ໜ້າພູມໃຈ ລາວ ຄົ້ນພົບວັດຖຸບູຮານ ຫຼາຍກວ່າ 7 000 ກວ່າອັນ….

ວັດຖຸບູຮານເກົ່າແກ່ຈຳນວນ 7.800 ອັນໄດ້ຖືກຄົ້ນພົບ ໃນທ້າຍເດືອນກັນຍາ 2020 ນີ້ ຈາກການຂຸດຄົ້ນພາຍໃນເຂດໂຄງການບໍ່ຄຳເຊໂປນ ແຂວງສະຫວັນນະເຂດ, ບໍລິສັດລ້ານຊ້າງມີ ເນໂຣນສ໌ ໄດ້ໂອນມອບໃຫ້ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເປັນຜູ້ເກັບຮັກສາ ແລະ ຄຸ້ມຄອງ.”

ປັດຈຸບັນມອບໃຫ້ພາກລັດຄຸ້ມຄອງຄື: ຫໍພິພິທະພັນແຫ່ງຊາດ , ຫໍພິພິທະພັນສະຫວັນນະເຂດ ແລະ ຫໍວັດທະນະທຳເມືອງວິລະບູລີ

ວັດຖຸບູຮານທີ່ມາມອບປະກອບມີວັດຖຸພັນປະເພດທອງແດງ, ທອງເຫລືອງ, ເຫລັກ, ດິນເບົ້າຫລໍ່, ແກ້ວປະດັບ-ເຈຍລະໄນ, ເຄື່ອງປັ້ນດິນເຜົາ ແລະ ໄມ້ (ມີອາຍຸເກົ່າແກ່ແຕ່ 1,000-3,000 ປີ)

ການສົ່ງເສີມ ແລະ ອະນຸລັກຮັກສາຄວາມມໍລະດົກອັນລໍ້າຄ່າ ແມ່ນມີຄວາມໝາຍສຳຄັນຕໍ່ປະຫວັດສາດຂອງຊາດ, ສະແດງເຖິງຄວາມຮັ່ງມີ, ມູນເຊື້ອແນວຄິດປະດິດສ້າງ ແລະ ອາລະຍະທຳອັນເກົ່າແກ່, ເປັນສິ່ງເອກອ້າງທະນົງໃຈຂອງປວງຊົນລາວ,

ເຮັດໃຫ້ສັງຄົມໂລກໄດ້ຮັບຮູ້ ເຖິງຄວາມອຸດົມສົມບູນດັ່ງກ່າວ, ໃນອະນາຄົດ, ສະຖານທີ່ຄົ້ນພົບວັດຖຸບູຮານນີ້ອາດກາຍເປັນແລ່ງທ່ອງທ່ຽວອັນສຳຄັນຂອງລາວເຮົາ ແລະ ກາຍເປັນມໍລະດົກໂລກທີ່ຈະສ້າງຊື່ສຽງໃຫ້ຊາດເຮົາອີກດ້ວຍ.

ແຫຼ່ງຂໍ້ມູນ: Sourioudong Sundara

Comments