News

ຈັດແບ່ງສາຍ…!!! ເຮືອ​ 12 ສີພາຍ 12 ລຳ ທ່າວັດຈັນ…

ພິທີຈັບສະຫຼາກແບ່ງສາຍເຮືອ 12 ສີພາຍ ຈັດຂຶ້ນຢ່າງເປັນທາງການໃນວັນທີ 30 ກັນຍາ 2020 ທີ່ຫ້ອງການປົກຄອງເມືອງຈັນທະບູລີ ເຊິ່ງໃນພິທີ ທ່ານ ບຸນເຖິງ ສຸວັນນະສີ ຮອງເລຂາພັກເມືອງຈັນທະບູລີ ເຊິ່ງເປັນຫົວໜ້າອະນຸກໍາມະການເຕັກນິກງານບຸນຊ່ວງເຮືອທ່າວັດຈັນ ປະຈຳປີ 2020 ກ່າວວ່າ: ສໍາລັບປີນີ້ຈະຕ່າງກັບປີທີ່ຜ່ານມາ ເນື່ອງຈາກອີງໃສ່ສະພາບຕົວຈິງທີ່ໄດ້ຮັບຜົນກະທົບການລະບາດຂອງໂຄວິດ- 19 ທາງຄະນະຈັດແຂ່ງຂັນເຮືອຈະບໍ່ຈັດແຂ່ງຂັນເຮືອປະເພນີ ແລະ ເຮືອສູດ ແຕ່ຈະມີພຽງເຮືອ 12 ສີພາຍ ຈຳນວນ 12 ລຳເທົ່ານັ້ນ ເພື່ອເຮັດໃຫ້ສືບຕໍ່ປະຕິບັດມູນເຊື້ອອັນດີງາມບໍ່ໃຫ້ໝອງເສົ້າ ແລະ ບູຊາໜ້ານ້ຳ ຕາມການຊີ້ນໍາຂອງກອງປະຊຸມຄະນະນະຄອນຫຼວງວຽງຈັນ. ສ່ວນສະຖານທີ່ຈຸດປອຍເຮືອ ແມ່ນຢູ່ທີ່ທ່າວັດຈັນບ່ອນເກົ່າທີ່ເຄີຍປະຕິບັດກັນມາຢູ່ເບື້ອງໃນ ເຊິ່ງການກະກຽມຄວາມພ້ອມ ແມ່ນໄດ້ສຳເລັດແລ້ວ ນັບແຕ່ໄດ້ປັບປຸງມາແຕ່ວັນທີ 25 ກັນຍາ ເພາະນໍ້າຢູ່ໃນລະດັບທີ່ດີ ແລະ ສະດວກດີ ແຕ່ໄລຍະປີນີ້ແມ່ນສັ້ນເຂົ້າ ຈະມີພຽງ 300 ແມັດ ຕາມມາດຖານແມ່ນບໍ່ໃຫ້ ເກີນ 800 ແມັດ. ຢ່າງໃດກໍ່ຕາມ, ເຊື່ອວ່າປີນີ້ຈະເບີກບານມ່ວນຊື່ນຕາມຮີດຄອງປະເພນີຄືເກົ່າ ແລະ ຫວັງວ່າທຸກພາກສ່ວນຈະຊ່ວຍເຫຼືອກັນ ຮ່ວມກັນປະຕິບັດໃຫ້ເບີກບານມ່ວນຊື່ນ. ທ່ານ ບຸນເຖິງ ສຸວັນນະສີ ກ່າວວ່າ: ...

Read More »

ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ …

ໃນຕອນເຊົ້າຂອງວັນທີ 29 ກັນຍາ 2020 ຜ່ານມາ, ທີ່ທຳນຽບປະທານາທິບໍດີ ນະຄອນຫລວງບຣາຕິດສະລາວາ ສາທາລະນະລັດ ສະໂລວາກີ, ທ່ານ ສີທົງ ຈິດໂຍທິນ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ນາງ Zuzana Caputova ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະໂລວາກີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ສະໂລວາກີ. ໃນການພົບປະໂອ້ລົມ, ທ່ານເອກອັກຄະລັດຖະທູດ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ພ້ອມດ້ວຍພອນໄຊອັນປະເສີດ ແລະ ຄວາມຮັກແພງຖານເພື່ອນມິດຈາກ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ທ່ານ ນາງ Zuzana Caputova ແລະ ຜ່ານໄປຍັງລັດຖະບານ ແລະ ປະຊາຊົນສະໂລວາກີທຸກທົ່ວໜ້າ. ພ້ອມນັ້ນ, ທ່ານເອກອັກຄະລັດຖະທູດ ຍັງໄດ້ນໍາເອົາຄໍາເຊື້ອເຊີນຈາກ ທ່ານປະທານປະເທດລາວ ເຖິງ ທ່ານປະທານາທິນາທິບໍດີສະໂລວາກີ ເພື່ອໄປຢ້ຽມຢາມ ສປປ ...

Read More »

ວິສາຫະກິດຊ້ຳກັນ ຫຼາຍກວ່າ 600 ຫົວໜ່ວຍ…

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ( ອຄ.ນວ ) ເຜີຍທົ່ວນະຄອນຫຼວງວຽງຈັນ ( ນວ ) ມີຕົວເລກຫົວໜ່ວຍວິສາຫະກິດຊໍ້າຊ້ອນກັນ 623 ຫົວໜ່ວຍ ເນື່ອງຈາກລະບົບການຄຸ້ມຄອງມີການປັບປ່ຽນ ແລະ ມີການແບ່ງຂັ້ນໃນການຄຸ້ມຄອງ ເພື່ອຫາທາງແກ້ໄຂບັນຫາ ພາບປະກອບເທົ່ານັ້ນ ໃນວັນທີ 30 ກັນຍາ 2020 ທີ່ພະແນກ ອຄ.ນວ ໄດ້ມີການຈັດກອງປະຊຸມປຶກສາຫາລື   ກ່ຽວກັບການຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາ ຫົວໜ່ວຍວິສາຫະກິດທີ່ບໍ່ມີຕົວຕົນໃນ ນວ ເພື່ອຊ່ວຍຫາວິທີທາງອອກໃນການເກັບກຳຫົວໜ່ວຍທຸລະກິດດັັ່ງກ່າວ. ໂດຍການເປັນປະທານຂອງ ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກ ອຄ.ນວ, ມີຮອງຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ), ບັນດາຫົວໜ້າຫ້ອງການ ອຄ ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ພາບປະກອບເທົ່ານັ້ນ ທ່ານ ນາງ ອຳພອນ ພັນນາມວົງ ຫົວໜ້າຂະແໜງທະບຽນ ແລະ ຄຸ້ມຄອງວິສາຫະກິດ, ...

Read More »

