ຄຳເຫັນ ຂອງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນກອງປະຊຸມ ສປຊ ສະໄໝ ທີ 75…

ກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝ ທີ 75 ພາກອະພິປາຍທົ່ວໄປ ໃນປີນີ້ ຈັດຂຶ້ນໃນວັນທີ 22-29 ກັນຍາ 2020, ທີ່ສຳນັກງານໃຫຍ່ອົງການ ສປຊ ທີ່ນິວຢອກ, ສະຫະລັດອາເມລິກາ ພາຍໃຕ້ຫົວຂໍ້ “ອະນາຄົດທີ່ພວກເຮົາຢາກໄດ້, ອົງການ ສປຊ ທີ່ພວກເຮົາຕ້ອງມີ: ຢືນຢັນຄືນຄວາມໝາຍໝັ້ນຮ່ວມກັນຕໍ່ຂອບການຮ່ວມມືຫລາຍຝ່າຍ” (The future we want, the United Nations we need: reaffirming our collective commitment to multilateralism). ແຕ່ເນື່ອງຈາກສະພາບການແພ່ລະບາດຂອງ ພະຍາດ ໂຄວິດ-19, ຈຶ່ງເຮັດໃຫ້ຄະນະຜູ້ແທນຂອງບັນດາປະເທດຕ່າງໆ ບໍ່ສາມາດເດີນທາງເຂົ້າຮ່ວມກອງປະຊຸມຄັ້ງນີ້ໄດ້ດ້ວຍຕົນເອງ.

ດັ່ງນັ້ນ ອົງການ ສປຊ ຈຶ່ງຈັດກອງປະຊຸມໃນຮູບແບບທາງໄກ ແລະ ໃຫ້ບັນດາຜູ້ນໍາຂອງປະເທດຕ່າງໆກ່າວຄຳເຫັນ ໂດຍຜ່ານການບັນທຶກວີດີໂອ ແທນການເຂົ້າຮ່ວມແບບປົກກະຕິ. ວີດີໂອບົດປາໄສ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ຫົວໜ້າຄະນະຜູ້ແທນ ແຫ່ງ ສປປ ລາວ ໄດ້ຖືກນໍາສະເໜີ ໃນວັນທີ 26 ກັນຍາ 2020, ໂດຍມີເນື້ອໃນສໍາຄັນໃນການຕີລາຄາສູງ ຕໍ່ການພົວພັນສາກົນແບບຫລາຍຝ່າຍ ໂດຍສະເພາະພາຍໃຕ້ກົດບັດ ອົງການສະຫະປະຊາຊາດ ໃນການປົກປັກຮັກສາ ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ສົ່ງເສີມການຮ່ວມມືເພື່ອການພັດທະນາ ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນການຮັບມືກັບສິ່ງທ້າທາຍຕ່າງໆ, ເປັນຕົ້ນ ການແກ້ໄຂຄວາມຂັດແຍ້ງດ້ວຍສັນຕິວິທີ, ການແກ້ໄຂຄວາມທຸກຍາກ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໄພພິບັດທໍາມະຊາດ ແລະ ພະຍາດລະບາດ, ໂດຍສະເພາະ ການແພ່ລະບາດຂອງ ໂຄວິດ-19 ທີ່ກຳລັງສົ່ງຜົນກະທົບຢ່າງຮ້າຍແຮງທາງດ້ານເສດຖະກິດ-ສັງຄົມ ຕໍ່ມວນມະນຸດພວກເຮົາ.

