຍທີ່ກໍານົດ. ຜະລິດຕະຜົນທາງພາກກະສິກໍາ ບາງຈໍານວນ ແມ່ນຍັງສືບຕໍ່ ນໍາເຂົ້າຈາກປະເທດເພື່ອນບ້ານ ເພື່ອຕອບສະໜອງຄວາມຕ້ອງການພາຍໃນ. ສ່ວນອີກສາເຫດໜຶ່ງ ແມ່ນມາຈາກ ພື້ນທີ່ການຜະລິດກະສິກໍາ ຫຼາຍແຫ່ງບໍສາມາດຂະຫຍາຍການຜະລິດໄດ້ ເນື່ອງຈາກຖືກປ່ຽນແທນ ເພື່ອການພັດທະນາ ໂຄງການຕ່າງໆ, ຊຶ່ງຕໍ່ຈາກນີ້ໄປ ແມ່ນຕ້ອງໄດ້ສຸມໃສ່ເຕັກໂນໂລຊີ ທີ່ສາມາດເພີ່ມການຜະລິດໃຫ້ໄດ້ຫຼາຍຂຶ້ນ; ໃນໄລຍະຜ່ານມາ ເຖິງແມ່ນວ່າ ລັດຖະບານໄດ້ເພີ່ມຄວາມພະຍາຍາມ ...

Read More »

ຄວາມຕ້ອງການເລືອດຢູ່ລາວ ສູງກວ່າ ການສະໜອງໃຫ້…

ສູນເລືອດແຫ່ງຊາດ ອົງການກາແດງລາວ ແຈ້ງໃຫ້ຮູ້ວ່າ: ການຈັດກິດຈະກຳບໍລິຈາກເລືອດ ແມ່ນຫຼຸດລົງ ຍ້ອນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ແຕ່ຄວາມຕ້ອງການໃຊ້ເລືອດແມ່ນ ເພີ່ມຂຶ້ນ ແລະສາມາດສະໜອງໄດ້ພຽງແຕ່ 60,000 ຖົງຕໍ່ປີ ຊຶ່ງຖ້າທຽບກັບຄວາມຕ້ອງການແລ້ວແມ່ນມີສູງເຖິງ 80,000 ຖົງຕໍ່ປີ. ທ່ານຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ອົງການກາແດງລາວໄດ້ກ່າວວ່າ: ບໍ່ມີປະເທດໃດທີ່ຈະມີເລືອດພຽງພໍກັບຄວາມຕ້ອງການໃນການປິ່ນປົວຄົນເຈັບ ເພາະວ່າຄວາມຕ້ອງການເລືອດໃນປະເທດໃດໜຶ່ງຈະເທົ່າກັບ 1% ຂອງປະຊາກອນ ໝາຍຄວາມວ່າຖ້າມີປະຊາກອນ 6 ລ້ານຄົນ ຄວາມຕ້ອງການເລືອດ ກໍຈະປະມານ 60,000 ຖົງ ( 1 ຖົງ 350 ຊີຊີ). ສະເພາະຢູ່ ສປປ ລາວ ຄວາມຕ້ອງການໃຊ້ເລືອດກໍມີສູງ ທຽບໃສ່ກັບຄວາມຕ້ອງການຕົວຈິງແມ່ນບໍພຽງພໍ ເຊິ່ງປະຊາກອນລາວໃນປັດເຈຸບັນນີ້ມີຫຼາຍກວ່າ 8 ລ້ານຄົນ ແຕ່ສາມາດຮັບບໍລຈາກເລືອດຈາກສັງຄົມໄດ້ພຽງແຕ່ 60,000 ກວ່າຖົງ ເທົ່ານັ້ນ ຊຶ່ງທາງສູນເລືອດແຫ່ງຊາດກໍໄດ້ມີການສະໜອງເລືອດໃຫ້ເພີ່ມຂຶ້ນ 5,000 ຖົງຕໍ່ປີ ສະເພາະຄວາມຕ້ອງການໃຊ້ເລືອດຫຼາຍຢູ່ລາວແມ່ນຈະໃຊ້ກັບພະຍາດ ປ້າງກິນເລືອດ, ໝາກໄຂ່ຫຼັງຊຸດໂຊມ, ອຸປະຕິເຫດ, ການຜ່າຕັດ ລະໄຂ້ເລືອດອອກ. ທ່ານ ຈັນທະລາ ສຸກສາຄອນ ຍັງໄດ້ກ່າວຕື່ມວ່າ: ໃນວັນທີ ...

