ທຸກອຸມົງ ໂຄງການລົດໄຟ ລາວ-ຈີນ ໄດ້ເຈາະທະລຸ ສໍາເລັດຢ່າງສົມບູນ…

ອີງຕາມຂໍ້ມູນຂອງບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ໃຫ້ຮູ້ວ່າ ວັນທີ 29 ກັນຍາ 2020, ສຽງລະເບີດຂອງການເຈາະອຸມົງ ດັງກ້ອງສະໜັ່ນໄປທົ່ວບໍລິເວນ ໂຄງການຈຸດສຸມຂອງໂຄງການລົດໄຟ ລາວ-ຈີນ ໄດ້ສໍາເລັດການເຈາະທະລຸ ອຸມົງ ຊຽງເງິນ ເລກ 3 ທີ່ແຂວງຫລວງພະບາງ.

ອຸໂມງລົດໄຟ ລາວ-ຈີນ ທີ່ຍາວທີ່ສຸດ ເຈາະສໍາເລັດແລ້ວ

ຮອດປັດຈຸບັນ ອຸມົງ 75 ແຫ່ງຕະຫລອດແລວທາງລົດໄຟລາວ-ຈີນ ໄດ້ສຳເລັດການຊີເຈາະທະລຸຢ່າງປອດໄພ ເຊິ່ງການຊີເຈາະອຸມົງ ຕາມແລວທາງນີ້ເປັນປັດໄຈສຳຄັນຫລາຍຕໍ່ໂຄງການລົດໄຟ ລາວ-ຈີນ ໃນທີ່ສຸດມາຮອດປັດຈຸບັນ ແມ່ນໄດ້ສຳເລັດການຊີເຈາະທະລຸທົ່ວທຸກອຸມົງ ຢ່າງສົມບູນ ເຊິ່ງເປັນຂີດໝາຍທີ່ບົ່ງບອກໃຫ້ຮູ້ວ່າ ໂຄງການລົດໄຟລາວ-ຈີນ ໄດ້ສຳເລັດວຽກງານວິສະວະກຳໂຍທາ ອັນຍິ່ງໃຫຍ່ ແລະ ຈະກ້າວເຂົ້າສູ່ການສຸມໃສ່ວຽກງານຕິດຕັ້ງລາງລົດໄຟ ຢ່າງຕັ້ງໜ້າ ແລະຈະຫັນຈາກວຽກງານກໍ່ສ້າງມາເປັນວຽກງານຄຸ້ມຄອງການດຳເນີນການ. ໂຄງການລົດໄຟ ລາວ-ຈີນ ເລີ່ມແຕ່ບໍ່ເຕນ ແຂວງຫລວງນໍ້າທາ ເຊິ່ງເປັນຊາຍແດນ ລາວ-ຈີນ ໃນພາກເໜືອຂອງ ສປປ ລາວ, ມຸ່ງໜ້າລົງມາທາງໃຕ້ ກໍ່ຄື ນະຄອນຫລວງວຽງຈັນ, ຄວາມຍາວຂອງເສັ້ນທັງໝົດແມ່ນ 422.4 ກີໂລແມັດ, ສ່ວນໃຫຍ່ເສັ້ນທາງຈະຕັ້ງຢູ່ເຂດຮອຍຕໍ່ຂອງພື້ນໃຕ້ດິນ, ພູເຂົາສູງຊັນ, ສາຍນໍ້າໄຫລແຮງ, ສະພາບທໍລະນີສາດສັບຊ້ອນ, ມີການເຄື່ອນໄຫວຢູ່ໃຕ້ດິນຢ່າງຮຸນແຮງ, ຊັ້ນຫີນສັບຊ້ອນ, ມີນໍ້າອອກບໍ່, ໂພງດິນ, ໂພງຫີນ ຢູ່ຫລາຍຈຸດ.

