News

ສຳເລັດສ່ວນໜຶ່ງ ເຂື່ອນໄຟຟ້າເຊລະນອງ 1 ທົດລອງຜະລິດກະແສໄຟຟ້າ…

ມາຮອດປັດຈຸບັນ ເຂື່ອນໄຟຟ້າເຊລະນອງ 1 ທີ່ມີກໍາລັງການຜະລິດ 70 MW, ຕົວເຂື່ອນສາມາດບັນຈຸນ້ຳໄດ້ 284 ລ້ານແມັດກ້ອນ, ສາມາດຜະລິດໄຟຟ້າໄດ້ 2.669 Kw/h ໄດ້ກໍ່ສ້າງໄດ້ສຳເລັດໄປໂດຍພື້ນຖານ ແລະ ໄດ້ເລີ່ມທົດລອງທຳການຜະລິດໄປສ່ວນໜຶ່ງ. ພາບປະກອບ ທ່ານ ເສີນ ບາວ ລອງ ຮອງຜູ້ອຳນວຍການໃຫຍ່ຝ່າຍຈີນ ໄດ້ລາຍງານໃຫ້ຮູ້ວ່າ: ເຂື່ອນໄຟຟ້າເຊລະນອງ 1 ແມ່ນເຂື່ອນໄຟຟ້າຂະໜາດໃຫຍ່ແຫ່ງທຳອິດ ໃນແຂວງສະຫວັນນະເຂດ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ປີ 2018, ມີກຳລັງການຜະລິດຂະໜາດ 70 MW, ຕົວເຂື່ອນສາມາດບັນຈຸນ້ຳໄດ້ 284 ລ້ານແມັດກ້ອນ, ສາມາດຜະລິດໄຟຟ້າໄດ້ 2.669 Kw/h ໄດ້ສຳເລັດໄປແລ້ວສ່ວນໜຶ່ງ ແຕ່ສິ່ງທີ່ສຳຄັນທີ່ຍັງເປັນຂໍ້ຄົງຄ້າງ ແມ່ນການຍົກຍ້າຍປະຊາຊົນ ໂດຍມີບ້ານທີ່ຖືກຜົນກະທົບ 2 ບ້ານ ຈຳນວນ 88 ຫຼັງຄາເຮືອນ, ໃນນັ້ນມີບ້ານລອຍນ້ຳ 32 ຫຼັງຄາເຮືອນ ແລະ ບ້ານລະເບົານ້ຳ 56 ຫຼັງຄາເຮືອນ ພາບປະກອບ ເຊິ່ງປັດຈຸບັນທາງບໍລິສັດ ກໍຄືໂຄງການເຂື່ອນໄຟຟ້າເຊລະນອງ 1 ໄດ້ມີການຈັດຫາສະຖານທີ່, ບຸກເບີກເສັ້ນທາງ, ປຸກສ້າງເຮືອນຢູ່, ...

Read More »

ຕະຫຼາດນັດຢ້ອນຍຸກ ປົກປັກຮັກສາຮີດຄອງ ພ້ອມກະຕຸ້ນເສດຖະກິດ…

ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ຮ່ວມກັບ ບໍລິສັດ ກຣິດຕິພົງ ເອັນເຕີເທນເມັນ ອີເວັນ-ອໍກະໄນເຊີ ແລະ ສູນການຄ້າວຽງຈັນເຊັນເຕີ ຈັດງານເປີດຕະຫຼາດນັດຢ້ອນຍຸກ ແລະ ໄຫຼເຮືອໄຟ ປະຈໍາປີ 2020 ແນໃສ່ເປັນການປົກປັກຮັກສາຮີດຄອງປະເພນີອັນດີງາມຂອງລາວເຮົາ ພ້ອມຍັງເປັນການກະຕຸ້ນເສດຖະກິດພາຍຫຼັງໄດ້ຮັບຜົນກະທົບຈາກ COVID-19. ໃນງານຕະຫຼາດນັດຢ້ອນຍຸກຄັ້ງນີ້ ມີຜູ້ປະກອບການເຂົ້າຮ່ວມ 50 ຮ້ານ ໃນນັ້ນລວມມີຮ້ານຂາຍຂອງຫວານ ແລະ ນໍ້າຈາກພືດທີ່ດີຕໍ່ສຸຂະພາບ 15 ຮ້ານ ຂາຍເຄື່ອງຫັດຖະກໍາ ຜ້າໄໝ ຜ້າຝ້າຍ ຜະລິດຕະພັນຕ່າງໆ ແລະ ສິນຄ້າ ODOP ຈໍານວນ 20 ຮ້ານ ແລະ ຮ້ານຂາຍອາຫານພື້ນເມືອງ ຫຼື ອາຫານທົ່ວໄປ 15 ຮ້ານ ເຊິ່ງງານດັ່ງກ່າວຈະດໍາເປັນເວລາ 5 ວັນ ແຕ່ວັນທີ 28 ກັນຍາ-2 ຕຸລາ 2020 ນີ້.ງານດັ່ງກ່າວໄດ້ເປີດຂຶ້ນເປັນທາງການ ໃນວັນທີ 28 ກັນຍາ 2020 ...

