ຮ້ານສະດວກຊື້ 7 Eleven ກຽມເປີດສາຂາທຳອິດ ຢູ່ ລາວ…

ຂ່າວດີ…!!! ຄາດວ່າ 7 Eleven ສາຂາທໍາອິດຂອງ CP All ຈະເປີດສາຂາ ໃຫ້ການບໍລິການຢູ່ ນະຄອນຫຼວງວຽງຈັນ ສປປ ລາວ ໃນປີ 2022 ໂດຍຈະເປັນຮ້ານສະດວກຊື້ ທີ່ມີສິນຄ້າ ແລະ ການບໍລິການຄົບທຸກຢ່າງ ຄືກັບຢູ່ປະເທດໄທ.

Live Rat Reportedly Found In Vancouver 7-Eleven Store's Cooler (PHOTO) -  Narcity

ສປປ ລາວ ຈະກາຍເປັນປະເທດທີ່ 20 ຂອງໂລກ ທີ່ມີຮ້ານສະດວກຊື້ 7 Eleven ມາເປີດ, ສະເພາະຢູ່ປະເທດໄທ ມີຮ້ານສະດວກຊື້ 7 Eleven ທັງໝົດ ຫຼາຍກ່ວາ 12,000 ສາຂາແລ້ວ. ບໍລິສັດ CP All ຂອງປະເທດໄທ ໄດ້ຮັບອະນຸຍາດ ໃຫ້ດໍາເນີນ ທຸລະກິດ ຮ້ານສະດວກຊື້ 7 Eleven ເປີດ 24 ຊມ ຢູ່ ສປປ ລາວ ໂດຍໄດ້ຮັບສັນຍາ ສໍາປະທານ 30 ປີ ແລະ ສາມາດຕໍ່ໄດ້ ສູງສຸດ 2 ເທື່ອ ເທື່ອລະ 20 ປີ ລວມທັງໝົດເປັນ 70 ປີ.

Shopper Experience: 7-Eleven overhauls customer support operation | América  Retail

ນອກຈາກ 7 Eleven ຈະໃຫ້ບໍລິການ ຂາຍເຄື່ອງທົ່ວໄປແລ້ວ ຍັງຈະມີການໃຫ້ບໍລິການເສີມອື່ນໆ ເຊັ່ນ: ບໍລິການ ທາງທະນາຄານ, ຈ່າຍໃບບິນ, ບໍລິການດ້ານການເງິນ, ທຸລະກິດ ດິຈິຕອລ ແລະ ອື່ນໆ, ທັງຈະຍັງເປັນການສົ່ງເສີມ ສິນຄ້າໄທ ໃຫ້ຄົນລາວ ໄດ້ຮູ້ຈັກຫຼາຍຂຶ້ນ.

ແຫຼ່ງຂໍ້ມູນ: lao youth radio

Comments