ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ຮ່ວມກັບ ບໍລິສັດ ກຣິດຕິພົງ ເອັນເຕີເທນເມັນ ອີເວັນ-ອໍກະໄນເຊີ ແລະ ສູນການຄ້າວຽງຈັນເຊັນເຕີ

ຈັດງານເປີດຕະຫຼາດນັດຢ້ອນຍຸກ ແລະ ໄຫຼເຮືອໄຟ ປະຈໍາປີ 2020 ແນໃສ່ເປັນການປົກປັກຮັກສາຮີດຄອງປະເພນີອັນດີງາມຂອງລາວເຮົາ ພ້ອມຍັງເປັນການກະຕຸ້ນເສດຖະກິດພາຍຫຼັງໄດ້ຮັບຜົນກະທົບຈາກ COVID-19.

ໃນງານຕະຫຼາດນັດຢ້ອນຍຸກຄັ້ງນີ້ ມີຜູ້ປະກອບການເຂົ້າຮ່ວມ 50 ຮ້ານ ໃນນັ້ນລວມມີຮ້ານຂາຍຂອງຫວານ ແລະ ນໍ້າຈາກພືດທີ່ດີຕໍ່ສຸຂະພາບ 15 ຮ້ານ ຂາຍເຄື່ອງຫັດຖະກໍາ ຜ້າໄໝ ຜ້າຝ້າຍ ຜະລິດຕະພັນຕ່າງໆ ແລະ ສິນຄ້າ ODOP ຈໍານວນ 20 ຮ້ານ ແລະ ຮ້ານຂາຍອາຫານພື້ນເມືອງ ຫຼື ອາຫານທົ່ວໄປ 15 ຮ້ານ

ເຊິ່ງງານດັ່ງກ່າວຈະດໍາເປັນເວລາ 5 ວັນ ແຕ່ວັນທີ 28 ກັນຍາ-2 ຕຸລາ 2020 ນີ້.ງານດັ່ງກ່າວໄດ້ເປີດຂຶ້ນເປັນທາງການ ໃນວັນທີ 28 ກັນຍາ 2020 ທີ່ສູນການຄ້າວຽງຈັນເຊັນເຕີ ເປັນປະທານຮ່ວມໂດຍທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະ ແນກ ຖວທ ນວ ທ່ານ ອໍລະໄທ ສັນຕີຄົງຄາ ປະທານບໍລິສັດ ກຣິດຕິພົງ ກຣຸບ,

ມີ ທ່ານ ນາງ ນາລີ ສີສຸລິດ ພັນລະຍາການນໍາຂັ້ນສູງ ທ່ານ ເດດສົງຄາມ ທໍາມະວົງ ເຈົ້າເມືອງສີສັດຕະນາກ ພ້ອມດ້ວຍພະນັກງານວິຊາການ ແລະ ບັນດາຜູ້ປະກອບການທຸລະກິດ ບໍລິສັດ ຫ້າງຮ້ານເຂົ້າຮ່ວມ.
ແຫຼ່ງຂໍ້ມູນ: ວສລ