News

ຮ່ວມກັນກຳນົດແນວທາງ ໃນການຈັດຕັ້ງປະຕິບັດແຜນດຳເນີນງານສຳລັບປະເທດດ້ອຍພັດທະນາ…

ໃນຕອນແລງຂອງວັນທີ 17 ກັນຍາ 2020, ທີ່ ກະຊວງການຕ່າງປະເທດ ໄດ້ມີກອງປະຊຸມທາງໄກ ຂອງ ກຸ່ມປະເທດດ້ອຍພັດທະນາ ປະຈຳປີ 2020 (The Annual 2020 High-Level Meeting of the Ministers of Foreign Affairs of the Least Developed Countries), ໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ຕາງໜ້າໃຫ້ລັດຖະບານ ເຂົ້າຮ່ວມກອງປະຊຸມ ໂດຍມີປະເທດຕ່າງໆເຂົ້າຮ່ວມ 47 ປະເທດ. ກອງປະຊຸມດັ່ງກ່າວແມ່ນ ກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ຊຶ່ງເປັນເວທີໃຫ້ແກ່ ບັນດາລັດຖະມົນຕີຕ່າງປະເທດ ຂອງ ກຸ່ມປະເທດດ້ອຍພັດທະນາ (LDCs) ລວມທັງຜູ້ຕາງໜ້າຈາກ ບັນດາປະເທດຄູ່ຮ່ວມພັດທະນາ, ອົງການເຄືອຂ່າຍ ສປຊ ແລະ ອົງການຈັດຕັ້ງສາກົນອື່ນໆທີ່ກ່ຽວຂ້ອງ ເພື່ອມາຮ່ວມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບ ບັນຫາທີ່ພົ້ນເດັ່ນຕ່າງໆ ແລະ ຮ່ວມກັນກຳນົດແນວທາງ ...

Read More »

ທະນາຄານໂລກຊີ້ ເສດຖະກິດໂລກກັບມາສູ່ສະພາບປົກກະຕິ ອາດໃຊ້ເວລາເຖິງ 5 ປີ…

ທ່ານ ນາງ ຄາເມນ ໄຣຮາດ ຫົວໜ້ານັກເສດຖະສາດປະຈຳທະນາຄານໂລກ ກ່າວວ່າ: ການລະບາດຂອງພະຍາດໂຄວິດ – 19 ສົ່ງຜົນກະທົບຕໍ່ເສດຖະກິດໂລກຢ່າງໜັກໜ່ວງກວ່າທີ່ຄາດການໄວ້ ແລະ ຈະໃຊ້ເວລາຢ່າງໜ້ອຍອີກ 5 ປີ ຈຶ່ງຈະຟື້ນຟູໃຫ້ກັບມາສູ່ສະພາວະປົກກະຕິໄດ້. ຫົວໜ້ານັກເສດຖະສາດປະຈຳທະນາຄານໂລກ ກ່າວອີກວ່າ: ອາດຈະມີການຟື້ນຕົວໄວຂຶ້ນ ຫາກມາດຕະການລັອກດາວຖືກຍົກເລີກໄວ ແຕ່ການຟື້ນຟູຢ່າງເຕັມສ່ວນອາດໃຊ້ເວລາຢ່າງໜ້ອຍ 5 ປີ. ທ່ານກ່າວອີກວ່າ: ການທົດຖອຍດ້ານເສດຖະກິດທີ່ມີສາເຫດຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ນັ້ນ ບາງປະເທດຍັງຈະໃຊ້ເວລາອີກດົນກວ່າຈະຟື້ນຕົວໄດ້ ແຕ່ກໍອາດຄ່ອຍໆຟື້ນຄືນມາ ເຊິ່ງສະຖານະການແບບນີ້ຍິ່ງຈະເຮັດໃຫ້ຄວາມແຕກໂຕນດ້ານການພັດທະນາຍັບຫ່າງອອກຈາກກັນອີກ, ໃນຂະນະທີ່ຄົນທຸກທີ່ສຸດໃນປະເທດຮັ່ງມີ ກໍຈະໄດ້ຮັບຜົນກະທົບຈາກວິກິດການຄັ້ງນີ້ ແລະ ປະເທດທີ່ທຸກຍາກທີ່ສຸດໃນໂລກ ຍິ່ງຈະປະເຊີນຄວາມຫຍຸ້ງຍາກລຳບາກຫຼາຍກວ່າປະເທດທີ່ຮັ່ງມີ. ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

