ອັດຕາເງິນເຟີ້ ເດືອນສິງຫາ ເພີ່ມຂຶ້ນຢູ່ທີ່ 5,84%

ອີງຕາມບົດລາຍງານອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນສິງຫາ 2020 ຂອງສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ສະບັບເລກທີ 291/ສຖຕ2.2 ລົງວັນທີ 23 ກັນຍາ 2020 ໃຫ້ຮູ້ວ່າ: ດັດຊະນີລາຄາຊົມໃຊ້ ແລະ ອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນສິງຫາ 2020 ເພີ່ມຂຶ້ນຢູ່ໃນລະດັບ 5,84% ສູງກວ່າເດືອນຜ່ານມາເລັກໜ້ອຍ ( ເດືອນກໍລະກົດ 2020 ຢູ່ລະດັບ 5,12% ), ປັດໄຈທີ່ສົ່ງຜົນໃຫ້ອັດຕາເງິນເຟີ້ໃນເດືອນນີ້ປັບຕົວສູງຂຶ້ນນັ້ນ ແມ່ນມາຈາກການເໜັງຕີງເພີ່ມຂຶ້ນຂອງໝວດສິນຄ້າຄື: ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າທຽບປີຕໍ່ປີ ເພີ່ມຂຶ້ນ 9,91%, ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນຢ່າງກະໂດດ ຈາກ 0,80% ໃນເດືອນກໍລະກົດ ມາເປັນ 7,96%; ໝວດເຄື່ອງນຸ່ງ ແລະ ເກີບ ປັບຕົວສູງຂຶ້ນເລັກໜ້ອຍ 5,33%, ໝວດສິນຄ້າ ແລະ ບໍລິການອື່ນໆຢູ່ລະດັບ 10,65%. ສໍາລັບໝວດຄົມມະນາຄົມ ແລະ ຂົນສົ່ງແມ່ນ 0,97%.

ເມືອງນາຊາຍທອງ ຈະຄຸ້ມຄອງລາຄາສິນຄ້າ ຢ່າງເຂັ້ມງວດ | Laos News Agency

ຖ້າເບິ່ງຈາກການປ່ຽນແປງດັດຊະນີລາຄາເດືອນຕໍ່ເດືອນໃນເດືອນສິງຫາ ທຽບກັບເດືອນກໍລະກົດ 2020 ຜ່ານມາ ເຫັນວ່າເພີ່ມຂຶ້ນສູງຄືດັດຊະນີລວມ ເພີ່ມຂຶ້ນເຖິງ 1,45%, ໃນນີ້ແມ່ນມາຈາກໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ແມ່ນເຫຼົ້າ ເພີ່ມຂຶ້ນ 2,19% ເນື່ອງມາຈາກລາຄາຊີ້ນ, ພືດຜັກ ແລະ ໝາກໄມ້ປັບຕົວສູງຂຶ້ນ ໂດຍສະເພາະແມ່ນຊີ້ນໝູ ເຊິ່ງປັດຈຸບັນລາຄາຂຶ້ນຮອດ 48.000 ຫາ 50.000 ກີບຕໍ່ກິໂລກຣາມແລ້ວ; ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນ 7,45% ເນື່ອງຈາກຄ່າບໍລິການໂທລະສັບມືຖືລາຍເດືອນ ແລະ ແບບຕື່ມມູນຄ່າໂທຕໍ່ນາທີໄດ້ປັບຕົວເພີ່ມ ຂຶ້ນ ພາຍຫຼັງຜ່ານພົ້ນການປະຕິບັດນະໂຍບາຍຜ່ອນຜັນ  ( ເປັນເວລາ 4 ເດືອນ ) ໃນໄລຍະຜົນກະທົບໂຄວິດ – 19 ລະບາດ.