Read More »

ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມ ໄອປາ ແບບທາງໄກ

ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ເຂົ້າຮ່ວມກອງປະຊຸມ ສະມັດຊາໃຫ່ຍລັດຖະສະພາ ລະຫວ່າງຊາດອາຊຽນ (ໄອປາ) ຄັ້ງທີ 41 ແບບທາງໄກ ພາຍໃຕ້ຫົວຂໍ້ “ການທູດລັດຖະສະພາເພື່ອອາຊຽນ ທີ່ໜຽວແໜ້ນ ແລະ ຕອບສະໜອງຕໍ່ສະພາບການ” ເຊິ່ງໄດ້ຈັດຂຶ້ນ ລະຫວ່າງວັນທີ 8-10 ກັນຍາ 2020 ທີ່ນະຄອນຫລວງ ຮ່າໂນຍ ສສ. ຫວຽດນາມ ໂດຍການເປັນປະທານຂອງ ທ່ານນາງ ຫງຽວນ ທິ ກິມເງີນ ປະທານໄອປາ, ປະທານສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ. ໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຕີລາຄາສູງ ແລະ ສະໜັບສະໜູນ ຕໍ່ຄໍາຂວັນຂອງກອງປະຊຸມໄອປາ ຄັ້ງທີ 41 ເຊິ່ງເປັນການຜັນຂະຫຍາຍເນື້ອໃນຈິດໃຈ ຂອງກອງປະຊຸມສຸດຍອດຜູ້ນຳອາຊຽນຄັ້ງທີ 36 ທີ່ໃຫ້ຄວາມສຳຄັນແກ່ການຮ່ວມມືທີ່ໃກ້ຊິດກວ່າເກົ່າ ລະຫວ່າງ ສະມາຊິກອາຊຽນ ແລະ ຄູ່ຮ່ວມອາຊຽນ ເພື່ອຮັບມືກັບບັນດາສິ່ງທ້າທາຍ ທີ່ເກີດຂຶ້ນໃນພາກພື້ນ ອາຊຽນ. ...

Read More »

ພັດທະນາການສຶກສາ, ລົບລ້າງຄວາມບໍ່ຮູ້ໜັງສືໃຫ້ນັບມື້ໝົດໄປ…

ວັນທີ 7 ກັນຍາ 2020 ທີ່ກະຊວງ ສຶກສາທິການ ແລະ ກິລາ, ນະຄອນຫລວງວຽງ ຈັນ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ, ລັດຖະມົນຕີກະຊວງສຶກສາ ທິການ ແລະ ກິລາ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ເນື່ອງໃນໂອກາດວັນສາກົນແຫ່ງການຮຽນຮູ້ໜັງສື ຄົບຮອບ 55 ປີ (8.9.1965-8.9.2020), ໂດຍທ່ານໄດ້ຍົກໃຫ້ເຫັນວ່າ: ວັນ ທີ 08 ກັນຍາ ແມ່ນວັນສາກົນແຫ່ງການຮຽນຮູ້ໜັງສື ຊື່ງປີນີ້ໝູນວຽນມາຄົບຮອບ 55 ປີ. ພາບປະກອບເທົ່ານັ້ນ ວັນດັ່ງກ່າວ ແມ່ນວັນທີ່ມີຄວາມໝາຍສຳຄັນຢ່າງຍິ່ງຕໍ່ກັບປະຊາຊາດໃນທົ່ວ ໂລກ ໂດຍສະເພາະແມ່ນຜູ້ດ້ອຍໂອກາດ ພາດໂອກາດທາງການສຶກສາ ຊື່ງຕົ້ນຕໍແມ່ນຄວາມບໍ່ຮູ້ໜັງສື ແລະ ການຮຽນບໍ່ຈົບການສຶກສາຂັ້ນພື້ນຖານ ຊື່ງມັນໄດ້ກາຍເປັນອຸປະສັກຢ່າງໃຫ່ຍຫລວງຕໍ່ກັບການພັດທະນາຄົນ ກໍ່ຄືການພັດທະນາຊັບພະຍາ ກອນມະນຸດ, ພັດທະນາເສດຖະກິດ-ສັງຄົມຂອງຊາດ ຂອງສັງຄົມ ຂອງຕົນ ເອງ ແລະ ຄອບຄົວ. ເພື່ອໃຫ້ຄົນເຮົາມີລະດັບຄວາມຮູ້ຄວາມສາມາດສູງຂື້ນໄປເລື້ອຍໆ. ພາບປະກອບເທົ່ານັ້ນ ກອງປະຊຸມສາກົນລະດັບລັດຖະມົນຕີກະຊວງສຶກສາ ທິການໃນປີ 1965 ທີ່ນະ ຄອນຫຼວງ ເຕເຮລານ ປະເທດ ...

