ອັນຕະລາຍ…!!! ອະຫິວາໝູອະຟຣິກາ ສ້າງຄວາມເສນຫາຍຫຼາຍກວ່າ 200 ລ້ານ…..

ພະຍາດອະຫິວາໝູອາຟຣິກາ ລະບາດຢູ່ເມືອງຊຽງຮ່ອນ ໝູຕາຍແລ້ວທັງໝົດ 195 ໂຕ ທຳລາຍໝູແລ້ວ 200 ກວ່າໂຕ ມາຮອດປັດຈຸບັນວິຊາການທີ່ໄດ້ລົງເກັບກຳຂໍ້ມູນ ການລະບາດຂອງພະຍາດ ດັ່ງກ່າວໃຫ້ຮູ້ວ່າ: ການລະບາດຂອງພະຍາດໄດ້ແຜ່ລາມໄວທີສຸດ ແລະ ແຜ່ລາມແລ້ວ 13 ບ້ານພາຍໃນເມືອງຊຽງຮ່ອນຄື: ບ້ານ ແກ່ນ, ບ້ານສາມັກຄີໄຊ, ບ້ານ ດອນເຟືອງ, ບ້ານ ຂິ່ງ, ບ້ານ ລາວສະໂນ, ບ້ານ ນໍ້າກອກ, ບ້ານ ນາອອນ, ບ້ານ ຫົວນາ, ບ້ານ ດົງ, ບ້ານ ຫ້ວຍຮາກ, ບ້ານ ຊ້າງ, ບ້ານ ຄໍ້າ ແລະ ບ້ານ ນ້ຳຄ່ອມ ປັດຈຸບັນທາງວິຊາການສັດຕະວະແພດ ແລະ ການນຳຂັ້ນເມືອງ ໄດ້ລົງລະດົມແນວຄິດ ຜູ້ທີ່ລ້ຽງໝູ ໃຫ້ການຮ່ວມມືກັບວິຊາການ ແລະ ອອກນິຕິກຳຕ່າງໆ ເພື່ອເປັນການສະກັດກັ້ນການແຜ່ລາມອອກເປັນວົງກວ້າງ ພ້ອມທັງທຳລາຍໝູທີ່ຕິດເຊື້ອຢູ່ບ້ານແກ່ນ ຈຳນວນ 216 ໂຕ ນ້ຳໜັກ 5.393 ກິໂລກຼາມ ແລະ ບ້ານສາມັກຄີໄຊ ຈໍານວນ 31 ໂຕ ນໍ້າໜັກ 804 ກິໂລກຼາມ ລວມມູນຄ່າໝູທີ່ທຳລາຍທັງໝົດ 200 ລ້ານກວ່າກີບ.

ເປັນຕາຢ້ານແທ້…!!! ເມືອງຊຽງຮ່ອນ ແຈ້ງການ ປະກາດເຂດແຜ່ລະບາດພະຍາດ (ອະຫິວາໝູ  ອາຟຣິກາ) ໃນຂອບເຂດທົ່ວເມືອງ. – Southern Times

ປັດຈຸບັນອຳນາດການປົກຄອງແຕ່ລະບ້ານ ແລະ ຂະແໜງການທີ່ກ່ຽວຂ້ອງ ຂັ້ນເມືອງ, ຂັ້ນແຂວງເປັນຕົ້ນແມ່ນວິຊາການສັດຕະວະແພດຂອງຫ້ອງການກະສິກໍາ ແລະປ່າໄມ້ເມືອງ, ແຂວງໄດ້ເອົາໃຈໃສ ເຝົ້າລະວັງ ແລະ ສະກັດກັ້ນການລະບາດຂອງພະຍາດສັດ.

ເປັນຕາຢ້ານແທ້…!!! ເມືອງຊຽງຮ່ອນ ແຈ້ງການ ປະກາດເຂດແຜ່ລະບາດພະຍາດ (ອະຫິວາໝູ  ອາຟຣິກາ) ໃນຂອບເຂດທົ່ວເມືອງ. – Southern Times

ສ່ວນສາເຫດທີ່ພາໃຫ້ການລະບາດຂອງພະຍາດແມ່ນ ເນື່ອງຈາກສະພາບດິນຟ້າອາກາດມີການປ່ຽນແປງກະທັນຫັນ ສັດລ້ຽງມີການຂາດແຄນອາຫານ ບວກໃສ່ເຈົ້າຂອງສັດຈຳນວນໜຶ່ງ ຍັງຖືເບົາຕໍ່ການຮັກສາສຸຂະພາບສັດ ຂອງຕົນເອງ, ຜູ້ປະກອບການບາງພາກສ່ວນ ບໍ່ໄດ້ເອົາໃຈໃສ່ຕໍ່ການປະຕິບັດຕາມການຄຸ້ມຄອງ ການເຄື່ອນຍ້າຍສັດ ແລະ ຜະລິດຕະພັນສັດທີ່ວາງອອກ ຍັງມີການການ ຊື້ສັດມາຈາກບ່ອນທີ່ມີການລະບາດຂອງພະຍາດຈຶ່ງເປັນສາເຫດໃຫ້ມີ ການລະບາດຂອງພະຍາດເກີດຂື້ນ.

ແຫຼ່ງຂໍ້ມູນ: ດອນຂຽວພະນາ

Comments