ກອງປະຊຸມໃຫຍ່ ສຄອຊ ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ…

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ (ສຄອຊ) ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຕົນຂຶ້ນ ໃນວັນທີ 25 ກັນຍາ 2020 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ, ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີ ທ່ານ ສຽວສະຫວາດ ສະແຫວງສຶກສາ ປະທານກິດຕິມະສັກ ສຄອຊ ແລະ ທ່ານ ສູນທອນ ພົມມະຈັກ ປະທານທີ່ປຶກສາ ສຄອຊ ພ້ອມດ້ວຍສະມາຊິກ ສຄອຊ, ຕາງໜ້າຈາກພາກລັດ ແລະ ພາກທຸລະກິດເຂົ້າຮ່ວມ.

ຈຸດປະສົງກອງປະຊຸມໃນຄັ້ງນີ້ ເພື່ອສະຫຼຸບຜົນງານການເຄື່ອນໄຫວວຽກງານ ຂອງຄະນະບໍລິຫານງານ ສຄອຊ ຊຸດທີ VII ແລະ ກໍານົດແຜນຍຸດທະສາດການພັດທະນາພາກທຸລະກິດ 5 ປີຕໍ່ໜ້າ ພ້ອມທັງ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊຸດໃໝ່.

ທ່ານ ອຸເດດ ສຸວັນນະວົງ ໄດ້ລາຍງານການເຄື່ອນໄຫວວຽກງານ ສຄອຊ ໃນໄລຍະ 3 ປີ (2017-2019) ຜ່ານມາ ແລະ ນຳສະເໜີແຜນຍຸດຍຸດທະສາດການພັດທະນາພາກທຸລະກິດ 5 ປີ 2021-2025 ຕໍ່ໜ້າວ່າ: ຕະຫຼອດໄລຍະຜ່ານມາຄະນະບໍລິຫານງານ ສອຄຊ ຂອງພວກເຮົາ ໄດ້ສຸມໃສ່ສ້າງແຜນຍຸດທະສາດພັດທະນາພາກທຸລະກິດໃນປະເທດລາວ ເປັນຕົ້ນ ການວາງແຜນຈັດຕັ້ງປະຕິບັດວຽກງານໃນໄລຍະຍາວທີ່ເສີມສ້າງຄວາມເຂັ້ມແຂງຂອງທຸລະກິດ ທີ່ຈະພັດທະນາເສດຖະກິດແຫ່ງຊາດໄປຕາມທິດສີຂຽວ ແລະ ຍືນຍົງ”.

ທ່ານ ອຸເດດ ສຸວັນນະວົງ ກ່າວຕື່ມວ່າ: ສຳລັບແຜນຍຸດທະສາດການພັດທະນາພາກທຸລະກິດໃນ 5 ປີ 2021-2025 ຕໍ່ໜ້ານີ້ ຄະນະບໍລິຫານງານ ສຄອຊ ໄດ້ກຳນົດເອົາ 6 ເສົາຄໍ້າຄື: 1). ປັບປຸງແວດລ້ອມໃນການດຳເນີນທຸລະກິດໃຫ້ດີຂຶ້ນ, 2). ພັດທະນາສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME), 3). ສົ່ງເສີມການຕະຫຼາດຜະລິດຕະພັນລາວ, 4). ເຊື່ອມໂຍງເສດຖະກິດພາກພື້ນ ແລະການລົງທຶນທີ່ຍືນຍົງ, 5). ພັດທະນາຜູ້ປະກອບການ ແລະ ຜູ້ໃຊ້ແຮງງານ, 6). ຂໍ້ມູນຂ່າວສານ, ການພົວພັນມວນຊົນ ແລະບໍລິການແກ່ສະມາຊິກ.

ໂອກາດນີ້ກອງປະຊຸມໄດ້ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊຸດໃໝ່ ລວມທັງໝົດມີ 37 ທ່ານ. ໃນນັ້ນ ເລືອກໄດ້ ທ່ານ ອຸເດດ ສຸວັນນະວົງ ເປັນປະທານ ສອຄຊ ອີກໜຶ່ງ ສະໄໝ ແລະ ມີຮອງປະທານຄື: ທ່ານ ດາວອນ ພະຈັນທະວົງ ຮອງປະທານ, ທ່ານ ທະນົງສິນ ກັນລະຍາ ຮອງປະທານ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ, ທ່ານ ນາງ ປອ.ວາລີ ເວດສະພົງ ຮອງປະທານ, ທ່ານ ອະນົງສິນ ພົນເສນາ ປະທານກວດກາ ແລະ ທ່ານ ຄຳຫລ້າ ພົມມະວັນ ເປັນຮອງປະທານກວດກາ.

ນອກຈາກນີ້, ກອງປະຊຸມຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດວຽກງານ ໄລຍະ 3 ປີຜ່ານມາ ພ້ອມທັງຮັບຟັງຄຳໂອ້ລົມຈາກ ທ່ານ ທອງລຸນ ສີສຸລິດ ນາຍົກລົດຖະມົນຕີ ແຫ່ງ ປສສ ລາວ.

Comments