Read More »

ກວດສອບດ່ວນ! ລ້ອມຮົ້ວເອົາເສັ້ນທາງ ເພື່ອມາເປັນທີ່ດິນຂອງຕົນເອງ

ຖືກແລ້ວບໍ່? ລ້ອມຮົ້ວເອົາຫົນທາງ ປະຊາຊົນເດືອດຮ້ອນໝົດບ້ານຈາກກໍລະນີທີ່ຜູ້ໃຊ້ເຟສບຸກ Boumbim Sbt ໄດ້ໂພສວິດີໂອ ແລະ ຮູບພາບ ພ້ອມກັບຂໍ້ຄວາມ ທີ່ສາມາດສະຫຼຸບໄດ້ວ່າ: ຄົນເຮົາຢາກໄດ້ດິນລັດມາເປັນຂອງຕົນເອງ ມາລ້ອມຮົ້ວເອົາໂດຍພາລະການ ສ້າງຄວາມເດືອດຮ້ອນໃຫ້ຄົນອື່ນເຊິ່ງເຫດການນີ້ ເກີດຂຶ້ນທີ່ ບ້ານ ໜອງໄຮໂຄກ ເມືອງໂພນທອງ ແຂວງ ຈໍາປາສັກປະຊາຊົນວອນໃຫ້ພາກສ່ວນທີ່ກ່ຽວຂ້ອງເຂົ້າກວດສອບດ່ວນ, ເນື່ອງຈາກການກະທໍາດັ່ງກ່າວໄດ້ສ້າງຄວາມເດືອດຮ້ອນໃຫ້ປະຊາຊົນທີ່ຊົມໃຊ້ຖະໜົນເສັ້ນດັ່ງກ່າວ ວີດີໂອ https://www.facebook.com/groups/1038935139451300/permalink/3513592931985496/

Read More »

ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ຕີລາຄາຄືນວຽກງານ ປະຈຳປີ 2020…

ໃນວາລະກອງປະຊຸມປະຈຳປີ 2020 ຂອງ ສທຍ ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງໄດ້ກ່າວວ່າ: ຄະນະສະມາຄົມນັກທຸລະກິດແມ່ຍິງ (ສທຍ) ໄດ້ເຕົ້າໂຮມຄວາມສາມັກຄີພາຍໃນ ແລະ ພາຍນອກ ຈັດຕັ້ງປະຕິບັດແນວທາງດ້ານເສດຖະກິດ-ສັງຄົມ ໂດຍສະເພາະການປ່ຽນແປງໃໝ່ຂອງລັດຖະບານ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ. ໃນນີ້ ດ້ານການເຄື່ອນໄຫວທຸລະກິດຂອງພວກເຮົາໃນ 8 ເດືອນ ໃນປີ 2020 ຜ່ານມາ ໄດ້ກະກຽມສໍາລັບງານເທດສະການອາຫານລາວ ປະກອບມີ 190 ບູດທີ່ຈະຈັດຂຶ້ນໃນ ເດືອນ ຕຸລາ ໄດ້ສຳເລັດ. ຜົນງານການເຄື່ອນໄຫວໄລຍະຜ່ານມາ ສາມາດຄັດເລືອກສະມາຊິກດີເດັ່ນ 1 ທ່ານ ເຂົ້າຮັບລາງວັນ Women of impact ລະດັບອາຊຽນໄດ້ສໍາເລັດ ແລະ ສໍາເລັດການຄັດເລືອກສະມາຊິກດີເດັ່ນ 5 ປີ (2015-2020) ໄດ້ຈຳນວນ 78 ທ່ານ ພ້ອມນັ້ນ ຍັງໄດ້ແຕ່ງບົດເພງ 2 ບົດເພງທີ່ມີເນື້ອໃນສັນລະເສີນສະມາຄົມນັກທຸລະກິດແມ່ຍິງ, ອະນຸລັກສົ່ງເສີມຮີດຄອງປະເພນີ ແລະ ວັດທະນະທຳລາວ ທີ່ເປັນໃບໜ້າອັນໃໝ່ຂອງສະມາຄົມພວກເຮົາໄດ້ສຳເລັດ. ນອກນັ້ນ, ...

