ວິສາຫະກິດລົດ ໃນທົ່ວໂລກມີຄວາມໝັ້ນໃຈຕໍ່ຕະຫລາດຈີນ…

ງານວາງສະແດງລົດສາກົນ ປັກກິ່ງ 2020 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 26 ກັນຍາ 2020 ງານວາງສະແດງລົດຄັ້ງນີ້ແມ່ນງານວາງສະແດງລົດສາກົນ ຄັ້ງທຳອິດທີ່ຈັດຂຶ້ນໃນໄລຍະຂອງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແຕ່ໄດ້ດຶງດູດບໍລິສັດລົດຍີ່ຫໍ້ຕ່າງໆທີ່ມີຊື່ສຽງໃນທົ່ວໂລກ ເຂົ້າຮ່ວມ ແລະ ໄດ້ຮັບຄວາມສົນໃຈຈາກສື່ມວນຊົນຕ່າງປະເທດ.

Chinese Supercars Set To Take The World By Storm | CarBuzz
ພາບປະກອບ

ສື່ມວນຊົນຕ່າງປະເທດ ເຫັນໂດຍທົ່ວໄປວ່າ ໃນໄລຍະທີ່ຕົວເມືອງຕ່າງໆຂອງເອີຣົບ ກຳລັງປະຕິບັດມາດຕະການປິດເມືອງຄືນໃໝ່ ແລະ ຜູ້ຕິດເຊື້ອພະຍາດຢູ່ອາເມຣິກາ ບັນລຸຫລາຍກວ່າ 7 ລ້ານກໍລະນີ, ການຈັດງານວາງສະແດງລົດສາກົນ ໃນຄັ້ງນີ້ສະແດງໃຫ້ເຫັນວ່າ ຈີນ ໄດ້ປະສົບຜົນສຳເລັດໃນການຕ້ານກັບພະຍາດໂຄວິດ-19. ຄຽງຄູ່ກັບເສດຖະກິດຈີນ ມີການຟື້ນຟູ ສູ່ສະພາບປົກກະຕິ, ຕະຫລາດລົດຂອງຈີນ ກໍໄດ້ດີກວ່າຕະຫລາດຂອງເອີຣົບ ແລະ ອາເມຣິກາ ຢ່າງຫລວງຫລາຍ.

Home

ທ່ານ ໂຈເຊັນ ໂກເລີ ປະທານກຳມະການບໍລິຫານຂອງກຸ່ມບໍລິສັດ BMW ປະຈຳຈີນ ກ່າວວ່າ ງານວາງສະແດງລົດສາກົນ ປັກກິ່ງ 2020 ເປັນສັນຍາລັກແຫ່ງຄວາມຫວັງ. ຕາມຂໍ້ມູນຫລ້າສຸດຈາກສະພາອຸດສາຫະກຳລົດຂອງຈີນໃຫ້ຮູ້ວ່າ ໃນເດືອນສິງຫາ ປີນີ້, ປະລິມານຜະລິດລົດ ຢູ່ຈີນ ແມ່ນ 2 ລ້ານ 1 ແສນ 1 ໝື່ນ 9 ພັນຄັນ, ເພີ່ມຂຶ້ນ 6,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້; ປະລິມານຈຳໜ່າຍລົດ ຢູ່ຈີນ ແມ່ນ 2 ລ້ານ 1 ແສນ 8 ໝື່ນ 6 ພັນຄັນ, ເພີ່ມຂຶ້ນ 11,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້

ແຫຼ່ງຂໍ້ມູນ: ຂປລ

Comments