ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ຕີລາຄາຄືນວຽກງານ ປະຈຳປີ 2020…

ໃນວາລະກອງປະຊຸມປະຈຳປີ 2020 ຂອງ ສທຍ ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງໄດ້ກ່າວວ່າ:

ຄະນະສະມາຄົມນັກທຸລະກິດແມ່ຍິງ (ສທຍ) ໄດ້ເຕົ້າໂຮມຄວາມສາມັກຄີພາຍໃນ ແລະ ພາຍນອກ ຈັດຕັ້ງປະຕິບັດແນວທາງດ້ານເສດຖະກິດ-ສັງຄົມ ໂດຍສະເພາະການປ່ຽນແປງໃໝ່ຂອງລັດຖະບານ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ. ໃນນີ້ ດ້ານການເຄື່ອນໄຫວທຸລະກິດຂອງພວກເຮົາໃນ 8 ເດືອນ ໃນປີ 2020 ຜ່ານມາ ໄດ້ກະກຽມສໍາລັບງານເທດສະການອາຫານລາວ ປະກອບມີ 190 ບູດທີ່ຈະຈັດຂຶ້ນໃນ ເດືອນ ຕຸລາ ໄດ້ສຳເລັດ.

ຜົນງານການເຄື່ອນໄຫວໄລຍະຜ່ານມາ ສາມາດຄັດເລືອກສະມາຊິກດີເດັ່ນ 1 ທ່ານ ເຂົ້າຮັບລາງວັນ Women of impact ລະດັບອາຊຽນໄດ້ສໍາເລັດ ແລະ ສໍາເລັດການຄັດເລືອກສະມາຊິກດີເດັ່ນ 5 ປີ (2015-2020) ໄດ້ຈຳນວນ 78 ທ່ານ ພ້ອມນັ້ນ ຍັງໄດ້ແຕ່ງບົດເພງ 2 ບົດເພງທີ່ມີເນື້ອໃນສັນລະເສີນສະມາຄົມນັກທຸລະກິດແມ່ຍິງ, ອະນຸລັກສົ່ງເສີມຮີດຄອງປະເພນີ ແລະ ວັດທະນະທຳລາວ ທີ່ເປັນໃບໜ້າອັນໃໝ່ຂອງສະມາຄົມພວກເຮົາໄດ້ສຳເລັດ. ນອກນັ້ນ, ຍັງໄດ້ຈັດຕັ້ງປະຕິບັດກິດຈະກຳຮ່ວມກັບສາກົນ ເພື່ອຊ່ວຍເຫຼືອ LISG ລະດົມທຶນ ແລະ ພິມສະຫຼາກຂາຍເພື່ອລະດົມທຶນໄປຊ່ວຍເຫຼືອຄົນເຈັບທີ່ຖືກໄຟໄໝ້, ນ້ຳຮ້ອນລວກ  ແລະ ຄົນເຈັບອານາຖາທີ່ມາປິ່ນປົວຢູ່ໂຮງໝໍມະໂຫສົດ,

ພ້ອມທັງລົງເກັບກຳຂໍ້ມູນ ແລະ ເຜີຍແຜ່ວິທີແກ້ໄຂເບື້ອງຕົ້ນໃນການປ້ອງກັນບໍ່ໃຫ້ຖືກໄຟໄໝ້ – ນ້ຳຮ້ອນລວກ ຢູ່ 2 ບ້ານ, ເມືອງ ໄກສອນ, ແຂວງສະຫວັນນະເຂດ, ໄດ້ຊ່ວຍເຫຼືອສະມາຊິກນັກທຸລະກິດແມ່ຍິງເຂົ້າຮ່ວມງານສຳມະນາໃນຫົວຂໍ້: “ການເຂົ້າຫາແຫຼ່ງທຶນ SME ດອກເບ້ຍຕໍ່າຂອງລັດຖະບານຜ່ານທາງທະນາຄານ ມາຣູຮານ  ໃນໄລຍະໄດ້ຮັບຜົນກະທົບຈາກ ໂຄວິດ-19 ຈໍານວນ 16 ທ່ານ”

ແລະ ໄດ້ຮັບອະນຸມັດໂຄງການຈາກຫົວໜ້າຫ້ອງການຄຸ້ມຄອງທາດຫຼວງ ແລະສະໜາມຫຼວງ ເພື່ອຈັດກິດຈະກຳຕະຫຼາດນັດໃຫ້ທຸລະກິດຂະໜາດນ້ອຍຂອງແມ່ຍິງໄດ້ຈຳໜ່າຍສິນຄ້າຫັດຖະກຳ ແລະ ຜະລິດຕະພັນ ODOP ຂອງລາວ ເຊິ່ງທັງ 2 ໂຄງການນີ້ ປັດຈຸບັນກຳລັງກະກຽມການຈັດຕັ້ງປະຕິບັດຕົວຈິງ, ນອກນັ້ນ, ຍັງໄດ້ເຊັນສັນຍາຮ່ວມກັບ ທາດຫຼວງພຣາຊ່າ ເພື່ອເປັນສູນຈຳໜ່າຍສິນຄ້າ ແລະ ຜະລິດຕະພັນແບຣນລາວໃນຕໍ່ໜ້າ.

This image has an empty alt attribute; its file name is image-9.png

ໂອກາດດຽວກັນນີ້ ກອງປະຊຸມຍັງໄດ້ຕ້ອນຮັບສະມາຊິກໃໝ່ຂອງ ສທຍ ຈຳນວນ 9 ທ່ານ ພ້ອມທັງມອບບັດສະມາຊິກອີກຕື່ມ. ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 5 ກັນຍາ 2020 ທີ່ ຕຶກ KC ນະຄອນຫລວງວຽງຈັນ.

Comments