ສາທາ ຮຽກຮ້ອງຜູ້ມາທ່ຽວຊົມບຸນອອກພັນສາ ຕ້ອງປ້ອງກັນ …

ພະແນກສາທາລະນະສຸກນະຄອນຫລວງວຽງຈັນ ສົມ ທົບກັບ 3 ຫ້ອງການ ຄື: ຫ້ອງການສາທາ ລະນະສຸກເມືອງຈັນທະບູລີ, ສີໂຄດຕະບອງ ແລະ ຫ້ອງການ ເມືອງສີສັດຕະນາກ ສົ່ງເຈົ້າຫນ້າສາທາລະນະສຸກຈໍານວນຫລາຍໄປປະຈໍາການ ເພື່ອປະຕິບັດຫນ້າທີ່ຂອງຕົນໃນງານບຸນອອກພັນສາ ປະວໍລະນາ ປະຈໍາປີ ຄສ 2020 ທີ່ ທ່າວັດຈັນ, ເມືອງຈັນທະບູລີ ຢ່າງເປັນທາງການ ໃນລະຫວ່າງວັນທີ 1-3 ຕຸລາ 2020. ດຣ ນາງ ໄຊພອນ ນັນທະພອນ ຫົວຫນ້າພະແນກສາທາ ລະນະສຸກນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ແພດຫມໍທັງສາມເມືອງທີ່ສົ່ງໄປປະຈໍາໃນຄັ້ງນີ້ ໄດ້ແບ່ງຫນ້າທີ່ ແລະ ຂອບເຂດຄວາມຮັບຜິດຊອບກັນຢ່າງລະອຽດ ເພື່ອບໍລິການຜູ້ທີ່ມາທ່ຽວງານ ໂດຍໄດ້ແບ່ງເປັນຫລາຍທີມງານ ເປັນຕົ້ນ: ທີມງານກວດການສຸຂະພາບ, ທີມງານປະຊາສໍາພັນ,ທີມງານກວດການຄຸນນະພາບຂອງອາຫານ ແລະ ທີມງານອື່ນໆ. ດຣ ນາງ ໄຊພອນ ນັນທະພອນ ໃຫ້ຮູ້ຕື່ມວ່າ: ເນື່ອງຈາກຜູ້ທີ່ມາທ່ຽວງານຄັ້ງນີ້ມີຈໍານວນຫລວງຫລາຍຈິ່ງບໍ່ສາມາດແຈກຢາຍຜ້າອັດປາກອັດດັງ ແລະ ຕັ້ງຈຸດເພື່ອບໍລິການລ້າງມືດ້ວຍເຈວ ຫລື ສະບູໄດ້. ດັ້ງນັ້ນ ຈິ່ງຮຽກຮ້ອງໃຫ້ຜູ້ທີ່ຈະມາທ່ຽວງານນໍາຜ້າອັດປາກອັດດັງ ແລະ ພົກພາເຈວລ້າງມືມາພ້ອມ, ພ້ອມນີ້ ຕ້ອງຫລີກຫລ່ຽງເຂົ້າໄປເຂດທີ່ມີຄົນແອອັດຫລາຍ, ...

Read More »

6 ປະເທດ ໄດ້ຮັບຜົນປະໂຫຍດຈາກແມ່ນ້ຳລ້ານຊ້າງ-ນ້ຳຂອງ ຮ່ວມກັນ…

ຕາມຂໍ້ມູນສະຖານທູດຈີນ ໃຫ້ຮູ້ວ່າ: ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ໄຫລຜ່ານ ຈີນ, ລາວ, ໄທ, ມຽນມາ, ກຳປູເຈຍ ແລະ ຫວຽດນາມ ຖືວ່າ ປະຊາຊົນ 6 ປະເທດນີ້ໄດ້ຮັບຜົນປະໂຫຍດ ແລະ ຮ່ວມຊະຕາກຳອັນດຽວກັນ, ຮ່ວມສ້າງວັດທະນະທຳ, ສ້າງບ້ານແປງເມືອງອັນດີງາມ, ສຸມກຳລັງເຂົ້າໃນການຕ້ານໄພແລ້ງ-ນ້ຳຖ້ວມໃນພາກພື້ນ, ຮ່ວມຄວບຄຸມໄພພິບັດຈາກນ້ຳ, ຮ່ວມພັດທະນາພື້ນຖານໂຄງລ່າງຊັບພະຍາກອນນ້ຳ, ແກ້ໄຂອຸທົກກະໄພ ແລະອື່ນໆ ຊຶ່ງໄດ້ກາຍເປັນຫົວຂໍ້ສຳຄັນຂອງການຮ່ວມມື ຂອງບັນດາປະເທດໃນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ໃນຊຸມປີຜ່ານມາ, ເນື່ອງຈາກໄດ້ຮັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກ ໄດ້ເກີດມີໄພນ້ໍາຖ້ວມ ແລະ ໄພແຫ້ງແລ້ງ ທີ່ຢູ່ພາຍໃນພາກພື້ນແມ່ນ້ຳດັ່ງກ່າວນີ້ ຊຶ່ງບັນດາປະເທດທີ່ຢູ່ຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ແບ່ງປັນຂໍ້ມູນຂ່າວສານ ແລະ ປະສານສົບທົບວາງແຜນນຳກັນ ເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍ. ໃນຕະຫຼອດໄລຍະ 18 ປີຜ່ານມາ ຈີນ ໄດ້ສະໜອງຂໍ້ມູນອຸທົກກະສາດຂອງແມ່ນ້ຳລ້ານຊ້າງໃຫ້ແກ່ປະເທດຕ່າງໆຢູ່ລຸ່ມແມ່ນນ້ຳຂອງ. ພາຍຫຼັງກົນໄກແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງສ້າງຕັ້ງຂຶ້ນແລ້ວ, ການຮ່ວມມືດ້ານການພັດທະນາ, ນຳໃຊ້ ແລະ ການຄຸ້ມຄອງຊັບພະຍາກອນນ້ຳ ຍິ່ງມີວິທີການທີ່ດີ ແລະ ມີປະສິດທິຜົນຫຼາຍຢ່າງ ຊຶ່ງໄດ້ຮັບການຊົມເຊີຍໂດຍທົ່ວໄປຈາກບັນດາ ປະເທດສະມາຊິກໃນກົນໄກດັ່ງກ່າວ. ໃນກອງປະຊຸມຜູ້ນຳຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 3 ຫາກໍອັດລົງເມື່ອບໍ່ດົນມານີ້ ຈີນ ໄດ້ປະກາດວ່າເລີ່ມແຕ່ປີນີ້ເປັນຕົ້ນໄປ ຈະແບ່ງປັນຂໍ້ມູນອຸທົກກະສາດຂອງແມ່ນ້ຳລ້ານຊ້າງຕະຫຼອດປີ ໃຫ້ກັບບັນດາປະເທດລຸ່ມແມ່ນ້ຳຂອງ ...

