ເປີດແລ້ວ ບຸນມະໂຫລານຊາວໜຸ່ມ-ເຍົາວະຊົນທົ່ວປະເທດ……

ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ເປີດບຸນມະໂຫລານຊາວໜຸ່ມ-ເຍົາ ວະຊົນ ທົ່ວປະເທດປະຈໍາປີ 2020 ໃນວັນທີ 9 ທັນວາ 2020 ຢ່າງເປັນທາງການ ຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ, ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ມີບັນດາການນໍາພັກ-ລັດ, ຜູ້ຕາງໜ້າຈາກອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ຊາວໜຸ່ມ, ເຍົາວະຊົນ ແລະ ມວນຊົນພາຍໃນນະຄອນຫລວງວຽງຈັນເຂົ້າຮ່ວມເປັນຈໍານວນຫລວງຫລາຍ.

ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວວ່າ: ບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປີ 2020 ນີ້, ຈັດ ຂຶ້ນພາຍໃຕ້ຫົວຂໍ້ “ລະນຶກເຖິງມູນເຊື້ອຊາວໜຸ່ມຮຸ່ນກ່ອນ ແລະ ເສີມຂະຫຍາຍບົດບາດຊາວໜຸ່ມຍຸກ ໃໝ່”

ຊຶ່ງແມ່ນກິດຈະກໍາສໍາຄັນໜຶ່ງ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ-ຂອງພັກ ໃຫ້ມີບັນຍາກາດຟົດຟື້ນ ແລະ ສະແດງໃຫ້ເຫັນການຫັນແບບແຜນ ແລະ ຮູບແບບການເຄື່ອນໄຫວໄປສູ່ທັນສະໄໝທີ່ມີວິທະຍາສາດ, ສົ່ງເສີມຄວາມຮູ້ຄວາມສາມາດ, ທັກສະ, ຫົວຄິດປະດິດສ້າງ, ຊອກໃຫ້ໄດ້ບຸກຄົນດີເດັ່ນ, ວຽກຈິງຄົນແທ້ ເພື່ອເປັນຕົວແບບຂອງຊາວໜຸ່ມໃນທຸກຂົງເຂດ.

ພ້ອມນີ້, ຍັງເປັນການເຕົ້າໂຮມຄວາມສາມັກຄີ, ໂຄສະນາເຜີຍແຜ່ມູນເຊື້ອການສຶກສາອົບຮົມ ການເມືອງ-ແນວຄິດຄຸນສົມບັດສິນທຳປະຕິວັດ, ສະແດງໃຫ້ເຫັນບົດບາດຂອງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໃນການປະກອບ ສ່ວນຈັດຕັ້ງປະຕິບັດໜ້າທີ່ການເມືອງໃນໄລຍະຜ່ານມາ ກໍຄື ໄລຍະປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ.

ສຳລັບກິດຈະກຳໃນງານຄັ້ງນີ້, ປະກອບມີ: ຊົມການສະແດງສິລະປະ-ວັນນະຄະດີ, ແຂ່ງຂັນຮ້ອງເພງ, ເວທີສົນທະ ນາມູນເຊື້ອຊາວໜຸ່ມ, ແຂ່ງຂັນກອງດຸລິຍາງ, ແປຕົວອັກສອນ, ເຕັ້ນເຊຍລີດເດີ, ກິດຈະກຳປູກຈິດສຳນຶກກ່ຽວກັບສິ່ງແວດລ້ອມ, ຂັບຂີ່ປອດໄພ, ຖາມ-ຕອບຄວາມຮູ້ກ່ຽວກັບພະຍາດເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ ຫລື ພຕພ, ເຜີຍແຜ່ວຽກງານຕ້ານການຄ້າມະນຸດ, ການສໍ້ລາດບັງຫລວງ, ແຂ່ງຂັນເປົ່າແຄນຊາວໜຸ່ມ, ແຂ່ງຂັນໂຕ້ວາທີ, ປະກວດວີດີໂອສັ້ນ ແລະ ກິດຈະກຳອື່ນໆ. ບຸນມະໂຫລານຊາວໜຸ່ມ-ເຍົາວະຊົນຄັ້ງນີ້, ແມ່ນໄດ້ດຳເນີນກິດຈະກຳມາແຕ່ວັນທີ 5 ທັນວາ ຜ່ານມາ ຈະດຳເນີນໄປຈົນເຖິງວັນທີ 13 ທັນວາ 2020.

ແຫຼ່ງຂໍ້ມູນ: ຂປລ

Comments