Read More »

ອຸບັດຕິເຫດຢູ່ບໍ່ຖ່ານຫີນ ສປ ຈີນ ເສຍຊີວິດ 16 ຄົນ…

ສຳນັກຂ່າວ ເອເອຟພີ ລາຍງານ ຈາກນະຄອນຫຼວງ ປັກກິງ ຂອງຈີນວ່າ: ວັນທີ 27 ກັນຍາ 2020, ມີຜູ້ເສຍຊີວິດຢ່າງໜ້ອຍ 16 ຄົນ ແລະ ບາດເຈັບໜັກ 1 ຄົນ ຫຼັງຕິດຢູ່ ໃນບໍ່ຖ່ານຫີນ ໃຕ້ພື້ນດິນ ຢູ່ທາງພາກຕາເວັນຕົກສຽງໃຕ້ຂອງ ຈີນ, ຈາກອຸບັດຕິເຫດ ທີ່ບໍ່ຖ່ານຫີນ ຊົງເຈົາ ຂອງບໍລິສັດ ລັດຖະບານ ຈີນ (ສົງຊິງ ອີເນີຈີ) ໃນເມືອງສີຈຽງ ເທດສະບານ ນະຄອນສົງຊິງ, ເຮັດໃຫ້ເກີດມີໄຟໄໝ້ ສາຍພານລຳລຽງ ສົ່ງຜົນໃຫ້ເກີດ ແກັດຄາບອນ ມໍນອກໄຊ ໃນລະດັບ ອັນຕະລາຍ, ໂດຍກຸ່ມຄົນງານທີ່ຕິດຢູ່ໃຕ້ດິນ ຕ້ອງສູບດົມຄວັນແກັດ ທີ່ແຜ່ກະຈາຍໃນອຸມົງ ຈົນໝົດສະຕິ ແລະ ເສຍຊີວິດ. ຂະນະນີ້ ເຈົ້າໜ້າທີ່ ພວມເລັ່ງ ສືບສວນສອບສວນ ຫາສາເຫດຕົ້ນຕໍທີ່ເກີດຂື້ນ ໃນຄັ້ງນີ້. ອຸບັດຕິເຫດ ບໍ່ແຮ່ເກີດຂື້ນທົ່ວໄປໃນປະເທດຈີນ ສາເຫດສ່ວນໃຫຍ່ ເກີດຈາກມາດຕະຖານ ຄວາມປອດໄພຕ່ຳ ແລະ ການບໍ່ເອົາໃຈໃສ່ ກົດລະບຽບ. ...

Read More »