Read More »

ສປປ ລາວ ແລະ EU ສຳເລັດ ກອງປະຊຸມ ດ້ານວິຊາການຮ່ວມ …

ເມື່ອບໍ່ດົນມານີ້, ສະຫະພາບເອີຣົບ (EU) ແລະ ສປປ ລາວ ໄດ້ຈັດກອງປະຊຸມທາງໄກ ດ້ານວິຊາການຮ່ວມ (JEM) ຄັ້ງທີ 4 ກ່ຽວກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມການຄ້າໄມ້ ແບບສະໝັກໃຈ (VPA) ໃນແຜນງານ ການຈັດຕັ້ງປະຕິບັດ ກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ໂດຍມີບັນດາກະຊວງທີ່ກ່ຽວຂ້ອງ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນເຂົ້າຮ່ວມ. ຂໍ້ຕົກລົງດັ່ງກ່າວ ມີຈຸດປະສົງ ເພື່ອສ້າງ ລະບົບກວດກາຢັ້ງຢືນຄວາມຖືກຕ້ອງ ຂອງໄມ້ ແລະ ຜະລິດຕະພັນໄມ້ ທີ່ຖືກຕ້ອງຕາມກົດໝາຍ ທີ່ຂຸດຄົ້ນ ແລະ ສົ່ງອອກ ໂດຍ ສປປ ລາວ. ສິ່ງເຫລົ່ານີ້ ຈະຊ່ວຍສົ່ງເສີມ ການຄ້າ ຜະລິດຕະພັນໄມ້ທີ່ຖືກຕ້ອງຕາມກົດໝາຍ, ປັບປຸງການຄຸ້ມຄອງປ່າໄມ້ ແລະ ປະກອບສ່ວນ ເຂົ້າໃນການສະກັດກັ້ນ ການຂຸດຄົ້ນໄມ້ທີ່ຜິດກົດໝາຍ. ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າ ກົມກົມປ່າໄມ້, ກະຊວງ ກະສິກຳ ແລະ ປ່າໄມ້, ໃນນາມ ປະທານຮ່ວມກອງປະຊຸມ ໄດ້ກ່າວວ່າ: ...

Read More »

