ກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝ ທີ 75 ພາກອະພິປາຍທົ່ວໄປ ໃນປີນີ້ ຈັດຂຶ້ນໃນວັນທີ 22-29 ກັນຍາ 2020, ທີ່ສຳນັກງານໃຫຍ່ອົງການ ສປຊ ທີ່ນິວຢອກ, ສະຫະລັດອາເມລິກາ ພາຍໃຕ້ຫົວຂໍ້ “ອະນາຄົດທີ່ພວກເຮົາຢາກໄດ້, ອົງການ ສປຊ ທີ່ພວກເຮົາຕ້ອງມີ: ຢືນຢັນຄືນຄວາມໝາຍໝັ້ນຮ່ວມກັນຕໍ່ຂອບການຮ່ວມມືຫລາຍຝ່າຍ” (The future we want, the United Nations we need: reaffirming our collective commitment to multilateralism). ແຕ່ເນື່ອງຈາກສະພາບການແພ່ລະບາດຂອງ ພະຍາດ ໂຄວິດ-19, ຈຶ່ງເຮັດໃຫ້ຄະນະຜູ້ແທນຂອງບັນດາປະເທດຕ່າງໆ ບໍ່ສາມາດເດີນທາງເຂົ້າຮ່ວມກອງປະຊຸມຄັ້ງນີ້ໄດ້ດ້ວຍຕົນເອງ. ດັ່ງນັ້ນ ອົງການ ສປຊ ຈຶ່ງຈັດກອງປະຊຸມໃນຮູບແບບທາງໄກ ແລະ ໃຫ້ບັນດາຜູ້ນໍາຂອງປະເທດຕ່າງໆກ່າວຄຳເຫັນ ໂດຍຜ່ານການບັນທຶກວີດີໂອ ແທນການເຂົ້າຮ່ວມແບບປົກກະຕິ. ວີດີໂອບົດປາໄສ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ຫົວໜ້າຄະນະຜູ້ແທນ ແຫ່ງ ສປປ ລາວ ໄດ້ຖືກນໍາສະເໜີ ...
Read More »News
ກອງປະຊຸມ ການກ້າວໄປສູ່ອະນາຄົດຮ່ວມກັນ ໃນການລືບລ້າງຄວາມທຸກຍາກ …
ໃນຕອນແລງຂອງວັນທີ 26 ກັນຍາ 2020, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມລະດັບສູງທາງໄກ ກ່ຽວກັບການລືບລ້າງຄວາມທຸກຍາກ ແລະ ການຮ່ວມມືຂອບໃຕ້-ໃຕ້ ຫລື ຂອບການຮ່ວມມື ລະຫວ່າງ ປະເທດກຳລັງພັດທະນາ, ໃນຫົວຂໍ້: “ການກ້າວໄປສູ່ອະນາຄົດຮ່ວມກັນ ຂອງບັນດາປະເທດກຳລັງພັດທະນາ, ສົ່ງເສີມການລຶບລ້າງຄວາມທຸກຍາກ ແລະ ການພັດທະນາແບບຍືນຍົງ ໂດຍຜ່ານການຮ່ວມມືໃນຂອບໃຕ້-ໃຕ້ (Toward a Shared Future for Developing Countries: Promoting Poverty Eradication and Sustainable Development through Deepened South-South Cooperation)”, ຈຸດປະສົງຕົ້ນຕໍ ແມ່ນເພື່ອຮ່ວມກັນປຶກສາຫາລື ບາງບັນຫາສໍາຄັນ ຄື: ການຮ່ວມຕໍ່ສູ້ຕ້ານກັບ ໂຄວິດ-19 ແລະ ແກ້ໄຂບັນດາສິ່ງທ້າທາຍຮ່ວມກັນ ໃນການພັດທະນາເສດຖະກິດ-ສັງຄົມ; ການລຶບລ້າງຄວາມທຸກຍາກ ໂດຍຜ່ານການແລກປ່ຽນປະສົບການ ແລະ ລົງເລິກການຮ່ວມມືໃນຂອບໃຕ້-ໃຕ້; ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ການເຊື່ອມໂຍງ ລະຫວ່າງ ຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງ ແລະ ...
