ພັດທະນາການສຶກສາ, ລົບລ້າງຄວາມບໍ່ຮູ້ໜັງສືໃຫ້ນັບມື້ໝົດໄປ…

ວັນທີ 7 ກັນຍາ 2020 ທີ່ກະຊວງ ສຶກສາທິການ ແລະ ກິລາ, ນະຄອນຫລວງວຽງ ຈັນ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ, ລັດຖະມົນຕີກະຊວງສຶກສາ ທິການ ແລະ ກິລາ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ເນື່ອງໃນໂອກາດວັນສາກົນແຫ່ງການຮຽນຮູ້ໜັງສື ຄົບຮອບ 55 ປີ (8.9.1965-8.9.2020), ໂດຍທ່ານໄດ້ຍົກໃຫ້ເຫັນວ່າ: ວັນ ທີ 08 ກັນຍາ ແມ່ນວັນສາກົນແຫ່ງການຮຽນຮູ້ໜັງສື ຊື່ງປີນີ້ໝູນວຽນມາຄົບຮອບ 55 ປີ.

ເຜີຍ ແຜ່ ຜົນຮ້າຍຂອງຢາ ເສບ ຕິດ ໃຫ້ນັກຮຽນ ໃນ ເມືອງ ສີ ສັດຕະ ນາກ – Lao  Phattana News
ພາບປະກອບເທົ່ານັ້ນ

ວັນດັ່ງກ່າວ ແມ່ນວັນທີ່ມີຄວາມໝາຍສຳຄັນຢ່າງຍິ່ງຕໍ່ກັບປະຊາຊາດໃນທົ່ວ ໂລກ ໂດຍສະເພາະແມ່ນຜູ້ດ້ອຍໂອກາດ ພາດໂອກາດທາງການສຶກສາ ຊື່ງຕົ້ນຕໍແມ່ນຄວາມບໍ່ຮູ້ໜັງສື ແລະ ການຮຽນບໍ່ຈົບການສຶກສາຂັ້ນພື້ນຖານ ຊື່ງມັນໄດ້ກາຍເປັນອຸປະສັກຢ່າງໃຫ່ຍຫລວງຕໍ່ກັບການພັດທະນາຄົນ ກໍ່ຄືການພັດທະນາຊັບພະຍາ ກອນມະນຸດ, ພັດທະນາເສດຖະກິດ-ສັງຄົມຂອງຊາດ ຂອງສັງຄົມ ຂອງຕົນ ເອງ ແລະ ຄອບຄົວ. ເພື່ອໃຫ້ຄົນເຮົາມີລະດັບຄວາມຮູ້ຄວາມສາມາດສູງຂື້ນໄປເລື້ອຍໆ.

ຍັງຈື່ກັນໄດ້ບໍ່! ການສຶກສາໃນລາວ ມີຈັກລະດັບ? ແຕ່ລະອັນໃຊ້ເວລາຮຽນຈັກປີ?  ຄລິກທວນຄືນໄດ້ທີ່ນີ້ - Laos Update
ພາບປະກອບເທົ່ານັ້ນ

ກອງປະຊຸມສາກົນລະດັບລັດຖະມົນຕີກະຊວງສຶກສາ ທິການໃນປີ 1965 ທີ່ນະ ຄອນຫຼວງ ເຕເຮລານ ປະເທດ ອີລານ; ໄດ້ຄົ້ນຄວ້ານໍາສະເໜີໃຫ້ມີວັນສາກົນແຫ່ງການຮຽນຮູ້ໜັງສື ຊຶ່ງໃນຊຸມປີຕໍ່ມາຄືປີ 1986 ກອງປະຊຸມໃຫ່ຍອົງການອຸຍແນັດສະໂກ ຄັ້ງທີ 14 ໄດ້ມີມະຕິຮັບຮອງເອົາ ວັນທີ 08 ກັນຍາ ຂອງທຸກໆປີ ໃຫ້ເປັນວັນສາກົນແຫ່ງການຮຽນຮູ້ໜັງສື. ສໍາລັບປີ 2020 ນີ້ ແມ່ນ “ ການສິດສອນ ແລະ ການຮຽນຮູ້ໜັງສື ໃນວິກິດການ COVID-19 ແລະ ທິດທາງໃນຕໍ່ໜ້າ (Literacy teaching and learning in the COVID-19 crisis and beyond), ໃນຫຼາຍປີຜ່ານມາການຮຽນຮູ້ໜັງສືຂອງປະຊາຄົມໂລກໄດ້ຮັບການຂະຫຍາຍໂຕ ແລະ ເພີ້ມຂຶ້ນຢ່າງວອງໄວ ແຕ່ກໍຍັງມີປະຊາກອນໂລກປະມານ 773 ລ້ານຄົນສ່ວນຫຼາຍເປັນຜູ້ໃຫຍ່ ແລະ ຊາວໜູ່ມຍັງບໍ່ຮູ້ໜັງສື ແລະ ຫຼາຍກ່ວາ 617 ລ້ານຄົນ, ແມ່ນເດັກນ້ອຍ ແລະ ຊາວໜູ່ມໃນການອ່ານ ແລະ ຄິດໄລ່ເລກໂດຍພື້ນຖານຍັງຕໍ່າກ່ວາມາດ ຖານ.