ສປ ຈີນ ຊ່ວຍທຶນປະດັບປະດາ ກະກຽມສະຫຼອງວັນຊາດ ສປປ ລາວ…

ອຳນາດການປົກຄອງ ນະຄອນຫຼວງວຽງຈັນໄດ້ເລີ່ມຈັດຕັ້ງປະຕິບັດການປະດັບປະດາຕົວເມືອງໃນນະຄອນຫຼວງວຽງຈັນ ໃຫ້ມີຄວາມສວຍງາມ ແລະ ໃຫ້ສຳເລັດພາຍໃນເດືອນພະຈິກ ນີ້ ເພື່ອກຽມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ( 1975-2020) ການປະດັບປະດາໃນຄັ້ງນີ້ ແມ່ນໄດ້ຮັບທຶນການຊ່ວຍເຫຼືອ ຈາກ ລັດຖະບານຈີນຈຳນວນໜຶ່ງ ພາຍໃຕ້ໂຄງການ ພັດທະນາໄຟເຍືອງທາງ ຊຶ່ງມີມູນຄ່າ 300 ລ້ານຢວນ. ທຶນການຊ່ວຍເຫຼືອຈາກ ສປ ຈີນໃນຄັ້ງນີ້ ຈະຖືກນຳໃຊ້ເພື່ອປົັບປຸງລະບົບທໍ່ນ້ຳພຸ, ປັບປຸງແສງສະຫວ່າງຢູ່ອະນຸສາວະລີ, ປະຕູໄຊ, ຕິດຕັ້ງໄຟເຍືອງທາງບາງຈຸດໃນຂອບເຂດຕົວເມືອງນະຄອນຫຼວງວຽງຈັນ ເຊັ່ນ: ຖະໜົນໄກສອນພົມວິຫານ, ຖະໜົນລ້ານຊ້າງ, ຖະໜົນ 23 ສິງຫາ, ຖະໜົນໜອງບອນ, ຖະໜົນໂຮງໝໍມະໂຫສົດ, ເສັ້ນທາງແຄມຂອງ (ສວນເຈົ້າອານຸວົງ-ປາກປ່າສັກ), ຖະໜົນເສດຖະທິລາດ ແລະເສັ້ນທາງອື່ນໆທີ່ສຳຄັນ ແຫຼ່ງຂໍ້ມູນ: ວຽງຈັນທາຍ.

Read More »

ວິສາຫະກິດລົດ ໃນທົ່ວໂລກມີຄວາມໝັ້ນໃຈຕໍ່ຕະຫລາດຈີນ…

ງານວາງສະແດງລົດສາກົນ ປັກກິ່ງ 2020 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 26 ກັນຍາ 2020 ງານວາງສະແດງລົດຄັ້ງນີ້ແມ່ນງານວາງສະແດງລົດສາກົນ ຄັ້ງທຳອິດທີ່ຈັດຂຶ້ນໃນໄລຍະຂອງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແຕ່ໄດ້ດຶງດູດບໍລິສັດລົດຍີ່ຫໍ້ຕ່າງໆທີ່ມີຊື່ສຽງໃນທົ່ວໂລກ ເຂົ້າຮ່ວມ ແລະ ໄດ້ຮັບຄວາມສົນໃຈຈາກສື່ມວນຊົນຕ່າງປະເທດ. ພາບປະກອບ ສື່ມວນຊົນຕ່າງປະເທດ ເຫັນໂດຍທົ່ວໄປວ່າ ໃນໄລຍະທີ່ຕົວເມືອງຕ່າງໆຂອງເອີຣົບ ກຳລັງປະຕິບັດມາດຕະການປິດເມືອງຄືນໃໝ່ ແລະ ຜູ້ຕິດເຊື້ອພະຍາດຢູ່ອາເມຣິກາ ບັນລຸຫລາຍກວ່າ 7 ລ້ານກໍລະນີ, ການຈັດງານວາງສະແດງລົດສາກົນ ໃນຄັ້ງນີ້ສະແດງໃຫ້ເຫັນວ່າ ຈີນ ໄດ້ປະສົບຜົນສຳເລັດໃນການຕ້ານກັບພະຍາດໂຄວິດ-19. ຄຽງຄູ່ກັບເສດຖະກິດຈີນ ມີການຟື້ນຟູ ສູ່ສະພາບປົກກະຕິ, ຕະຫລາດລົດຂອງຈີນ ກໍໄດ້ດີກວ່າຕະຫລາດຂອງເອີຣົບ ແລະ ອາເມຣິກາ ຢ່າງຫລວງຫລາຍ. ທ່ານ ໂຈເຊັນ ໂກເລີ ປະທານກຳມະການບໍລິຫານຂອງກຸ່ມບໍລິສັດ BMW ປະຈຳຈີນ ກ່າວວ່າ ງານວາງສະແດງລົດສາກົນ ປັກກິ່ງ 2020 ເປັນສັນຍາລັກແຫ່ງຄວາມຫວັງ. ຕາມຂໍ້ມູນຫລ້າສຸດຈາກສະພາອຸດສາຫະກຳລົດຂອງຈີນໃຫ້ຮູ້ວ່າ ໃນເດືອນສິງຫາ ປີນີ້, ປະລິມານຜະລິດລົດ ຢູ່ຈີນ ແມ່ນ 2 ລ້ານ 1 ແສນ 1 ໝື່ນ 9 ...