Read More »ລ້ານຊ້າງ ມິເນໂຣນສ໌ ເລີ່ມຂຸດຄົ້ນ, ປຸງແຕ່ງ, ຫຼອມຄຳຄືນໃໝ່ໃຫ້ໄດ້ 250.000 ອອນຕໍ່ປີ
ພິທີເປີດໂຮງງານຫຼອມຄຳຄືນໃໝ່ ຂອງໂຄງການຂຸດຄົ້ນ, ປຸງແຕ່ງຄຳ-ທອງ ເຊໂປນ ໄດ້ຈັດຂຶ້ນໃນວັນທີ 24 ກັນຍາ 2020 ຢູ່ໂຄງການຂຸດຄົ້ນ, ປຸງແຕງ ຄຳ-ທອງ ເຊໂປນ ໂດຍການເຂົ້າຮ່ວມຂອງ ທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່; ທ່ານ ປອ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານຍົກ, ໂຄສົກລັດຖະບານ, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງໆ ສະຫວັນນະເຂດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ພາບປະກອບ ທ່ານ ພໍ ແຮຣິສ ຜູ້ຈັດການໃຫຍ່ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມີເຕັດ ກ່າວວ່າ: ພວກເຮົາສະແດງຄວາມຮູ້ບຸນຄຸນຢ່າງສູງຕໍ່ ລັດຖະບານ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນໂຄງການຄຳ-ທອງເຊໂປນ ສະເໝີມາ ເຊິ່ງໄດ້ຊ່ວຍໃຫ້ ບໍລິສັດ ບັນລຸຂີດໝາຍສຳຄັນຫຼາຍປະການ ໃນການກັບຄືນມາຜະລິດຄຳ ໄວກວ່າແຜນການທີ່ວາງໄວ້. ພາບປະກອບ ທ່ານວ່າ ຕັ້ງແຕ່ເລີມດຳເນີນຂຸດຄົ້ນ-ຜະລິດຄຳ-ທອງ ໃນປີ 2002 ...
Read More »ກອງປະຊຸມໃຫຍ່ ສຄອຊ ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ…
ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ (ສຄອຊ) ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຕົນຂຶ້ນ ໃນວັນທີ 25 ກັນຍາ 2020 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ, ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີ ທ່ານ ສຽວສະຫວາດ ສະແຫວງສຶກສາ ປະທານກິດຕິມະສັກ ສຄອຊ ແລະ ທ່ານ ສູນທອນ ພົມມະຈັກ ປະທານທີ່ປຶກສາ ສຄອຊ ພ້ອມດ້ວຍສະມາຊິກ ສຄອຊ, ຕາງໜ້າຈາກພາກລັດ ແລະ ພາກທຸລະກິດເຂົ້າຮ່ວມ. ຈຸດປະສົງກອງປະຊຸມໃນຄັ້ງນີ້ ເພື່ອສະຫຼຸບຜົນງານການເຄື່ອນໄຫວວຽກງານ ຂອງຄະນະບໍລິຫານງານ ສຄອຊ ຊຸດທີ VII ແລະ ກໍານົດແຜນຍຸດທະສາດການພັດທະນາພາກທຸລະກິດ 5 ປີຕໍ່ໜ້າ ພ້ອມທັງ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊຸດໃໝ່. ທ່ານ ...
Read More »ໜ້າພູມໃຈ ລາວ ຄົ້ນພົບວັດຖຸບູຮານ ຫຼາຍກວ່າ 7 000 ກວ່າອັນ….
