ອຸບັດຕິເຫດຢູ່ບໍ່ຖ່ານຫີນ ສປ ຈີນ ເສຍຊີວິດ 16 ຄົນ…

ສຳນັກຂ່າວ ເອເອຟພີ ລາຍງານ ຈາກນະຄອນຫຼວງ ປັກກິງ ຂອງຈີນວ່າ: ວັນທີ 27 ກັນຍາ 2020, ມີຜູ້ເສຍຊີວິດຢ່າງໜ້ອຍ 16 ຄົນ ແລະ ບາດເຈັບໜັກ 1 ຄົນ ຫຼັງຕິດຢູ່ ໃນບໍ່ຖ່ານຫີນ ໃຕ້ພື້ນດິນ ຢູ່ທາງພາກຕາເວັນຕົກສຽງໃຕ້ຂອງ ຈີນ,

ຈາກອຸບັດຕິເຫດ ທີ່ບໍ່ຖ່ານຫີນ ຊົງເຈົາ ຂອງບໍລິສັດ ລັດຖະບານ ຈີນ (ສົງຊິງ ອີເນີຈີ) ໃນເມືອງສີຈຽງ ເທດສະບານ ນະຄອນສົງຊິງ, ເຮັດໃຫ້ເກີດມີໄຟໄໝ້ ສາຍພານລຳລຽງ ສົ່ງຜົນໃຫ້ເກີດ ແກັດຄາບອນ ມໍນອກໄຊ ໃນລະດັບ ອັນຕະລາຍ, ໂດຍກຸ່ມຄົນງານທີ່ຕິດຢູ່ໃຕ້ດິນ ຕ້ອງສູບດົມຄວັນແກັດ ທີ່ແຜ່ກະຈາຍໃນອຸມົງ ຈົນໝົດສະຕິ ແລະ ເສຍຊີວິດ. ຂະນະນີ້ ເຈົ້າໜ້າທີ່ ພວມເລັ່ງ ສືບສວນສອບສວນ ຫາສາເຫດຕົ້ນຕໍທີ່ເກີດຂື້ນ ໃນຄັ້ງນີ້. ອຸບັດຕິເຫດ ບໍ່ແຮ່ເກີດຂື້ນທົ່ວໄປໃນປະເທດຈີນ ສາເຫດສ່ວນໃຫຍ່ ເກີດຈາກມາດຕະຖານ ຄວາມປອດໄພຕ່ຳ ແລະ ການບໍ່ເອົາໃຈໃສ່ ກົດລະບຽບ.

ແຫຼ່ງຂໍ້ມູນ: ຂ່າວສານພະລັງງານ ແລະ ບໍ່ແຮ່

Comments