ລາວກຽມຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ຖ້າຜ່ານການປະເມີນຮອບສອງ ໃນປີ 2024…

ໃນຕອນຄ່ຳຂອງວັນທີ 08 ກັນຍາ 2020, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາງໄກຮ່ວມກັບ ຫ້ອງການຜູ້ຕາງໜ້າຂັ້ນສູງຂອງອົງການ ສປຊ (OHRLLS) ທີ່ຮັບຜິດຊອບກຸ່ມບັນດາປະເທດດ້ອຍພັດທະນາ (LDCs) ທີ່ ນິວຢອກ, ສ. ອາເມລິກາ ເພື່ອກຽມຄວາມພ້ອມໃຫ້ແກ່ການປະເມີນ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ, ໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີຜູ້ຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ; ກະຊວງອຸດສາຫະກໍາ ແລະ ການຄ້າ; ກະຊວງສາທາລະນະສຸກ; ກະຊວງສຶກສາທິການທິການ ແລະ ກິລາ; ກະຊວງກະສິກຳ ແລະ ປ່າໄມ້ ພ້ອມຄະ ນະເຂົ້າຮ່ວມທັງໝົດປະມານ 30 ທ່ານ. ກຸ່ມບັນດາປະເທດດ້ອຍພັດທະນາ ໄດ້ຖືກກໍານົດຂື້ນໂດຍອົງການ ສປຊ ໃນປີ 1971,

ຊຶ່ງປັດຈຸບັນມີທັງໝົດ 47 ປະເທດລວມທັງ ສປປ ລາວ. ໃນການປະເມີນຂອງອົງ ການ ສປຊ ໃນ ປີ 2018, ເປັນເທື່ອທໍາອິດທີ່ ສປປ ລາວ ສາມາດບັນລຸ 2 ໃນ 3 ມາດຕາເກນຂອງ ສປຊ ໃນການຫລຸດພົ້ນອອກຈາກສະຖານະພາບ LDCs, ຊຶ່ງໃນຄັ້ງນັ້ນ ອົງການ ສປຊ ໄດ້ປະເມີນດັດສະນີລາຍໄດ້ແຫ່ງຊາດສະ ເລ່ຍຕໍ່ຫົວຄົນ (GNI) ຂອງ ສປປ ລາວ ສາມາດບັນລຸໄດ້ 1,996 ໂດລາ/ຄົນ (ມາດຕາເກນຕໍ່າສຸດ 1,230 ໂດລາ/ຄົນ); ດັດຊະນີຊັບສິນມະນຸດ (HAI) ຢູ່ໃນລະດັບ 77.2 ຄະແນນ (ມາດຕາເກນຕໍ່າສຸດ 66). ມີພຽງດັດຊະນີຄວາມບອບບາງທາງດ້ານເສດຖະກິດ (EVI) ທີ່ຍັງບໍ່ທັນບັນລຸ, ສປປ ລາວ ຢູ່ໃນລະດັບ 33.7, ຊຶ່ງມາດຕາເກນ ສປຊ ຕ້ອງຢູ່ໃນລະດັບ 32 ຫຼື ຕໍ່ກວ່າ. ເຖິງຢ່າງໃດກໍ່ຕາມໃນການປະເມີນຮອບວຽນທີ 2 ຂອງອົງການ ສປຊ ໃນປີ 2021, ຖ້າຫາກ ສປປ ລາວ ຍັງສາມາດບັນລຸໄດ້ 2 ໃນ 3 ມາດຕາເກນດັ່ງກ່າວ ຫຼື ບັນລຸເງື່ອນໄຂທັງໝົດ, ສປປ ລາວ ກໍ່ຈະຖືກສະເໜີໃຫ້ອອກຈາກບັນຊີປະເທດດ້ອຍພັດທະນາໄດ້ພາຍໃນປີ 2024. ໂດຍສືບຕໍ່ການປະເມີນຂອງອົງການ ສປຊ ຄັ້ງຜ່ານມາ ແລະ ເພື່ອກະກຽມຄວາມພ້ອມໃຫ້ແກ່ການປະເມີນໃນຮອບທີ 2 ເຊິງຈະມີຂຶ້ນໃນຕົ້ນປີ 2021,