ວັດຖຸບູຮານເກົ່າແກ່ຈຳນວນ 7.800 ອັນໄດ້ຖືກຄົ້ນພົບ ໃນທ້າຍເດືອນກັນຍາ 2020 ນີ້ ຈາກການຂຸດຄົ້ນພາຍໃນເຂດໂຄງການບໍ່ຄຳເຊໂປນ ແຂວງສະຫວັນນະເຂດ, ບໍລິສັດລ້ານຊ້າງມີ ເນໂຣນສ໌ ໄດ້ໂອນມອບໃຫ້ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເປັນຜູ້ເກັບຮັກສາ ແລະ ຄຸ້ມຄອງ.” ປັດຈຸບັນມອບໃຫ້ພາກລັດຄຸ້ມຄອງຄື: ຫໍພິພິທະພັນແຫ່ງຊາດ , ຫໍພິພິທະພັນສະຫວັນນະເຂດ ແລະ ຫໍວັດທະນະທຳເມືອງວິລະບູລີ ວັດຖຸບູຮານທີ່ມາມອບປະກອບມີວັດຖຸພັນປະເພດທອງແດງ, ທອງເຫລືອງ, ເຫລັກ, ດິນເບົ້າຫລໍ່, ແກ້ວປະດັບ-ເຈຍລະໄນ, ເຄື່ອງປັ້ນດິນເຜົາ ແລະ ໄມ້ (ມີອາຍຸເກົ່າແກ່ແຕ່ 1,000-3,000 ປີ) ການສົ່ງເສີມ ແລະ ອະນຸລັກຮັກສາຄວາມມໍລະດົກອັນລໍ້າຄ່າ ແມ່ນມີຄວາມໝາຍສຳຄັນຕໍ່ປະຫວັດສາດຂອງຊາດ, ສະແດງເຖິງຄວາມຮັ່ງມີ, ມູນເຊື້ອແນວຄິດປະດິດສ້າງ ແລະ ອາລະຍະທຳອັນເກົ່າແກ່, ເປັນສິ່ງເອກອ້າງທະນົງໃຈຂອງປວງຊົນລາວ, ເຮັດໃຫ້ສັງຄົມໂລກໄດ້ຮັບຮູ້ ເຖິງຄວາມອຸດົມສົມບູນດັ່ງກ່າວ, ໃນອະນາຄົດ, ສະຖານທີ່ຄົ້ນພົບວັດຖຸບູຮານນີ້ອາດກາຍເປັນແລ່ງທ່ອງທ່ຽວອັນສຳຄັນຂອງລາວເຮົາ ແລະ ກາຍເປັນມໍລະດົກໂລກທີ່ຈະສ້າງຊື່ສຽງໃຫ້ຊາດເຮົາອີກດ້ວຍ. ແຫຼ່ງຂໍ້ມູນ: Sourioudong Sundara
Read More »ອັນຕະລາຍ…!!! ອະຫິວາໝູອະຟຣິກາ ສ້າງຄວາມເສນຫາຍຫຼາຍກວ່າ 200 ລ້ານ…..
ພະຍາດອະຫິວາໝູອາຟຣິກາ ລະບາດຢູ່ເມືອງຊຽງຮ່ອນ ໝູຕາຍແລ້ວທັງໝົດ 195 ໂຕ ທຳລາຍໝູແລ້ວ 200 ກວ່າໂຕ ມາຮອດປັດຈຸບັນວິຊາການທີ່ໄດ້ລົງເກັບກຳຂໍ້ມູນ ການລະບາດຂອງພະຍາດ ດັ່ງກ່າວໃຫ້ຮູ້ວ່າ: ການລະບາດຂອງພະຍາດໄດ້ແຜ່ລາມໄວທີສຸດ ແລະ ແຜ່ລາມແລ້ວ 13 ບ້ານພາຍໃນເມືອງຊຽງຮ່ອນຄື: ບ້ານ ແກ່ນ, ບ້ານສາມັກຄີໄຊ, ບ້ານ ດອນເຟືອງ, ບ້ານ ຂິ່ງ, ບ້ານ ລາວສະໂນ, ບ້ານ ນໍ້າກອກ, ບ້ານ ນາອອນ, ບ້ານ ຫົວນາ, ບ້ານ ດົງ, ບ້ານ ຫ້ວຍຮາກ, ບ້ານ ຊ້າງ, ບ້ານ ຄໍ້າ ແລະ ບ້ານ ນ້ຳຄ່ອມ ປັດຈຸບັນທາງວິຊາການສັດຕະວະແພດ ແລະ ການນຳຂັ້ນເມືອງ ໄດ້ລົງລະດົມແນວຄິດ ຜູ້ທີ່ລ້ຽງໝູ ໃຫ້ການຮ່ວມມືກັບວິຊາການ ແລະ ອອກນິຕິກຳຕ່າງໆ ເພື່ອເປັນການສະກັດກັ້ນການແຜ່ລາມອອກເປັນວົງກວ້າງ ພ້ອມທັງທຳລາຍໝູທີ່ຕິດເຊື້ອຢູ່ບ້ານແກ່ນ ຈຳນວນ 216 ໂຕ ນ້ຳໜັກ 5.393 ກິໂລກຼາມ ແລະ ບ້ານສາມັກຄີໄຊ ...
