ຈີນ​ສັນ​ຍາ​ຈະ​ສະ​ໜອງ​ຢາ​ວັກຊິນພະ​ຍາດ​ໂຄວິດ-19 ​ໃຫ້​ແກ່​ປະ​ເທດ​ຕ່າງໆ​ໃນ​ໂລກ……..

ໃນ​ກອງ​ປະ​ຊຸມ​ສຸດຍອດ G20 ທີ່​ຈັດ​ຂຶ້ນ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ໃຫ້​ຄຳ​ເຫັນ​ສັນ​ຍາ​ຕໍ່​ໂລກ​ວ່າ​ຈະ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ແລະ​ໃຫ້​ການ​ສະ​ໜັບ​ສະ​ໜູນ​​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ​ອື່ນ​ໆເພື່ອ​ເຮັດ​ໃຫ້​ຢາ​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ທີ່​ປະ​ຊາ​ຊົນ​ຂອງ​ປະ​ເທດ​ຕ່າງໆ​ສາ​ມາດ​ເຂົ້າ​ເຖິງ​ແລະ​ສາ​ມາດ​ຊີ້​ໄດ້.

Image may contain: one or more people

ຄຽງ​ຄູ່​ກັບ​ການ​ຊຸກ​ຍູ້​ວຽກ​ງານ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ວັກ​ຊິນພະ​ຍາດ​ໂຄວິດ-19​ຂອງ​ຈີນ, ຄວາມ​ມຸ່ງ​ຫວັງ​ດັ່ງ​ກ່າວ​ພວມ​ໄດ້​ບັນ​ລຸ​ຜົນ​ເປັນ​ຈິງ. ວັນ​ທີ 9 ທັນ​ວາ​ນີ້, ກະ​ຊວ​ງສາ​ທາ​ລະ​ນະ​ສຸກແລະ​ປ້ອງ​ກັນ​ພະ​ຍາດ​ສະ​ຫະ​ລັດ​ອາ​ຣັບ​ເອ​ມີ​ເຣດ​ໄດ້​ປະ​ກາດ​ວ່າ:ໄດ້​ອະ​ນຸ​ຍາດ​ໃຫ້​ກຸ່ມ​ບໍ​ລິ​ສັດ​ການ​ຢາ​ແຫ່ງ​ຊາດ​ຈີນ​ຂຶ້ນ​ທະ​ບຽນ​ຢາ​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ຢູ່​ໃນ​ປະ​ເທດ​ຕົນ​ຢ່າງ​ເປັນ​ທາງ​ການ.

ກ່ອນ​ໜ້າ​ນີ້, ຢາ​ວັກ​ຊິນ​ພະ​ຍາດ​ໂຄວິດ-19 1 ລ້ານ​ຫຼອດງວດ​ທີ​ສອງ​ຂອງ​ຈີນ​ໄດ້​ຖືກ​ສົ່ງ​ໄປ​ລັດຊາວ​ປາວ​ໂລ​ປະ​ເທດບ​ຣາ​ຊີນ; ຢາ​ວັກຊິນພະ​ຍາດ​ໂຄວິດ-19​ ຈຳ​ນວນ 1,2 ລ້ານ​ຫຼອດ​ງວດ​ທຳ​ອິດ​ຂອງ​ຈີນ​ໄດ້​ຖືກ​ສົ່ງ​ໄປ​ຮອດ​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ແລະ​ອື່ນໆ.

No photo description available.

