News

ເສວະນາ ກ່ຽວກັບໂຄງສ້າງລາຄາໄຟຟ້າລາວ…

ໃນວັນທີ 5 ຕຸລາ 2020, ລັດວິສາຫະກິດໄຟຟ້າລາວ ຮ່ວມກັບ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນກ່ຽວຂ້ອງ ຈັດເວທີ ເສວະນາ ເພື່ອປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບໂຄງສ້າງລາຄາໄຟຟ້າ ສະບັບປັບປຸງໃໝ່ 2021-2025, ໂດຍໄດ້ເຊື້ອເຊີນເອົາທຸກພາກ ສ່ວນທີ່ມີຄວາມສົນໃຈ ກ່ຽວກັບລາຄາໄຟຟ້າ ໃຫ້ສາມາດອອກຄໍາຄິດ, ຄຳເຫັນ, ແລກປ່ຽນບົດຮຽນ ຢ່າງກົງໄປກົງມາ ແບບສ້າງສັນ ແລະ ຢ່າງມີວິທະຍາສາດ. ໃນເວທີເສວະນາໃນຄັ້ງນີ້, ນັກເສວະນາກອນ ຢູ່ເທິງເວທີ ປະກອບມີ ທ່ານ ສາຍທອງ ແກ້ວດວງດີ ຄະນະປະຈໍາສະພາແຫ່ງ, ປະທານກໍາມະທິການກົດໝາຍ, ທ່ານ ດາວວົງ ພອນແກ້ວ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ, ທ່ານ ພູເພັດ ກ້ຽວພິລາວົງ ຄະນະບໍດີຂອງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ແລະ ທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າ ແລະ ...

Read More »

ຫຼວງພະບາງ ສະເຫຼີມສະຫຼອງ ງານກາເຟລາວ…

ວັນທີ 3 ຕຸລາ 2020 ສະພາການອຸດສາຫະກໍາ ແລະ ການຄ້າແຂວງຫຼວງພະບາງ ຮ່ວມກັບກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ຈັດງານສະເຫຼີມສະຫຼອງງານກາເຟລາວ ຢູ່ເຮືອນຈັນນະຄອນ ຫຼວງພະບາງ. ມີ ທ່ານ ພວງປາລິສັກ ປຣະວົງວຽງຄຳ ທີ່ປຶກສາລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ພາກສ່ວນກ່ຽວເຂົ້າຮ່ວມ. ທ່ານ ຈັນທາ ທີບພະວົງພັນ ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ກ່າວໄຂງານຄັ້ງນີ້ວ່າ: ງານກາເຟລາວ ຫຼື ກາເຟບ້ານເຮົາ ໄດ້ມີການສະເຫຼີມສະຫຼອງທຸກໆປີ ໂດຍໄດ້ກຳນົດເອົາວັນທີ 1 ຕຸລາ ຂອງທຸກປີເປັນວັນກາເຟລາວ, ສຳລັບປີນີ້ ຈັດຂຶ້ນເປັນຄັ້ງທີ 3 ແລະ ເປັນຄັ້ງທີ 2 ທີ່ຈັດຂຶ້ນຢູ່ແຂວງຫຼວງພະບາງ. ການຈັດກິດຈະກໍາກາເຟລາວ ແມ່ນມີຄວາມໝາຍສໍາຄັນຫຼາຍ ເພື່ອຊຸກຍູ້ສົ່ງ ເສີມ ແລະໂຄສະນາກາເຟລາວ ໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ, ກາເຟລາວ ແມ່ນພືດ ທີ່ຕິດພັນກັບວັດທະນະທຳ-ຮີດຄອງປະເພນີ ແຕ່ບູຮານນະການຈົນປັດຈຸບັນ ແລະ ກາຍເປັນສິນຄ້າຖິ່ນກຳເນີດຂອງຊາດລາວ ຂະບວນ ການຜະລິດກາເຟລາວ ...

Read More »

