News

ພິທີເຊັນສັນຍາສະໜອງເງິນທຶນລະຫວ່າງທະນາຄານລາວ-ຝລັ່ງ ແລະ ລັດວິສາຫະກິດຖືຮຸ້ນລາວ

ໃນວັນທີ 23 ກັນຍາ 2020 ທະນາຄານລາວ-ຝຣັ່ງ ໄດ້ເຊັນສັນຍາກັບ ລັດວິສາຫະກິດຖືຮຸ້ນລາວ (LHSE) ໂດຍໄດ້ມີການສະໜອງທຶນ 10 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນການພັດທະນາຍຸດທະສາດໃນຂະແໜງພະລັງງານຂອງ ສປປ ລາວ. ຮ່ວມເຊັນສັນຍາໂດຍທ່ານ Arnuad Caulier ຜູ້ອໍານວຍການຂອງທະນາຄານລາວ-ຝລັ່ງ ແລະ ທ່ານ ມານະສິນ ວົງໄຊ ຜູ້ຈັດການບໍລິສັດລັດວິສາຫະກິດລາວ. ລັດວິສາຫະກິດຖືຮຸ້ນລາວ ເປັນໜ່ວຍງານທຸລະກິດຂອງລັດຖະບານ (GOL) ສຳລັບການລົງທຶນໃນຂະແໜງພະລັງງານໄຟຟ້າ, ລັດວິສາຫະກິດຖືຫຸ້ນລາວ (LHSE) ແມ່ນຫົວໜ່ວຍທຸລະກິດຂອງລັດຖະບານແຫ່ງ ສປປ ລາວ GOL ໂດຍພາຍໃຕ້ການຄຸ້ມຄອງຂອງກະຊວງການເງິນ ໃນບັນດາບໍລິສັດໂຄງການ IPP ເຊັ່ນ: ບໍລິສັດໄຟຟ້ານ້ຳເທີນ 2 ຈຳກັດ, ເຊິ່ງເປັນທີ່ໃຫຍ່ທີ່ສຸດແຫ່ງດຽວທີ່ເຄີຍພັດທະນາມາໃນ ສປປ ລາວ ແລະ ຍັງໄດ້ຄຸ້ມຄອງສິດຜົນປະໂຫຍດຂອງ GOL ພາຍໃຕ້ຂໍ້ຕົກລົງຜູ້ຖືຮຸ້ນໃນໂຄງການ ແລະອື່ນໆ. ທະນາຄານລາວ-ຝຣັ່ງ (BFL) ໄດ້ດຳເນີນທຸລະກິດມາໄດ້ 10 ປີ, ເປັນທະນາຄານທຸລະກິດທີ່ຄົບວົງຈອນທີ່ໃຫ້ບັນດາບໍລິສັດຕ່າງໆໄດ້ແກ້ໄຂທາງດ້ານການໂອນເງິນ ແລະ ແກ້ໄຂທາງດ້ານການເງິນທີ່ຄົບວົງຈອນ. ທະນາຄານລາວ-ຝຣັ່ງ (BFL) ໄດ້ໃຫ້ທຶນໃນໂຄງການຕ່າງເຊັ່ນ: ພະລັງງານ ...

Read More »

ທາບທາມບຸກຄະລາກອນ ກະຊວງການຕ່າງປະເທດ ຮອບ III…

ໃນວັນທີ 23 ກັນຍາ 2020, ທີ່ ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ (ICTC) ຫລັກ 5 ນະຄອນຫລວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ເພື່ອສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານພັກກະຊວງການຕ່າງປະເທດ ສະໄໝທີ IV ຮອບທີ III, ໂດຍການເປັນປະທານຂອງສະຫາຍ ສະເຫລີມໄຊ ກົມມະສິດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງການຕ່າງປະເທດ, ມີບັນດາຄະນະບໍລິຫານງານພັກ, ຄະນະນຳກະຊວງ ແລະ ຜູ້ແທນສົມບູນ ເຂົ້າຮ່ວມ.ໃນພາກເຊົ້າ, ກອງປະຊຸມ ໄດ້ຮັບຟັງ ແລະ ປະກອບຄຳຄິດຄຳເຫັນ ໃສ່ຮ່າງບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ ແລະ ຜ່ານຮ່າງແຜນພັດທະນາເສດຖະກິດ 05 ປີ ຂອງຂະແໜງການຕ່າງປະເທດ. ພ້ອມນັ້ນ, ໃນພາກບ່າຍ ກອງປະຊຸມຍັງໄດ້ຈັດການທາບທາມບຸກຄະລາກອນ ເພື່ອຮັບສະໝັກຄັດເລືອກເຂົ້າໃນ ຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ສະໄໝທີ IV ຮອບທີ III ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ...