Read More »

ປະຊາຊົນບໍ່ເຫັນດີ ໃນການທຸບຕຶກເກົ່າ ຕະຫຼາດເຊົ້າ

ໃນວັນທີ 07/09/2020 ນີ້ວ່າ ປະຊາຊົນລາວສ່ວນຫຼາຍແມ່ນໄດ້ເວົ້າເປັນຫາງສຽງດຽວກັນ ແລະ ມີຄໍາຖາມດຽວກັນວ່າ: ບໍ່ເຫັນດີທີ່ຈະທຸບຕຶກເກົ່າຕະຫຼາດເຊົ້າ ມໍ 1 ແລະ ມໍ 2 ເພື່ອພັດທະນາໃໝ່ ແລະ ເປັນຫຍັງລັດຖະບານຄືບໍ່ຮັກສາຕຶກໄວ້ໃຫ້ເປັນມໍລະດົກຂອງຊາດ ເພາະຕຶກເກົ່າຕະຫຼາດເຊົ້ານີ້ ຖືວ່າເປັນຕຶກເກົ່າແກ່ຄູ່ ບ້ານຄູ່ ເມືອງວຽງຈັນມາຫຼາຍສະຕະວັດແລ້ວ. ລັດຖະບານໄດ້ອະນຸຍາດໃຫ້ນັກລົງທຶນຈີນເມື່ອບໍ່ດົນມານີ້ ເພື່ອສຳປະທານຕຶກຕະຫຼາດເຊົ້າດັ່ງກ່າວ ໂດຍແມ່ນ ບໍລິສັດ ຮົ່ວຊິນ ພັດທະນາ ຈໍາກັດ ຊຶ່ງມີອາຍຸສໍາປະທານ 40 ປີ ເພື່ອພັດທະນາໃຫ້ເປັນຕຶກ ຫຼື ຕະຫຼາດທີ່ທັນສະ ໄໝປັດຈຸບັນນີ້ທາງບໍລິສັດກໍາລັງກຽມຍົກຍ້າຍຊາວຄ້າຂາຍຕ່າງໆ ອອກຈາກຕຶກດັ່ງກ່າວໂດຍຈະໃຫ້ເວລາ 3 ເດືອນໃຫ້ຍົກຍ້າຍອອກໝົດ ຊຶ່ງທາງບໍລິສັດມີສະຖານທີ່ໄວ້ຮອງຮັບໄວ້ແລ້ວລວມມີ 302. ທີ່ມາ: ວຽງຈັນທາຍhttps://www.vientianetimeslao.la/123ປະຊາຊົນບໍ່ເຫັນດີທີ່ຈະ/

Read More »

