ປະຊາຊົນບໍ່ເຫັນດີ ໃນການທຸບຕຶກເກົ່າ ຕະຫຼາດເຊົ້າ

ໃນວັນທີ 07/09/2020 ນີ້ວ່າ ປະຊາຊົນລາວສ່ວນຫຼາຍແມ່ນໄດ້ເວົ້າເປັນຫາງສຽງດຽວກັນ ແລະ ມີຄໍາຖາມດຽວກັນວ່າ: ບໍ່ເຫັນດີທີ່ຈະທຸບຕຶກເກົ່າຕະຫຼາດເຊົ້າ ມໍ 1 ແລະ ມໍ 2 ເພື່ອພັດທະນາໃໝ່ ແລະ ເປັນຫຍັງລັດຖະບານຄືບໍ່ຮັກສາຕຶກໄວ້ໃຫ້ເປັນມໍລະດົກຂອງຊາດ ເພາະຕຶກເກົ່າຕະຫຼາດເຊົ້ານີ້ ຖືວ່າເປັນຕຶກເກົ່າແກ່ຄູ່ ບ້ານຄູ່ ເມືອງວຽງຈັນມາຫຼາຍສະຕະວັດແລ້ວ.

Morning Market (Talat Sao) in Vientiane - Shopping in Vientiane, Laos -  Justgola

ລັດຖະບານໄດ້ອະນຸຍາດໃຫ້ນັກລົງທຶນຈີນເມື່ອບໍ່ດົນມານີ້ ເພື່ອສຳປະທານຕຶກຕະຫຼາດເຊົ້າດັ່ງກ່າວ ໂດຍແມ່ນ ບໍລິສັດ ຮົ່ວຊິນ ພັດທະນາ ຈໍາກັດ ຊຶ່ງມີອາຍຸສໍາປະທານ 40 ປີ ເພື່ອພັດທະນາໃຫ້ເປັນຕຶກ ຫຼື ຕະຫຼາດທີ່ທັນສະ ໄໝປັດຈຸບັນນີ້ທາງບໍລິສັດກໍາລັງກຽມຍົກຍ້າຍຊາວຄ້າຂາຍຕ່າງໆ ອອກຈາກຕຶກດັ່ງກ່າວໂດຍຈະໃຫ້ເວລາ 3 ເດືອນໃຫ້ຍົກຍ້າຍອອກໝົດ ຊຶ່ງທາງບໍລິສັດມີສະຖານທີ່ໄວ້ຮອງຮັບໄວ້ແລ້ວລວມມີ 302.

ທີ່ມາ: ວຽງຈັນທາຍhttps://www.vientianetimeslao.la/123ປະຊາຊົນບໍ່ເຫັນດີທີ່ຈະ/

Comments