ກອງປະຊຸມ ການກ້າວໄປສູ່ອະນາຄົດຮ່ວມກັນ ໃນການລືບລ້າງຄວາມທຸກຍາກ …

ໃນຕອນແລງຂອງວັນທີ 26 ກັນຍາ 2020, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມລະດັບສູງທາງໄກ ກ່ຽວກັບການລືບລ້າງຄວາມທຸກຍາກ ແລະ ການຮ່ວມມືຂອບໃຕ້-ໃຕ້ ຫລື ຂອບການຮ່ວມມື ລະຫວ່າງ ປະເທດກຳລັງພັດທະນາ, ໃນຫົວຂໍ້: “ການກ້າວໄປສູ່ອະນາຄົດຮ່ວມກັນ ຂອງບັນດາປະເທດກຳລັງພັດທະນາ, ສົ່ງເສີມການລຶບລ້າງຄວາມທຸກຍາກ ແລະ ການພັດທະນາແບບຍືນຍົງ ໂດຍຜ່ານການຮ່ວມມືໃນຂອບໃຕ້-ໃຕ້ (Toward a Shared Future for Developing Countries: Promoting Poverty Eradication and Sustainable Development through Deepened South-South Cooperation)”,

ຈຸດປະສົງຕົ້ນຕໍ ແມ່ນເພື່ອຮ່ວມກັນປຶກສາຫາລື ບາງບັນຫາສໍາຄັນ ຄື: ການຮ່ວມຕໍ່ສູ້ຕ້ານກັບ ໂຄວິດ-19 ແລະ ແກ້ໄຂບັນດາສິ່ງທ້າທາຍຮ່ວມກັນ ໃນການພັດທະນາເສດຖະກິດ-ສັງຄົມ; ການລຶບລ້າງຄວາມທຸກຍາກ ໂດຍຜ່ານການແລກປ່ຽນປະສົບການ ແລະ ລົງເລິກການຮ່ວມມືໃນຂອບໃຕ້-ໃຕ້; ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ການເຊື່ອມໂຍງ ລະຫວ່າງ ຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງ ແລະ ວາລະ 2030 ເພື່ອບັນລຸການຫລຸດຜ່ອນຄວາມທຸກຍາກ ແລະ ເປົ້າໝາຍການພັດທະນາອື່ນໆ.

ກອງປະຊຸມທາງໄກຜ່ານວີດີໂອຄັ້ງນີ້, ຈັດໂດຍ ສປ ຈີນ, ພາຍໃຕ້ການເປັນປະທານຂອງ ທ່ານ ຫວັງ ອີ່ ລັດຖະມົນຕີ ການຕ່າງປະເທດແຫ່ງ ສປ ຈີນ, ມີຜູ້ແທນຂັ້ນລັດຖະມົນຕີ ຕ່າງປະເທດຈາກປະ ເທດສະມາຊິກຫລາຍກວ່າ 10 ປະເທດ, ຮອງເລຂາທິການໃຫ່ຍອົງການ ສປຊ ຜູ້ຊີ້ນຳວຽກງານເສດຖະກິດ-ສັງຄົມ ແລະ ອົງການຈັດຕັ້ງສາກົນອື່ນໆເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ກ່າວຄຳເຫັນຕໍ່ກອງປະຊຸມ ໂດຍທ່ານໄດ້ເນັ້ນໜັກຄວາມສຳຄັນຂອງການລຶບລ້າງຄວາມທຸກຍາກ ຊຶ່ງເປັນໜຶ່ງໃນບູລິມະສິດຕົ້ນຕໍຂອງວົງຄະນາຍາດສາກົນເພື່ອບັນລຸວາລະ 2030 ເພື່ອການພັດທະນາ. ການຮ່ວມມືແບບໃຕ້-ໃຕ້ ຖືເປັນແບບຢ່າງແຫ່ງຄວາມສາມັກຄີ ແລະ ເປັນກົນໄກຂອງການຮ່ວມມື ລະຫວ່າງ ບັນດາປະເທດກຳລັງພັດທະນາ ອັນໄດ້ເປັນການປະກອບສ່ວນສຳຄັນເຂົ້າໃນການຫລຸດຜ່ອນຄວາມທຸກຍາກ ແລະ ນຳເອົາຄວາມຮຸ່ງເຮືອງສີວິໄລມາສູ່ປະຊາຊົນຂອງວົງຄະນະຍາດສາກົນ ບົນພື້ນຖານຫລັກການ ການຮ່ວມມືແບບຫລາຍຝ່າຍ ພາຍໃຕ້ກົດບັດຂອງອົງການສະຫະປະຊາຊາດ ກໍຄື ຫລັກການແຫ່ງຄວາມສາມັກຄີ, ການເຄົາລົບອະທິປະໄຕ ແລະ ບໍ່ແຊກແຊງເຂົ້າໃນກິດຈະການພາຍໃນຂອງກັນ ແລະ ກັນ

ການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ບັນດາຜົນສຳເລັດຕ່າງໆ ທີ່ປະເທດກຳລັງພັດທະນາຍາດມາໄດ້ໃນໄລຍະຜ່ານມາ ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ການຮ່ວມມືເພື່ອການພັດທະນາ ໂດຍສະເພາະແມ່ນການຮ່ວມມືໃນຂອບໃຕ້-ໃຕ້, ແຕ່ກໍບໍ່ໄດ້ໝາຍຄວາມວ່າເພື່ອປ່ຽນແທນຂອບການຮ່ວມມືເໜືອ-ໃຕ້. ສຳລັບ ສປປ ລາວ ກໍໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າໃນການລົບລ້າງຄວາມທູກຍາກ ແລະ ວາງຄາດໝາຍສູ້ຊົນ ເພື່ອນຳພາປະເທດຊາດອອກຈາກສະຖານະພາບດ້ອຍພັດທະນາໃນອະນາຄົດ.

ແຫຼ່ງຂໍ້ມູນ: ຂປລ

Comments