ປັດ​ຈຸ​ບັນ​ນີ້, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ໃນ​ໂລກ​​ມີທັງ​ໝົດ​​ເກືອບ 70 ລ້ານ​ກໍ​ລະ​ນີ, ການ​ສັກ​ຢາ​ວັກ​ຊິນທີ່​ມີ​ປະ​ສິດ​ທິ​ຜົນ​ແລະ​ມີ​ຄວາມ​ປອດ​ໄພ​ແມ່ນ​ວິ​ທີ​ທີ່ບັງ​ເກີດ​ຜົນແລະ​ຖື​ກ​ຕ້ອງທີ່​ສຸດ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19. ສະ​ນັ້ນ, ການ​ສັກ​ຢາ​ວັກ​ຊິນ​ໂດຍ​ໄວ​ແມ່ນ​ຄວາມ​ຕ້ອງ​ການ​​ອັນ​ຮີບ​ດ່ວນ​ຂອງ​ຫຼາຍ​ປະ​ເທດ, ຄວາມ​ຂັດ​ແຍ້ງ​ກັນ​ດ້ານ​ການ​ສະ​ໜອງ​ແລະ​ຄວາມ​ຕ້ອງ​ການ​​ຢາ​ວັກຊິນ​ກໍ່​ໄດ້​ປະ​ກົດ​ຂຶ້ນ. ໃນ​ຖາ​ນະ​ເປັນ​ປະ​ເທດແຖວໜ້າ​ໃນ​ການ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ວັກ​ຊິນ​ໃນ​ໂລກ,ຈີນ​ໄດ້​ປະ​ຕິ​ບັດ​​ຄຳ​ເຫັນສັນ​ຍາ​ຂອງ​ຕົນ​ໃນ​​ເວ​ລາ​ທີ່​ສຳ​ຄັນ​ແບບ​ນີ້,​ຈີນຈະ​ຊຸກ​ຍູ້​ໃຫ້​ສະ​ພາບຄວາມ​ຂັດ​ແຍ້ງ​ກັນ​ດ້ານ​ການ​ສະ​ໜອງ​ແລະ​ຄວາມ​ຕ້ອງ​ການ​​ຢາວັກ​ຊິນໃນ​ໂລກ​ຫຼຸດ​ໜ້ອຍ​ລົງ,ສ້າງ​ຄວາມ​ຫວັງ​ໃໝ່​ໃຫ້​ແກ່​ໂລກ​ໃນ​ການ​ຕ້ານ​ພະ​ຍາດ​ໂຄວິດ-19.

No photo description available.

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ,​ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ທ່ານ​ປະ​ທານ ສີ​ຈິ້ນ​ຜິງໄດ້​ກ່າວ​ຄຳ​ປາ​ໄສ​ຜ່ານທາງວິ​ດີ​ໂອ​ໃນ​ກອງ​ປະ​ຊຸມ​ຮ່ວມ​ສະ​ໄໝ​ພິ​ເສດ​ກ່ຽວ​ກັບ​ບັນ​ຫາ​ພະ​ຍາດ​ໂຄວິດ-19 ໂດຍ​ໄດ້​ກ່າວ​​ຢືນ​ຢັນອີກ​ຄັ້ງ​ໜຶ່ງວ່າ: ຈີນ​ຈະ​ສືບ​ຕໍ່​ໃຫ້ການ​ສະ​ໜັບ​ສະ​ໜູນ​ແລະຊ່ວຍ​ເຫຼືອ​ແກ່​ປະ​ເທດ​ທີ່​ມີ​ຄວາມ​ຕ້ອງ​ການ,ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມສາ​ທາ​ລະ​ນະ​ສຸກຂອງມວນ​ມະ​ນຸດ. ເຊິ່ງ​ເປັນ​ການ​ສະ​ແດງ​ຄວາມ​ມຸ່ງ​ຫວັງ​ທີ່​ຈິງ​ໃຈຂອງ​ຈີນ​​ທີ່​ມີຕໍ່​ໂລກ​ອີກ​ຄັ້ງ​ໃໝ່​ໃນ​ການ​ຮ່ວມ​ມື​ກັນ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19. ນອກ​ຈາກ​ສະ​ຫະ​ລັດ​ອາ​ຣັບ​ເອ​ມີ​ເຣດ, ​ບ​ຣາ​ຊິນ​ແລະ​ອິນ​ໂດ​ເນ​ເຊຍ​ແລ້ວ, ແມັກ​ຊິກ​,ຕວກ​ກີ​ແລະ​ປະ​ເທດ​ອື່ນໆ​ກໍ່​ໄດ້​ຈອງ​ຊື້​ຢາ​ວັກຊິນ​ພະ​ຍາດ​ໂຄວິດ-19 ຈຳ​ນວນ​​ຫຼວງຫຼາຍ​ນຳ​ຈີນ. ຢາ​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ​ເປັນ​ທີ່ຍອມ​ຮັບຈາກ​ປະ​ເທດ​ພາ​ຄີ​ກໍ​ພໍ​ດີ​ເປັນ​ການ​ຕອບ​ໂຕ້​ຄືນ​ທີ່​ດີ​ທີ່​ສຸດ​ຕໍ່​ການ​ປ່າວ​ຂ່າວ​ແລະ​ການ​ໃສ່​ຮ້າຍ​ປາຍ​ສີ​ວ່າ “ຈີນ​ເອົາຢາ​ວັກຊິນ​ພະ​ຍາດ​ໂຄວິດ-19 ເປັນ​ເຄື່ອງ​ມື​ການ​ເມືອງ​ພູມິ​ພາກ”.

ແຫຼ່ງຂໍ້ມູນ: ຊີອາໄອ

Comments