ມາຮອດປັດຈຸບັນ ເຂື່ອນໄຟຟ້າເຊລະນອງ 1 ທີ່ມີກໍາລັງການຜະລິດ 70 MW, ຕົວເຂື່ອນສາມາດບັນຈຸນ້ຳໄດ້ 284 ລ້ານແມັດກ້ອນ, ສາມາດຜະລິດໄຟຟ້າໄດ້ 2.669 Kw/h ໄດ້ກໍ່ສ້າງໄດ້ສຳເລັດໄປໂດຍພື້ນຖານ ແລະ ໄດ້ເລີ່ມທົດລອງທຳການຜະລິດໄປສ່ວນໜຶ່ງ.
ທ່ານ ເສີນ ບາວ ລອງ ຮອງຜູ້ອຳນວຍການໃຫຍ່ຝ່າຍຈີນ ໄດ້ລາຍງານໃຫ້ຮູ້ວ່າ: ເຂື່ອນໄຟຟ້າເຊລະນອງ 1 ແມ່ນເຂື່ອນໄຟຟ້າຂະໜາດໃຫຍ່ແຫ່ງທຳອິດ ໃນແຂວງສະຫວັນນະເຂດ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ປີ 2018, ມີກຳລັງການຜະລິດຂະໜາດ 70 MW, ຕົວເຂື່ອນສາມາດບັນຈຸນ້ຳໄດ້ 284 ລ້ານແມັດກ້ອນ, ສາມາດຜະລິດໄຟຟ້າໄດ້ 2.669 Kw/h ໄດ້ສຳເລັດໄປແລ້ວສ່ວນໜຶ່ງ ແຕ່ສິ່ງທີ່ສຳຄັນທີ່ຍັງເປັນຂໍ້ຄົງຄ້າງ ແມ່ນການຍົກຍ້າຍປະຊາຊົນ ໂດຍມີບ້ານທີ່ຖືກຜົນກະທົບ 2 ບ້ານ ຈຳນວນ 88 ຫຼັງຄາເຮືອນ, ໃນນັ້ນມີບ້ານລອຍນ້ຳ 32 ຫຼັງຄາເຮືອນ ແລະ ບ້ານລະເບົານ້ຳ 56 ຫຼັງຄາເຮືອນ

ເຊິ່ງປັດຈຸບັນທາງບໍລິສັດ ກໍຄືໂຄງການເຂື່ອນໄຟຟ້າເຊລະນອງ 1 ໄດ້ມີການຈັດຫາສະຖານທີ່, ບຸກເບີກເສັ້ນທາງ, ປຸກສ້າງເຮືອນຢູ່, ຈັດສັນພື້ນທີ່ທຳການຜະລິດ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ

ເພື່ອທົດແທນໃຫ້ປະຊາຊົນທີ່ຖືກຍົກຍ້າຍ ຈຳນວນ 2 ຕື້ ກວ່າກີບ ນອກຈາກແລ້ວ, ຍັງໄດ້ຊົດເຊີຍຜົນກະທົບທີ່ຖືກເສຍຫາຍໂດຍກົງແລ້ວ ທາງບໍລິສັດຜູ້ພັດທະນາໂຄງການຍັງໄດ້ສະໜັບສະໜູນ ແລະ ຕອບສະໜອງທາງດ້ານສະບຽງອາຫານ, ຮັບປະກັນການດຳລົງຊີວິດໃຫ້ປະຊາຊົນໃນໄລຍະຂ້າມຜ່ານ ພາຍໃນ 3 ປີ ໂດຍໄດ້ຕອບສະໜອງເຂົ້າກິນ, ທາດຊີ້ນ, ທາດປາ, ອຸປະກອນເຄື່ອງມືການຜະລິດ ລວມທັງການສ້າງອາຊີບໃຫ້ປະຊາຊົນຕື່ມອີກດ້ວຍ.
ແຫຼ່ງຂໍ້ມູນ: lao youth radio