ໝວດເຄື່ອງນຸ່ງ ແລະ ເກີບ ເພີ່ມຂຶ້ນ 0,53% ໂດຍສະເພາະປະເພດເຄື່ອງນຸ່ງເດັກນ້ອຍ ແລະ ເກີບ ປັບຕົວເພີ່ມຂຶ້ນຕິດພັນກັບໝວດການສຶກສາເຫັນວ່າດັດຊະນີລາຄາເດືອນຕໍ່ເດືອນປັບຕົວເພີ່ມຂຶ້ນເຊັ່ນກັນ ຢູ່ລະດັບ 1,28% ຍ້ອນລາຄາຊຸດເຄື່ອງແບບນັກຮຽນລາຄາເພີ່ມຂຶ້ນ ເນື່ອງຈາກເປັນໄລຍະກະກຽມເປີດສົກຮຽນໃໝ່ທົ່ວລະບົບ; ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 1,36% ປັດໄຈຕົ້ນຕໍແມ່ນມາຈາກລາຄາຄໍາເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ.

ປັດໄຈ ແລະ ສາເຫດທີ່ສົ່ງຜົນໃຫ້ອັດຕາເງິນເຟີ້ເດືອນສິງຫາ 2020 ເໜັງຕີງຄືແນວນີ້ ແມ່ນມາຈາກປັດໄຈພາຍໃນ ແລະ ພາຍນອກ ຄື: ລາຄາອາຫານ ແລະ ປະເພດພືດຜັກມີລາຄາສູງຂຶ້ນແມ່ນ:

laophatthananewspaper:  ຫລັງປີໃໝ່ລາຄາສິນຄ້າຢູ່ທ້ອງຕະຫຼາດໃນນະຄອນຫຼວງມີທ່າອ່ຽງຫລຸດລົງ

1). ແມ່ນມາຈາກປັດໄຈລະດູການ ເນື່ອງຈາກລະດູຝົນເປັນລະດູການຜະລິດກໍແມ່ນ ແຕ່ບໍ່ແມ່ນສໍາລັບພືດຜັກ. ສະນັ້ນ, ການຜະລິດພືດຜັກໃນໄລຍະລະດູຝົນນີ້ເປັນໄລຍະທີ່ໃຊ້ຕົ້ນທຶນຂ້ອນຂ້າງສູງ, ມີຄວາມສ່ຽງເນົ່າເປື່ອຍ, ເສຍຫາຍງ່າຍ ແລະ ຜົນຜະລິດໄດ້ໜ້ອຍ. ສະນັ້ນ, ເພື່ອຫຼີກລຽງສິນຄ້າຂາດຕະຫຼາດແມ່ນໄດ້ມີການເຂົ້າເພື່ອສະໜອງຢູ່ໃນຕະຫຼາດພາຍໃນ.

2). ຊີ້ນໝູເປັນອາຫານຍອດນິຍົມຂອງຄົວເຮືອນ ແມ່ນໄດ້ຮັບຜົນກະທົບເຊັ່ນດຽວກັນກ່ຽວກັບຕົ້ນທຶນການຜະລິດ ເນື່ອງຈາກຕົ້ນທຶນການຜະລິດ ແລະ ວັດຖຸດິບແມ່ນນໍາເຂົ້າຈາກຕ່າງປະເທດບວກກັບປັດໄຈອັດຕາແລກປ່ຽນ ແລະ ການຈໍາກັດຄວາມສ່ຽງຢູ່ເຂດຊາຍແດນຍ້ອນຜົນກະທົບຂອງໂຄວິດ – 19 ສົ່ງຜົນໃຫ້ລາຄາຂາຍຍ່ອຍພາຍໃນປະເທດປັບຕົວສູງຂຶ້ນ.

3). ສະພາບການຜະລິດສິນຄ້າພາຍໃນຍັງບໍ່ທັນເຂັ້ມແຂງສົ່ງຜົນໃຫ້ລາຄາປະເພດອາຫານມີລາຄາສູງ ແລະ ທ່າອ່ຽງ ເພີ່ມຂຶ້ນບວກກັບໃນໄລຍະນີ້ເປັນໄລຍະລະດູຝົນແມ່ນມີຜົນກະທົບຕໍ່ການຜະລິດ ໂດຍສະເພາະແມ່ນການຜະລິດພືດຜັກເພື່ອສະໜອງຕະຫຼາດ.