ກອງປະຊຸມຄັ້ງນີ້ຈຶ່ງເປັນໂອກາດສຳຄັນເພື່ອປຶກສາຫາລືກ່ຽວກັບການກະ ກຽມຄວາມພ້ອມ ແລະ ຊອກຮູ້ສິ່ງທ້າທາຍໃນກໍລະນີທີ່ ສປປ ລາວ ສາມາດບັນລຸເງື່ອນໄຂຫຼຸດພົ້ນອອກຈາກສະ ຖານະພາບ ດ້ອຍພັດທະນາ ແລະ ເພື່ອກຳນົດທິດທາງ, ສ້າງແຜນການຮ່ວມມືກັບອົງການ ສປຊ ໂດຍສະເພາະແມ່ນການສ້າງຍຸດທະສາດໄລຍະຂ້າມຜ່ານ ແລະ ພາຍຫຼັງຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວ. ຊຶ່ງຍຸດທະສາດດັ່ງກ່າວແມ່ນເພື່ອຮັບໃຊ້ໃນການລະດົມຂົນຂວາຍການຊ່ວຍເຫຼືອຈາກຄູ່ຮ່ວມພັດທະນາທັງໃນພາກພື້ນ ແລະ ສາກົນ ເພື່ອສືບຕໍ່ໃຫ້ການຮ່ວມມືຊ່ວຍເຫຼືອ ສປປ ລາວ ແນ່ໃສ່ຮັບປະກັນໃຫ້ ສປປ ລາວ ສາມາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໄດ້ຢ່າງໂລ່ງ ລ່ຽນ ແລະ ຍືນຍົງ, ສອດຄ່ອງກັບບັນດາບຸລິມະສິດການພັດທະນາແຫ່ງຊາດ, ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງອົງການ ສປຊ ຕາມທິດຍືນຍົງ ແລະ ສີຂຽວ. ໃນກອງປະຊຸມດັ່ງກ່າວ,

ທ່ານ ທອງຜ່ານ ສະຫວັນເພັດ ໄດ້ກ່າວເນັ້ນໜັກເຖິງຄວາມໝາຍໝັ້ນຂອງພັກ ແລະ ລັດ ຖະບານເຮົາໃນການນຳເອົາ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ ໂດຍໄດ້ກຳນົດແນວທາງ ແລະ ນະໂຍບາຍຢ່າງຈະແຈ້ງ ຊຶ່ງໄດ້ຜັນຂະຫຍາຍເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020), ຕະຫຼອດໄລຍະການຈັດຕັ້ງແຜນດັ່ງກ່າວສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ເປັນຕົ້ນການເຕີບໂຕທາງດ້ານເສດຖະກິດລາວຢູ່ໃນລະດັບ 6-7% ຕໍ່ປີ ແລະ ອັດຕາຄວາມທຸກຍາກຂອງປະຊາຊົນ ໄດ້ຫຼຸດລົງຈາກ 46% ໃນປີ 1992 ມາຢູ່ໃນລະດັບ 18% ໃນປັດຈຸບັນ.

ຄຽງຄູ່ກັບຜົນສໍາເລັດດັ່ງກ່າວ, ກໍ່ຍັງມີຫຼາຍບັນຫາ ແລະ ສິ່ງທ້າທາຍ ສໍາລັບ ສປປ ລາວ ໂດຍສະເພາະຜົນກະທົບຈາກການລະບາດຂອງເຊື້ອພະຍາດ ໂຄວິດ-19 ຊຶ່ງໄດ້ສ້າງຜົນກະທົບອັນໜັກໜ່ວງໃນການພັດທະນາເສດຖະກິດ-ສັງ ຄົມຂອງລາວເຮົາໃນປັດຈຸບັນ ເຮັດໃຫ້ອັດຕາການຂະຫຍາຍຕົວຂອງເສດຖະກິດໄດ້ຫົດຕົວລົງ ຖ້າທຽບໃສ່ແຜນການ. ກອງປະຊຸມໃນຄັ້ງນີ້ໄດ້ດໍາເນີນໄປດ້ວຍຜົນສໍາເລັດອັນຈົບງາມ ແລະ ໄດ້ຕາມຈຸດປະສົງລະດັບຄາດໝາຍ ໂດຍສາມາດກຳນົດທິດທາງພື້ນຖານການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ ສປຊ ໃນຕໍ່ໍ່ໜ້າໃນການຮັບມື ແລະ ຜ່ານຜ່າກັບສິ່ງທ້າທາຍຕ່າງໆໃນໄລຍະຂ້າມຜ່ານ ແລະ ພາຍຫຼັງຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ.

ແຫຼ່ງຂໍ້ມູນ: ວິທະຍຸແຫ່ງຊາດ

Cr: ກົມການຂ່າວ, ກະຊວງການຕ່າງປະເທດ

Comments