Read More »

ຫວຽດນາມ ໃຊ້ງົບປະມານສູງ ເພື່ອພັດທະນາເຄືອຂ່າຍສາຍສົ່ງໄຟຟ້າ…

ອ້າງຕາມຂ່າວ ຣອຍເຕີ, ລັດຖະບານ ຫວຽດນາມ ເປີດເຜີຍວ່າ: ຫວຽດນາມ ຕ້ອງໃຊ້ງົບປະມານ ໃນການລົງທຶນ ສູງເຖິງ 133.300 ລ້ານໂດລາສະຫະລັດ ສຳລັບການ ພັດທະນາ ໂຄງການເຄື່ອຂ່າຍ ສາຍສົ່ງໃໝ່ ໃນໄລຍະ 10 ປີຕໍ່ໜ້າ, ເພື່ອຕອບສະໜອງ ຄວາມຕ້ອງການ ພະລັງງານໄຟຟ້າ ທີ່ເພີ່ມສູງຂື້ນເລື້ອຍໆ ຂອງປະເທດ. ຈາກງົບປະມານ ທີ່ຕັ້ງໄວ້ທັງໝົດດັ່ງກ່າວ, ຊຶ່ງສ່ວນໜຶ່ງ ປະມານ 96.000 ລ້ານໂດລາສະຫະລັດ ຈະໃຊ້ສຳລັບ ສ້າງໂຮງໄຟຟ້າ ແຫ່ງໃໝ່ ແລະ ອີກປະມານ 37.300 ລ້ານໂດລາສະຫລັດ ຈະໃຊ້ສຳລັບ ການຂະຫຍາຍ ເຄື່ອຂ່າຍໄຟຟ້າ ຂອງປະເທດ ຕາມຄຳຖະແຫຼງ ຂອງລັດຖະບານ. ຄວາມຕ້ອງການ ພະລັງງານໄຟຟ້າ ໃນຫວຽດນາມ ຄາດວ່າ ຈະເພີ່ມຂື້ນ 8,6% ໃນລະຫວ່າງປີ 2021-2025 ແລະ ເພີ່ມຂື້ນ 7,2% ໃນລະຫວ່າງປີ 2026-2030, ໂດຍລັດຖະບານ ຫວຽດນາມ ລະບຸວ່າ ການລົງທຶນ ຈະຊ່ວຍເພີ່ມ ...

Read More »

ທຸກອຸມົງ ໂຄງການລົດໄຟ ລາວ-ຈີນ ໄດ້ເຈາະທະລຸ ສໍາເລັດຢ່າງສົມບູນ…

ອີງຕາມຂໍ້ມູນຂອງບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ໃຫ້ຮູ້ວ່າ ວັນທີ 29 ກັນຍາ 2020, ສຽງລະເບີດຂອງການເຈາະອຸມົງ ດັງກ້ອງສະໜັ່ນໄປທົ່ວບໍລິເວນ ໂຄງການຈຸດສຸມຂອງໂຄງການລົດໄຟ ລາວ-ຈີນ ໄດ້ສໍາເລັດການເຈາະທະລຸ ອຸມົງ ຊຽງເງິນ ເລກ 3 ທີ່ແຂວງຫລວງພະບາງ. ຮອດປັດຈຸບັນ ອຸມົງ 75 ແຫ່ງຕະຫລອດແລວທາງລົດໄຟລາວ-ຈີນ ໄດ້ສຳເລັດການຊີເຈາະທະລຸຢ່າງປອດໄພ ເຊິ່ງການຊີເຈາະອຸມົງ ຕາມແລວທາງນີ້ເປັນປັດໄຈສຳຄັນຫລາຍຕໍ່ໂຄງການລົດໄຟ ລາວ-ຈີນ ໃນທີ່ສຸດມາຮອດປັດຈຸບັນ ແມ່ນໄດ້ສຳເລັດການຊີເຈາະທະລຸທົ່ວທຸກອຸມົງ ຢ່າງສົມບູນ ເຊິ່ງເປັນຂີດໝາຍທີ່ບົ່ງບອກໃຫ້ຮູ້ວ່າ ໂຄງການລົດໄຟລາວ-ຈີນ ໄດ້ສຳເລັດວຽກງານວິສະວະກຳໂຍທາ ອັນຍິ່ງໃຫຍ່ ແລະ ຈະກ້າວເຂົ້າສູ່ການສຸມໃສ່ວຽກງານຕິດຕັ້ງລາງລົດໄຟ ຢ່າງຕັ້ງໜ້າ ແລະຈະຫັນຈາກວຽກງານກໍ່ສ້າງມາເປັນວຽກງານຄຸ້ມຄອງການດຳເນີນການ. ໂຄງການລົດໄຟ ລາວ-ຈີນ ເລີ່ມແຕ່ບໍ່ເຕນ ແຂວງຫລວງນໍ້າທາ ເຊິ່ງເປັນຊາຍແດນ ລາວ-ຈີນ ໃນພາກເໜືອຂອງ ສປປ ລາວ, ມຸ່ງໜ້າລົງມາທາງໃຕ້ ກໍ່ຄື ນະຄອນຫລວງວຽງຈັນ, ຄວາມຍາວຂອງເສັ້ນທັງໝົດແມ່ນ 422.4 ກີໂລແມັດ, ສ່ວນໃຫຍ່ເສັ້ນທາງຈະຕັ້ງຢູ່ເຂດຮອຍຕໍ່ຂອງພື້ນໃຕ້ດິນ, ພູເຂົາສູງຊັນ, ສາຍນໍ້າໄຫລແຮງ, ສະພາບທໍລະນີສາດສັບຊ້ອນ, ມີການເຄື່ອນໄຫວຢູ່ໃຕ້ດິນຢ່າງຮຸນແຮງ, ຊັ້ນຫີນສັບຊ້ອນ, ມີນໍ້າອອກບໍ່, ໂພງດິນ, ...

