ມອບເຄື່ອງບົ່ງມະຕິພະຍາດໄວຣັດຕັບອັກເສບ B ແບບໄວ 120.000 ຊຸດ…

ມູນນິທິເມຣິເອີ ມອບເຄື່ອງບົ່ງມະຕິພະຍາດໄວຣັດຕັບອັກເສບ B ແບບໄວ 120.000 ໃນວັນທີ 28 ກັນຍາ 2020, ທ່ານ ດຣ. ເບີນົວ ເຊີວານລີເອ ຜູ້ຕາງຫນ້າມູນນິທິເມຣິເອີ ປະເທດຝຣັ່ງ ໄດ້ມອບເຄື່ອງມືການບົ່ງມະຕິພະຍາດໄວຣັດຕັບອັກເສບ B ຈໍານວນ 120.000 ຊຸດ ໃຫ້ແກ່ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ທີ່ເຮືອນພັກ ຂອງທ່ານເອກອັກຄະລັດຖະທູດຝຣັ່ງ ປະຈໍາລາວ, ນະຄອນຫລວງວຽງຈັນ.

ມີທ່ານ ເອຣິກ ເດຮາໂຣ ຜູ້ຕາງໜ້າສະຖາບັນຄົ້ນຄ້ວາ ເພື່ອການພັດທະນາຂອງປະເທດຝຣັ່ງ(IRD) ປະຈໍາລາວ, ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ນາງ ຟລໍຣ້ອງ ຊ້ອງບລ້ອງ ຣິສແລກ ເອກອັກຄະລັດຖະທູດວິ ສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດຝຣັ່ງ ປະຈຳ ສປປ ລາວ ໄດ້ກ່າວວ່າ: ການແຜ່ລະ ບາດຂອງພະຍາດໂຄວິດ-19 ໄດ້ສ້າງບັນຫາທີ່ໜ້າເປັນຫວ່າງຫລາຍໃນທົ່ວໂລກ. ເຖິງຢ່າງໃດກໍ່ຕາມ, ບໍ່ຄວນປິດບັງການຕິດເຊື້ອອື່ນໆ ທີ່ມີຜົນກະທົບຕໍ່ບັນດາປະເທດທີ່ດ້ອຍພັດທະນາ. ນີ້ແມ່ນ ກໍລະນີທີ່ເປັນພະຍາດໄວຣັດຕັບອັກເສບ ແລະໂດຍສະ ເພາະ ການຕິດເຊື້ອໄວຣັດຕັບອັກເສບ B ເຊິ່ງກໍ່ໃຫ້ເກີດບັນຫາສາທາລະ ນະສຸກທີ່ຮ້າຍແຮງ, ມີຜູ້ຕິດເຊື້ອຫລາຍກວ່າ 2,5 ພັນລ້ານຄົນ, 250 ລ້ານຄົນເປັນພະຍາດຊໍາເຮື້ອ ແລະ ຫລາຍກວ່າ 1 ລ້ານຄົນ ເສຍຊີວິດຍ້ອນພະຍາດຕັບແຂງ ແລະ ມະເຮັງຕັບ. ອັດຕາການແຜ່ລະບາດຂອງພະຍາດໄວຣັດຕັບອັກເສບ B ແມ່ນສູງທີ່ສຸດ ໃນຂົງເຂດປາຊີຟິກຕາເວັນ ຕົກ ແລະ ອາຟຣິກາ (ຫລາຍກວ່າ 6% ຂອງປະຊາກອນ).

ທ່ານ ເອຣິກ ເດຮາໂຣ ໄດ້ກ່າວວ່າ: ສະຖາບັນ IRD ເປັນຜູ້ຮັບຜິດຊອບໃນການແຈກຢາຍເຄື່ອງມືດັ່ງກ່າວ, ໃຫ້ແກ່ບັນດາສູນສຸຂະພາບ ແລະ ບໍລິຈາກເລືອດໃນປະທົ່ວປະເທດ ແລະ ພ້ອມທັງເກັບກໍາຂໍ້ມູນການແຜ່ກະຈາຍ ໂດຍຜ່ານຂະບວນການນີ້. ສຳລັບຢູ່ປະເທດລາວ ການສຶກສາສ່ວນໃຫຍ່ແມ່ນໄດ້ດໍາເນີນການຢູ່ໃນນະຄອນຫລວງ, ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງອັດຕາການແຜ່ກະຈາຍທີ່ສູງຂຶ້ນເທົ່ານັ້ນ ແຕ່ມັນຍັງມີ ສັນຍານທີ່ເປັນໜ້າເປັນຫ່ວງ ກ່ຽວກັບຄວາມເສຍຫາຍຂອງຕັບ ໃນບັນດາກຸ່ມຕົວຢ່າງທີ່ວິເຄາະ. ເຊັ່ນດຽວກັບທຸກພະຍາດທາງວິທະຍາສາດໃດໜຶ່ງ, ການກວດບໍ່ພຽງແຕ່ຊ່ວຍໃຫ້ ການດູແລຄົນເຈັບດີຂຶ້ນເທົ່ານັ້ນ, ແຕ່ຍັງເຮັດໃຫ້ມັນສາມາດປັບປ່ຽນນະໂຍບາຍ ດ້ານສາທາລະນະສຸກໃນແງ່ຂອງການສັກຢາປ້ອງກັນ, ການປ້ອງກັນ ແລະ ການປີ່ນປົວ. ທ່ານ ດຣ. ບຸນກອງ ສີຫາວົງ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ມູນນິທິເມຣິເອີ ປະເທດ ຝຣັ່ງ ແລະ ສະຖາບັນຄົ້ນຄ້ວາ ເພື່ອການພັດທະນາຂອງປະເທດຝຣັ່ງ ກໍຄື ລັດຖະບານຝຣັ່ງ ທີ່ໄດ້ໃຫ້ ການຊ່ວຍເຫລືອສະໜັບ ສະໜູນ ແລະ ຈະນຳເອົາອຸປະກອນຊ່ວຍເຫລືອໃນຄັ້ງນີ້ ໄປນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ເພື່ອສຸຂະພາບທີ່ດີຂອງປະຊາຊົນລາວ.

ແຫຼ່ງຂໍ້ມູນ: ຂປລ

Comments