ລັດແຈ້ງ ປັບຂຶ້ນ-ລົງ ລາຄານໍ້າມັນມີຜົນມື້ອື່ນເປັນຕົ້ນໄປ…

ລັດແຈ້ງປັບຂຶ້ນລາຄານໍ້າມັນແອັດຊັງ ສ່ວນກາຊວນແມ່ນປັບລາຄາລົງ ແຕ່ເພີ່ມຄັງແຮຂຶ້ນ ໂດຍມີຜົນນັບແຕ່ເວລາ 6:00 ໂມງ ຂອງວັນທີ 2 ຕຸລາ 2020 ເປັນຕົ້ນໄປ. ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການສະບັບເລກທີ 0883/ອຄ.ກຄພນ; ລົງວັນທີ 1ຕຸລາ 2020 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງແຈ້ງປັບລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ. ເຊິ່ງການປັບລາຄາໃນຄັ້ງນີ້ ແອັດຊັງພິເສດ ປັບຂຶ້ນ 150 ກີບຕໍ່ລີດ, ແອັດຊັງທໍາມະດາ ປັບຂຶ້ນ 110 ກີບຕໍ່ລີດ, ສ່ວນກາຊວນ ເພີ່ມຄັງແຮ 20 ກີບຕໍ່ລິດ ແລະ ປັບລົງລາຄາ 100 ກີບຕໍ່ລີດ. ດ້ານການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0798/ກຄພນ.ຄສລ, ລົງວັນທີ 1 ຕຸລາ 2020 ຈົນກວ່າຈະມີການປ່ຽນແປງ. ທັ້ງນີ້ ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງຢ່າງເຂັ້ມງວດ ແລະ ຄຸ້ມຄອງປໍ້າຂາຍຍ່ອຍຂອງຕົນ ...

Read More »

ສິ່ງເຫຼົ່ານີ້..!!! ອາດແມ່ນໜຶ່ງສາເຫດຂອງນ້ຳຖ້ວມອັ່ງ…

ວັນທີ 24-28 ກັນຍາ 2020 ຫ້ອງການ ຄຸ້ມຄອງ ແລະ ບໍລິຫານຕົວເມືອງ (ຄບຕ) ນະຄອນຫຼວງວຽງຈັນ ໄດ້ອະນາໄມລ່ວງຮ່ອງລະບາຍນຳ້ຖະໜົນສຸພານຸວົງແຕ່ຫນ້າໂຮງແຮມ ລາວເທລ (ເມີກ້ຽວ ເກົ່າ) ຫາ ຫນ້າຮ້ານຂາຍລົດຟອດ ເຊີ່ງມີຄວາມຍາວປະມານ 300 ແມັດ .ວັນທີ 29 ກັນຍາ 2020 ຫ້ອງການ ຄບຕ ໄດ້ອະນາໄມລ່ວງຮ່ອງລະບາຍນຳ້ທາງເຂົ້າຫ້ອງການປົກຄອງເມືອງສີນາກ ແຕ່ໂຮງຮຽນ ວິຣິລາມົງແຕສໂຊຮີ ເຂົ້າໄປຫາຫ້ອງການປົກຄອງເມືອງ ເຊີ່ງມີຄວາມຍາວປະມານ 150 ແມັດ. ເພື່ອແກ້ໄຂບັນຫານຳ້ຖ້ວມອັ່ງຂັງ ແລະ ຮັບປະກັນໃຫ້ນຳ້ໄຫຼສະດວກດີໃນເວລາຝົນຕົກ ທັງເປັນການຫຼຸດຜ່ອນກິ່ນເໝັນເນົ່າຈາກສິ່ງເສດເຫຼືອທີ່ຕົກລົງໃນຮ່ອງດັ່ງກ່າວ. ທາງ ຄບຕ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທີ່ອາໃສຢູ່ໃນນະຄອນຫລວງວຽງຈັນ ຈົ່ງເປັນເຈົ້າການຮ່ວມກັນໃນການຮັກສາຄວາມສະອາດ ໂດຍບໍຖິ້ມສິ່ງເສດເຫຼືອຕ່າງໆຊະຊາຍ ແລະ ສີ່ງເສດເຫຼືອລົງຮ່ອງລະບາຍນຳ້. ແຫຼ່ງຂໍ້ມູນ: lao youth radio

Read More »

