ເຂັ້ມງວດ…! ທ່າວັດຈັນ ນຳໃຊ້ເຈົ້າໜ້າທີ່ຫຼາຍກວ່າ 800 ຄົນ…

ອ້າງຈາກໜັງສືພິມວຽງຈັນທາຍ ໃຫ້ຮູ້ວ່າ: ອຳນາດການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກຽມພ້ອມປ້ອງກັນຄວາມສະຫງົບ ທັງໝົດ 800 ກວ່າຄົນ, ໃນນີ້, ກຳລັງຊາວໜຸ່ມ 300 ກວ່າຄົນ, ພ້ອມທັງກຳລັງເຈົ້າໜ້າທີ່ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫົງບ ເມືອງຈັນທະບູລີ, ປ້ອງກັນຄວາມສະຫງົບບ້ານ 30 ບ້ານ ແລະ ພາກສ່ວນອື່ນໆ ເຂົ້າຮ່ວມໃນການຮັກສາຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ພາຍໃນງານບຸນຊ່ວງເຮືອທ່າວັດຈັນ ເນື່ອງໃນໂອກາດບຸນອອກພັນສາ ປະວໍລະນາ ປະຈຳປີ 2020 ທີ່ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 1 – 3 ຕຸລາ 2020 ທີ່ຈະມາເຖິງໃນມໍ່ໆນີ້.

ຂໍ້ຫ້າມ ໃນງານບຸນຊ່ວງເຮືອ ທ່າວັດຈັນ ປີນີ້ມີຫຍັງແດ່?

ສຳລັບກຳລັງຮັກສາຄວາມສະຫງົບປອດໄພ ໃນງານນີ້ ແມ່ນຈະໄດ້ມີການຈັດຕັ້ງປະຕິບັດປ້ອງກັນເວນຍາມ ຕະຫຼອດ 24 ຊົ່ວໂມງ ຢູ່ຕາມບ້ານ, ສຳນັກງານອົງການຈັດຕັ້ງຕ່າງໆ ທົ່ວເມືອງ ໃຫ້ມີຄວາມສະຫງົບເປັນລະບຽບຮຽບຮ້ອຍ 100%, ພ້ອມນັ້ນ ຍັງໄດ້ກຳນົດຈຸດປ້ອງກັນເຖິງ 38 ຈຸດດ້ວຍກັນ, ປ້ອມແຈ້ງເຫດ (1191) ມີ 2 ຈຸດ, ມີກ້ອງວົງຈອນ ເພື່ອຕິດຕາມຢູ່ຫ້ອງການສວນເຈົ້າອະນຸວົງ ແລະ ຈຸດປ້ອງກັນອື່ນໆ ໃນຂອບເຂດງານບຸນດັ່ງກ່າວ ຢ່າງເປັນລະບຽບຮຽບຮ້ອຍ ແລະມີການກະກຽມກັນຢ່າງລະອຽດ.

ແຫຼ່ງຂໍ້ມູນ: ວຽງຈັນທາຍ

Comments