Read More »

ມະຫາເສດຖີຈີນ ທີ່ວິຈານລັດຖະບານ ຮັບໂທດຕິດຄຸກ 18 ປີ ຂໍ້ຫາສໍ້ລາດບັງຫຼວງ…

ທ່ານ Ren Zhiqiang ມະຫາເສດຖີດ້ານອະຫາສັງຫາລິມະຊັບຊາວຈີນ ເຊິ່ງຂຽນບົດຄວາມວິຈານບົດບາດຂອງປະທານປະເທດ ສີຈິ້ນຜິງ ເຖິງການຮັບມືການລະບາດຂອງພະຍາດໂຄວິດ-19 ໃນເດືອນມີນາ ຖືກສານໃນນະຄອນຫຼວງປັກກິ່ງຕັດສິນຕິດຄຸກ 18 ປີ ແລະ ຖືກປັບໄໝ 4,2 ລ້ານຢວນ. ເວັບໄຊ ໜັງສືພິມ Global Time ຂອງທາງການຈີນລະບຸວ່າ: ທ່ານ Ren Zhiqiang ມີພຶດຕິກຳທຸຈະລິດ, ສໍ້ໂກງເງິນກອງທຶນ ສາທາລະນະ ແລະ ລຸແກ່ອຳນາດ. ນອກຈາກນີ້ ຍັງເວົ້າເຖິງການລະເມີດຂໍ້ບັງຄັບໃນຖານະສະມາຊິກພັກກອມມູນິດຈີນ ທີ່ຂຽນບົດຄວາມໃສ່ຮ້າຍພັກ ແລະປະເທດຈີນຢ່າງຮຸນແຮງ ໂດຍທ່ານ Ren Zhiqiang ຍອມຮັບສາລະພາບ ແລະ ບໍ່ຂໍຍື່ນອຸທອນ ເຖິງວ່າໃນຂ່າວຂອງ Global Time ຈະບໍໄດ້ລະບຸລາຍລະອຽດ, ແຕ່ເວັບໄຊ BBC ສື່ອັງກິດເປີດເຜີຍວ່າ: ທ່ານ Ren Zhiqiang ປຽບທຽບປະທານປະເທດ ສີຈິ້ນຜິງ ວ່າເປັນຕົວຕະລົກແກ້ເຄື່ອງທີ່ຢາກເປັນຈັກກະພັດຕໍ່ໄປ BBC ໃຫ້ຂໍ້ມູນວ່າ: ທ່ານ Ren Zhiqiang ຫາຍຕົວໄປຢ່າງປິດສະໜາ ຫຼັງເຜີຍແຜ່ບົດຄວາມດັ່ງກ່າວ ກ່ອນຈະມີຂ່າວວ່າ: ລາວຖືກຂັບໄລ່ອອກຈາກພັກກອມມູນິດຈີນ ...

Read More »

ຮັບຮອງປີ້ງໄກ່ນາປົ່ງ ເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ

ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງຄົງເຊໂດນ ແຂວງສາລະວັນ ຈັດກອງປະຊຸມປຶກສາຫາລື ເພື່ອຄັດເລືອກເອົາສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ຫຼື ໂອດ໊ອບ ຂຶ້ນໃນວັນທີ 16 ກັນຍາ 2020 ທີ່ຫ້ອງປະຊຸມຂອງຫ້ອງວ່າການເມືອງໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສົມຈັນ ຈັນທະພູທອນ ຮອງເຈົ້າເມືອງຄົງເຊໂດນ ຜູ້ຊີ້ນຳວຽກງານເສດຖະກິດ, ທ່ານ ຄໍາຜ່ານ ສີລາວີ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ມີຫົວໜ້າ – ຮອງຫົວໜ້າຫ້ອງການ, ພະນັກງານວິຊາການຂອງຫ້ອງການທີ່ກ່ຽວຂ້ອງ, ຕະຫຼອດຮອດສະມາຄົມກຸ່ມປີ້ງໄກ່ບ້ານນາປົ່ງເຂົ້າຮ່ວມ.ກອງປະຊຸມໄດ້ຫາລືເພື່ອຮັບຮອງເອົາ ປີ້ງໄກ່ບ້ານນາປົ່ງ ເປັນສິນຄ້າໂອດ໊ອບ ຂອງເມືອງ ແລະ ແຂວງ , ພ້ອມທັງຮັບຮອງເອົາ 3 ຜະລິດຕະພັນຂອງປີ້ງໄກ່ນາປົ່ງ ຄື: ປີ້ງໄກ່ເປັນໂຕ, ປີ້ງປີກໄກ່ – ຂາໄກ່ ແລະ ປີ້ງເຄື່ອງໃນໄກ່ ເຂົ້າໃນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນຂອງເມືອງ ແລະ ແຂວງ. ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