ຫາລືແຜນຈັດສັນ ແລະ ແກ້ໄຂການຄ້າ-ຂາຍຊະຊາຍ ໃນນະຄອນຫຼວງ

ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື​ແຜນ​ຈັດ​ສັນ ແລະ ແກ້​ໄຂ​ການ​ຄ້າ-ການ​ຂາຍ­ເຄື່ອງ​ຊະ­ຊາຍ​ທີ່​ບໍ່​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໃນ​ເຂດ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຈັດ​ຂຶ້ນ​ວັນ​ທີ 3 ສິງ­ຫາ 2020 ທີ່​ພະ​ແນກ​ດັ່ງ­ກ່າວ ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ອາດ​ສະ­ພັງ​ທອງ ສີ​ພັນ​ດອນ ຮອງ​ເຈົ້າ​ຄອງ ນວ ພ້ອມ​ດ້ວຍ​ຕາງ­ໜ້າ​ຈາກ​ພະ­ແນກ­ການ​ກ່ຽວ­ຂ້ອງ ແລະ ຫ້ອງ­ການ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ 9 ຕົວ​ເມືອງ. ພາບ​ປະ​ກອບ​ເທົ່າ​ນັ້ນ ທ່ານ ນັນ​ຕາ ສາ­ນຸ​ວົງ ຮອງ​ຫົວ­ໜ້າ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ນວ ໄດ້​ຂຶ້ນ​ລາຍ​ງານ​ຫຍໍ້ ແຜນ​ຈັດ​ສັນ ແລະ ແກ້​ໄຂ​ການ​ຄ້າ-ຂາຍ­ເຄື່ອງ​ຊະ­ຊາຍ​ທີ່​ບໍ່​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ວ່າ: ເພື່ອ​ແກ້​ໄຂ​ປາ­ກົດ­ການ​ຫຍໍ້­ທໍ້​ທີ່​ພົ້ນ​ເດັ່ນ​ໃນ​ສັງ­ຄົມ​ໃຫ້​ມີ​ປະ​ສິດ­ທິ​ຜົນ ຮັບ­ປະ­ກັນ​ການ​ພັດ­ທະ­ນາ​ລະ­ບົບ​ໂຄງ​ລ່າງ​ພື້ນ­ຖານ​ດ້ານ​ເສດ­ຖະ­ກິດ-ສັງ­ຄົມ ແນ­ໃສ່​ສ້າງ ນວ ໃຫ້​ກາຍ­ເປັນ​ຕົວ​ເມືອງ​ທີ່​ສະ­ອາດ ສີ­ວິ­ໄລ ແລະ ທັນ​ສະ­ໄໝ ພາບ​ປະ​ກອບ​ເທົ່າ​ນັ້ນ ສົມ​ກັບ​ເປັນ​ນະ­ຄອນ­ຫຼວງ​ຂອງ​ປະ­ເທດ ໂດຍ​ມີ​ເປົ້າ​ໝາຍ​ເລັ່ງ​ໃສ່​ບັນ­ດາ​ຕະ­ຫຼາດ​ທີ່​ຕັ້ງ​ຢູ່​ໃຈ­ກາງ​ເມືອງ ມີ​ຊຸມ​ຊົນ​ແໜ້ນ­ໜາ ຕິດ​ພັນ​ກັບ​ການ​ສັນ­ຈອນ​ຖະ­ໜົນ​ສາຍ​ຫຼັກ ແຕ່​ລະ​ຕະ­ຫຼາດ​ມີ​ຈຸດ​ພິ­ເສດ​ແຕກ​ຕ່າງ​ກັນ ແລະ ມີ​ຄວາມ​ຈຳ­ເປັນ​ໃນ​ການ​ປັບ­ປຸງ​ໃນ​ການ​ປັບ­ປຸງ​ແກ້​ໄຂ​ໃຫ້​ເຂົ້າ​ສູ່​ລະ­ບຽບ​ເຊັ່ນ: ຕະ­ຫຼາດ​ຂົວ​ດິນ ຕະ­ຫຼາດ​ທົ່ງ​ຂັນ​ຄຳ​ພາກ​ເຊົ້າ 1 ແລະ ພາກ​ເຊົ້າ 2 ຕະ­ຫຼາດ​ໂພນ​ຕ້ອງ​ສະ­ຫວ່າງ ຕະ­ຫຼາດ​ຫ້ວຍ​ຫົງ ຕະ­ຫຼາດ​ໂນນ​ຄໍ້ ຕະ­ຫຼາດ​ດອນ​ໜູນ ແລະ ...

Read More »