ກະຊວງການຕ່າງປະເທດ ກຽມພ້ອມຈັດກອງປະຊຸມໃຫຍ່ ຄັ້ງທີ IV…

ໃນວັນທີ 30 ກັນຍາ 2020 ທີ່ ກະຊວງການຕ່າງປະເທດ, ສະຫາຍ ສະເຫລີມໄຊ ກົມມະສິດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນລາວ ໃນການກະກຽມຄວາມພ້ອມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ, ຊຶ່ງຈະໄຂຂຶ້ນຢ່າງເປັນທາງການ ໃນເດືອນ ຕຸລາ 2020 ນີ້. ສະຫາຍ ລັດຖະມົນຕີ ກ່າວວ່າ: ມາຮອດປັດຈຸບັນ, ການກະກຽມດ້ານຕ່າງໆ ແມ່ນມີຄວາມຄືບໜ້າ ແລະ ດຳເນີນໄປຕາມແຜນການທີ່ໄດ້ວາງໄວ້ ໂດຍສະເພາະແມ່ນດ້ານບຸກຄະລາກອນ, ດ້ານເນື້ອໃນ, ດ້ານວຽກງານຂະບວນການ, ພິທີການ ແລະ ອື່ນໆ. ດ້ານບຸກຄະລາກອນ ໄດ້ສໍາເລັດການຈັດກອງປະຊຸມທາບທາມ ໃນຮອບທີ I, ຮອບທີ II ແລະ ຮອບທີ III ເພື່ອຄັດເລືອກເອົາບັນດາສະຫາຍ ຜູ້ທີ່ມີເງື່ອນໄຂມາດຖານ ປະກອບເຂົ້າໃນຄະນະບໍລິຫານງານພັກຊຸດໃໝ່ ກະຊວງການຕ່າງປະເທດ ສະໄໝທີ IV. ພ້ອມທັງສໍາເລັດການຄັດເລືອກເອົາຜູ້ແທນສົມບູນ ຂອງແຕ່ລະໜ່ວຍ ເພື່ອເປັນຕົວແທນຂອງສະມາຊິກພັກທັງໝົດ ຂອງກະຊວງການຕ່າງປະເທດ ທັງພາຍໃນ ...

Read More »

ສທຍ ແລະ EU ຫາລືຄວາມເປັນໄປໄດ້ໃນການຮ່ວມມື…

ວັນທີ 30 ກັນຍາ 2020 ທີ່ຫ້ອງປະຊຸມ VIP ຕຶກ K&C ນະຄອນຫຼວງວຽງຈັນ, ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ (ສທຍ) ຕ້ອນຮັບ ທ່ານ ນາງ Ina MARCIULIONYTE ເອກອັກຄະລັດຖະທູດ ສະຫະພາບເອີຣົບ (EU) ປະຈຳ ສປປ ລາວ ໃນໂອກາດລົງຢ້ຽມຢາມ ຮ່ວມປຶກສາຫາລືແລກປ່ຽນຄຳຄິດເຫັນ ໃນການຮ່ວມມືກັນ ລະຫວ່າງ ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ແລະ ສະຫະພາບເອີຣົບ (EU) ໂດຍມີ ພະນັກງານພາຍໃນຫ້ອງການ ທີ່ຮັບຜິດຊອບແຕ່ລະວຽກງານ, ຕາງໜ້າຄະນະທູດເອີຣົບ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວນີ້ ຕາງໜ້າໃຫ້ສະມາຄົມນັກທຸລະກິດແມ່ນຍິງ ໄດ້ຍົກໃຫ້ເຫັນສະພາບກຳລັງການຜະລິດ, ທຸລະກິດຕ່າງໆຂອງສະມາຄົມນັກທຸລະກິດແມ່ຍິງລາວ, ທີ່ພວມຂະຫຍາຍຕົວນັບມື້ນັບເຂັ້ມແຂງ ແລະ ມີຄຸນນະພາບ ທີ່ສາມາດສົ່ງສິນຄ້າໄປຢ່າງກວ້າງຂວາງ ແຕ່ກໍຍັງປາສະຈາກບໍ່ໄດ້ໃນຂໍ້ຫຍຸ້ງຍາກບາງດ້ານ ທີ່ຍັງເປັນອຸປະສັກຕໍ່ຄວາມກ້າວໜ້າດັ່ງກ່າວ, ຈຶ່ງຢາກໃຫ້ທາງຄະນະທູດ ເອີຣົບ ຊ່ວຍຊຸກຍູ້ ແລະ ຊີ້ແຈງຕໍ່ບາງບັນຫາທ້າທາຍທີ່ສຳຄັນ ໃນການພັດທະນາສັກຍະພາບຂອງ ທຸລະກິດແມ່ຍິງ, ທີ່ຈະມີຄວາມເປັນໄປໄດ້ໃນດ້ານຕ່າງໆ ເພື່ອການຮ່ວມມືໃນຕໍ່ໜ້ານີ້. ...

Read More »