ທ່ານ ລມຕ ປະຈຳ ສນຍ ຮັບເຄື່ອງຊ່ວຍເຫຼືອປ້ອງກັນພະຍາດ ໂຄວິດ-19

ໃນຕອນບ່າຍ ວັນທີ 10 ທັນວາ 2020, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ), ທ່ານ​ ລຽນ ທີແກ້ວ, ລັດຖະມົນຕີປະຈຳສຳນັກງານນາຍົກ ຕາງໜ້າໃຫ້ ຫສນຍ ໄດ້ຮັບເຄື່ອງຊ່ວຍເຫຼືອປ້ອງກັນພະຍາດ ໂຄວິດ-19 (ຜ້າອັດປາກອະນາໄມ ຈຳນວນ 10.000 ແຜ່ນ) ຈາກບໍລິສັດ ລາວອາຊີ ພັດທະນາເສດຖະກິດ ແລະ ການລົງທຶນ ບ໊ອກ ຈຳກັດ.

Image may contain: 1 person

ໂດຍການກ່າວມອບ ຂອງ ທ່ານ ຈ້າວ ເວີນ ຢູ (ZHAO WEN YU) ທູດເສດຖະກິດ ຈາກສຳນັກງານທູດເສດຖະກິດຈີນ; ມີພະນັກງານທີ່ກ່ຽວຂ້ອງ ຂອງ ຫສນຍ ແລະ ບໍລິສັດ ທີ່ນຳເຄື່ອງມາມອບ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ລຽນ ທີແກ້ວ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການຊ່ວຍເຫຼືອ ຂອງບໍລິສັດ ລາວອາຊີ ພັດທະນາເສດຖະກິດ ແລະ ການລົງທຶນ ບ໊ອກ ຈຳກັດ, ຊຶ່ງສະແດງເຖິງຄວາມເປັນຫ່ວງເປັນໄຍ ແລະ ເສຍສະຫຼະ ປະກອບສ່ວນເຂົ້າໃນວຽກງານ ປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະ ຍາດ ໂຄວິດ-19 ຢູ່ໃນ ສປປ ລາວ ໃຫ້ມີຄວາມຮັບປະກັນຫຼາຍຂຶ້ນ,

Image may contain: 4 people

ທັງເປັນການໃຫ້ກໍາລັງໃຈ ແກ່ພະນັກງານທີ່ກ່ຽວ ຂ້ອງ ຂອງ ສປປ ລາວ, ໃນນັ້ນ ຜ້າອັດປາກ ທີ່ໄດ້ຮັບການຊ່ວຍເຫຼືອດັ່ງກ່າວ ທ່ານລັດຖະມົນຕີປະຈໍາສໍານັກງານນາຍົກ ໄດ້ແຈ້ງໃຫ້ຊາບວ່າ: ຈະນຳໄປມອບຕໍ່ໃຫ້ໂຮງໝໍມິດຕະພາບ 150 ຕຽງ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານ ວິຊາສະເພາະ ຂອງແພດ-ໝໍ ກໍ່ຄືການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດ ໂຄວິດ-19 ຢູ່ໂຮງໝໍດັ່ງກ່າວ ໃຫ້ໄດ້ຮັບຜົນດີ.

ແຫຼ່ງຂໍ້ມູນ: ວສລ

Comments