ສປປລາວສລອງວັນຄຣູ
ພາບປະກອບເທົ່ານັ້ນ

ສຳລັບ ສປປ ລາວ ລັດຖະບານໃຫ້ຄວາມສຳຄັນໃນການພັດທະນາຊັບພະຍາ ກອນມະນຸດ ຊຶ່ງໄດ້ເອົາໃຈໃສ່ຂະຫຍາຍຕາໜ່າງການສຶກສາ ສ້າງເງື່ອນໄຂໃຫ້ພົນລະ ເມືອງລາວສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາບຢ່າງສະເໝີພາບ ແລະ ເທົາທຽມກັນລະຫວ່າງຕົວເມືອງ ແລະ ຊົນນະບົດ ແຕ່ເຖິງຢ່າງໃດກໍ່ຕາມ ສປປ ລາວ ກໍ່ຍັງມີປະຊາ ກອນທີ່ບໍ່ຮູ້ໜັງສື ແລະ ຍັງມີເດັກນ້ອຍທີ່ບໍ່ໄດ້ເຂົ້າເຖິງການສຶກສາ ແລະ ປະລະຈາກໂຮງຮຽນຊັ້ນປະຖົມ ປະມານ 04% ໃນສົກປີ 2019-2020 ນີ້ ຊຶ່ງເປັນສິ່ງທ້າທາຍອັນໃຫຍ່ຫຼວງປະເທດຂອງພວກເຮົາທີ່ຈະຕ້ອງເອົາໃຈໃສ່ໃນສະພາບການລະ ບາດຂອງພະຍາດໂຄວິດ-19 ທົ່ວໂລກ ແລະ ບໍ່ຮູ້ວ່າຈະສີ້ນສຸດເວລາໃດ ຕໍ່ກັບສະພາບການດັ່ງກ່າວນັ້ນ ລັດຖະບານແຫ່ງ ສປປ ລາວ ກໍຄືກະຊວງສຶກສາທິການ ແລະກິລາ ໄດ້ມີການຮັບມືໂດຍອີງໃສ່ກົດໝາຍ,ນິຕິກຳຕ່າງໆທີ່ມີ ໂດຍສະເພາະແມ່ນດຳລັດວ່າດ້ວຍການຮຽນຮູ້ຕະຫຼອດຊີວິດ ເພື່ອສົ່ງ ເສີມການສຶກສາໄປສູ່ເຂດຫ່າງໄກສອກຫຼີກ, ສ້າງເງື່ອນໄຂໃຫ້ແກ່ກຸ່ມເປົ້າໝາຍຜຸ້ທີ່ດ້ອຍໂອກາດ, ຜູ້ທຸກຍາກ, ເພດຍິງ, ຊົນເຜົ່າ, ຜູ້ພິການໄດ້ຮັບການສຶກສາທີ່ມີຄວາມສະເໝີ ພາບ ແລະ ເທົ່າທຽມ

ຍັງຈື່ກັນໄດ້ບໍ່! ການສຶກສາໃນລາວ ມີຈັກລະດັບ? ແຕ່ລະອັນໃຊ້ເວລາຮຽນຈັກປີ?  ຄລິກທວນຄືນໄດ້ທີ່ນີ້ - Laos Update
ພາບປະກອບເທົ່ານັ້ນ

ໂດຍຜ່ານການຈັດການຮຽນ-ການສອນໃນຫຼາຍຮູບແບບ, ຫຼາຍຮູບການເຊັ່ນ: ການຮຽນທາງ ໄກ, ການຮຽນຜ່ານໂທລະພາບ, ວິທະຍຸ, ສື່ສັງຄົມອ່ອນລາຍ ແລະ ອື່ນໆ ກ້າວໄປເຖິງການຮຽນຮູ້ຕາມອັດຕະຍາໄສ. ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຍັງໄດ້ຕາງໜ້າໃຫ້ລັດຖະບານ ກໍຄື ກະຊວງສຶກສາທິການ ແລະ ກິລາ ແລະ ໃນນາມສ່ວນຕົວ ສະແດງຄວາມຍ້ອງຍໍສັນລະ ເສີນມາຍັງຄະນະນຳ, ອົງການປົກຄອງແຕ່ລະຂັ້ນ ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ບັນດາຂະແໜງການ, ອົງການຈັດຕັ້ງມະຫາຊົນ, ການຈັດຕັ້ງພາກເອກະຊົນ, ຊຸມຊົນ, ຜູ້ບໍລິຫານການສຶກສາ ແລະ ກິລາ, ຄູອາຈານ ແລະ ນັກຮຽນ ຕະຫຼອດຮອດ ພີ່ນ້ອງລາວບັນດາເຜົ່າ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານການສຶກສານອກໂຮງຮຽນ ກໍຄືວຽກງານລົບລ້າງຄວາມບໍ່ຮູ້ໜັງສື.

ຄັດຈາກບົດຂ່າວ: ມົດແດງນ້ອຍ

Comments