Read More »

ປະກາດຍົກຍ້າຍ-ແຕ່ງຕັ້ງພະນັກງານຂັ້ນພະແນກສະຖາບັນພັດທະນາຂໍ້ມູນຂ່າວສານການເງິນ…

ໃນວັນທີ 17 ກັນຍາ 2020 ທີ່ກະຊວງການເງິນ, ໄດ້ຈັດພິທີປະກາດແຕ່ງຕັ້ງ-ຍົກຍ້າຍພະນັກງານຂັ້ນພະແນກຂອງສະຖາບັນພັດທະນາຂໍ້ມູນຂ່າວສານການເງິນໄປຮັບໜ້າທີ່ໃໝ່, ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານ ກົງຄຳ ສິດທິວໍລະດາ ຮັກສາການຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າສະຖາບັນພັດທະນາຂໍ້ມູນຂ່າວສານການເງິນ, ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ໃນພິທີດັ່ງກ່າວ ທ່ານ ກົງຄຳ ສິດທິວໍລະດາ ຮັກສາການກົມຈັດຕັ້ງ ແລະ ພະນັກງານ ຍັງໄດ້ຜ່ານຂໍ້ຕົກລົງສະບັບເລກທີ 2402/ກງ, ລົງວັນທີ 16 ກັນຍາ 2020 ເຫັນດີຍົກຍ້າຍ-ແຕ່ງຕັ້ງ: ທ່ານ ຈັນມີນາ ປາມະນີວົງ ຫົວໜ້າພະແນກຄຸ້ມຄອງຖານຂໍ້ມູນ ແລະ ຊຸດຄຳສັ່ງ ເປັນຫົວໜ້າພະແນກພັດທະນາ ແລະ ຝຶກອົບຮົມ, ທ່ານ ພຸດທະວົງ ໄຊຍະສິດ ເປັນຮອງຫົວໜ້າພັດທະນາ ແລະ ຝຶກອົບຮົມ, ທ່ານ ບຸນເກີດ ອິນທະວົງສອນ ຮອງຫົວໜ້າພະແນກຄຸ້ມຄອງເຄືອຂ່າຍ ແລະ ຄວາມປອດໄພ ເປັນຮອງຫົວໜ້າພະແນກພັດທະນາ ແລະ ຝຶກອົບຮົມ, ທ່ານ ...

Read More »

ລາວ ມີເຂື່ອນໄຟຟ້າ 78 ແຫ່ງ ກຳລັງຜະລິດ 52.211 ລ້ານກິໂລວັດ ເປັນປະເທດທຳອິດ ສົ່ງຂາຍໄຟຟ້າໃນຕະຫຼາດອາຊຽນ…