Read More »ສີຈິ້ນຜິງ ຮຽກຮ້ອງໃຫ້ທົ່ວໂລກຟື້້ນຕົວແບບທິດສີຂຽວ ໃນຍຸກຫຼັງ COVID…
ສຳນັກຂ່າວ xinhua ກ່າວວ່າ: ໃນໂອກາດເຂົ້າຮ່ວມການສະເຫຼີມສະຫຼອງອົງການສະຫະປະຊາຊາດ ຄົບຮອບ 75 ຜ່ານກອງປະຊຸມທາງໄກ ທ່ານ ສີຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ ໄດ້ຮຽກຮ້ອງໃຫ້ທຸກໆປະເທດບັນລຸການຟື້ນຕົວຂອງເສດຖະກິດໂລກ ໃນຍຸກຫຼັງ ໂຄວິດ. ທ່ານໄດ້ຍົກໃຫ້ເຫັນວ່າ ຂໍ້ຕົກລົງປາຣີກ່ຽວກັບການປ່ຽນແປງດິນຟ້າອາກາດແມ່ນຫຼັກເກນ ສຳລັບໂລກ ທີ່ຈະຫັນປ່ຽນໄປສູ່ການພັດທະນາກາກບອນສີຂຽວ ແລະ ກາກບອນຕ່ຳ. ທ່ານກ່າວວ່າ “ມັນໄດ້ ກຳ ນົດຂັ້ນຕອນຂັ້ນຕ່ຳສຸດ ທີ່ຕ້ອງປະຕິບັດເພື່ອປົກປ້ອງໂລກ, ບ້ານເກີດເມືອງນອນຮ່ວມກັນຂອງພວກເຮົາ, ແລະ ທຸກປະເທດຕ້ອງມີບາດກ້າວທີ່ຕັດສິນໃຈ ເພື່ອໃຫ້ກຽດແກ່ຂໍ້ຕົກລົງນີ້”. ມະນຸດຊາດບໍ່ສາມາດທີ່ຈະບໍ່ສົນໃຈຄຳ ເຕືອນຊ້ຳແລ້ວ ຊ້ຳອີກ ຂອງ ທຳມະຊາດແລະ ກ້າວໄປສູ່ເສັ້ນທາງທີ່ຖືກທຸບຕີກັບຈາກການຂຸດຄົ້ນຊັບພະຍາກອນ, ໂດຍບໍ່ລົງທຶນໃນການອະນຸລັກ, ສືບຕໍ່ການພັດທະນາທີ່ມີຄ່າໃຊ້ຈ່າຍໃນການປົກປ້ອງ, ແລະ ຂຸດຄົ້ນຊັບພະຍາກອນໂດຍບໍ່ມີການຟື້ນຟູ. ທ່ານໄດ້ຮຽກຮ້ອງໃຫ້ທຸກໆປະເທດ ດຳເນີນການພັດທະນາທີ່ມີຫົວຄິດປະດິດສ້າງ, ການປະສານງານ, ສີຂຽວ ແລະ ເປີດກວ້າງ ສຳລັບທຸກຄົນ, ຍຶດເອົາໂອກາດທາງປະຫວັດສາດທີ່ ນຳ ສະເໜີ ໂດຍການປະຕິວັດວິທະຍາສາດ ແລະ ເຕັກໂນໂລຢີ ແລະ ການຫັນເປັນອຸດສາຫະກຳ ຮອບໃໝ່ ແລະ ບັນລຸການຟື້ນຟູສີຂຽວຂອງເສດຖະກິດໂລກໃນປີຫຼັງຍຸກ COVID. ສຳລັບປະເທດຈີນຕັ້ງເປົ້າໝາຍວ່າ ...