Read More »

ເຂັ້ມງວດ…! ທ່າວັດຈັນ ນຳໃຊ້ເຈົ້າໜ້າທີ່ຫຼາຍກວ່າ 800 ຄົນ…

ອ້າງຈາກໜັງສືພິມວຽງຈັນທາຍ ໃຫ້ຮູ້ວ່າ: ອຳນາດການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກຽມພ້ອມປ້ອງກັນຄວາມສະຫງົບ ທັງໝົດ 800 ກວ່າຄົນ, ໃນນີ້, ກຳລັງຊາວໜຸ່ມ 300 ກວ່າຄົນ, ພ້ອມທັງກຳລັງເຈົ້າໜ້າທີ່ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫົງບ ເມືອງຈັນທະບູລີ, ປ້ອງກັນຄວາມສະຫງົບບ້ານ 30 ບ້ານ ແລະ ພາກສ່ວນອື່ນໆ ເຂົ້າຮ່ວມໃນການຮັກສາຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ພາຍໃນງານບຸນຊ່ວງເຮືອທ່າວັດຈັນ ເນື່ອງໃນໂອກາດບຸນອອກພັນສາ ປະວໍລະນາ ປະຈຳປີ 2020 ທີ່ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 1 – 3 ຕຸລາ 2020 ທີ່ຈະມາເຖິງໃນມໍ່ໆນີ້. ສຳລັບກຳລັງຮັກສາຄວາມສະຫງົບປອດໄພ ໃນງານນີ້ ແມ່ນຈະໄດ້ມີການຈັດຕັ້ງປະຕິບັດປ້ອງກັນເວນຍາມ ຕະຫຼອດ 24 ຊົ່ວໂມງ ຢູ່ຕາມບ້ານ, ສຳນັກງານອົງການຈັດຕັ້ງຕ່າງໆ ທົ່ວເມືອງ ໃຫ້ມີຄວາມສະຫງົບເປັນລະບຽບຮຽບຮ້ອຍ 100%, ພ້ອມນັ້ນ ຍັງໄດ້ກຳນົດຈຸດປ້ອງກັນເຖິງ 38 ຈຸດດ້ວຍກັນ, ປ້ອມແຈ້ງເຫດ (1191) ມີ 2 ຈຸດ, ມີກ້ອງວົງຈອນ ເພື່ອຕິດຕາມຢູ່ຫ້ອງການສວນເຈົ້າອະນຸວົງ ແລະ ຈຸດປ້ອງກັນອື່ນໆ ໃນຂອບເຂດງານບຸນດັ່ງກ່າວ ...