ໃນລະຫວ່າງວັນທີ 17-18 ກັນຍາ 2020 ນີ້ ກົມຄຸ້ມຄອງພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ຈັດກອງປະຊຸມຖອດຖອນບົດຮຽນ ກ່ຽວກັບວຽກງານຄວາມປອດໄພຂອງເຂື່ອນຢູ່ຫ້ອງປະຊຸມໃຫຍ່ລັດວິສາຫະກິດໄຟຟ້າລາວ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ Nicola PON TARA ຜູ້ອຳນວຍການທະນາຄານໂລກ ປະຈຳ ສປປ ລາວ, ມີທ່ານເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຊ່ຽວຊານເຂົ້າຮ່ວມ. ລາຍຊື່ເຂື່ອນ ແລະ ແຫຼ່ງຜະລິດໄຟຟ້າທັງໝົດ ໃນ ສປປ ລາວ 2018, ເອກະຊົນກວມເອົາກວ່າ 80%.ທ່ານ ສີນາວາ ສຸພານຸວົງ ກ່າວວ່າ: ບັນຫາຄວາມປອດໄພຂອງເຂື່ອນໄຟຟ້ານໍ້າຕົກ ແມ່ນຍຸດທະສາດທີ່ສຳຄັນ, ມີລັກສະນະຕົ້ນຕໍ, ຍາວນານທີ່ຖືກກຳນົດໄວ້ຢູ່ໃນແຜນຍຸດທະສາດ ກ່ຽວກັບການພັດທະນາອຸດສາຫະກຳພະລັງງານຢູ່ ສປປ ລາວ ຕາມທິດຜະລິດພະລັງງານທີ່ສະອາດ ເປັນມິດກັບສິ່ງແວດລ້ອມ ແລະ ມີລັກສະນະຍືນຍົງ. ມາຮອດປັດຈຸບັນນີ້, ທົ່ວປະເທດມີແຫຼ່ງຜະລິດໄຟຟ້າແລ້ວ 78 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ ...

Read More »

ປະຊາຊົນລາວຮັບຮູ້ຄວາມສຳຄັນຂອງການສຶກສາໃນການຫຼຸດຜ່ອນຄວາມທຸກຍາກ…

ອັດຕາການໃຊ້ຈ່າຍດ້ານການສຶກສາຂອງປະຊາຊົນລາວເຫັນໄດ້ວ່າມີການເພີ່ມຂຶ້ນຢ່າງຫຼວງຫຼາຍໃນໄລຍະ 25 ປີທີ່ຜ່ານມາ ຍ້ອນວ່າພົນລະເມືອງກຳລັງຮັບຮູ້ຄວາມສຳຄັນຂອງການສຶກສາໃນການຫຼຸດຜ່ອນຄວາມທຸກຍາກ ອີງຕາມການສຳຫຼວດດັດສະນີການຊົມໃຊ້ຄົວເຮືອນຫຼ້າສຸດ ສຳລັບປີ 2018-2019 ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ຊີ້ໃຫ້ເຫັນວ່າ ອັດຕາການໃຊ້ຈ່າຍດ້ານການສຶກສາຂອງ ປະຊາຊົນລາວໄດ້ເພີ່ມຂຶ້ນ 2 ເທົ່າ ຈາກ % ໃນປີ 2012-2013 ມາເປັນ 2,3% ໃນປີ 2018-2019 ສູນສະຖິຕິຊີ້ໃຫ້ເຫັນອີກວ່າ: ສາເຫດອັນເນື້ອງມາຈາກ ປະຊາຊົນມີຄວາມສົນໃຈຕໍ່ການພັດທະນາການສຶກສາ ເພາະວ່າການສຶກສາ ແມ່ນ ປັດໃຈຕົ້ນຕໍໃນການລຸດຜ່ອນຄວາມທຸກຍາກ, ເຊິ່ງປະຊາຊົນໄດ້ຈ່າຍເງິນຫຼາຍສຳລັບ ຄ່າທຳນຽມໂຮງຮຽນ ແລະ ຊື້ອຸປະກອນການສຶກສາ ໃນຂະນະທີ່ບາງຄົນສົ່ງລູກໄປຮຽນຢູ່ຕ່າງປະເທດ ລັດຖະບານບານມີນະໂຍບາຍສຸມໃສ່ພັດທະນາການສຶກສາ, ເຊື່ອວ່າການປັບປຸງຊັບພະຍາກອນມະນຸດ, ຄຸນນະພາບໂລກ ແລະ ທັກສະຕ່າງໆ ຈະນຳໄປສູ່ການຫຼຸດຜ່ອນຄວາມທຸກຍາກຢ່າງເປີດກວ້າງໃນການພັດທະນາເສດຖະກິດ- ສັງຄົມໃນລາວ. ແຫຼ່ງຂໍ້ມູນ: ວຽງຈັນທາຍ

Read More »