Read More »ຮ້ານສະດວກຊື້ 7 Eleven ກຽມເປີດສາຂາທຳອິດ ຢູ່ ລາວ…
ຂ່າວດີ…!!! ຄາດວ່າ 7 Eleven ສາຂາທໍາອິດຂອງ CP All ຈະເປີດສາຂາ ໃຫ້ການບໍລິການຢູ່ ນະຄອນຫຼວງວຽງຈັນ ສປປ ລາວ ໃນປີ 2022 ໂດຍຈະເປັນຮ້ານສະດວກຊື້ ທີ່ມີສິນຄ້າ ແລະ ການບໍລິການຄົບທຸກຢ່າງ ຄືກັບຢູ່ປະເທດໄທ. ສປປ ລາວ ຈະກາຍເປັນປະເທດທີ່ 20 ຂອງໂລກ ທີ່ມີຮ້ານສະດວກຊື້ 7 Eleven ມາເປີດ, ສະເພາະຢູ່ປະເທດໄທ ມີຮ້ານສະດວກຊື້ 7 Eleven ທັງໝົດ ຫຼາຍກ່ວາ 12,000 ສາຂາແລ້ວ. ບໍລິສັດ CP All ຂອງປະເທດໄທ ໄດ້ຮັບອະນຸຍາດ ໃຫ້ດໍາເນີນ ທຸລະກິດ ຮ້ານສະດວກຊື້ 7 Eleven ເປີດ 24 ຊມ ຢູ່ ສປປ ລາວ ໂດຍໄດ້ຮັບສັນຍາ ສໍາປະທານ 30 ປີ ແລະ ສາມາດຕໍ່ໄດ້ ສູງສຸດ 2 ...
Read More »ຈຳນວນໂກຕ້າ ລັດຖະກອນໃໝ່ 2021….
ອ້າງຕາມໜັງສືພິມວຽງຈັນທາຍ ໃນວັນທີ 24 ກັນຍາ 2020 ນີ້ວ່າ: ລັດຖະບານລາວ ຕົກລົງເຫັນດີ ດ້ານຫຼັກການ ທີ່ຈະຮັບລັດຖະກອນໃໝ່ ຈໍານວນ 1.600 ຕໍາແໜ່ງໃນປີ 2021, ແຕ່ຈະຫຼຸດລົງຕື່ມ 400 ຕໍາແໜ່ງ ທຽບໃສ່ປີ 2020. ສາເຫດຂອງການຮັບພະນັກງານລັດຖະກອນຫຼຸດລົງ ໃນປີ 2021 ກໍເນື່ອງຈາກ ຈໍານວນພະນັກງານລັດ ທີ່ມີຫຼາຍແລ້ວ ໃນປະຈຸບັນ, ພ້ອມທັງເປັນການຊ່ວຍໃນການຫຼຸດຜ່ອນ ງົບປະມານລັດ ແລະ ຄວາມຫຍຸ້ງຍາກ ທາງເສດຖະກິດ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໂຄວິດ. ທຸກໆກະຊວງ ແລະ ພະແນກການຕ່າງໆ ຂອງລັດ ຕ້ອງໄດ້ລາຍງານໜ້າວຽກ ແບບລະອຽດ ແລະ ບອກເຖິງຄວາມຕ້ອງການພະນັກງານ ໃນກົມກອງຂອງຕົນ ຂຶ້ນມາ. ຂະແໜງການ ທີ່ຈະໄດ້ຮັບບູລິມະສິດ ຮັບສະໝັກລັດຖະກອນຫຼາຍກ່ວາໝູ່ ຈະແມ່ນມາຈາກ ຂະແໜງການສຶກສາ ແລະ ສາທາ. ປະຈຸບັນ ທົ່ວປະເທດ ມີຈໍານວນ ພະນັກງານລັດ ທັງໝົດທີ 170,000 ຄົນ ຊຶ່ງພຽງພໍ ກັບຄວາມຕ້ອງການ ໃນປະຈຸບັນ. / ...