ນວ ທາບທາມບຸກຄະລາກອນ ຮອບທີ 3 ສະໄໝທີ VII…

ອົງການປົກຄອງນະຄອນຫຼວງວຽງຈັນ ຈັດກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນ ເພື່ອຮັບສະໝັກເລືອກຕັ້ງເປັນຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ (ນວ) ສະໄໝທີ VII ຮອບທີ 3 ຂຶ້ນໃນວັນທີ 5-7 ຕຸລາ 2020 ທີ່ສຳນັກງານປົກຄອງນະຄອນຫຼວງວຽງຈັນ ເຊິ່ງມີຄວາມໝາຍຄວາມສຳຄັນຫຼາຍ ແລະ ມີຄວາມຈຳເປັນສຳລັບຄະນະບໍລິຫານງານພັກ ນວ ໃນຖານະເປັນພັກກຳອຳນາດ ເຊິ່ງເປັນການເສີມຂະຫຍາຍມູນເຊື້ອອັນດີງາມ ແລະຜົນງານອັນປະເສີດຂອງພັກ ພ້ອມກັນດັດແປງແກ້ໄຂ ບັນດາຈຸດອ່ອນ, ຂໍ້ຄົງຄ້າງ ສິ່ງທ້າທາຍຕ່າງໆທີ່ອົງຄະນະພັກ ນວ ກຳລັງປະເຊີນຢູ່ໃນປັດຈຸບັນ ໃຫ້ມີການປ່ຽນແປງໃໝ່ຢ່າງຕັ້ງໜ້າ ພ້ອມນັ້ນ, ຍັງເປັນການເສີມຂະຫຍາຍປະຊາທິປະໄຕພາຍໃນພັກຕື່ມອີກ. ກອງປະຊຸມດັ່ງກ່າວ ເປັນປະທານຂອງສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ໃຫກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ ນາຍົກລົດຖະມົນຕີ ບັນດາຄະນະປະຈຳ, ກຳມະການພັກ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ ອົງການກວດກາສູນກາງພັກ ແລະ ຫ້ອງວ່າການສູນກາງພັກ. ແຫຼ່ງຂໍ້ມູນ: ວຽງຈັນໃໝ່

Read More »

ຊົມເຊີຍ.!! ອຄ.ນວ ທຳລາຍສິນຄ້າ ປົນເປື້ອນສານເຄມີ ມູນຄ່າ 6 ລ້ານກວ່າ…

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ( ອຄ.ນວ ) ກວດຢຶດ ແລະ ທຳລາຍຖິ້ມປາໝຶກແຊ່ໂຊດາໄຟ ແລະ ມີສານຟໍມາລີນປົນເປື້ອນ ໃນວັນທີ 2 ຕຸລາ 2020 ທີ່ສະໜາມບຳບັດຂີ້ເຫຍື້ອຫຼັກ 32 ບ້ານນາຜາສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກ ອຄ.ນວ, ມີຫົວໜ້າ – ຮອງຫົວໜ້າຂະແໜງການຄ້າພາຍໃນ, ພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ. ທ່ານ ສຳເລັດ ເພັດພອນສັກ ຫົວໜ້າຂະແໜງການຄ້າພາຍໃນ ກ່າວວ່າ: ປະຕິບັດຕາມແຜນການການເຄື່ອນໄຫວວຽກງານຂອງພະແນກ ອຄ.ນວ ໂດຍເຫັນໄດ້ຄວາມສໍາຄັນຂອງວຽກງານຕ້ານ ແລະ ສະກັດກັ້ນການຄ້າຂາຍເຖື່ອນ – ຄ້າຂາຍນອກລະບົບທຸກຮູບແບບ, ການຂາຍ ແລະ ສະໜອງອາຫານໃຫ້ແກ່ສັງຄົມບໍ່ມີຄວາມປອດໄພ, ບໍ່ໄດ້ມາດຕະຖານ, ເຈືອປົນ, ປົນເປື້ອນສານເຄມີ ຫຼື ໝົດອາຍຸການບໍລິໂພກ, ໄລຍະຜ່ານມາ ພະແນກ ອຄ.ນວ ໄດ້ເອົາໃຈໃສ່ໃນການຕິດຕາມກວດກາຢ່າງເປັນປະຈໍາ ເຊິ່ງໃນວັນທີ 30 ກັນຍາ ...

Read More »

