ຄວາມຕ້ອງການເລືອດຢູ່ລາວ ສູງກວ່າ ການສະໜອງໃຫ້…

ສູນເລືອດແຫ່ງຊາດ ອົງການກາແດງລາວ ແຈ້ງໃຫ້ຮູ້ວ່າ: ການຈັດກິດຈະກຳບໍລິຈາກເລືອດ ແມ່ນຫຼຸດລົງ ຍ້ອນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ແຕ່ຄວາມຕ້ອງການໃຊ້ເລືອດແມ່ນ ເພີ່ມຂຶ້ນ ແລະສາມາດສະໜອງໄດ້ພຽງແຕ່ 60,000 ຖົງຕໍ່ປີ ຊຶ່ງຖ້າທຽບກັບຄວາມຕ້ອງການແລ້ວແມ່ນມີສູງເຖິງ 80,000 ຖົງຕໍ່ປີ.

ງານບໍລິຈາກເລືອດຕ້ອນຮັບວັນຊາດທີ 2 ທັນວາຄົບຮອບ 44 ປີ ທີ່ສຸນການຄ້າໄອເຕັກມໍ  ຊັ້ນ 6. ⋆ ສູນການຄ້າ ໄອເຕັກມໍ - ITECC Mall

ທ່ານຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ອົງການກາແດງລາວໄດ້ກ່າວວ່າ: ບໍ່ມີປະເທດໃດທີ່ຈະມີເລືອດພຽງພໍກັບຄວາມຕ້ອງການໃນການປິ່ນປົວຄົນເຈັບ ເພາະວ່າຄວາມຕ້ອງການເລືອດໃນປະເທດໃດໜຶ່ງຈະເທົ່າກັບ 1% ຂອງປະຊາກອນ ໝາຍຄວາມວ່າຖ້າມີປະຊາກອນ 6 ລ້ານຄົນ ຄວາມຕ້ອງການເລືອດ ກໍຈະປະມານ 60,000 ຖົງ ( 1 ຖົງ 350 ຊີຊີ). ສະເພາະຢູ່ ສປປ ລາວ ຄວາມຕ້ອງການໃຊ້ເລືອດກໍມີສູງ ທຽບໃສ່ກັບຄວາມຕ້ອງການຕົວຈິງແມ່ນບໍພຽງພໍ ເຊິ່ງປະຊາກອນລາວໃນປັດເຈຸບັນນີ້ມີຫຼາຍກວ່າ 8 ລ້ານຄົນ ແຕ່ສາມາດຮັບບໍລຈາກເລືອດຈາກສັງຄົມໄດ້ພຽງແຕ່ 60,000 ກວ່າຖົງ ເທົ່ານັ້ນ ຊຶ່ງທາງສູນເລືອດແຫ່ງຊາດກໍໄດ້ມີການສະໜອງເລືອດໃຫ້ເພີ່ມຂຶ້ນ 5,000 ຖົງຕໍ່ປີ ສະເພາະຄວາມຕ້ອງການໃຊ້ເລືອດຫຼາຍຢູ່ລາວແມ່ນຈະໃຊ້ກັບພະຍາດ ປ້າງກິນເລືອດ, ໝາກໄຂ່ຫຼັງຊຸດໂຊມ, ອຸປະຕິເຫດ, ການຜ່າຕັດ ລະໄຂ້ເລືອດອອກ.

ສູນເລືອດແຫ່ງຊາດ ຊວນປະຊາຊົນບໍລິຈາກເລືອດ ເນື່ອງຈາກອອກເຄື່ອນໄຫວບໍ່ໄດ້  ຍ້ອນຖືກຜົນກະທົບຂອງໂຄວິດ-19

ທ່ານ ຈັນທະລາ ສຸກສາຄອນ ຍັງໄດ້ກ່າວຕື່ມວ່າ: ໃນວັນທີ 18 ກັນຍານີ້, ສູນເລືອດແຫ່ງຊາດກໍ່ຈະເຮັດກິດຈະກຳບໍລິຈາກເລືອດຢູ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ, ສ່ວນຫຼາຍແມ່ນຮັບບໍລິຈາກເລືອດຈາກພະນັກງານ, ທະຫານ-ຕຳຫຼວດ, ອ້າຍນ້ອງກຳມະກອນ, ນັກຮຽນ-ນັກສຶກສາ ແລະຈາກສະຖານທູດ ແລະນັກທ່ອງທ່ຽວ ຊຶ່ງມີການຈັດກິດຈະກຳບໍລິຈາກເລືອດຢູ່ຕາມສຳນັກງານ, ອົງການ ແລະໂຮງຮຽນຕ່າງໆເປັນປະຈຳ. ການໃຊ້ເລືອດຢູ່ລາວເພີ່ມຂຶ້ນໃນແຕ່ລະປີ ຍ້ອນວ່າ ຢູ່ບັນດາໂຮງໝໍຕ່າງໆຢູ່ລາວມີການຜ່າຕັດຫຼາຍຂຶ້ນ, ປະຊາຊົນ ແລະຈຳນວນຄົນເຈັບກໍເພີ່ມຂຶ້ນ.

ແຫຼ່ງຂໍ້ມູນ: ວຽງຈັນທາຍ

Comments