ຕະຫລາດລາວ-ອົດຊີ-ເອີລົບຢືນຢັນຊີ້ນໝູຢູ່ຕະຫລາດປອພະຍາດ100% – Lao Phattana News

ສະພາບການປ່ຽນແປງດັດຊະນີລາຄາຊົມໃຊ້ແບ່ງຕາມໝວດສິນຄ້າຕົ້ນຕໍທຽບເດືອນຕໍ່ເດືອນ ແລະ ປີຕໍ່ປີ ປະຈຳເດືອນສິງຫາ 2020, ໃນນີ້ດັດຊະນີລາຄາຜູ້ບໍລິໂພກ ປະຈຳເດືອນສິງຫາ 2020 ທຽບກັບເດືອນຜ່ານມາ ເພີ່ມຂຶ້ນ 1,45%, ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼື ທຽບປີຕໍ່ປີ ແມ່ນເພີ່ມຂຶ້ນ 5,84% ໂດຍມີການປ່ຽນແປງຂອງລາຄາສິນຄ້າ ແລະ ບໍລິການ ຄື: ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າທຽບເດືອນຕໍ່ເດືອນ ເພີ່ມຂຶ້ນ 2,19% ແລະ ທຽບປີຕໍ່ປີ ເພີ່ມຂຶ້ນ 9,91%; ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ທຽບເດືອນຕໍ່ເດືອນ ເພີ່ມຂຶ້ນ 0,45% ແລະ ທຽບປີຕໍ່ປີ ເພີ່ມຂຶ້ນ 5,33%; ໝວດເຄື່ອງໃຊ້ໃນເຮືອນທຽບເດືອນຕໍ່ເດືອນ ເພີ່ມຂຶ້ນ 0,27% ແລະ ທຽບປີຕໍ່ປີ ເພີ່ມຂຶ້ນ 4,97%; ໝວດຄົມມະນາຄົມ ແລະ ການຂົນສົ່ງທຽບເດືອນຕໍ່ເດືອນ ເພີ່ມຂຶ້ນ 0,52% ແລະ ທຽບປີຕໍ່ປີ ເພີ່ມຂຶ້ນ 0,97%; ໝວດໄປສະນີ ແລະ ການສື່ສານ ທຽບເດືອນຕໍ່ເດືອນ ເພີ່ມຂຶ້ນ 7,45% ແລະ ທຽບປີຕໍ່ປີ ເພີ່ມຂຶ້ນ 7,96%; ໝວດບັນເທີງ ແລະ ການພັກຜ່ອນ ທຽບເດືອນຕໍ່ເດືອນ ເພີ່ມຂຶ້ນ 0,39% ແລະ ທຽບປີຕໍ່ປີ ເພີ່ມຂຶ້ນ 1,07%; ໝວດການສຶກສາ ທຽບເດືອນຕໍ່ເດືອນ ເພີ່ມຂຶ້ນ 1,28% ແລະ ທຽບປີຕໍ່ປີ ເພີ່ມຂຶ້ນ 0,85%; ໝວດສິນຄ້າ ແລະ ບໍລິການອື່ນໆ ທຽບເດືອນຕໍ່ເດືອນ ເພີ່ມຂຶ້ນ 1,36% ແລະ ທຽບປີຕໍ່ປີ ເພີ່ມຂຶ້ນ 10,65%.

4 ປີຜ່ານມາ ລັດເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ-ການບໍລິການ, ຊີ້ນສັດ-ນໍ້າມັນລາຄາຫຼຸດ

ອັດຕາເງິນເຟີ້ ສິນຄ້າພາຍໃນ ແລະ ສິນຄ້ານຳເຂົ້າ, ໃນນີ້ດັດຊະນີການຊົມໃຊ້ສິນຄ້າພາຍໃນທຽບໃສ່ເດືອນຜ່ານມາ ເພີ່ມຂຶ້ນ 1,79% ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແມ່ນເພີ່ມຂຶ້ນ 6,94% ຍ້ອນການເພີ່ມຂຶ້ນຂອງລາຄາປະເພດອາຫານສົດ ເຊັ່ນ: ຊີ້ນ ໂດຍສະເພາະແມ່ນຊີ້ນໝູ, ງົວ, ຄວາຍ ແລະ ລາຄາຮູບປະພັນເຫຼົ່ານີ້ເປັນຕົ້ນ. ສ່ວນດັດຊະນີການຊົມໃຊ້ສິນຄ້ານຳເຂົ້າທຽບໃສ່ເດືອນຜ່ານມາ ເພີ່ມຂຶ້ນ 0,68%, ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແມ່ນເພີ່ມຂຶ້ນ 3,36%.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

Comments