ສທຍ ແລະ EU ຫາລືຄວາມເປັນໄປໄດ້ໃນການຮ່ວມມື…

ວັນທີ 30 ກັນຍາ 2020 ທີ່ຫ້ອງປະຊຸມ VIP ຕຶກ K&C ນະຄອນຫຼວງວຽງຈັນ, ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ (ສທຍ) ຕ້ອນຮັບ ທ່ານ ນາງ Ina MARCIULIONYTE ເອກອັກຄະລັດຖະທູດ ສະຫະພາບເອີຣົບ (EU) ປະຈຳ ສປປ ລາວ

ໃນໂອກາດລົງຢ້ຽມຢາມ ຮ່ວມປຶກສາຫາລືແລກປ່ຽນຄຳຄິດເຫັນ ໃນການຮ່ວມມືກັນ ລະຫວ່າງ ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ແລະ ສະຫະພາບເອີຣົບ (EU) ໂດຍມີ ພະນັກງານພາຍໃນຫ້ອງການ ທີ່ຮັບຜິດຊອບແຕ່ລະວຽກງານ, ຕາງໜ້າຄະນະທູດເອີຣົບ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວນີ້ ຕາງໜ້າໃຫ້ສະມາຄົມນັກທຸລະກິດແມ່ນຍິງ ໄດ້ຍົກໃຫ້ເຫັນສະພາບກຳລັງການຜະລິດ, ທຸລະກິດຕ່າງໆຂອງສະມາຄົມນັກທຸລະກິດແມ່ຍິງລາວ, ທີ່ພວມຂະຫຍາຍຕົວນັບມື້ນັບເຂັ້ມແຂງ ແລະ ມີຄຸນນະພາບ ທີ່ສາມາດສົ່ງສິນຄ້າໄປຢ່າງກວ້າງຂວາງ

ແຕ່ກໍຍັງປາສະຈາກບໍ່ໄດ້ໃນຂໍ້ຫຍຸ້ງຍາກບາງດ້ານ ທີ່ຍັງເປັນອຸປະສັກຕໍ່ຄວາມກ້າວໜ້າດັ່ງກ່າວ, ຈຶ່ງຢາກໃຫ້ທາງຄະນະທູດ ເອີຣົບ ຊ່ວຍຊຸກຍູ້ ແລະ ຊີ້ແຈງຕໍ່ບາງບັນຫາທ້າທາຍທີ່ສຳຄັນ ໃນການພັດທະນາສັກຍະພາບຂອງ ທຸລະກິດແມ່ຍິງ, ທີ່ຈະມີຄວາມເປັນໄປໄດ້ໃນດ້ານຕ່າງໆ

ເພື່ອການຮ່ວມມືໃນຕໍ່ໜ້ານີ້. ຈາກນັ້ນ, ທາງຄະນະທູດຂອງເອີຣົບ ກໍໄດ້ຊີ້ແຈງເຖິງລາຍລະອຽດໃນການຮ່ວມມືໃນຕໍ່ໜ້າທີ່ສະມາຄົມນັກທຸລະກິດແມ່ຍິງ ຈະຕ້ອງໄດ້ກະກຽມໃນການຈັດຕັ້ງປະຕິບັດ, ພັດທະນາສິນຄ້າໃຫ້ໄດ້ຄຸນນະພາບຕາມມາດຖານສາກົນ ແລະ ຖືເອົາຊ່ອງທາງໃນການສົ່ງອອກສິນຄ້າແຕ່ລະປະເພດ ທີ່ມີໂອກາດ ໃຫ້ສາມາດຍົກປະສິດທິພາບຂຶ້ນໄປສູ່ເວທີສາກົນ.​

ພ້ອມນີ້, ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງກໍໄດ້ສະເໜີ 4 ຂໍ້ຫຼັກດັ່ງນີ້: 1) ຊ່ວຍສ້າງຄວາມເຂັ້ມແຂງໃຫ້ ສທຍ ແລະ ສະມາຊິກທົ່ວປະເທດ, 2) ຊ່ວຍສ້າງໂຄງການສະໜັບສະໜູນລາວ ດ້ານການເງິນຂອງ ສທຍ ໃຫ້ຍືນຍົງ, 3) ຮ່ວມມືກັນລະຫວ່າງ ສທຍ ແລະ EU ຈັດກິດຈະກຳຫາລາຍໄດ້ຂອງ ສທຍ ແລະ 4)ສະເໜີໃຫ້ທ່ານທູດ EU ເປັນຄູ່ຮ່ວມງານດ້ານຍຸດທະສາດ ແລະ ສ້າງເວທີໃນການພັດທະນາຄຸນນະພາບຂອງສິນຄ້າລາວຮ່ວມກັນ.

Comments