Read More »ກຳນົດອອກມາແລ້ວ ບຸນຊ່ວງເຮືອທ່າວັດຈັນ ຈະມີພຽງແຕ່….
ງານບຸນຊ່ວງເຮືອທ່າວັດຈັນປີນີ້ ຈະບໍ່ໄດ້ຈັດໃຫຍ່ຄືປີທີ່ຜ່ານມາ ເນື່ອງຈາກວ່າມີສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ເຮັດໃຫ້ມີພື້ນທີ່ການຈັດງານບຸນ, ການຂາຍຜະລິດຕະພັນຕ່າງໆໃຫ້ກະທັດຮັດທີ່ສຸດ ຊຶ່ງຈະໄດ້ກຳນົດຂາຍພາຍໃນຂອບເຂດສວນເຈົ້າອານຸວົງ ແລະ ຂອບເຂດນອກຈຳນວນໜຶ່ງ. ສຳລັບງານການແຂ່ງຂັນເຮືອຊ່ວງນັ້ນ ຈະມີເຮືອພຽງແຕ່ 10 ລຳ, ແຕ່ລະລຳກຳນົດໃຫ້ມີພຽງແຕ່ 12 ສີພາຍເທົ່ານັ້ນ. ເຈົ້າເມືອງຈັນທະບູລີ ທ່ານ ບຸນໜາ ຜາທຸມມະວົງ ທັງເປັນປະທານຈັດງານບຸນອອກພັນສາ ປະວໍລະນາ ປະຈຳປີ 2020 ທີ່ທ່າວັດຈັນ ໄດ້ຈັດພິທີຖະແຫຼງຂ່າວ ຕໍ່ສື່ມວນຊົນລາວ ໃນວັນທີ 22 ກັນຍາ ນີ້ວ່າ: ກ່ຽວກັບການຈັດງານບຸນສະເຫຼີມສະຫຼອງງານບຸນອອກພັນສາ ປະວໍລະນາ ປະຈຳປີ 2020 ທີ່ທ່າວັດຈັນປີນີ້ ຈະໄດ້ຈັດຂຶ້ນລະຫວ່າງວັນທີ 1-3 ຕຸລາ 2020 ທີ່ຈະມາເຖິງນີ້ ເພື່ອເປັນການຮັກສາ ແລະ ເສີມຂະຫຍາຍງານບຸນປະເພນີ ທີ່ເຄີຍສືບທອດກັນມາແຕ່ບູຮານນະການ ໃຫ້ດຳລົງຄົງຢູ່ນຳຊາວລາວຕະຫຼອດໄປ. ທ່ານ ບຸນໜາ ຍັງໄດ້ກ່າວຕື່ມອີກວ່າ: ນອກຈາກຈະເປັນການສະເຫຼີມສະຫຼອງບຸນອອກພັນສາປະວໍລະນາແລ້ວ ຍັງເປັນການສົ່ງເສີມໂຄສະນາວາງສະແດງຈຳໜ່າຍສິນຄ້າ ເພື່ອເຮັດໃຫ້ຜະລິດຕະພັນ ສິນຄ້າພາຍໃນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ມີໂອກາດເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງສິນຄ້າດັ່ງກ່າວ ເພື່ອໃຫ້ປະຊາຊົນລາວບັນດາເຜົ່າ ທີ່ມາທ່ຽວງານໄດ້ຊຶື້ – ໄດ້ຂາຍ ...
Read More »