ສ້າງຄວາມເຂົ້າໃຈ ດ້ານຂໍ້ມູນ ໄຟຟ້າລາວ ແກ່ສື່ມວນຊົນ…

ໃນວັນທີ 22 ກັນຍາ 2020 ທີ່ສຳນັກງານໃຫຍ່ ບໍລິສັດໄຟຟ້າລາວ ໄດ້ພົບປະກັບບັນ ດາສື່ມວນຊົນ ເພື່ອສ້າງຄວາມເຂົ້າໃຈ ກ່ຽວກັບບັນດາຂໍ້ມູນຂອງໄຟຟ້າລາວ ໃນການກະກຽມເປີດກອງປະຊຸມສໍາມະນາ 28 ກັນຍາ 2020 ທີ່ຈະຈັດຂຶ້ນ ທີ່ມະຫາວິທະຍາໄລແຫ່ງຊາດ ເພື່ອນຳເອົາຂໍ້ມູນໄປເຜີຍແຜ່ ໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງ ກ່ຽວກັບແຜນພັດທະນາຂອງລັດວິສາຫະກິດໄຟຟ້າລາວ. ໂດຍການເຂົ້າຮ່ວມຂອງ ທ່ານ ສະຫວັນຄອນ ລາຊະມົນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການ ລັດວິສາຫະກິດໄຟຟ້າລາວ ແລະ ທ່ານ ສິດທິສອນ ເທບພາສີ ປະທານສະພາບໍລິ ຫານລັດວິສາຫະກິດໄຟຟ້າລາວ. ທ່ານ ຈັນທະບູນ ສຸກອາລຸນ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ ລາວເຮົາມີແຫລ່ງຜະລິດໄຟຟ້າທັງໝົດ 78 ແຫ່ງ ມີກຳລັງຕິດຕັ້ງທັງໝົດ 9.972 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ 52.211 ລ້ານກິໂລວັດໂມງຕໍ່ປີ, ມີໂຄງການໄຟຟ້າຖ່ານຫີນ 1 ແຫ່ງ, ໂຄງການພະລັງງານໄຟຟ້າຊີວະມວນ 4 ...

Read More »

ລັດຖະບານ ຮັບຮອງຫຼາຍແຜນແມ່ບົດ ແລະລວມເຖິງໂກຕ້າລັດຖະກອນ…

ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນກັນຍາ 2020 ເຫັນດີລົງເລິກຄົ້ນຄວ້າບັນຈຸນັກສຶກສາເຂົ້າໃນສາຂາວິຊາຊີບ ແລະ ມະຫາວິທະຍາໄລ ໃຫ້ເໝາະສົມກັບຄວາມຕ້ອງການຂອງວຽກງານຕົວຈິງ, ສ່ວນໂກຕາລັດຖະກອນປີ 2021 ເນັ້ນຄູ ແລະ ພະຍາບານເປັນຫຼັກ. ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນກັນຍາ 2020 ໄດ້ເປີດຂຶ້ນໃນຕອນເຊົ້າວັນທີ 17 ແລະ ປິດລົງໃນຕອນແລງວັນທີ 18 ກັນຍາ 2020 ທີ່ສຳນັກງານນາຍົກລັດຖະມົນ  ຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານເຂົ້າຮ່ວມ, ກອງປະຊຸມຄັ້ງນີ້ໄດ້ພ້ອມກັນຄົ້ນຄວ້າພິຈາລະນາ ແລະ ປະກອບຄຳຄິດເຫັນຕໍ່ບັນດາເອກະສານສໍາຄັນ ດັ່ງນີ້: ກອງປະຊຸມໄດ້ຮັບຟັງການລາຍງານສະພາບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19. ຕໍ່ກັບສະພາບການພາຍໃນ, ກອງປະຊຸມໄດ້ຊີ້ນໍາໃຫ້ທຸກພາກສ່ວນມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພຂອງຄົນບໍ່ຫວັງດີ, ສື່ມວນຊົນລາວຕ້ອງເປັນກະບອກສຽງທີ່ແຫຼມຄົມ ເພື່ອຕອບຕ້ານການອອກຂ່າວທີ່ບໍ່ມີມູນຄວາມຈິງ.ກອງປະຊຸມເຫັນດີເປັນເອກະພາບຮັບຮອງເອົາບົດລາຍງານ ກ່ຽວກັບການຊຸກຍູ້ການຈັດເກັບລາຍຮັບ ແລະ ການຈັດຕັ້ງປະຕິບັດແຜນງົບປະມານໃນໄລຍະທ້າຍປີ 2020. ມອບໃຫ້ກະຊວງການເງິນເປັນເຈົ້າການສົມທົບກັບຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນ ສືບຕໍ່ສູ້ຊົນເກັບລາຍຮັບໃຫ້ບັນລຸຕາມຕົວເລກທີ່ສະພາແຫ່ງຊາດໄດ້ຮັບຮອງ.ກອງປະຊຸມໄດ້ຮັບຟັງ ແລະ ພິຈາລະນາຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 6 ເດືອນຕົ້ນປີ, ຄາດຄະເນ ...