ສຸດຍອດ !!! ທີມນັກຄົ້ນຄວ້າ ມຊ ຄົ້ນພົບ ພັນພືດຊະນິດໃໝ່ຂອງໂລກ…

ສຸດຍອດ !!! ທີມນັກຄົ້ນຄວ້າ ຄະນະວິທະຍາສາດ ທໍາມະຊາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຖືກຮັບຮອງ ກ່ຽວກັບຄວາມພະຍາຍາມ ໃນການຄົ້ນພົບ ພັນພືດຊະນິດໃໝ່ ຂອງໂລກ ຢູ່ ສປປ ລາວ ແລະ ໄດ້ຈົດທະບຽນຊື່ວິທະຍາສາດ ພັນພືດນີ້ວ່າ: Begonia phouchomvoyensis. ທີມນັກຄົ້ນຄວ້າ ຈາກ ສປປ ລາວ ໃນເທື່ອນີ້ ປະກອບມີ:ທ່ານ Soulivanh Lanorsavanh, ທ່ານ Mark Hughes, ທ່ານ Keooudone Souvannakhoummane, ແລະ ທ່ານ Vichith Lamxay ພືດຊະນິດໃໝ່ນີ້ ຄົ້ນພົບເຫັນ ຢູ່ເຂດປ່າສະຫງວນແຫ່ງຊາດ ພູຈອມວອຍ ແຂວງບໍລິຄໍາໄຊ ສປປ ລາວ !!!ທ່ານຮູ້ບໍ່ວ່າ ພືດນີ້ ມີຊື່ພາສາລາວ ວ່າແນວໃດ ???ທ່ານສາມາດອ່ານເພີ່ມຕື່ມໄດ້ທີ່ >>>http://taiwania.ntu.edu.tw/abstract.php?type=abstract… ແຫຼ່ງຂໍ້ມູນ: LAO YOUT RADIO

Read More »

ສານອວຍພອນ ວັນທ້ອນໂຮມ ສສ ເຢຍລະມັນ

ພະນະທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ໄດ້​ສົ່ງ​ສານ​ອວຍພອນເຖິງ ພະນະ​ທ່ານ ນາງ ອັງ​ເກ​ລາ ເມີ​ແຄວ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະ​ລັດ ສະຫະພັນ ເຢຍ​ລະ​ມັນ ທີ່ ແບກ​ແລັງ ໂດຍ​ມີ​ເນື້ອ​ໃນ​ດັ່ງນີ້: ເນື່ອງ​ໃນ​ໂອກາດວັນ​ແຫ່ງ​ການ​ທ້ອນໂຮມ ປະເທດເຢຍ​ ລະ​ມັນ, ຕາງໜ້າ​ໃຫ້​ລັດຖະບານ ແຫ່ງ ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າພະເຈົ້າຂໍ​ຖື​ເປັນ​ກຽດສົ່ງ​ຄຳ​ຊົມເຊີຍ​ຢ່າງ​ຈິງ​ໃຈ ມາ​ຍັງ​ພະນະ​ທ່ານ ແລະ ຜ່ານ​ພະນະ​ທ່ານ ໄປ​ຍັງ​ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະ​ລັດ ສະຫະພັນ ເຢຍ​ລະ​ມັນ ທຸກ​ຖ້ວນ​ໜ້າ.ຂ້າພະເຈົ້າ ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ພະຍາຍາມ​ຮ່ວມ​ກັນ ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ທີ່​ດີ ລະຫວ່າງ ສອງ​ຊາດ​ພວກ​ເຮົາ ຈະ​ໄດ້​ຮັບ​ການ​ສືບຕໍ່​ເສີມ​ຂະຫຍາຍ​ໃຫ້​ເຂັ້ມແຂງ ແລະ ແຕກ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ​ໃນ​ຊຸມ​ປີ​ຕໍ່ໜ້າ ເພື່ອ​ຜົນ​ປະໂຫຍດ ຂອງ​ປະຊາຊົນ​ສອງ​ຊາດ​ພວກ​ເຮົາ ກໍຄື ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ແລະ ການ​ຮ່ວມ​ມື ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ ໃນ​ພາກ​ພື້ນ​ຂອງ​ພວກ​ເຮົາ ແລະ ໃນ​ທົ່ວ​ໂລກ.ຂ້າພະເຈົ້າຂໍ​ຖື​ໂອກາດ​ອັນ​ສະຫງ່າ​ລາສີ​ນີ້ ...

Read More »

ໂຄງການພັດທະນາທ່າເຮືອ ແລະ ບໍລິການ ເມືອງຕົ້ນເຜີ້ງ ມູນຄ່າການລົງທຶນເບື້ອງ 50 ລ້ານໂດລາ

