ພິທີເປີດໂຮງງານຫຼອມຄຳຄືນໃໝ່ ຂອງໂຄງການຂຸດຄົ້ນ, ປຸງແຕ່ງຄຳ-ທອງ ເຊໂປນ ໄດ້ຈັດຂຶ້ນໃນວັນທີ 24 ກັນຍາ 2020 ຢູ່ໂຄງການຂຸດຄົ້ນ, ປຸງແຕງ ຄຳ-ທອງ ເຊໂປນ ໂດຍການເຂົ້າຮ່ວມຂອງ ທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່; ທ່ານ ປອ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານຍົກ, ໂຄສົກລັດຖະບານ, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງໆ ສະຫວັນນະເຂດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພໍ ແຮຣິສ ຜູ້ຈັດການໃຫຍ່ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມີເຕັດ ກ່າວວ່າ: ພວກເຮົາສະແດງຄວາມຮູ້ບຸນຄຸນຢ່າງສູງຕໍ່ ລັດຖະບານ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນໂຄງການຄຳ-ທອງເຊໂປນ ສະເໝີມາ ເຊິ່ງໄດ້ຊ່ວຍໃຫ້ ບໍລິສັດ ບັນລຸຂີດໝາຍສຳຄັນຫຼາຍປະການ ໃນການກັບຄືນມາຜະລິດຄຳ ໄວກວ່າແຜນການທີ່ວາງໄວ້.

ທ່ານວ່າ ຕັ້ງແຕ່ເລີມດຳເນີນຂຸດຄົ້ນ-ຜະລິດຄຳ-ທອງ ໃນປີ 2002 ເປັນຕົ້ນມາ ໂຄງການສາມາດຜະລິດຄຳແທ່ງໄດ້ຫຼາຍກວ່າ 1,2 ລ້ານອອນສ, ຜະລິດແຜ່ນທອງໄດ້ຫຼາຍກວ່າ 1 ລ້ານໂຕນ, ສ້າງຜົນປະໂຫຍດໂດຍກົງໃຫ້ແກ່ ລັດຖະບານເຖິງ 1,5 ຕື້ກວ່າໂດລາສະຫະລັດ. ນອກຈາກນີ້, ຍັງສ້າງຜົນປະໂຫຍດທາງອ້ອມຢ່າງຫຼວງຫຼາຍ ເປັນຕົ້ນ: ການສ້າງວຽກເຮັດງານທໍາ, ການພັດທະນາຊັບພະຍາກອນມະນຸດ ຜ່ານການຝຶກອົບຮົມ, ການພັດທະນາຊຸມຊົນ ແລະ ການສ້າງລາຍຮັບໃຫ້ຜູ້ຮັບເໝົາທ້ອງຖິ່ນ.ໃນປີ 2003 ເຊິ່ງເປັນປີທີ່ບໍລິສັດ ມີກຳລັງແຮງງານສູງສຸດ, ໂຄງການໄດ້ສ້າງວຽກເຮັດງານທຳ 5.000 ກວ່າຄົນ, ມີປະຊາຊົນ 14.000 ຄົນ ໄດ້ຮັບຜົນປະໂຫຍດຈາກການພັດທະນາຊຸມຊົນ. ໃນປີ 2013 ຍ້ອນສິນຄ້າແຮ່ຄຳໃນຕະຫຼາດໂລກ ມີລາຄາຫຼຸດລົງ ແລະ ຕົກຕໍ່າຫຼາຍ, ບໍລິສັດ ໄດ້ຮັບການເຫັນດີຈາກ ລັດຖະບານ ໂຈະການຂຸດຄົ້ນຜະລິດແຮ່ຄຳ.

ຢ່າງໃດກໍ່ຕາມ, ປັດຈຸບັນ ລາຄາຄຳ ເລີ່ມມີແນວໂນ້ມເພີ່ມຂຶ້ນເລື້ອຍໆ ບໍລິສັດ ຈຶ່ງສືບຕໍ່ຂຸດຄົ້ນ ແລະ ຜະລິດຄຳ ຕື່ມອີກ ຕາມການຕົກລົງເຫັນດີຂອງ ລັດຖະບານ.ອີງໃສ່ການສຶກສາ-ສຳຫຼວດຄືນໃໝ່ ພົບວ່າຍັງມີປະລິມານແຮ່ຄຳຈຳນວນຫຼາຍ ແລະ ສາມາດຂຸດຄົ້ນໄດ້ຢ່າງນ້ອຍ 10-15 ປີ, ແຕ່ລະປີຈະສາມາດຜະລິດຄຳແທ່ງໄດ້ 250.000 ອອນຕໍ່ປີ ເຊິ່ງເປັນລາຍຮັບທີ່ມະຫາສານ ຈະນຳມາພັດທະນາສ້າງສາປະເທດຊາດ ໃຫ້ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ກ້າວຂຶ້ນເປັນປະເທດມີລາຍຮັບປານກາງ ແລະ ສູງຕາມເປົ້າໝາຍຂອງພັກ ແລະ ລັດຖະບານ.
ແຫຼ່ງຂໍ້ມູນ: lao youth radio