Read More »

ຫົວໜ່ວຍທຸລະກິດທີ່ມີລາຍຮັບ 400 ລ້ານຂຶ້ນໄປ ຈະຕ້ອງເຂົ້າລະບົບອາກອນມູນຄ່າເພີ່ມ….

ຄະນະວິຊາການຂອງກະຊວງການເງິນ ໄດ້ລົງເຄື່ອນໄຫວຊຸກຍູ້ຕິດຕາມ ກວດກາການຈັດຕັ້ງປະຕິບັດວຽກງານງົບປະມານ 6 ເດືອນຕົ້ນປີ ແລະ ແຜນດັດແກ້ 6 ເດືອນທ້າຍປີ 2020 ທີ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ນໍາໂດຍ ທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນກະຊວງການເງິນ; ໂດຍການເຂົ້າຮ່ວມຂອງ ທ່ານ ໂພຄໍາ ໄຊຍະສອນ ເຈົ້າເມືອງໄຊເສດຖາ. ທ່ານ ສົມພານ ອ້ວນຄໍາຈັນ ຫົວໜ້າສ່ວຍສາອາກອນປະຈໍາ ເມືອງໄຊເສດຖາ ໄດ້ລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານໃນ 6 ເດືອນຕົ້ນປີ 2020 ແລະ ແຜນດັດແກ້ 6 ເດືອນທ້າຍປີ 2020 ສະບັບເລກທີ 2086/ກງ ລົງວັນທີ 5 ສິງຫາ 2020 ເຊິ່ງການຈັດຕັ້ງປະຕິບັດຂອງເມືອງໄຊເສດຖາ ປະກອບມີ: ການແຈ້ງມອບອາກອນຜ່ານລະບົບ taxris; ການປະເມີນລາຍຮັບ 50 ລ້ານລົງມາ; ລາຍຮັບ 50 ລ້ານກີບ ຫາ 400 ລ້ານກີບຂຶ້ນໄປ; ຫົວໜ່ວຍທີ່ມີລາຍຮັບ 400 ລ້ານຂຶ້ນໄປ ແມ່ນຕ້ອງຈົດເຂົ້າລະບົບອາກອນມູນຄ່າເພີ່ມ ລວມທັງຫົວໜ່ວຍທີ່ນໍາໃຊ້ເຄື່ອງ ...

Read More »

ກົມອຸຕຸເຕືອນ…!!! ຝົນຍັງຈະສືບຕໍ່ຕົກເລື້ອຍໆ….

ອຸຕຸແຈ້ງ ຈະມີຝົນຕົກຕະຫຼອດທິດ ນັບຕັ້ງແຕ່ໄລຍະວັນທີ 21-27 ກັນຍາ ຍັງຈະມີຝົນຕົກສືບຕໍ່ຕົກໃນແຕ່ລະພາກທົ່ວປະເທດ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດ ໃນໄລຍະວັນທີ 21 ຫາ 27 ກັນຍາ 2020 ວ່າ: ໃນໄລຍະວັນທີ 21 ຫາ 22 ກັນຍາ 2020 ຮ່ອງຄວາມກົດດັນອາກາດຕ່ໍາຈະພາດຜ່ານຢູ່ແຂວງພາກເຫນືອດ້ານຕາເວັນຕົກ ແລະ ພາກກາງຂອງປະເທດລາວ, ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບປານກາງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ຈາກນັ້ນວັນທີ 23 ຫາ 27 ກັນຍາ 2020 ຄວາມກົດດັນອາກາດສູງທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ແຂວງເຫນືອຂອງປະເທດລາວ, ສ່ວນພາກກາງ ແລະ ພາກໃຕ້ປົກຄຸມດ້ວຍຄວາມກົດດັນອາກາດຕໍ່າ, ຊຶ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າຢູ່ແຂວງພາກ ເຫນືອ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍໃນແຕ່ລະພາກ ແລະ ຕົກປານກາງ ຫາຕົກຫນັກຢູ່ບາງທ້ອງຖີ່ນ ແຂວງພາກເຫນືອດ້ານຕາເວັນຕົກ ແລະ ພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອກາດ

Read More »

ສານຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວກ່າວສະເຫຼີມສະຫຼອງວັນສ້າງຕັ້ງອົງການ ສປຊ ຄົບຮອບ 75 ປີ…

ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສົ່ງສານ ເພື່ອສະແດງຄວາມຊົມເຊີຍເນື່ອງໃນໂອກາດສະເຫຼີມສະຫຼອງວັນຄົບຮອບການສ້າງຕັ້ງອົງການສະຫະປະຊາຊາດ (ສປຊ) ຄົບຮອບ 75 ປີ ຜ່ານການບັນທຶກວິດີໂອ, ຊຶ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 21 ກັນຍາ 2020, ທີ່ອົງການ ສປຊ ທີ່ ນິວຢອກ, ສ.ອາເມລິກາ ໂດຍມີເນື້ອໃນລະບຸວ່າ: “ຂ້າພະເຈົ້າ ໃນນາມຕາງໜ້າລັດ ຖະບານ ແລະ ປະຊາຊົນລາວບັນດາເຜົ່າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ມາຍັງອົງການ ສປຊ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງອົງການ ສປຊ ຄົບຮອບ 75 ປີ ທີ່ມີຄວາມໝາຍສຳຄັນໃນມື້ນີ້. ອົງການ ສປຊ ໄດ້ຮັບການສ້າງຕັ້ງຂຶ້ນ ບົນພື້ນຖານຄວາມມຸ່ງມາດປາຖະໜາຂອງມວນມະນຸດ ທີ່ຢາກຢູ່ຮ່ວມກັນຢ່າງສັນຕິ, ມີການຮ່ວມມືກັນ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອພ້ອມກັນເຮັດໃຫ້ໂລກນີ້ມີ ສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລ. ຕະຫຼອດໄລຍະ 75 ປີ ຜ່ານມາ, ພວກເຮົາໄດ້ເຫັນຜົນງານ ແລະ ຜົນສຳເລັດທີ່ສຳຄັນຫຼາຍດ້ານຂອງອົງການ ສປຊ. ...

Read More »

ລາວ ຂາດດຸນການຄ້າປະມານ 7 ລ້ານໂດລາ….

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 8 ບັນລຸໄດ້ປະມານ 762 ລ້ານໂດລາສະຫະລັດ ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 377 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 384 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 7 ລ້ານໂດລາສະຫາລັດ. ພາບປະກອບເທົ່ານັ້ນ ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີມູນຄ່າປະມານ: ຈີນ 102 ລ້ານໂດລາສະຫະລັດ, ຫວຽດນາມ 75 ລ້ານໂດລາສະຫະລັດ, ໄທ 120 ລ້ານໂດລາສະຫະລັດ, ອິນເດຍ 14 ລ້ານໂດລາສະຫະລັດ ແລະ ເຢຍລະມັນ 6 ລ້ານໂດລາສະຫະລັດ. ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ ມີມູນຄ່າປະມານປະມານ: ໄທ 204 ລ້ານໂດລາສະຫະລັດ, ຈີນ 84 ລ້ານໂດລາສະຫະລັດ, ຫວຽດນາມ 44 ລ້ານໂດລາສະຫະລັດ, ...

Read More »

ປກສ ແລະ IOM ຮ່ວມມືກັນໃນການຮັບຄວາມສ່ຽງຈາກໂຄວິດ 19 ….

