ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມ ໄອປາ ແບບທາງໄກ

ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ເຂົ້າຮ່ວມກອງປະຊຸມ ສະມັດຊາໃຫ່ຍລັດຖະສະພາ ລະຫວ່າງຊາດອາຊຽນ (ໄອປາ) ຄັ້ງທີ 41 ແບບທາງໄກ ພາຍໃຕ້ຫົວຂໍ້ “ການທູດລັດຖະສະພາເພື່ອອາຊຽນ ທີ່ໜຽວແໜ້ນ ແລະ ຕອບສະໜອງຕໍ່ສະພາບການ” ເຊິ່ງໄດ້ຈັດຂຶ້ນ ລະຫວ່າງວັນທີ 8-10 ກັນຍາ 2020 ທີ່ນະຄອນຫລວງ ຮ່າໂນຍ ສສ. ຫວຽດນາມ ໂດຍການເປັນປະທານຂອງ ທ່ານນາງ ຫງຽວນ ທິ ກິມເງີນ ປະທານໄອປາ, ປະທານສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ.

ໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຕີລາຄາສູງ ແລະ ສະໜັບສະໜູນ ຕໍ່ຄໍາຂວັນຂອງກອງປະຊຸມໄອປາ ຄັ້ງທີ 41 ເຊິ່ງເປັນການຜັນຂະຫຍາຍເນື້ອໃນຈິດໃຈ ຂອງກອງປະຊຸມສຸດຍອດຜູ້ນຳອາຊຽນຄັ້ງທີ 36 ທີ່ໃຫ້ຄວາມສຳຄັນແກ່ການຮ່ວມມືທີ່ໃກ້ຊິດກວ່າເກົ່າ ລະຫວ່າງ ສະມາຊິກອາຊຽນ ແລະ ຄູ່ຮ່ວມອາຊຽນ ເພື່ອຮັບມືກັບບັນດາສິ່ງທ້າທາຍ ທີ່ເກີດຂຶ້ນໃນພາກພື້ນ ອາຊຽນ. ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ລັດຖະສະພາສະມາຊິກ ໄອປາ ຈະສືບຕໍ່ເພີ່ມທະວີບົດບາດການທູດລັດ ຖະສະພາ ເພື່ອຊຸກຍູ້ໃຫ້ລັດຖະບານ ຂອງບັນດາປະເທດສະມາຊິກອາຊຽນ ຈັດຕັ້ງຜັນຂະຫຍາຍບັນ ດາມາດຕະການ ແລະ ເນື້ອໃນຈິດໃຈທີ່ຜູ້ນຳອາຊຽນ ກໍຄື ຜູ້ນໍາໄອປາ ໄດ້ຕົກລົງຮ່ວມກັນໃຫ້ປະກົດຜົນເປັນຈິງ, ປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງໃນພາກພື້ນ ແລະ ໃນໂລກ. ພ້ອມນັ້ນ, ຍັງໄດ້ສະແດງຄວາມຂອບ ໃຈ ມາຍັງປະເທດສະມາຊິກອາຊຽນ, ຄູ່ຮ່ວມອາຊຽນ, ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອທາງດ້ານທຶນຮອນ, ການແລກປ່ຽນຂໍ້ມູນຂ່າວສານ, ຊ່ຽວຊານ ແລະ ອຸປະກອນທາງ ການແພດ ທີ່ເປັນປະໂຫຍດໃຫ້ແກ່ ສປປ ລາວ ກໍຄື ການຟື້ນຟູເສດຖະກິດ ທີ່ຖືກຜົນກະທົບຈາກ ການແຜ່ລະບາດ ຂອງພະຍາດໂຄວິດ 19.

ທ່ານນາງ ປານີ ຢາທໍ່ຕູ້ ຍັງໄດ້ຕີລາຄາສູງຕໍ່ມາດຕະການຕອບໂຕ້ຢ່າງທັນການ ຂອງອາຊຽນ ໂດຍສະເພາະ ຫວຽດນາມ ໃນນາມປະທານອາຊຽນ ທີ່ໄດ້ຈັດກອງປະຊຸມສຸດຍອດອາຊຽນ ແລະ ອາ ຊຽນບວກສາມສະໄໝພິເສດ ແລະ ກອງປະຊຸມ ລະຫວ່າງ ຜູ້ນຳໄອປາ ແລະ ຜູ້ນຳອາຊຽນ ແບບທາງໄກຂຶ້ນ ໃນເດືອນເມສາ ຜ່ານມາ, ເຊິ່ງບັນດາຜູ້ນຳອາຊຽນ ແລະ ຄູ່ຮ່ວມມື ແລະ ຜູ້ນໍາອົງການນິຕິບັນຍັດ ໄດ້ຢືນຢັນເຖິງຄວາມໝາຍໝັ້ນ ທີ່ຈະຮ່ວມມືກັນໃນການຕອບໂຕ້ ກັບພະຍາດລະບາດດັ່ງກ່າວ. ຈາກຜົນຂອງກອງປະຊຸມ ແລະ ການນຳໃຊ້ມາດຕະການຕ່າງໆ ໄດ້ຢັ້ງຍືນໃຫ້ເຫັນວ່າ ຄວາມສ່ຽງຈາກການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນບັນດາປະເທດສະມາຊິກອາຊຽນ ແມ່ນຢູ່ໃນເກນ ທີ່ສາມາດຄວບຄຸມໄດ້.

ແຫຼ່ງຂໍ້ມູນ: ຂປລ

Comments