Read More »

ມອບເຄື່ອງບົ່ງມະຕິພະຍາດໄວຣັດຕັບອັກເສບ B ແບບໄວ 120.000 ຊຸດ…

ມູນນິທິເມຣິເອີ ມອບເຄື່ອງບົ່ງມະຕິພະຍາດໄວຣັດຕັບອັກເສບ B ແບບໄວ 120.000 ໃນວັນທີ 28 ກັນຍາ 2020, ທ່ານ ດຣ. ເບີນົວ ເຊີວານລີເອ ຜູ້ຕາງຫນ້າມູນນິທິເມຣິເອີ ປະເທດຝຣັ່ງ ໄດ້ມອບເຄື່ອງມືການບົ່ງມະຕິພະຍາດໄວຣັດຕັບອັກເສບ B ຈໍານວນ 120.000 ຊຸດ ໃຫ້ແກ່ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ທີ່ເຮືອນພັກ ຂອງທ່ານເອກອັກຄະລັດຖະທູດຝຣັ່ງ ປະຈໍາລາວ, ນະຄອນຫລວງວຽງຈັນ. ມີທ່ານ ເອຣິກ ເດຮາໂຣ ຜູ້ຕາງໜ້າສະຖາບັນຄົ້ນຄ້ວາ ເພື່ອການພັດທະນາຂອງປະເທດຝຣັ່ງ(IRD) ປະຈໍາລາວ, ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ນາງ ຟລໍຣ້ອງ ຊ້ອງບລ້ອງ ຣິສແລກ ເອກອັກຄະລັດຖະທູດວິ ສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດຝຣັ່ງ ປະຈຳ ສປປ ລາວ ໄດ້ກ່າວວ່າ: ການແຜ່ລະ ບາດຂອງພະຍາດໂຄວິດ-19 ໄດ້ສ້າງບັນຫາທີ່ໜ້າເປັນຫວ່າງຫລາຍໃນທົ່ວໂລກ. ເຖິງຢ່າງໃດກໍ່ຕາມ, ບໍ່ຄວນປິດບັງການຕິດເຊື້ອອື່ນໆ ທີ່ມີຜົນກະທົບຕໍ່ບັນດາປະເທດທີ່ດ້ອຍພັດທະນາ. ນີ້ແມ່ນ ກໍລະນີທີ່ເປັນພະຍາດໄວຣັດຕັບອັກເສບ ...

Read More »

ສ.ເກົາຫຼີ ເຫັນດີຊ່ວຍເຫຼືອ 2 ໂຄງການ ມູນຄ່າ 90 ລ້ານໂດລາ…

ຕາມການສະເໜີຂອງກະຊວງແຜນການ ແລະ ການລົງທຶນ ຕໍ່ ສ.ເກົາຫຼີໃນທ້າຍປີ 2019 ຜ່ານມາ ໃຫ້ ສ. ເກົາຫຼີຊ່ວຍເຫຼືອລາວ ໃນຈຳນວນ 14 ໂຄງການ ຊຶ່ງມາຮອດປັດຈຸບັນ ສ.ເກົາຫຼີ ເຫັນດີອະນຸມັດຊ່ວຍເຫຼືອ 2 ໂຄງການສຳລັບປີ 2020 ຊຶ່ງ 2 ໂຄງການດັ່ງກ່າວປະກອບມີ ໂຄງການຕ້ານຕະຝັ່ງເຈື່ອນ, ຕ້ານນ້ຳຖ້ວມ ຢູ່ແຂວງຈຳປາສັກ ໄລຍະ 2 ມີມູນຄ່າການກໍ່ສ້າງທັງໝົດ 70 ລ້ານໂດລາ ແລະ ໂຄງການເກັບພາສີອາກອນທັນສະໄໝ Tax RIS ໄລຍະ 2 ໃນມູນຄ່າ 20 ລ້ານໂດລາ ສ່ວນອີກ 12 ໂຄການ ທີ່ກະຊວງແຜນການ ແລະການລົງທຶນໄດ້ສະເໜີໄປແລ້ວນັ້ນ ຍັງຢູ່ໃນຂະບວນການຄົ້ນຄວ້າຂອງ ສ.ເກົາຫຼີ ສ.ເກົາຫຼີ ໄດ້ຕົກລົງໃຫ້ການຊ່ວຍເຫຼືອແກ່ລາວ ໃນ 2 ໂຄງການນີ້ ເນື້່ອງໃນໂອກາດທີ່ລັດຖະມົນຕີກະຊວງແຜນການ ແລະການລົງທຶນ ທ່ານ ສອນໄຊ ສີພັນດອນ ໄດ້ຕ້ອນຮັບໃນການເຂົ້າຍ້ຽມຍາມພົບປະ ເມື່ອບໍ່ດົນມານີ້ ທີ່ກະຊວງແຜນການ ແລະ ...

Read More »