ພິທີວາງສີລາລຶກໂຄງການສຳປະທານເນື້ອທີ່ດິນລັດ ເພື່ອພັດທະນາທ່າເຮືອ ແລະ ບໍລິການ ເຂດບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈັດຂຶ້ນວັນທີ 3 ຕຸລາ 2020 ໂດຍມີທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ຈ້າວເຫວີຍ ປະທານສະພາບໍລິຫານ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ພ້ອມດ້ວຍບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.​ ທ່ານ ຄອນຄໍາ ອິນທະວົງ ປະທານບໍລິສັດ ໂອເຊຍໂນການຄ້າ ຈໍາກັດຜູ້ດຽວ ກ່າວວ່າ: ໂຄງການພັດທະນາທ່າເຮືອບ້ານມອມ ແລະ ເຂດບໍລິການ ເປັນແນວຄວາມຄິດຂອງນັກພັດທະນາທັງ ພາກລັດ ແລະ ນັກທຸລະກິດ ເວົ້າສະເພາະແຂວງບໍ່ແກ້ວ ຮ່ວມກັບບໍລິສັດ ໂອເຊຍໂນການຄ້າ ຈໍາກັດຜູ້ດຽວ ທີ່ຈະພັດທະນາສະຖານທີ່ແຫ່ງນີ້ໃຫ້ເປັນເຂດພັດທະນາແບບຍືນຍົງ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ ປີ 2030 ແລະ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນຂອງ ສປປ ລາວ. ໂຄງການດັ່ງກ່າວ ເປັນໂຄງການຮ່ວມທຶນລະຫວ່າງພາຍໃນກັບຕ່າງປະເທດ ທີ່ມີປະສົບດ້ານການກໍ່ ສ້າງໃນອະນຸພາກພື້ນອາຊີ ...

Read More »

ຂີ້ເຫຍື້ອ ງານບຸນຊ່ວງເຮືອ ທ່າວັດຈັນ ມື້ສຸດທ້າຍ 20 ກວ່າໂຕນ….

ຫຼັງສຳເລັດງານບຸນເທດ ໃນງານບຸນຊ່ວງເຮືອ ອອກພັນສາ ທີ່ໜ້າວັດຈັນ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ໃນຄືນວັນທີ 3 ຕຸລາ 2020 ຜ່ານມາ ພາກສ່ວນທີ່ຮັບຜິດຊອບອະນາໄມມ້ຽນມັດຂີ້ເຫຍື້ອ ໃຫ້ຮູ້ວ່າ ຂີ້ເຫຍື້ອໃນຄືນສຸດທ້າຍ ເຂດນອກ ປະມານ 22 ໂຕນ ແລະ ເຂດໃນສວນເຈົ້າອານຸວົງ ປະມານ 20 ລົດຂົນຂີ້ເຫຍື້ອ. ທ່ານ ວິໄຊ ອິນທະສານ ຮອງຫົວໜ້າບໍລິສັດອະນາໄມ ຈັນທະບູລີ ຈຳກັດ ໃຫ້ສຳພາດວ່າ: ການເຮັດອະນາໄມໃນງານບຸນຊ່ວງເຮືອປີນີ້ ທາງບໍລິສັດແມ່ນຮັບຜິດຊອບອະນາໄມມ້ຽນຂີ້ເຫຍື້ອ ເສັ້ນທາງເສດຖາທິຣາດ ແຕ່ໜ້າທະນາຄານພັດທະນາລາວ ລົງຮອດຫໍຄຳ ແລະ ລ້ຽວຂຶ້ນມາ 4 ແຍກໂຮງໝໍມະໂຫສົດ ແລະ ຂຶ້ນມາຮອດ 3 ແຍກ ວິທະຍາໄລປາກປ່າສັກ ລວມຄວາມຍາວ ປະມານ 3 ກິໂລແມັດ. ເຊິ່ງນັບແຕ່ມື້ເປີດງານບຸນຊ່ວງເຮືອຢ່າງເປັນທາງການເປັນຕົ້ນມາຄື: ແຕ່ໃນຄືນວັນທີ 30 ກັນຍາ ແມ່ນເກັບມ້ຽນຂີ້ເຫຍື້ອໄດ້ປະມານ 3 ໂຕນ, ຄືນວັນທີ 1 ຕຸລາ ເກັບໄດ້ 4 ...

Read More »

