ຈຳນວນໂກຕ້າ ລັດຖະກອນໃໝ່ 2021….

ອ້າງຕາມໜັງສືພິມວຽງຈັນທາຍ ໃນວັນທີ 24 ກັນຍາ 2020 ນີ້ວ່າ: ລັດຖະບານລາວ ຕົກລົງເຫັນດີ ດ້ານຫຼັກການ ທີ່ຈະຮັບລັດຖະກອນໃໝ່ ຈໍານວນ 1.600 ຕໍາແໜ່ງໃນປີ 2021, ແຕ່ຈະຫຼຸດລົງຕື່ມ 400 ຕໍາແໜ່ງ ທຽບໃສ່ປີ 2020. ສາເຫດຂອງການຮັບພະນັກງານລັດຖະກອນຫຼຸດລົງ ໃນປີ 2021 ກໍເນື່ອງຈາກ ຈໍານວນພະນັກງານລັດ ທີ່ມີຫຼາຍແລ້ວ ໃນປະຈຸບັນ, ພ້ອມທັງເປັນການຊ່ວຍໃນການຫຼຸດຜ່ອນ ງົບປະມານລັດ ແລະ ຄວາມຫຍຸ້ງຍາກ ທາງເສດຖະກິດ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໂຄວິດ. ທຸກໆກະຊວງ ແລະ ພະແນກການຕ່າງໆ ຂອງລັດ ຕ້ອງໄດ້ລາຍງານໜ້າວຽກ ແບບລະອຽດ ແລະ ບອກເຖິງຄວາມຕ້ອງການພະນັກງານ ໃນກົມກອງຂອງຕົນ ຂຶ້ນມາ.

ຝຶກອົບຮົມໃຫ້ແກ່ ພະນັກງານລັດຖະກອນໃໝ່ (95%), ໃນຂົງເຂດ ວຽກງານວິທະຍາສາດ ແລະ  ເຕັກໂນໂລຊີ

ຂະແໜງການ ທີ່ຈະໄດ້ຮັບບູລິມະສິດ ຮັບສະໝັກລັດຖະກອນຫຼາຍກ່ວາໝູ່ ຈະແມ່ນມາຈາກ ຂະແໜງການສຶກສາ ແລະ ສາທາ. ປະຈຸບັນ ທົ່ວປະເທດ ມີຈໍານວນ ພະນັກງານລັດ ທັງໝົດທີ 170,000 ຄົນ ຊຶ່ງພຽງພໍ ກັບຄວາມຕ້ອງການ ໃນປະຈຸບັນ.

/

ລັດຖະບານຈະຕິດຕາມການແບ່ງປັນໂກຕາລັດຖະກອນ ໃຫ້ໄປເຖິງເປົ້າໝາຍທີ່ຈຳເປັນແທ້

ຊຶ່ງໃນປີທີ່ຜ່ານມາ 2017 ລັດຖະບານ ຮັບລັດຖະກອນໃໝ່ ຈໍານວນ 5,000 ຕໍາແໜ່ງ, ປີ 2018 ຮັບ 3,000 ຕໍາແໜ່ງ, ປີ 2019 ຮັບ 1,500 ຕໍາແໜ່ງ, ຕາມລໍາດັບ.

ແຫຼ່ງຂໍ້ມູນ: Lao youth radio

Comments