ສປ ຈີນ ຊ່ວຍທຶນປະດັບປະດາ ກະກຽມສະຫຼອງວັນຊາດ ສປປ ລາວ…

ອຳນາດການປົກຄອງ ນະຄອນຫຼວງວຽງຈັນໄດ້ເລີ່ມຈັດຕັ້ງປະຕິບັດການປະດັບປະດາຕົວເມືອງໃນນະຄອນຫຼວງວຽງຈັນ ໃຫ້ມີຄວາມສວຍງາມ ແລະ ໃຫ້ສຳເລັດພາຍໃນເດືອນພະຈິກ ນີ້ ເພື່ອກຽມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ( 1975-2020) ການປະດັບປະດາໃນຄັ້ງນີ້ ແມ່ນໄດ້ຮັບທຶນການຊ່ວຍເຫຼືອ ຈາກ ລັດຖະບານຈີນຈຳນວນໜຶ່ງ ພາຍໃຕ້ໂຄງການ ພັດທະນາໄຟເຍືອງທາງ ຊຶ່ງມີມູນຄ່າ 300 ລ້ານຢວນ.

ວຽງຈັນ ປະເທດລາວ - ວຽງຈັນ ປະເທດລາວ a ajouté une photo. | Facebook

ທຶນການຊ່ວຍເຫຼືອຈາກ ສປ ຈີນໃນຄັ້ງນີ້ ຈະຖືກນຳໃຊ້ເພື່ອປົັບປຸງລະບົບທໍ່ນ້ຳພຸ, ປັບປຸງແສງສະຫວ່າງຢູ່ອະນຸສາວະລີ, ປະຕູໄຊ, ຕິດຕັ້ງໄຟເຍືອງທາງບາງຈຸດໃນຂອບເຂດຕົວເມືອງນະຄອນຫຼວງວຽງຈັນ

เวียงจันทน์สถานที่ท่องเที่ยวไปคืนเดียวก็เฟี้ยวได้ | ดูเอเซีย ท่องเที่ยวไทย

ເຊັ່ນ: ຖະໜົນໄກສອນພົມວິຫານ, ຖະໜົນລ້ານຊ້າງ, ຖະໜົນ 23 ສິງຫາ, ຖະໜົນໜອງບອນ, ຖະໜົນໂຮງໝໍມະໂຫສົດ, ເສັ້ນທາງແຄມຂອງ (ສວນເຈົ້າອານຸວົງ-ປາກປ່າສັກ), ຖະໜົນເສດຖະທິລາດ ແລະເສັ້ນທາງອື່ນໆທີ່ສຳຄັນ

ແຫຼ່ງຂໍ້ມູນ: ວຽງຈັນທາຍ.

Comments