ໂຕໂຢ ຈະສ້າງຄ່ານິຍົມການໃຊ້ ແບບ Made in Laos…

ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຄະນະໄດ້ ່ ລົງຢ້ຽມຢາມ ໂຮງງານອຸດສາຫະກຳໂຕໂຢລາວຈຳກັດຜູ້ດຽວ ທີ່ບ້ານໂພຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນວັນທີ 1 ຕຸລານີ້ ໂດຍໄດ້ຮັບການຕ້ອນຮັບຂອງທ່ານ ລັງກອນ ໄຊຍະວົງ ປະທານ ໂຮງງານອຸດສາຫະກໍາໂຕໂຢລາວ ຈໍາກັດຜູ້ດຽວ. ໃນໂອກາດລົງຢ້ຽມຢາມຄັ້ງນີ້ ທ່ານລັດຖະມົນຕີພ້ອມ ຄະນະໄດ້ຮັບຟັງການລາຍງານ ກ່ຽວກັບ ການຂະຫຍາຍຕົວ ຂອງບໍລິສັດໂດຍຫຍໍ້ ຊຶ່ງສະເຫນີ ໂດຍທ່ານ ລັງກອນ ໄຊຍະວົງ ໃຫ້ຮູ້ວ່າ : ໂຮງງານອຸດສາຫະ ກຳໂຕໂຢລາວ ຈຳກັດ ໄດ້ສ້າງຕັ້ງຂຶ້ນໃນປີ 2016 ເພື່ອຜະລິດທໍ່ ແລະ ອຸປະກອນກໍ່ສ້າງລະບົບນ້ໍາ, ໄດ້ຮັບການຖ່າຍທອດເຕັກໂນໂລຊີຈາກຕ່າງປະເທດ, ປັດຈຸບັນປະກອບມີ 2 ສາຂາ ແລະ 800 ກວ່າຕົວແທນຈຳໜ່າຍທົ່ວປະເທດ, ໃນນັ້ນຕັ້ງຢູ່ ບ້ານໄຊສະຫວ່າງ 1 ສາງໃຫຍ, ບ້ານສະພັງມຶກ ເມືອງໄຊທານີ, ບ້ານສີບຸນເຮືອງ ເມືອງຈັນທະບູລີ, ບ້ານຫນອງໜຽວ ...

Read More »

ດ່ວນ..!! ໂດນັນທຣຳ ແລະ ພັນລະຍາ ກວດພົບເຊື້ອ COVID-19….

ຕາມຂ່າວສານສະຫະລັດລາຍງານໃຫ້ຮູ້ວ່າ: Melania Trump ໄດ້ໂພສໃນທະວິດເຕີສ່ວນຕົວວ່າ: “ໃນປີນີ້ຊາວອາເມລິການຈຳນວນຫຼວງຫຼາຍ ແລະ ຂ້ອຍ ໄດ້ຖືກກັກບໍລິເວນຢູ່ບ້ານຫຼັງຈາກກວດພົບ COVID-19 ເປັນບວກ ພວກເຮົາຮູ້ສຶກດີ ແລະ ໄດ້ເລື່ອນການນັດໝາຍທີ່ຈະເກີດຂຶ້ນທັງໝົດ. ກ່ອນໜ້ານີ້ທ່ານ ທຣຳ ໄດ້ກ່າວວ່າ ເພີ່ນເອງ ແລະພັນລະຍາ ແຍກຕົວອອກຈາກກັນຫຼັງທີ່ Hope Hicks ໜຶ່ງໃນຜູ້ຊ່ວຍຂັ້ນສູງຂອງເຂົາຜົນກວດເປັນບວກ” ແລະ ຈົດໝາຍຈາກ ນາຍແພດ ຊອນຄອນລີ ເຖິງ ທ່ານ ທຣຳ ຢືນຢັນຜົນການກວຫາເຊື້ອໄວຣັດໂຄໂຣນາ ເປັນບວກ ເມື່ອວັນພະຫັດທີ່ຜ່ານມາວ່າ “ໃຫ້ພວກເຈົ້າເຊື່ອໝັ້ນວ່າຈະປອດໄພ ແລະ ເຮົາທຸກຄົນຈະຜ່ານພົ້ນເລື່ອງນີ້ໄດ້ດ້ວຍກັນ” ສ່ວນ ປະທານາທິບໍດີ ແລະ ພັນລະຍາ ຍັງຄົງຢູ່ທຽບຂາວ ໃນລະຫວ່າງການແຍກຕົວ. ແລະ ນາຍແພດຍັງໄດ້ກ່າວອີກວ່າ: ທີມແພດຂອງທຳນຽບຂາວ ແລະ ຂ້ອຍຈະເຝົ້າຢ່າງລະມັດລະວັງ ແລະ ຂໍຂອບໃຈການສະໜັບສະໜຸນຈາກຜູ້ຊ່ຽວຊານ ແລະ ສະຖາບັນທາງການແພດທີ່ຍິ່ງໃຫຍ່ທີ່ສຸດໃນປະເທດຂອງເຮົາ. ໃຫ້ໝັ້ນໃຈວ່າ ປະທານາທິບໍດີ ຈະປະຕິບັດໜ້າທີ່ຕໍ່ໄປ ໂດຍບໍ່ໄດ້ຢຸດສະງັກ ໃນຂະນະທີ່ກຳລັງຮັກສາຕົວ ແລະ ເຮົາຈະແຈ້ງໃຫ້ພວກເຈົ້າຮູ້ກ່ຽວກັບຄວາມຄືບໜ້າເປັນແຕ່ລະໄລຍະ.​ ທ່ານ ຮິກ ໄວ ...

Read More »