ອົງການຈັດຕັ້ງເພື່ອການເຄື່ອນຍ້າຍຖິ່ນຖານ International Orgenization for Migration (IOM) ແລະ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຮ່ວມມືກັນພາຍໃຕ້ໂຄງການ “ກຽມຄວາມພ້ອມໃນການຮັບມືກັບຄວາມສ່ຽງຈາກໂຄວິດ-19 ຢູ່ດ່ານຊາຍແດນ ແລະ ສະໜາມບິນສາກົນຢູ່ ສປປ ລາວ” ຊຶ່ງອົງການ IOM ໄດ້ໃຫ້ການສະໜັບສະໜູນດ້ານອຸປະກອນ ແລະ ງົບປະມານ ເປົ້າໝາຍທັງໝົດນີ້ ເພື່ອສະໜັບສະໜູນລັດຖະບານລາວ ໃນການບໍລິຫານດ່ານ, ຄຸ້ມຄອງແຮງງານເຄື່ອນຍ້າຍຜ່ານດ່ານ ແລະ ຊ່ວຍເຫຼືອປະຊາຊົນທີ່ມີຄວາມສ່ຽງ, ໄລຍະໃນການຮ່ວມມືແມ່ນ 6 ເດືອນ ຊຶ່ງຈະມີການຊ່ວຍໃນການພັດທະນາມາດຕະຖານຂັ້ນຕອນການດຳເນີນງານ ແລະ ຈັດເຝິກອົບຮົມ ເພື່ອສ້າງຂີດຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ປະຈຳຊາຍແດນ ແລະສະໜາມບິນສາກົນຢູ່ 10 ດ່ານ ເພື່ອກຽມຄວາມພ້ອມໃນການຮັບມືກັບພະຍາດໂຄວິດ-19 ຢູ່ ສປປ ລາວ ພິທີເຊັນສັນຍາຮ່ວມມືດັ່ງກ່າວໄດ້ຈັດຂຶ້ນເມືອບໍ່ດົນມານີ້ ຢູ່ນະຄອນຫຼວງວຽງຈັນ ລະຫວ່າງຫົວໜ້າກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ (ຕມ) ກົມໃຫຍ່ສັນຕິບານ ກະຊວງ ປກສ ທ່ານພັນເອກ ສາຍສະໝິງ ສີວິໄລ ແລະ ຮັກສາການຫົວໜ້າຫ້ອງການອົງການ IOM ປະຈຳລາວ ທ່ານ ນາງ ຊີນ່າແວນ ແບມເມວ ໂຟກເນີ ...

Read More »

ນັກສຶກສາຮຽນຈົບຈາກ ສສ ຫວຽດນາມ ນັບຕັ້ງແຕ່ປີ 2011 ປະມານ 3,000 ຄົນ……….

ກະຊວງສຶກສາທິການ ແລະ ກິລາ ໄດ້ລາຍວ່າ: ສະເພາະຈຳນວນນັກສຶກສາລາວຮຽນຢູ່ ສສ ຫວຽດນາມໄລຍະ 2011-2020 (ບໍ່ລວມຂົງເຂດ ປກຊ-ປກສ) ປີ 2011 ຈໍານວນ 254 ທຶນ, ປີ 2012 ຈໍານວນ 255 ທຶນ, ປີ 2013 ຈຳນວນ 373 ທຶນ, ປີ 2014 ຈໍານວນ 343 ທຶນ, ປີ 2015 ຈໍານວນ 450 ທຶນ, ປີ 2016 ຈໍານວນ 526 ທຶນ, ປີ 2017 ຈຳນວນ 544 ທຶນ, ປີ 2018 ຈໍານວນ 523 ທຶນ, ປີ 2019 ຈໍານວນ 535 ທຶນ, ປີ 2020 ຈໍານວນ 413 ທຶນ. ...

Read More »

