ສປ ຈີນ ໄດ້ຈັດພິທີຍ້ອງຍໍບຸກຄົນ ແລະ ໜ່ວຍງານດີເດັ່ນໃນການຕ້ານກັບພະຍາດໂຄວິດ-19 ທົ່ວປະເທດ ຢູ່ນະຄອນຫລວງປັກກິ່ງ ໃນວັນທີ 8 ກັນຍາ 2020.

ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ໃຫ້ກຽດປະດັບຫລຽນໄຊ ໃຫ້ແກ່ຜູ້ທີ່ໄດ້ຮັບຫລຽນໄຊແຫ່ງຊາດ ແລະ ຜູ້ທີ່ໄດ້ຮັບນາມມະຍົດແຫ່ງຊາດ

ໃນນັ້ນ ໄດ້ຍ້ອງຍໍບຸກຄົນກ້າວໜ້າ, ໜ່ວຍງານກ້າວໜ້າ, ສະມາຊິກພັກກອມມູນິດຈີນ ຜູ້ດີເດັ່ນລະດັບຊາດ ແລະ ການຈັດຕັ້ງພັກຂັ້ນຮາກຖານທີ່ກ້າວໜ້າລະດັບຊາດ ພ້ອມທັງໄດ້ກ່າວຄຳປາໄສສຳຄັນ ໃນພິທີ. ໂອກາດດຽວກັນ ທ່ານ ສີຈິ້ນຜິງ ພ້ອມດ້ວຍຜູ້ນຳພັກລັດທ່ານ ອື່ນໆໄດ້ພົບປະກັບຜູ້ໄດ້ຮັບຫລຽນໄຊແຫ່ງຊາດ ແລະ ຜູ້ໄດ້ຮັບນາມມະຍົດແຫ່ງຊາດ, ບຸກຄົນກ້າວໜ້າ, ຜູ້ຕາງໜ້າໜ່ວຍງານກ້າວໜ້າໃນການຕ້ານກັບພະຍາດໂຄວິດ-19 ໃນທົ່ວປະເທດ ແລະ ຖ່າຍຮູບຮ່ວມກັນ.
ແຫຼ່ງຂໍ້ມູນ: CRI