3 ອຸມົງຫຼັກຂອງເສັ້ນທາງລົດໄຟເຊື່ອມຕໍ່ລາວ-ຈີນ ສ້າງສຳເລັດແລ້ວ

ນອກນັ້ນ, ເສັ້ນທາງລົດໄຟລາວ-ຈີນ ຍັງຜ່ານແມ່ນໍ້າຂອງສອງຈຸດ ແລະ ຜ່ານເຂດທີ່ບໍ່ມີປະຊາຊົນອາໄສຢູ່ສອງຈຸດ ເປັນໄລຍະທາງຫລາຍກວ່າ 60 ກີໂລແມັດ. ໂຄງການທາງລົດໄຟ ລາວ-ຈີນ ໄດ້ເລີ່ມການກໍ່ສ້າງ ໃນເດືອນທັນວາ ປີ 2016, ບັນດາວິສາຫະກິດ ແລະ ຜູ້ກໍ່ສ້າງທີ່ເຂົ້າຮ່ວມການກໍ່ສ້າງໂຄງການ ທັງຈາກ ສປປ ລາວ ແລະ ສປ ຈີນ ໄດ້ຜ່ານຜ່າຄວາມຫຍຸ້ງຍາກຫລາຍດ້ານ ເປັນຕົ້ນແມ່ນການຈັດສັນຊັບພະຍາກອນ, ວຽກງານຍົກຍ້າຍ ແລະ ເວນຄືນ, ການນຳເຂົ້າວັດສະດຸ ອຸປະກອນ ເຄື່ອງຈັກ ແລະ ບວກໃສ່ໄລຍະທີ່ມີການແພ່ລະບາດຂອງໂຄວິດ-19 ຂອງປີນີ້ ແຕ່ຍັງເຮັດໃຫ້ວຽກງານການກໍ່ສ້າງຍັງມີຄວາມຄືບໜ້າຢ່າງຕໍ່ເນື່ອງ.

ເປີດແລ້ວຢ່າງຍິ່ງໃຫຍ່ ພິທີເປີດການກໍ່ສ້າງ ລົດໄຟລາວ-ຈີນ ທີ່ຫຼວງພະບາງ (ຊົມພາບ  ໂດຍ: Hope Vision Photography)

ປັດຈຸບັນ ວຽກງານໂຄງການທາງລົດໄຟ ລາວ-ຈີນ ມີ ການກໍ່ສ້າງອຸມົງ ແມ່ນສຳເລັດແລ້ວ, ການວາງລາງ ສຳເລັດ 32% ກວມເອົາ 148 ກິໂລແມັດ, ອາຄານສະຖານີ ນາເຕີຍ ໄດ້ສຳເລັດການເທຫລັງຄາ, ສະຖານີ ໂພນໂຮງ ແລະ ສະຖານີ ກາສີ ແມ່ນໃກ້ຈະໄດ້ເທຫລັງຄາ. ໂຄງການລົດໄຟ ລາວ-ຈີນ ເປັນໂຄງການຍຸດທະສາດຂອງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ ເປັນຍຸດທະສາດ ຂອງ ສປປ ລາວ ໃນການ “ຫັນປະເທດທີ່ບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມຈອດ”. ໂຄງການລົດໄຟ ລາວ-ຈີນ ກໍ່ສ້າງຕາມມາດຕະຖານການຄຸ້ມຄອງ ແລະ ເຕັກນິກ ຂອງ ສປ ຈີນ, ດ້ວຍການອອກແບບຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ລົດໄຟໂດຍສານ ແລະ ລົດໄຟຂົນສົ່ງສິນຄ້າແລ່ນດ້ວຍໄຟຟ້າ ຄາດວ່າຈະສຳເລັດການກໍ່ສ້າງ ແລະ ເປີດໃຫ້ບໍລິການໃນເດືອນ ທັນວາ ປີ 2021.

ແຫຼ່ງຂໍ້ມູນ: ຂປລ

Comments