Read More »

ຊຽງໝ້ຽງສ້າງທັກສະ ໃຫ້ນັກຮຽນ-ໄວໜຸ່ມ ດ້ານເຕັກໂນໂລຊີ ດີຈີຕອນ…

ທ້າຍອາທິດຜ່ານມາ ທີ່ນະຄອນຫລວງວຽງຈັນ ສະມາຄົມຊຽງໝ້ຽງ ຮ່ວມກັບສະຖານ ທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ເປີດໂຄງການ “ສ້າງທັກສະດ້ານເຕັກໂນໂລຊີ ດີຈີຕອນ ແລະ ການເປັນຜູ້ປະກອບການຂອງໄວໜຸ່ມ” ທີ່ໂຮງຮຽນມັດທະຍົມສົມບູນວຽງຈັນ (ມສວຽງຈັນ) ເພື່ອຊຸກຍູ້ສົ່ງເສີມທັກສະໃຫ້ນັກຮຽນ-ໄວໜຸ່ມ ທີ່ມີແນວຄວາມຄິດສ້າງສັນທາງດ້ານເຕັກໂນໂລຊີ, ທັງມີພັດທະນາຄວາມສາມາດ ແລະ ປະດິດນະວັດຕະກຳໃໝ່ ໃຫ້ແກ່ຊາວໜຸ່ມລາວ ກໍຄື ນັກຮຽນ-ໄວໜຸ່ມ, ສ້າງໃຫ້ໄວໜຸ່ມມີຈິດສໍານຶກ ແລະ ເປັນເຈົ້າການໃນການຊ່ວຍເຫລືອສ້າງແຮງບັນດານໃຈໃຫ້ຜູ້ອື່ນ ແລະ ຈຸດປະກາຍການປ່ຽນແປງໃນສັງຄົມ. ນັກຮຽນທີ່ເຂົ້າຮ່ວມໂຄງການດັ່ງກ່າວ, ແມ່ນຈະໄດ້ຮຽນຮູ້ຜ່ານບັນດາກິດຈະກຳຕ່າງໆ ກ່ຽວກັບເຕັກໂນໂລຊີ ເຊັ່ນ: ຫລັກສູດການຂຽນໂຄດ (Coding Courses), ຊຶ່ງເປັນຫລັກສູດການປ້ອນລະຫັດສຳຫລັບນັກຮຽນໃນລະດັບປະຖົມສຶກສາ ແລະ ມັດທະຍົມສຶກສາ ເພື່ອເສີມສ້າງທັກສະໃນການຄິດຄຳນວນ ກັບຜູ້ຊ່ວຍຮາດແວ, ຫລັກສູດການປະດິດ ຫລື ຮຽນຮູ້ເຕັກໂນໂລຊີແບບຕໍ່ເນື່ອງ (Hac kathon) ເປັນກິດຈະກຳຫລາຍແບບ ເພື່ອຊ່ວຍໃຫ້ນັກຮຽນໄດ້ຮຽນຮູ້ກ່ຽວກັບທັກສະພື້ນຖານໃນການແກ້ໄຂບັນຫາ ໂດຍນຳໃຊ້ເຕັກໂນໂລຊີພາຍໃນໄລຍະເວລາທີ່ກຳນົດ, ການສໍາມະນາ (Seminars) ເປັນກິດຈະກຳເພື່ອເປັນການເປີດໂອກາດ ໃຫ້ນັກຮຽນໄດ້ຮຽນຮູ້ ແລະ ຖອດຖອນບົດຮຽນຈາກຜູ້ທີ່ມີຄວາມຊ່ຽວຊານທາງດ້ານເຕັກໂນໂລຊີໃນລາວ. ພ້ອມກັນນັ້ນ, ຍັງຈະເປັນໂອກາດດີ ຂອງນັກຮຽນທີ່ຈະໄດ້ມີການແລກປ່ຽນທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງກັບອາສາສະໝັກ. ໂຄງການດັ່ງກ່າວ, ...

Read More »