ທ່ານ ໄດ້ຖືໂອກາດນີ້ ຊົມເຊີຍ ແລະ ຂອບໃຈ ຕໍ່ການຮ່ວມມື ແລະ ຊ່ວຍເຫລືອ ຈາກບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ໃນການຊ່ວຍເຫລືອ ສປປ ລາວ ຮັບມືກັບບັນຫາການແພ່ລະບາດຂອງ ໂຄວິດ-19 ເຊິ່ງໄດ້ຮັບຜົນດີພໍສົມຄວນ ມີພຽງ 23 ກໍລະນີຕິດເຊື້ອ ແລະ ບໍ່ມີຜູ້ເສຍຊີວິດ ແລະ ທ່ານ ຍັງໄດ້ເນັ້ນໜັກ ເຖິງຄວາມສໍາຄັນຂອງກົດບັດ ສປຊ, ເຖິງວ່າຈະຜ່ານມາໄດ້ຫລາຍກ່ວາ 7 ທົດສະວັດ ກໍຕາມ ແຕ່ຍັງແທດເໝາະກັບສະພາບປັດຈຸບັນ, ແຕ່ເຫັນວ່າ ຄວນມີການປະຕິຮູບ ເພື່ອເຮັດໃຫ້ ອົງການ ສປຊ ມີຄວາມເຂັ້ມແຂງ ແລະ ສາມາດປະຕິບັດພາລະບົດບາດຂອງຕົນຢ່າງມີປະສິດທິພາບ ໃນສະພາບປັດຈຸບັນ. ນອກຈາກນັ້ນ, ທ່ານ ຍັງໄດ້ຮຽກຮ້ອງໃຫ້ວົງຄະນາຍາດສາກົນ ຮ່ວມກັນແກ້ໄຂບັນຫາສິ່ງທ້າທາຍທີ່ສຳຄັນຕ່າງໆ ທີ່ເປັນອຸປະສັກຕໍ່ສັນຕິພາບ ແລະ ການພັດທະນາ. ໃນຕອນທ້າຍ ທ່ານ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ເຊິ່ງໄດ້ຮັບຜົນກະທົບຢ່າງຮ້າຍແຮງຈາກການແພ່ລະບາດຂອງ ໂຄວິດ-19 ເຊິ່ງຈະເຮັດໃຫ້ເສດຖະກິດຂະຫຍາຍຕົວໃນລະດັບຕໍ່າ ແຕ່ກໍອາດຈະບໍ່ເຖິງຂັ້ນຕິດລົບ.

ພ້ອມນີ້, ທ່ານ ໄດ້ຂໍການສະໜັບສະໜູນ ຕໍ່ການລົງສະໝັກຂອງ ສປປ ລາວ ເຂົ້າເປັນສະມາຊິກ ສະພາເສດຖະກິດ-ສັງຄົມ ສປຊ ສໍາລັບສົກປີ 2023-2025 ເຊິ່ງເປັນຄັ້ງທໍາອິດ ທີ່ ສປປ ລາວ ສະໝັກເຂົ້າເປັນສະມາຊິກຂອງອົງກອນດັ່ງກ່າວ. ກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫຍອົງການ ສປຊ ຈັດຂຶ້ນໃນເດືອນກັນຍາ ຂອງທຸກປີ ເພື່ອເປັນເວທີ ໃຫ້ບັນດາຜູ້ນໍາຂອງໂລກ ໄດ້ພ້ອມກັນຕີລາຄາສະພາບການສາກົນ ແລະ ຖະແຫລງນະໂຍບາຍແຫ່ງຊາດຂອງຕົນ ໃນການແກ້ໄຂບັນຫາຕ່າງໆເຫລົ່ານັ້ນ. ນອກຈາກນີ້, ໃນໂອກາດດັ່ງກ່າວ ຍັງມີກອງປະຊຸມປິ່ນອ້ອມຕ່າງໆຈຳນວນຫລາຍກອງປະຊຸມ ເປັນຕົ້ນ ກອງປະຊຸມ ລະດັບລັດຖະມົນຕີ ກຸ່ມປະເທດດ້ອຍພັດທະນາ, ກຸ່ມປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນ ຕິດທະເລ ແລະ ອື່ນໆ.

ແຫຼ່ງຂໍ້ມູນ: ຂປລ

Comments