ຕົວເມືອງຢູ່ນະຄອນຫລວງ ແລະ ຢູ່ແຂວງຕ່າງໆມີໄຟຟ້າໃຊ້ຖາວອນ 100% ແລ້ວ

ກະຊວງພະລັງງານ ແລະ ບໍ່ແຮ່ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ຢູ່ ບັນດາເທດສະບານແຂວງ, ນະຄອນຫຼວງ, ເທດສະບານເມືອງ ແລະ ນະຄອນ ມີໄຟຟ້າໃຊ້ 100%, ຈໍານວນ ບ້ານທີ່ໄຟຟ້າເຂົ້າເຖິງກວມ 93% ແລະ ຈໍານວນຄອບຄົວໃນທົ່ວປະເທດທີ່ໄດ້ໃຊ້ໄຟ ຟ້າແບບຖາວອນແລ້ວ ກວມ 95%.ປັດຈຸບັນນີ້, ສປປ ລາວ ມີແຫຼ່ງຜະລິດໄຟຟ້າແລ້ວ 78 ແຫ່ງ, ມີ ກໍາລັງຕິດຕັ້ງທັງຫມົດ 9.972 ເມັກກາວັດ, ສາມາດຜະລິດ ພະລັງງານໄຟຟ້າໄດ້ເຖິງ 52.211 ລ້ານ ກິໂລວັດໂມງຕໍ່ປີ. ນອກຈາກນີ້, ຍັງມີໂຄງການໄຟຟ້າຖ່ານຫິນ 1 (ຫົງສາ), ໂຄງການພະລັງງານ ໄຟຟ້າຊີວະມວນ 4 ແຫ່ງ ແລະ ໂຄງການໄຟຟ້າແສງຕາວັນລວມ 6 ແຫ່ງ. ຄຽງຄູ່ກັນນີ້, ການພັດທະນາລະບົບສາຍສົ່ງກໍ່ໄດ້ດໍາເນີນໄປ ຢ່າງແຂງແຮງ, ມາຮອດປັດຈຸບັນນີ້ ທົ່ວປະເທດ ມີລະບົບສາຍສົ່ງແຮງ ສູງ, ແຮງກາງ ແລະ ແຮງຕໍ່າ) ຍາວທັງຫມົດ 65.563 ກວ່າ ກິໂລແມັດ, ...

Read More »

ຫ້ອງຕໍາຫຼວດ ທໍາລາຍສິນຄ້າຫ້າມນໍາເຂົ້າ ນໍ້າໜັກ 1.060 ກິໂລກຣາມ…

ພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ ໄດ້ສົມທົບກັບ ພະແນກອຸດສາຫະກຳການຄ້າ ນະຄອນຫຼວງວຽງຈັນ ໄດ້ທໍາລາຍສິນຄ້າຫ້າມນໍາເຂົ້າທີ່ຜິດກົດໝາຍ ( ປະເພດຜັກ ) ລວມນໍ້າໜັກທັງໝົດ 1.060 ກິໂລກຣາມ, ຢູ່ເດີ່ນຫ້ອງຕໍາຫຼວດ ປກສ ນວ ໃນຕອນບ່າຍຂອງວັນທີ 16 ກັນຍາ 2020 ໂດຍມີ ພັທ ຄໍາພອນ ພົມມະຈັນ ຮັກສາການຫົວໜ້າພະແນກຕໍາຫຼວດປ້ອງກັນເສດຖະກິດ ພ້ອມພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ພັທ ຄໍາພອນ ພົມມະຈັນ ໄດ້ໃຫ້ຮູ້ວ່າ: ໃນເວລາ 16:00 ໂມງຂອງວັນທີ 15 ກັນຍາ 2020 ເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະກິດໄດ້ຮັບການລາຍງານຈາກພົນລະເມືອງດີວ່າ ມີລົດຕູ້ ສີຂາວ ໝາຍເລກທະບຽນ ກລ 8364 ກຳແພງນະຄອນ ໄດ້ແກ່ສິນຄ້າປະເພດຜັກ ມາຈາກປະເທດເພື່ອນບ້ານ ໂດຍການຂົນສົ່ງມາທາງເຮືອ ເຂດບ້ານທ່າພະ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ຈາກນັ້ນ, ເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະກິດ ຈຶ່ງໄດ້ອອກຕິດຕາມກວດກາ ພົບເຫັນລົດຄັນດັ່ງກ່າວ ມຸ່ງໜ້າໄປທາງເຂດບ້ານທ່ານາ (ບໍ່ໂອ) ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຜ່ານການກວດກາຂອງເຈົ້າໜ້າທີ່ ຈຶ່ງພົບເຫັນສິນຄ້າປະເພດຜັກບົ່ວໃບ ...

Read More »